ເປັນຫຍັງເລື່ອງສວນເອເດັນຈຶ່ງສຳຄັນສຳລັບເຈົ້າ?
ຂໍ້ຂັດຄ້ານທີ່ໜ້າແປກໃຈຫຼາຍທີ່ສຸດຂໍ້ໜຶ່ງທີ່ຜູ້ຊ່ຽວຊານດ້ານຄຳພີໄບເບິນບາງຄົນຍົກຂຶ້ນມາແມ່ນ ບໍ່ມີຂໍ້ຄວາມຢູ່ບ່ອນອື່ນໃນຄຳພີໄບເບິນສະໜັບສະໜູນເລື່ອງສວນເອເດັນ. ຕົວຢ່າງເຊັ່ນ: ພໍ ມໍຣິດສ໌ ສາສະດາຈານດ້ານສາສະໜາຂຽນວ່າ: “ບໍ່ມີການເວົ້າເຖິງເລື່ອງສວນເອເດັນໂດຍກົງອີກເລີຍຢູ່ບ່ອນອື່ນໃນຄຳພີໄບເບິນ.” ເຖິງວ່າມີ “ຜູ້ຊ່ຽວຊານ” ຫຼາຍຄົນເຫັນດີກັບຄຳເວົ້າຂອງສາດສະດາຈານຜູ້ນີ້ ແຕ່ຄຳເວົ້ານີ້ຂັດກັບຄວາມເປັນຈິງແທ້ໆ.
ທີ່ຈິງແລ້ວຄຳພີໄບເບິນເວົ້າເຖິງສວນເອເດັນ ອາດາມ ເອວາ ແລະງູອີກຫຼາຍເທື່ອ.a ແຕ່ຂໍ້ຜິດພາດຂອງພວກຜູ້ຊ່ຽວຊານກໍຍັງສົມທຽບບໍ່ໄດ້ເລີຍກັບຂໍ້ຜິດພາດຂອງຄົນອີກກຸ່ມໜຶ່ງ. ຄົນເຫຼົ່ານີ້ແມ່ນພວກຫົວໜ້າສາສະໜາແລະນັກວິຈານຄຳພີໄບເບິນ. ສິ່ງທີ່ເຂົາເຈົ້າເຮັດນັ້ນຮ້າຍແຮງກວ່າແລະສົ່ງຜົນກະທົບກວ້າງໃຫຍ່ກວ່າຫຼາຍ. ການທີ່ເຂົາເຈົ້າຕັ້ງຂໍ້ສົງໄສກ່ຽວກັບຄວາມໜ້າເຊື່ອຖືຂອງເລື່ອງສວນເອເດັນທີ່ຂຽນໄວ້ໃນປຶ້ມປະຖົມມະການ ທີ່ຈິງແລ້ວເປັນການທຳລາຍຄວາມໜ້າເຊື່ອຖືຂອງຄຳພີໄບເບິນໝົດຫົວເລີຍ. ເປັນຫຍັງຈຶ່ງເວົ້າແນວນັ້ນ?
ເພື່ອຈະເຂົ້າໃຈສ່ວນທີ່ເຫຼືອຂອງຄຳພີໄບເບິນຈຳເປັນແທ້ໆທີ່ເຮົາຕ້ອງເຂົ້າໃຈເລື່ອງທີ່ເກີດຂຶ້ນໃນສວນເອເດັນ. ຕົວຢ່າງເຊັ່ນ: ພະເຢໂຫວາໃຫ້ມີຄຳພີໄບເບິນເພື່ອຊ່ວຍເຮົາໃຫ້ຮູ້ຄຳຕອບສຳລັບຄຳຖາມທີ່ເລິກເຊິ່ງແລະສຳຄັນທີ່ສຸດທີ່ມະນຸດເຄີຍສົງໄສ. ຄຳຕອບຂອງຄຳພີໄບເບິນສຳລັບຄຳຖາມເຫຼົ່ານີ້ສ່ວນຫຼາຍແລ້ວກ່ຽວຂ້ອງກັບເຫດການທີ່ເກີດຂຶ້ນໃນສວນເອເດັນ. ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
● ເປັນຫຍັງຄົນເຮົາຈຶ່ງເຖົ້າລົງແລະຕາຍ? ອາດາມກັບເອວາມີຊີວິດຕະຫຼອດໄປໄດ້ຖ້າເຂົາເຈົ້າຍອມຢູ່ໃຕ້ການປົກຄອງຂອງພະເຢໂຫວາຕໍ່ໆໄປ. ເຂົາເຈົ້າຈະຕາຍກໍຕໍ່ເມື່ອບໍ່ເຊື່ອຟັງເພິ່ນເທົ່ານັ້ນ. ໃນມື້ທີ່ເຂົາເຈົ້າບໍ່ເຊື່ອຟັງພະເຢໂຫວາ ເຂົາເຈົ້າກໍເລີ່ມຕາຍ. (ປະຖົມມະການ 2:16, 17; 3:19) ເຂົາເຈົ້າສູນເສຍຄວາມສົມບູນແບບແລະຖ່າຍທອດໄດ້ແຕ່ບາບແລະຄວາມບໍ່ສົມບູນແບບໄປສູ່ລູກຫຼານຂອງໂຕເອງ. ຍ້ອນແນວນີ້ ຄຳພີໄບເບິນຈຶ່ງອະທິບາຍວ່າ: “ບາບໄດ້ເຂົ້າມາໃນໂລກຍ້ອນຄົນຜູ້ດຽວ ແລະຄວາມຕາຍກໍເກີດຂຶ້ນຍ້ອນບາບນັ້ນ ແລ້ວຄວາມຕາຍຈຶ່ງລາມໄປຮອດທຸກຄົນຍ້ອນທຸກຄົນເປັນຄົນບາບ.”—ໂຣມ 5:12
● ເປັນຫຍັງພະເຈົ້າຍອມໃຫ້ມີຄວາມຊົ່ວ? ໃນສວນເອເດັນ ຊາຕານບອກວ່າພະເຈົ້າຕົວະແລະກີດກັນສິ່ງດີໆໄວ້ຈາກຜູ້ທີ່ເພິ່ນສ້າງ. (ປະຖົມມະການ 3:3-5) ຄຳເວົ້າຂອງມັນເຮັດໃຫ້ເກີດຂໍ້ສົງໄສທີ່ວ່າພະເຢໂຫວາປົກຄອງແບບຍຸຕິທຳຫຼືບໍ່. ອາດາມກັບເອວາເລືອກທີ່ຈະຢູ່ຝ່າຍຊາຕານ ແລະເຂົາເຈົ້າກໍໄດ້ປະຕິເສດສິດອຳນາດສູງສຸດໃນການປົກຄອງຂອງພະເຢໂຫວາຄືກັນ. ການກະທຳຂອງເຂົາເຈົ້າສ່ຳກັບເປັນການບອກວ່າມະນຸດສາມາດຕັດສິນໃຈດ້ວຍໂຕເອງວ່າອັນໃດດີອັນໃດຊົ່ວ. ຍ້ອນພະເຢໂຫວາມີສະຕິປັນຍາແລະມີຄວາມຍຸຕິທຳແທ້ໆ ເພິ່ນຈຶ່ງຮູ້ວ່າວິທີດຽວທີ່ຈະຕອບຂໍ້ສົງໄສທີ່ຊາຕານຕັ້ງຂຶ້ນແມ່ນ ປ່ອຍໃຫ້ເວລາຜ່ານໄປເພື່ອໃຫ້ມະນຸດມີໂອກາດໄດ້ປົກຄອງໂຕເອງຕາມທີ່ຕ້ອງການ. ຄວາມຊົ່ວທີ່ເກີດຈາກການປົກຄອງຂອງມະນຸດສ່ວນໜຶ່ງເປັນຍ້ອນຊາຕານຍັງມີອິດທິພົນຢູ່ ແລະເລື່ອງນີ້ເຮັດໃຫ້ຄວາມຈິງທີ່ສຳຄັນຂໍ້ໜຶ່ງປາກົດແຈ້ງຂຶ້ນເລື້ອຍໆ ນັ້ນຄື ມະນຸດບໍ່ສາມາດປົກຄອງໂຕເອງໄດ້ໂດຍບໍ່ມີພະເຢໂຫວາ.—ເຢເຣມີຢາ 10:23
● ພະເຢໂຫວາມີຈຸດປະສົງແນວໃດສຳລັບໂລກນີ້? ພະເຢໂຫວາສ້າງສວນເອເດັນໃຫ້ເປັນຕົ້ນແບບຂອງຄວາມງາມສຳລັບແຜ່ນດິນໂລກ.ເພື່ອຈະໃຫ້ທົ່ວໂລກງາມແລະເປັນເອກະພາບແບບດຽວກັບສວນເອເດັນ ເພິ່ນຈຶ່ງບອກອາດາມກັບເອວາໃຫ້ມີລູກມີຫຼານຫຼາຍໆຈົນເຕັມໂລກນີ້ແລະໃຫ້ “ເບິ່ງແຍງໂລກ.” (ປະຖົມມະການ 1:28) ສະນັ້ນ ຄວາມຕ້ອງການຂອງພະເຢໂຫວາກໍຄືໃຫ້ໂລກນີ້ເປັນສວນທີ່ງາມໆ ແລະໃຫ້ລູກຫຼານຂອງອາດາມກັບເອວາທີ່ເປັນມະນຸດສົມບູນແບບຢູ່ນຳກັນເປັນຄອບຄົວໃນສວນທີ່ງາມໆນັ້ນແບບເປັນນ້ຳໜຶ່ງໃຈດຽວກັນ. ເລື່ອງສ່ວນຫຼາຍໃນຄຳພີໄບເບິນກ່ຽວຂ້ອງກັບວິທີທີ່ພະເຢໂຫວາຈະເຮັດໃຫ້ຄວາມຕ້ອງຕັ້ງແຕ່ທຳອິດຂອງເພິ່ນສຳເລັດເປັນຈິງ.
● ເປັນຫຍັງພະເຢຊູຈຶ່ງມາໂລກນີ້? ການບໍ່ເຊື່ອຟັງໃນສວນເອເດັນເຮັດໃຫ້ອາດາມກັບເອວາລວມທັງລູກຫຼານທຸກຄົນຂອງເຂົາເຈົ້າມີໂທດເຖິງຕາຍ. ແຕ່ຍ້ອນຄວາມຮັກ ພະເຢໂຫວາໄດ້ໃຫ້ຄວາມຫວັງກັບມະນຸດ. ເພິ່ນໄດ້ສົ່ງລູກຊາຍຂອງເພິ່ນໃຫ້ມາໂລກນີ້ເພື່ອເປັນຄ່າໄຖ່. (ມັດທາຍ 20:28) ນີ້ໝາຍຄວາມວ່າແນວໃດ? ພະເຢຊູເປັນ “ອາດາມຜູ້ທີ່ມານຳຫຼັງ” ແລະເພິ່ນສາມາດເຮັດສິ່ງທີ່ອາດາມເຮັດບໍ່ໄດ້. ພະເຢຊູສາມາດຮັກສາຊີວິດມະນຸດສົມບູນແບບຂອງເພິ່ນໄວ້ໄດ້ໂດຍເຊື່ອຟັງພະເຢໂຫວາສະເໝີ. ຈາກນັ້ນ ເພິ່ນເຕັມໃຈສະລະຊີວິດໂຕເອງເປັນເຄື່ອງບູຊາຫຼືຄ່າໄຖ່ເພື່ອເປີດທາງໃຫ້ມະນຸດທຸກຄົນທີ່ສັດຊື່ຕໍ່ພະເຢໂຫວາໄດ້ຮັບການຍົກໂທດບາບແລະໃນທີ່ສຸດຈະມີຊີວິດແບບດຽວກັບທີ່ອາດາມແລະເອວາເຄີຍມີໃນສວນເອເດັນກ່ອນທີ່ເຂົາເຈົ້າເຮັດຜິດ. (1 ໂກຣິນໂທ 15:22, 45; ໂຢຮັນ 3:16) ໂດຍການສະລະຊີວິດເປັນຄ່າໄຖ່ ພະເຢຊູຮັບປະກັນວ່າຄວາມຕ້ອງການຂອງພະເຢໂຫວາທີ່ຈະເຮັດໃຫ້ໂລກນີ້ກາຍເປັນສວນທີ່ງາມໆຄືກັບສວນເອເດັນຈະສຳເລັດເປັນຈິງແນ່ນອນ.b
ຈຸດປະສົງຂອງພະເຢໂຫວາບໍ່ແມ່ນເລື່ອງທີ່ຄຸມເຄືອຫຼືເປັນແນວຄວາມຄິດທາງສາສະໜາທີ່ເປັນນາມມະທຳຊື່ໆ. ຈຸດປະສົງນີ້ເປັນເລື່ອງຈິງ. ຄືກັບທີ່ສວນເອເດັນເປັນສະຖານທີ່ແທ້ໃນໂລກເຊິ່ງມີສັດແທ້ແລະມະນຸດແທ້ ຈຸດປະສົງຂອງພະເຢໂຫວາກ່ຽວກັບອະນາຄົດກໍເປັນເລື່ອງແທ້ທີ່ຈະເກີດຂຶ້ນຢ່າງແນ່ນອນໃນໄວໆນີ້. ເຈົ້າຈະມີອະນາຄົດແບບນັ້ນໄດ້ແທ້ໆບໍ? ເລື່ອງນີ້ຂຶ້ນຢູ່ກັບໂຕເຈົ້ານຳ. ພະເຢໂຫວາຢາກໃຫ້ມະນຸດຫຼາຍຄົນເທົ່າທີ່ຈະຫຼາຍໄດ້ມີອະນາຄົດແບບນັ້ນ ແມ່ນແຕ່ຄົນທີ່ເຄີຍເຮັດຜິດພາດຫຼືເຮັດສິ່ງທີ່ບໍ່ດີ ມາກ່ອນ.—1 ຕີໂມທຽວ 2:3, 4
ເມື່ອພະເຢຊູໃກ້ຊິຕາຍ ເພິ່ນໄດ້ເວົ້າກັບຜູ້ຊາຍຄົນໜຶ່ງທີ່ເຄີຍເຮັດຜິດພາດໃນຊີວິດ. ຜູ້ຊາຍຄົນນັ້ນເປັນອາດຊະຍາກອນ ແລະລາວຮູ້ໂຕວ່າສົມຄວນຈະຖືກປະຫານ. ແຕ່ລາວປິ່ນໄປຫາພະເຢຊູເພື່ອຂໍການປອບໂຍນແລະຄວາມຫວັງ. ພະເຢຊູຕອບແນວໃດ? “ເຈົ້າຈະໄດ້ຢູ່ກັບຂ້ອຍໃນອຸທິຍານແນ່ນອນ.” (ລູກາ 23:43) ຖ້າພະເຢຊູຢາກໃຫ້ອະດີດອາດຊະຍາກອນຄົນນີ້ຢູ່ໃນອຸທິຍານທີ່ເປັນສວນທີ່ງາມໆ ເຊິ່ງໝາຍຄວາມວ່າລາວຈະຖືກປຸກໃຫ້ມີຊີວິດອີກແລະມີໂອກາດທີ່ຈະຢູ່ຕະຫຼອດໄປໃນສວນທີ່ງາມໆທີ່ມີສະພາບຄືກັບສວນເອເດັນ ເພິ່ນກໍແຮ່ງຢາກໃຫ້ເຈົ້າມີໂອກາດແບບນັ້ນຄືກັນບໍ່ແມ່ນບໍ? ແມ່ນແລ້ວ. ທັງພະເຢຊູແລະພະເຢໂຫວາພໍ່ຂອງເພິ່ນຢາກໃຫ້ເປັນແບບນັ້ນ! ຖ້າເຈົ້າຢາກມີຊີວິດຕະຫຼອດໄປໃນສວນທີ່ງາມໆ ຂໍໃຫ້ເຈົ້າພະຍາຍາມເຕັມທີເພື່ອຈະຮຽນຮູ້ກ່ຽວກັບພະເຈົ້າຜູ້ສ້າງສວນເອເດັນ.
[ຂໍ້ຄວາມໄຂເງື່ອນ]
a ຂໍໃຫ້ເບິ່ງຕົວຢ່າງທີ່ຢູ່ໃນປະຖົມມະການ 13:10; ພະບັນຍັດ 32:8; 2 ຊາມູເອນ 7:14; 1 ຂ່າວຄາວ 1:1; ເອຊາຢາ 51:3; ເອເຊກຽນ 28:13; 31:8, 9; ລູກາ 3:38; ໂຣມ 5:12-14; 1 ໂກຣິນໂທ 15:22, 45; 2 ໂກຣິນໂທ 11:3; 1 ຕີໂມທຽວ 2:13, 14; ຢູດາ 14 ແລະພະນິມິດ 12:9.
b ເພື່ອຮຽນຮູ້ຫຼາຍຂຶ້ນກ່ຽວກັບຄ່າໄຖ່ຂອງພະເຢຊູ ຂໍໃຫ້ເບິ່ງບົດທີ 5 ໃນປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ທີ່ຈັດພິມໂດຍພະຍານພະເຢໂຫວາ
[ຂອບ]
ຄຳພະຍາກອນ
ທີ່ເຊື່ອມເລື່ອງໃນຄຳພີໄບເບິນເຂົ້າກັນ
“ເຮົາຈະໃຫ້ເຈົ້າ [ງູ] ກັບຜູ້ຍິງເປັນສັດຕູກັນ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ້ຍິງຈະເປັນສັດຕູກັນ. ເຊື້ອສາຍຂອງຜູ້ຍິງຈະຢຽບຫົວຂອງເຈົ້າຈົນມຸ່ນ ແລະເຈົ້າຈະເຮັດໃຫ້ສົ້ນຕີນຂອງເຊື້ອສາຍຂອງຜູ້ຍິງບວມຊ້ຳ.”—ປະຖົມມະການ 3:15
ນີ້ແມ່ນຄຳພະຍາກອນຂໍ້ທຳອິດໃນຄຳພີໄບເບິນທີ່ພະເຢໂຫວາພະເຈົ້າເວົ້າໄວ້ໃນສວນເອເດັນ. ໃຜແມ່ນຜູ້ຍິງ ເຊື້ອສາຍຂອງຜູ້ຍິງ ງູ ແລະເຊື້ອສາຍຂອງງູທີ່ຄຳພະຍາກອນຂໍ້ນີ້ເວົ້າເຖິງ? ທັງສອງຝ່າຍເປັນ “ສັດຕູ” ກັນແນວໃດ?
ງູ
ຊາຕານພະຍາມານ.—ພະນິມິດ 12:9
ຜູ້ຍິງ
ອົງການຂອງພະເຢໂຫວາທີ່ມີທູດສະຫວັນ. (ຄາລາເຕຍ 4:26, 27) ເອຊາຢາເວົ້າເຖິງ “ຜູ້ຍິງ” ແລະບອກລ່ວງໜ້າວ່າລາວຈະໃຫ້ກຳເນີດຊົນຊາດຂອງພະເຈົ້າໃນອະນາຄົດ.—ເອຊາຢາ 54:1; 66:8
ເຊື້ອສາຍຂອງງູ
ຜູ້ທີ່ເລືອກເຮັດຕາມຄວາມຕ້ອງການຂອງຊາຕານ.—ໂຢຮັນ 8:44
ເຊື້ອສາຍຂອງຜູ້ຍິງ
ໃນອັນດັບທຳອິດໝາຍເຖິງພະເຢຊູຜູ້ທີ່ມາຈາກອົງການຂອງພະເຢໂຫວາທີ່ຢູ່ໃນສະຫວັນ. ນອກຈາກນັ້ນ “ເຊື້ອສາຍ” ນີ້ຍັງລວມເຖິງພວກພີ່ນ້ອງຜູ້ຖືກເລືອກຂອງພະເຢຊູເຊິ່ງປົກຄອງນຳກັນກັບເພິ່ນໃນສະຫວັນ. ຄົນເຫຼົ່ານີ້ທີ່ຖືກເລືອກດ້ວຍພະລັງບໍລິສຸດຂອງພະເຈົ້າປະກອບກັນເປັນຊາດທີ່ຖືກເອີ້ນວ່າ “ອິດສະຣາເອນຂອງພະເຈົ້າ.”—ຄາລາເຕຍ 3:16, 29; 6:16; ປະຖົມມະການ 22:18
ສົ້ນຕີນບວມຊ້ຳ
ເມຊີອາໄດ້ຮັບຄວາມເຈັບປວດທໍລະມານຫຼາຍ ແຕ່ຜົນກະທົບທີ່ເກີດຂຶ້ນບໍ່ໄດ້ຢູ່ຕະຫຼອດໄປ. ຊາຕານເຮັດໃຫ້ພະເຢຊູຕາຍໃນໂລກໄດ້ສຳເລັດ. ແຕ່ເພິ່ນຖືກປຸກໃຫ້ຟື້ນຄືນມາມີຊີວິດອີກ.
ຫົວມຸ່ນ
ຊາຕານຖືກຢຽບຈົນຕາຍ. ພະເຢຊູຈະເຮັດໃຫ້ຊາຕານສູນຫາຍໄປຕະຫຼອດການ. ແຕ່ກ່ອນຈະຮອດຕອນນັ້ນ ພະເຢຊູຈະລົບລ້າງຄວາມຊົ່ວທີ່ຊາຕານເລີ່ມກໍ່ຂຶ້ນໃນສວນເອເດັນ.—1 ໂຢຮັນ 3:8; ພະນິມິດ 20:10
ເພື່ອຈະເຫັນພາບລວມໆກ່ຽວກັບເລື່ອງຫຼັກໃນຄຳພີໄບເບິນ ຂໍໃຫ້ເບິ່ງປຶ້ມຄຳພີໄບເບິນ—ບອກເລື່ອງຫຍັງ? ທີ່ຈັດພິມໂດຍພະຍານພະເຢໂຫວາ.
[ຮູບພາບ]
ອາດາມກັບເອວາໄດ້ຮັບຜົນເສຍຫາຍຮ້າຍແຮງຍ້ອນເຂົາເຈົ້າເຮັດຜິດ