ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ18 ສະບັບທີ 3 ໜ້າ 13
  • ອີກ​ຈັກ​ໜ້ອຍ​ອົງ​ສັກສິດ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ໝົດ​ໄປ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອີກ​ຈັກ​ໜ້ອຍ​ອົງ​ສັກສິດ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ໝົດ​ໄປ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ຈະ​ຈັດການ​ກັບ​ຄວາມ​ທຸກ​ລຳບາກ​ຕອນ​ໃດ?
  • ໄວ້​ວາງໃຈ​ພະ​ເຢໂຫວາ​ແລ້ວ​ຈະ​ມີ​ຊີວິດ​ຢູ່!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ?
    ຄຳພີໄບເບິນສອນແນວໃດແທ້ໆ?
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
ຫສ18 ສະບັບທີ 3 ໜ້າ 13
ຕາເວັນ​ຕົກ​ດິນ

ອີກ​ຈັກ​ໜ້ອຍ​ອົງ​ສັກສິດ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ໝົດ​ໄປ

“ພະ​ເຢໂຫວາ​ເອີ້ຍ ລູກ​ຕ້ອງ​ຮ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍ​ອີກ​ດົນ​ປານ​ໃດ ພະອົງ​ຈຶ່ງ​ຈະ​ຊ່ວຍ? ລູກ​ຕ້ອງ​ຮ້ອງ​ຂໍ​ອີກ​ດົນ​ປານ​ໃດ ພະອົງ​ຈຶ່ງ​ຈະ​ຟັງ ພະອົງ​ຈຶ່ງ​ຈະ​ຊ່ວຍ​ລູກ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ຮຸນແຮງ?” (ຮາບາກຸກ 1:2, 3) ນີ້​ແມ່ນ​ຄຳເວົ້າ​ຂອງ​ຮາບາກຸກ ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ດີ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ​ພະເຈົ້າ. ຄຳ​ອ້ອນວອນ​ຂອງ​ລາວ​ສະແດງ​ວ່າ​ລາວ​ຂາດ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລ້ວ​ບໍ? ບໍ່​ແມ່ນ! ພະ​ເຢໂຫວາ​ຮັບຮອງ​ກັບ​ຮາບາກຸກ​ວ່າ​ເພິ່ນ​ໄດ້​ກຳນົດ​ເວລາ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ຄວາມ​ທຸກ​ລຳບາກ​ຈົບ​ລົງ​ຕອນ​ໃດ.—ຮາບາກຸກ 2:2, 3

ເມື່ອ​ເຈົ້າ​ຫຼື​ຄົນ​ໃກ້ຊິດ​ເຈິ​ກັບ​ຄວາມ​ທຸກ​ລຳບາກ ເຈົ້າ​ອາດ​ຮູ້ສຶກ​ວ່າ​ພະເຈົ້າ​ຊັກຊ້າ​ແລະ​ບໍ່​ລົງມື​ຈັດການ​ກັບ​ເລື່ອງ​ນີ້​ຈັກ​ເທື່ອ. ແຕ່​ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ: “ພະ​ເຢໂຫວາ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ແບບ​ທີ່​ບາງ​ຄົນ​ຄິດ. ເພິ່ນ​ອົດທົນ​ກັບ​ພວກ​ເຈົ້າ​ຍ້ອນ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.”—2 ເປໂຕ 3:9

ພະ​ເຢໂຫວາ​ຈະ​ຈັດການ​ກັບ​ຄວາມ​ທຸກ​ລຳບາກ​ຕອນ​ໃດ?

ພະ​ເຢໂຫວາ​ຈະ​ຈັດການ​ໃນ​ໄວໆ​ນີ້! ພະ​ເຢຊູ​ບອກ​ວ່າ​ຈະ​ມີ​ຄົນ​ລຸ້ນ​ໜຶ່ງ​ໄດ້​ເຫັນ​ເຫດການ​ຕ່າງໆ​ທີ່​ເປັນ​ສັນຍະລັກ​ຂອງ “ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” (ມັດທາຍ 24:3-42) ສິ່ງ​ທີ່​ພະ​ເຢຊູ​ບອກ​ໄວ້​ລ່ວງ​ໜ້າ​ກຳລັງ​ເກີດຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຮົາ ເຊິ່ງ​ເຮັດ​ໃຫ້​ຮູ້​ວ່າ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ເຂົ້າ​ແຊກ​ແຊງ​ການ​ປົກຄອງ​ຂອງ​ມະນຸດ​ໃກ້​ຈະ​ມາ​ຮອດ​ແລ້ວ.a

ແຕ່​ພະ​ເຢໂຫວາ​ພະເຈົ້າ​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ໂດຍ​ວິທີ​ໃດ? ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ເພິ່ນ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ທຸກ​ຢ່າງ​ຂອງ​ມະນຸດ​ໃຫ້​ໝົດ​ໄປ. ຂໍ​ໃຫ້​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

ໄພ​ທຳມະຊາດ: ຕອນ​ທີ່​ພະ​ເຢຊູ​ກັບ​ພວກ​ລູກສິດ​ຢູ່​ໃນ​ເຮືອ​ໃນ​ທະເລ​ຄາລີເລ ມີ​ພາຍຸ​ຮຸນແຮງ​ຈົນ​ເຮັດ​ໃຫ້​ເຮືອ​ຂອງ​ເຂົາເຈົ້າ​ເກືອບ​ຈົມ. ແຕ່​ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ກັບ​ພໍ່​ຂອງ​ເພິ່ນ​ສາມາດ​ຄວບຄຸມ​ພະລັງ​ທຳມະຊາດ​ໄດ້. (ໂກໂລຊາຍ 1:15, 16) ພະ​ເຢຊູ​ມີ​ແຕ່​ເວົ້າ​ວ່າ: “ສະຫງົບ​ດຽວ​ນີ້!” ແລ້ວ “ລົມ​ພາຍຸ​ກໍ​ເຊົາ​ແລະ​ທຸກ​ຢ່າງ​ກໍ​ສະຫງົບ​ເປັນ​ປົກກະຕິ.”—ມາຣະໂກ 4:35-39

ຄວາມ​ເຈັບ​ປ່ວຍ: ຄົນ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ຮູ້​ຈັກ​ດີ​ວ່າ​ເພິ່ນ​ມີ​ຄວາມ​ສາມາດ​ທີ່​ຈະ​ປົວ​ຄົນ​ຕາບອດ​ແລະ​ຄົນ​ເປັນ​ລ່ອຍ ລວມ​ທັງ​ຄົນ​ເປັນ​ບ້າ​ໝູ ຄົນ​ຂີ້ທູດ ແລະ​ພະຍາດ​ອື່ນໆ. ທີ່​ຈິງ ພະ​ເຢຊູ “ປົວ​ທຸກ​ຄົນ​ທີ່​ເຈັບ​ປ່ວຍ.”—ມັດທາຍ 4:23, 24; 8:16; 11:2-5

ຄວາມ​ອຶດຢາກ: ພະ​ເຢຊູ​ເຄີຍ​ໃຊ້​ລິດເດດ​ທີ່​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ເອົາ​ໃຫ້​ເພິ່ນ​ເພື່ອ​ເຮັດ​ໃຫ້​ຂອງກິນ​ທີ່​ມີ​ແຕ່​ໜ້ອຍ​ດຽວ​ເພີ່ມ​ຂຶ້ນ​ບັກ​ຫຼາຍໆ. ຄຳພີ​ໄບເບິນ​ບອກ​ວ່າ​ຕອນ​ທີ່​ພະ​ເຢຊູ​ເຮັດ​ວຽກ​ຮັບໃຊ້​ຢູ່​ໂລກ​ນີ້ ມີ 2 ເທື່ອ​ທີ່​ເພິ່ນ​ໄດ້​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ.—ມັດທາຍ 14:14-21; 15:32-38

ຄວາມ​ຕາຍ: ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ມີ​ລິດເດດ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຕາຍ​ໝົດ​ໄປ​ຍ້ອນ​ມີ​ການ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ​ພະ​ເຢຊູ​ເຄີຍ​ປຸກ​ຄົນ​ຕາຍ 3 ເທື່ອ. ຜູ້​ໜຶ່ງ​ທີ່​ເພິ່ນ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ແມ່ນ​ຕາຍ​ໄດ້ 4 ມື້​ແລ້ວ.—ມາຣະໂກ 5:35-42; ລູກາ 7:11-16; ໂຢຮັນ 11:3-44

a ສຳລັບ​ຂໍ້ມູນ​ເພີ່ມເຕີມ​ກ່ຽວກັບ​ສະໄໝ​ສຸດທ້າຍ ຂໍ​ໃຫ້​ເບິ່ງບົດ​ທີ 32 ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ທີ່​ຈັດພິມ​ໂດຍ​ພະຍານ​ພະ​ເຢໂຫວາ​ແລະ​ສາມາດ​ດາວໂຫຼດ​ປຶ້ມ​ນີ້​ໄດ້​ຟຣີ​ໃນ​ເວັບໄຊ jw.org.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌