ສວນເອເດັນ ເຄີຍມີຢູ່ແທ້ບໍ?
ເຈົ້າເຄີຍໄດ້ຍິນເລື່ອງອາດາມກັບເອວາແລະສວນເອເດັນບໍ? ຄົນທົ່ວໂລກຮູ້ຈັກເລື່ອງນີ້. ດີບໍທີ່ເຈົ້າຈະອ່ານເລື່ອງນີ້ດ້ວຍໂຕເອງ? ເລື່ອງນີ້ຢູ່ໃນປະຖົມມະການ 1:26–3:24. ໃຈຄວາມສຳຄັນຂອງເລື່ອງເປັນແບບນີ້:
ພະເຢໂຫວາaພະເຈົ້າສ້າງຜູ້ຊາຍຄົນໜຶ່ງຈາກດິນ. ເພິ່ນຕັ້ງຊື່ລາວວ່າອາດາມແລະໃຫ້ລາວຢູ່ໃນສວນແຫ່ງໜຶ່ງໃນເຂດທີ່ຊື່ວ່າເອເດັນ. ພະເຢໂຫວາສ້າງສວນນັ້ນດ້ວຍໂຕເອງ. ສວນນີ້ມີແມ່ນ້ຳໄຫຼຜ່ານແລະມີຕົ້ນໄມ້ທີ່ເກີດດອກອອກໝາກຫຼາຍແທ້ຫຼາຍວ່າ. ຢູ່ກາງສວນມີ “ຕົ້ນໄມ້ທີ່ໃຫ້ຮູ້ຄວາມດີຄວາມຊົ່ວ.” ພະເຢໂຫວາຫ້າມມະນຸດບໍ່ໃຫ້ກິນໝາກຂອງຕົ້ນໄມ້ນີ້ແລະບອກວ່າ ຖ້າບໍ່ເຊື່ອຟັງເຂົາເຈົ້າຈະຕາຍ. ຕໍ່ມາ ພະເຢໂຫວາໄດ້ສ້າງຜູ້ຍິງຄົນໜຶ່ງຊື່ເອວາຈາກກະດູກຂ້າງຂອງອາດາມເພື່ອໃຫ້ເປັນຄູ່ລາວ. ພະເຢໂຫວາໃຫ້ເຂົາເຈົ້າເຮັດວຽກເບິ່ງແຍງສວນແລະບອກເຂົາເຈົ້າໃຫ້ມີລູກມີຫຼານຫຼາຍໆຈົນເຕັມໂລກ.
ຕອນທີ່ເອວາຢູ່ຄົນດຽວ ງູໄດ້ເຂົ້າມາເວົ້າກັບລາວແລະລໍ້ລວງໃຫ້ກິນໝາກໄມ້ທີ່ພະເຢໂຫວາຫ້າມ. ມັນເວົ້າວ່າພະເຢໂຫວາຕົວະແລະກີດກັນລາວໄວ້ຈາກສິ່ງດີໆທີ່ຈະເຮັດໃຫ້ລາວເປັນຄືກັບພະເຈົ້າ. ເອວາຫຼົງເຊື່ອແລະກິນໝາກໄມ້ທີ່ພະເຢໂຫວາຫ້າມ. ຕໍ່ມາ ອາດາມກໍບໍ່ເຊື່ອຟັງຄຳສັ່ງຂອງພະເຢໂຫວາໂດຍກິນໝາກໄມ້ນັ້ນຄືກັນ. ພະເຢໂຫວາຈຶ່ງປະກາດຄຳຕັດສິນຕໍ່ອາດາມ ເອວາ ແລະງູ. ຫຼັງຈາກພະເຢໂຫວາໄລ່ທັງສອງຄົນອອກຈາກສວນເອເດັນທີ່ງາມໆແລ້ວ ທູດສະຫວັນກໍມາເຝົ້າທາງເຂົ້າສວນໄວ້.
ນັກວິຊາການ ຄົນທີ່ມີການສຶກສາ ແລະນັກປະຫວັດສາດສ່ວນຫຼາຍໃນອະດີດເຄີຍເຫັນດີນຳກັນວ່າເລື່ອງທີ່ຂຽນໃນຄຳພີໄບເບິນໃນປຶ້ມປະຖົມມະການເປັນຄວາມຈິງແລະຖືກຕ້ອງຕາມປະຫວັດສາດ. ແຕ່ປັດຈຸບັນມີການຕັ້ງຂໍ້ສົງໄສຫຼາຍຂຶ້ນເລື້ອຍໆກ່ຽວກັບເລື່ອງເຫຼົ່ານັ້ນ. ເຂົາເຈົ້າສົງໄສຫຍັງກ່ຽວກັບອາດາມ ເອວາ ແລະສວນເອເດັນທີ່ຂຽນໃນປຶ້ມປະຖົມມະການ? ໃຫ້ເຮົາມາເບິ່ງ 4 ຈຸດທີ່ມີການຕັ້ງຂໍ້ສົງໄສ.
1. ສວນເອເດັນເປັນສະຖານທີ່ແທ້ໆບໍ?
ເປັນຫຍັງຈຶ່ງມີການຕັ້ງຂໍ້ສົງໄສແບບນັ້ນ? ສາເຫດຢ່າງໜຶ່ງແມ່ນຄຳສອນຂອງນັກປັດຊະຍາ. ເປັນເວລາຫຼາຍສະຕະວັດ ພວກນັກເທວະວິທະຍາພາກັນຄິດວ່າສວນຂອງພະເຈົ້າຍັງມີຢູ່ບ່ອນໃດບ່ອນໜຶ່ງ. ແນວໃດກໍຕາມ ຄລິດຕະຈັກໄດ້ຮັບຜົນກະທົບຈາກແນວຄິດຂອງນັກປັດຊະຍາຄົນກຣີກ ເຊັ່ນ: ເພລໂຕແລະອາຣິສະໂຕເຕິນທີ່ເຊື່ອວ່າບໍ່ມີສິ່ງໃດໃນໂລກທີ່ສົມບູນຈົນບໍ່ມີບ່ອນຕິ. ຄວາມສົມບູນມີແຕ່ຢູ່ໃນສະຫວັນເທົ່ານັ້ນ. ສະນັ້ນ ນັກເທວະວິທະຍາຈຶ່ງຄິດວ່າສວນອຸທິຍານດັ້ງເດີມຈະຕ້ອງຢູ່ໃກ້ສະຫວັນຫຼາຍກວ່ານີ້.b ບາງຄົນບອກວ່າສວນນີ້ຢູ່ເທິງຈອມພູທີ່ສູງໆພຽງຟ້າເຊິ່ງເປັນບ່ອນທີ່ຄວາມເສື່ອມຊາມຂອງໂລກບໍ່ສາມາດເຂົ້າໄປໃກ້ໄດ້. ບາງຄົນກໍເຊື່ອວ່າສວນນີ້ຢູ່ຂົ້ວໂລກເໜືອຫຼືຂົ້ວໂລກໃຕ້. ສ່ວນບາງຄົນກໍບອກວ່າສວນນີ້ຢູ່ເທິງດວງເດືອນຫຼືບໍ່ຊັ້ນກໍຢູ່ໃກ້ດວງເດືອນ. ບໍ່ແປກເລີຍທີ່ຄວາມຄິດເລື່ອງສວນເອເດັນຈະກາຍເປັນເລື່ອງໃນຈິນຕະນາການຫຼາຍກວ່າເລື່ອງຈິງ. ນັກວິຊາການສະໄໝປັດຈຸບັນບາງຄົນຄິດວ່າທີ່ຕັ້ງຂອງສວນເອເດັນຕາມທີ່ຂຽນໄວ້ໃນຄຳພີໄບເບິນເປັນເລື່ອງຂີ້ຕົວະຫຼອກລວງແລະຢືນຢັນວ່າບໍ່ເຄີຍມີສະຖານທີ່ແບບນັ້ນໃນໂລກ.
ແນວໃດກໍຕາມ ຄຳພີໄບເບິນບໍ່ໄດ້ໃຫ້ພາບສວນເອເດັນແບບທີ່ຄົນເຫຼົ່ານັ້ນພາກັນຄິດ. ປະຖົມມະການ 2:8-14 ບອກໃຫ້ເຮົາຮູ້ວ່າສວນນີ້ມີລັກສະນະສະເພາະຫຼາຍຢ່າງ. ສວນນີ້ຕັ້ງຢູ່ທາງທິດຕາເວັນອອກຂອງເຂດທີ່ຊື່ເອເດັນ. ແມ່ນ້ຳທີ່ໄຫຼຜ່ານສວນເອເດັນແຍກອອກເປັນ 4 ສາຍ. ແຕ່ລະສາຍມີຊື່ແລະມີການບອກເສັ້ນທາງແມ່ນ້ຳທີ່ແມ່ນ້ຳເຫຼົ່ານີ້ໄຫຼຜ່ານ. ລາຍລະອຽດເຫຼົ່ານີ້ກະຕຸ້ນຄວາມສົນໃຈຂອງນັກວິຊາການ ແລະເຂົາເຈົ້າຫຼາຍຄົນພະຍາຍາມຈະຕີຄວາມໝາຍເລື່ອງທີ່ຂຽນໃນປຶ້ມປະຖົມມະການເພື່ອຊອກເບິ່ງວ່າສວນເອເດັນໃນຍຸກບູຮານຕັ້ງຢູ່ໃສໃນແຜນທີ່ສະໄໝປັດຈຸບັດ. ແຕ່ເຂົາເຈົ້າກໍມີຄວາມຂັດແຍ່ງກັນ. ນີ້ໝາຍຄວາມວ່າລາຍລະອຽດທີ່ບອກໄວ້ໃນປຶ້ມປະຖົມມະການກ່ຽວກັບລັກສະນະທາງພູມສາດຂອງສວນເອເດັນແລະແມ່ນ້ຳເຫຼົ່ານັ້ນເປັນພຽງເລື່ອງຂີ້ຕົວະຫຼືນິທານບໍ?
ໃຫ້ຄິດເບິ່ງວ່າເຫດການໃນສວນເອເດັນເກີດຂຶ້ນປະມານ 6.000 ປີແລ້ວ. ເບິ່ງຄືວ່າໂມເຊເປັນຜູ້ຂຽນເລື່ອງນີ້ເຊິ່ງລາວອາດຮູ້ມາຈາກຄຳບອກເລົ່າຫຼືບົດຂຽນທີ່ມີຢູ່ກ່ອນສະໄໝຂອງລາວ. ແຕ່ໂມເຊເລີ່ມຂຽນເລື່ອງເຫຼົ່ານີ້ຫຼັງຈາກເຫດການນັ້ນປະມານ 2.500 ປີ. ຕອນນັ້ນເລື່ອງສວນເອເດັນເປັນປະຫວັດສາດທີ່ເກີດຂຶ້ນມາດົນແລ້ວ. ເປັນໄປໄດ້ບໍວ່າສະຖານທີ່ເຊິ່ງເປັນຈຸດສັງເກດ ເຊັ່ນ: ແມ່ນ້ຳໄດ້ປ່ຽນແປງໄປແລ້ວຫຼັງຈາກເວລາຜ່ານໄປຫຼາຍສະຕະວັດ? ຍ້ອນເປືອກໂລກມີການເຄື່ອນທີ່ຢູ່ສະເໝີ ແລະບໍລິເວນທີ່ພາກັນຄິດວ່າໜ້າຈະເປັນທີ່ຕັ້ງຂອງສວນເອເດັນກໍຢູ່ໃນເຂດທີ່ອາດຈະເກີດແຜ່ນດິນໄຫວ ເຊິ່ງປະມານ 17 ເປີເຊັນຂອງແຜ່ນດິນໄຫວທີ່ຮຸນແຮງທີ່ສຸດໃນໂລກເຄີຍເກີດຂຶ້ນຢູ່ແຖວນັ້ນ. ສະນັ້ນ ເປັນເລື່ອງທຳມະດາທີ່ສະພາບຜິວໂລກບໍລິເວນນີ້ຈະປ່ຽນແປງ. ນອກຈາກນັ້ນ ນ້ຳຖ້ວມໃຫຍ່ໃນສະໄໝໂນອາອາດເຮັດໃຫ້ລັກສະນະພູມສັນຖານຂອງດິນແດນແຖວນັ້ນປ່ຽນໄປເຊິ່ງພວກເຮົາໃນທຸກມື້ນີ້ອາດບໍ່ຮູ້ຈັກ.c
ແຕ່ມີຄວາມຈິງບາງຢ່າງທີ່ເຮົາຮູ້. ເລື່ອງໃນປະຖົມມະການເວົ້າເຖິງສວນເອເດັນວ່າເປັນສະຖານທີ່ຈິງ. ແມ່ນ້ຳ 2 ໃນ 4 ສາຍທີ່ເວົ້າເຖິງກໍຄືແມ່ນ້ຳເອິຟາຣາດແລະແມ່ນ້ຳຕິກຣິດ (ຮິເດະເຄັດ) ຍັງມີຢູ່ຈົນຮອດທຸກມື້ນີ້ ແລະຕົ້ນນ້ຳຂອງແມ່ນ້ຳ 2 ສາຍນີ້ກໍຢູ່ໃກ້ກັນຫຼາຍ. ເລື່ອງໃນປະຖົມມະການເຖິງຂັ້ນບອກຊື່ດິນແດນທີ່ແມ່ນ້ຳເຫຼົ່ານີ້ໄຫຼຜ່ານແລະເວົ້າເຖິງຊັບພະຍາກອນທຳມະຊາດທີ່ມີຢູ່ບໍລິເວນນັ້ນ. ສຳລັບຄົນອິດສະຣາເອນບູຮານທີ່ເປັນຄົນກຸ່ມທຳອິດທີ່ອ່ານເລື່ອງນີ້ ລາຍລະອຽດດັ່ງກ່າວໃຫ້ຂໍ້ມູນທີ່ເປັນປະໂຫຍດຫຼາຍແທ້ໆ.
ຕຳນານຫຼືເທບນິຍາຍຈະໃຫ້ລາຍລະອຽດແບບນີ້ບໍ? ຫຼືວ່າຕຳນານເຫຼົ່ານັ້ນມັກຈະບໍ່ໃຫ້ລາຍລະອຽດທີ່ສະເພາະເຈາະຈົງເຊິ່ງເຮັດໃຫ້ຜູ້ອ່ານຮູ້ທັນທີວ່າເປັນເລື່ອງແທ້ຫຼືເລື່ອງຂີ້ຕົວະ? ເທບນິຍາຍມັກຈະຂຶ້ນຕົ້ນວ່າ: “ຄັ້ງໜຶ່ງດົນນານມາແລ້ວໃນດິນແດນທີ່ຢູ່ໄກໆ.” ແຕ່ບັນທຶກທາງປະຫວັດສາດມັກຈະໃຫ້ລາຍລະອຽດຕ່າງໆທີ່ກ່ຽວຂ້ອງຄືກັບທີ່ເຫັນໃນບັນທຶກເລື່ອງສວນເອເດັນ.
2. ເລື່ອງທີ່ພະເຢໂຫວາສ້າງອາດາມຈາກດິນແລະສ້າງເອວາຈາກກະດູກຂ້າງຂອງລາວເຊື່ອໄດ້ແທ້ໆບໍ?
ນັກວິທະຍາສາດສະໄໝປັດຈຸບັນຢືນຢັນວ່າຮ່າງກາຍມະນຸດປະກອບດ້ວຍທາດຫຼາຍຊະນິດ ເຊັ່ນ: ໄຮໂດຣເຈນ ອົກຊີແຊນ ແລະກາກບອນເຊິ່ງທັງໝົດພົບໄດ້ໃນດິນ. ແຕ່ທາດເຫຼົ່ານີ້ມາລວມໂຕກັນແລ້ວເກີດເປັນສິ່ງມີຊີວິດໄດ້ແນວໃດ?
ນັກວິທະຍາສາດຫຼາຍຄົນໄດ້ຕັ້ງທິດສະດີທີ່ວ່າຊີວິດເກີດຂຶ້ນມາເອງໂດຍເລີ່ມຈາກສິ່ງມີຊີວິດຮູບແບບງ່າຍໆແລ້ວຄ່ອຍໆພັດທະນາຂຶ້ນໃນໄລຍະຫຼາຍລ້ານປີຈົນກາຍເປັນສິ່ງມີຊີວິດທີ່ສະຫຼັບຊັບຊ້ອນຂຶ້ນເລື້ອຍໆ. ແນວໃດກໍຕາມ ຄຳວ່າ: “ງ່າຍໆ” ອາດເຮັດໃຫ້ເຂົ້າໃຈຜິດໄດ້ ຍ້ອນສິ່ງມີຊີວິດທຸກຊະນິດແມ່ນແຕ່ສິ່ງມີຊີວິດຈຸລັງດຽວທີ່ນ້ອຍຫຼາຍຈົນເບິ່ງບໍ່ເຫັນດ້ວຍຕາເປົ່າກໍຍັງມີຄວາມສະຫຼັບຊັບຊ້ອນຈົນເກືອບບໍ່ໜ້າເຊື່ອ. ບໍ່ມີຫຼັກຖານສະແດງວ່າເຄີຍມີສິ່ງມີຊີວິດຊະນິດໃດເກີດຂຶ້ນເອງຫຼືມີທາງເປັນໄປໄດ້ວ່າຈະເປັນແບບນັ້ນ. ກົງກັນຂ້າມ ສິ່ງມີຊີວິດທຸກຊະນິດໃຫ້ຫຼັກຖານຊັດເຈນວ່າຈະຕ້ອງມີຜູ້ໜຶ່ງທີ່ມີສະຕິປັນຍາຫຼາຍກວ່າມະນຸດເປັນຜູ້ອອກແບບ.d—ໂຣມ 1:20
ຂໍໃຫ້ນຶກພາບວ່າເຈົ້າກຳລັງຟັງວົງດົນຕີປະສານສຽງຫຼິ້ນເຄື່ອງດົນຕີຊະນິດຕ່າງໆ ຫຼືໃຫ້ນຶກພາບວ່າເຈົ້າກຳລັງເບິ່ງຮູບແຕ້ມທີ່ງາມຫຼາຍ ຫຼືເບິ່ງຄວາມສຳເລັດທາງດ້ານເຕັກໂນໂລຊີທີ່ເປັນຕາໜ້າງຶດ ເຈົ້າຈະເວົ້າບໍວ່າສິ່ງເຫຼົ່ານີ້ເກີດຂຶ້ນເອງໂດຍບໍ່ມີຜູ້ສ້າງ? ແນ່ນອນວ່າເຈົ້າຈະບໍ່ເວົ້າແບບນັ້ນເດັດຂາດ! ແຕ່ຜົນງານທີ່ສຸດຍອດແບບນັ້ນສົມທຽບບໍ່ໄດ້ເລີຍກັບຮ່າງກາຍມະນຸດທີ່ຖືກອອກແບບຢ່າງງົດງາມແລະສະຫຼັບຊັບຊ້ອນຢ່າງໜ້າງຶດງໍ້. ເຮົາຄືຊິບໍ່ຄິດວ່າສິ່ງເຫຼົ່ານີ້ເກີດຂຶ້ນໂດຍບໍ່ມີຜູ້ສ້າງແມ່ນບໍ? ນອກຈາກນັ້ນ ເລື່ອງໃນປຶ້ມປະຖົມມະການຍັງບອກນຳວ່າໃນສິ່ງມີຊີວິດໃນໂລກ ມີແຕ່ມະນຸດເທົ່ານັ້ນທີ່ຖືກສ້າງໃຫ້ຄ້າຍຄືກັບພະເຈົ້າ. (ປະຖົມມະການ 1:26) ຍ້ອນແນວນີ້ຈຶ່ງມີແຕ່ມະນຸດເທົ່ານັ້ນທີ່ຢາກສ້າງສັນສິ່ງຕ່າງໆແບບດຽວກັບພະເຈົ້າ ແລະຫຼາຍເທື່ອເຂົາເຈົ້າກໍສ້າງຜົນງານທີ່ເປັນຕາງຶດໃນດ້ານດົນຕີ ສິນລະປະ ແລະເຕັກໂນໂລຊີ. ຄັນຊັ້ນ ຖ້າພະເຈົ້າຈະສ້າງສັນຜົນງານໄດ້ດີກວ່າມະນຸດກະຄືຊິບໍ່ແມ່ນເລື່ອງແປກແມ່ນບໍ?
ຖ້າພະເຢໂຫວາສ້າງຜູ້ຍິງໂດຍໃຊ້ກະດູກຂ້າງຂອງຜູ້ຊາຍຈະເປັນເລື່ອງຍາກສຳລັບເພິ່ນບໍ?e ພະເຢໂຫວາອາດສ້າງຜູ້ຍິງໂດຍວິທີອື່ນກໍໄດ້ ແຕ່ວິທີທີ່ເພິ່ນເລືອກນີ້ແຝງຄວາມໝາຍທີ່ເລິກເຊິ່ງ. ເພິ່ນຢາກໃຫ້ຜູ້ຊາຍກັບຜູ້ຍິງແຕ່ງດອງກັນແລະພັດທະນາສາຍສຳພັນທີ່ໃກ້ຊິດຄືກັບເປັນ “ຄົນໆດຽວກັນ.” (ປະຖົມມະການ 2:24, ໄຂເງື່ອນ) ການທີ່ຜູ້ຊາຍແລະຜູ້ຍິງສາມາດເສີມສ່ວນທີ່ອີກຝ່າຍໜຶ່ງຂາດໄປແລະພັດທະນາສາຍສຳພັນທີ່ໝັ້ນຄົງໃກ້ຊິດກັນ ເປັນຫຼັກຖານໜັກແໜ້ນທີ່ສະແດງວ່າມີຜູ້ສ້າງທີ່ມີຄວາມຮັກແລະມີສະຕິປັນຍາແທ້ໆແມ່ນບໍ?
ນອກຈາກນັ້ນ ນັກພັນທຸກຳໃນປັດຈຸບັນຍອມຮັບວ່າມີຄວາມເປັນໄປໄດ້ຫຼາຍທີ່ມະນຸດທຸກຄົນຈະສືບເຊື້ອສາຍມາຈາກຜູ້ຊາຍແລະຜູ້ຍິງພຽງຄູ່ດຽວ. ຖ້າເປັນແນວນັ້ນ ເລື່ອງໃນປຶ້ມປະຖົມມະການຍັງເປັນເລື່ອງທີ່ບໍ່ໜ້າເຊື່ອອີກບໍ?
3. ຕົ້ນໄມ້ທີ່ໃຫ້ຄວາມຮູ້ແລະຕົ້ນໄມ້ທີ່ໃຫ້ຊີວິດເປັນພຽງນິທານເທົ່ານັ້ນບໍ?
ທີ່ຈິງ ເລື່ອງໃນປຶ້ມປະຖົມມະການບໍ່ໄດ້ບອກວ່າຕົ້ນໄມ້ເຫຼົ່ານີ້ເປັນຕົ້ນໄມວິເສດຫຼືມີພະລັງອຳນາດ. ກົງກັນຂ້າມ ຕົ້ນໄມ້ 2 ຕົ້ນນີ້ເປັນຕົ້ນໄມ້ແທ້ທີ່ພະເຢໂຫວາໃຊ້ເປັນສັນຍະລັກແທນບາງສິ່ງ.
ບາງເທື່ອມະນຸດເອງກໍເອົາສິ່ງຕ່າງໆມາໃຊ້ເປັນສັນຍະລັກຄືກັນແມ່ນບໍ? ຕົວຢ່າງເຊັ່ນ: ຜູ້ພິພາກສາອາດເຕືອນໃຫ້ລະວັງຄວາມຜິດໃນຂໍ້ຫາໝິ່ນປະໝາດສານ. ສິ່ງທີ່ຜູ້ພິພາກສາຕ້ອງການປົກປ້ອງບໍ່ແມ່ນຫ້ອງພິຈາລະນາຄະດີ ຝາຫ້ອງ ຫຼືເຄື່ອງໃຊ້ໃນຫ້ອງນັ້ນ ແຕ່ລາວຕ້ອງການປົກປ້ອງລະບົບຍຸຕິທຳເຊິ່ງມີສານເປັນສັນຍະລັກ. ກະສັດຫຼາຍອົງກໍໃຊ້ຄະທາແລະມົງກຸດເປັນສັນຍະລັກແທນອຳນາດການປົກຄອງຂອງໂຕເອງ.
ຄັນຊັ້ນ ຕົ້ນໄມ້ 2 ຕົ້ນນັ້ນຈະເປັນສັນຍະລັກແທນສິ່ງໃດ? ມີການຕັ້ງທິດສະດີຕ່າງໆທີ່ສະຫຼັບຊັບຊ້ອນຂຶ້ນມາ. ແຕ່ຄຳຕອບທີ່ແທ້ຈິງນັ້ນງ່າຍໆແລະມີຄວາມໝາຍເລິກເຊິ່ງ. ຕົ້ນໄມ້ທີ່ໃຫ້ຮູ້ຄວາມດີຄວາມຊົ່ວເປັນສິ່ງທີ່ສະແດງເຖິງສິດໃນການຕັດສິນວ່າອັນໃດດີອັນໃດຊົ່ວເຊິ່ງເປັນສິດຂອງພະເຢໂຫວາພະເຈົ້າຜູ້ດຽວເທົ່ານັ້ນ. (ເຢເຣມີຢາ 10:23) ບໍ່ແປກທີ່ການລັກກິນໝາກຂອງຕົ້ນໄມ້ນີ້ຖືວ່າເປັນຄວາມຜິດຮ້າຍແຮງ! ສ່ວນຕົ້ນໄມ້ທີ່ໃຫ້ຊີວິດເປັນສິ່ງທີ່ສະແດງເຖິງຂອງປະທານທີ່ມີແຕ່ພະເຢໂຫວາພະເຈົ້າເທົ່ານັ້ນຈະໃຫ້ມະນຸດໄດ້ ນັ້ນຄືຊີວິດຕະຫຼອດໄປ.—ໂຣມ 6:23
4. ງູທີ່ເວົ້າໄດ້ມີແຕ່ໃນນິທານເທົ່ານັ້ນບໍ?
ແມ່ນຢູ່ ເລື່ອງຕອນນີ້ໃນປຶ້ມປະຖົມມະການອາດເຮັດໃຫ້ຜູ້ອ່ານສົງໄສ ໂດຍສະເພາະຖ້າອ່ານແຕ່ສ່ວນນີ້ເທົ່ານັ້ນແລະບໍ່ໄດ້ເອົາເລື່ອງອື່ນໆໃນຄຳພີໄບເບິນມາເບິ່ງນຳ. ແນວໃດກໍຕາມ ພະຄຳພີຄ່ອຍໆໄຂຄວາມລັບຂອງເລື່ອງທີ່ແປກປະຫຼາດນີ້.
ໃຜຫຼືອັນໃດເຮັດໃຫ້ງູເບິ່ງຄືວ່າເວົ້າໄດ້? ຄົນອິດສະຣາເອນໃນສະໄໝບູຮານຮູ້ເລື່ອງອື່ນໆທີ່ຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າເຖິງສັດຈະເວົ້າບໍ່ໄດ້ ແຕ່ທູດສະຫວັນສາມາດເຮັດໃຫ້ມັນເວົ້າໄດ້. ໂມເຊເຄີຍຂຽນເລື່ອງກ່ຽວກັບບາລາອາມແລະບອກວ່າທູດສະຫວັນອົງໜຶ່ງຂອງພະເຈົ້າຖືກສົ່ງໄປເພື່ອເຮັດໃຫ້ລາຂອງບາລາອາມເວົ້າໄດ້.—ຈົດເຊັນບັນຊີ 22:26-31; 2 ເປໂຕ 2:15, 16
ທູດສະຫວັນອົງອື່ນໆລວມທັງທູດສະຫວັນຊົ່ວທີ່ຕໍ່ຕ້ານພະເຢໂຫວາຈະເຮັດການອັດສະຈັນແບບນັ້ນໄດ້ບໍ? ໂມເຊເຄີຍເຫັນພວກໝໍຄາຖາອາຄົມຄົນເອຢິບເຮັດຄາຖາອາຄົມຮຽນແບບການອັດສະຈັນຂອງພະເຢໂຫວາ ເຊັ່ນ: ເຮັດໃຫ້ໄມ້ຄ້ອນເທົ້າກາຍເປັນງູ. ຄວາມສາມາດໃນການເຮັດເລ່ກົນແບບນີ້ຕ້ອງມາຈາກສັດຕູຂອງພະເຢໂຫວາທີ່ເປັນທູດສະຫວັນທີ່ຊົ່ວຮ້າຍ.—ອົບພະຍົບ 7:8-12
ນອກຈາກນັ້ນ ເບິ່ງຄືວ່າໂມເຊໄດ້ຮັບການດົນໃຈໃຫ້ຂຽນປຶ້ມໂຢບນຳ. ປຶ້ມຫົວນັ້ນບອກໃຫ້ເຮົາຮູ້ຫຼາຍຢ່າງກ່ຽວກັບຊາຕານສັດຕູໂຕສຳຄັນຂອງພະເຢໂຫວາເຊິ່ງຕັ້ງຂໍ້ກ່າວຫາຕົວະໃນເລື່ອງຄວາມຊື່ສັດພັກດີຂອງຜູ້ຮັບໃຊ້ທຸກຄົນຂອງພະເຢໂຫວາ. (ໂຢບ 1:6-11; 2:4, 5) ຄົນອິດສະຣາເອນໃນສະໄໝບູຮານຈະຫາເຫດຜົນເຊື່ອມໂຍງກັນໄດ້ບໍວ່າຊາຕານແມ່ນຜູ້ທີ່ເຮັດໃຫ້ງູໃນສວນເອເດັນເບິ່ງຄືວ່າເວົ້າໄດ້ແລະຕົວະເອວາໃຫ້ເຊົາສັດຊື່ ພັກດີຕໍ່ພະເຢໂຫວາ? ເບິ່ງຄືວ່າຈະເປັນແບບນັ້ນ.
ຊາຕານແມ່ນຜູ້ທີ່ຢູ່ເບື້ອງຫຼັງງູໂຕນັ້ນບໍ? ຕໍ່ມາ ພະເຢຊູເວົ້າວ່າຊາຕານເປັນ “ຈອມຂີ້ຕົວະແລະເປັນພໍ່ຂອງການຕົວະ.” (ໂຢຮັນ 8:44) “ພໍ່ຂອງການຕົວະ” ຕ້ອງໝາຍເຖິງຜູ້ທຳອິດທີ່ເວົ້າຕົວະບໍ່ແມ່ນບໍ? ຄຳຕົວະທຳອິດກໍແມ່ນຄຳເວົ້າທີ່ງູເວົ້າກັບເອວາ. ງູໄດ້ບອກເອວາວ່າ: “ພວກເຈົ້າຊິບໍ່ຕາຍດອກ” ເຊິ່ງກົງກັນຂ້າມກັບຄຳເຕືອນຂອງພະເຢໂຫວາທີ່ບອກວ່າພວກເຈົ້າຈະຕາຍຖ້າກິນໝາກໄມ້ທີ່ເພິ່ນຫ້າມ. (ປະຖົມມະການ 3:4) ເຫັນໄດ້ແຈ້ງວ່າ ພະເຢຊູຮູ້ວ່າຊາຕານຢູ່ເບື້ອງຫຼັງງູນັ້ນ. ສິ່ງທີ່ພະເຢຊູເປີດເຜີຍໃຫ້ໂຢຮັນເຫັນໃນນິມິດໃຫ້ຄວາມຈະແຈ້ງໃນເລື່ອງນີ້ໂດຍເອີ້ນຊາຕານວ່າ “ງູໂຕທຳອິດ.”—ພະນິມິດ 1:1; 12:9
ເລື່ອງທີ່ທູດສະຫວັນຜູ້ມີລິດເດດສາມາດເຮັດໃຫ້ງູເບິ່ງຄືວ່າເວົ້າໄດ້ນັ້ນເຊື່ອໄດ້ແທ້ໆບໍ? ແມ່ນແຕ່ມະນຸດທຳມະດາທີ່ບໍ່ມີອຳນາດຄືກັບທູດສະຫວັນກໍຍັງເຮັດສິ່ງທີ່ໜ້າອັດສະຈັນໄດ້ໂດຍໃຊ້ວິທີແປງສຽງຫຼືໃຊ້ເຕັກນິກພິເສດຕ່າງໆທີ່ເຮັດໃຫ້ເບິ່ງຄືແທ້.
ຫຼັກຖານທີ່ໜ້າເຊື່ອຖືທີ່ສຸດ
ເຈົ້າຄືຊິເຫັນດີນຳແມ່ນບໍວ່າຂໍ້ສົງໄສກ່ຽວກັບເລື່ອງໃນປຶ້ມປະຖົມມະການບໍ່ມີຫຼັກຖານຫຼາຍພໍທີ່ຈະສະໜັບສະໜູນ? ກົງກັນຂ້າມ ມີຫຼັກຖານຊັດເຈນທີ່ສະແດງວ່າເລື່ອງໃນປຶ້ມປະຖົມມະການເປັນເລື່ອງແທ້ໃນປະຫວັດສາດ.
ຕົວຢ່າງເຊັ່ນ: ຄຳພີໄບເບິນເອີ້ນພະເຢຊູວ່າ: “ພະຍານທີ່ສັດຊື່ແລະເວົ້າຄວາມຈິງສະເໝີ.” (ພະນິມິດ 3:14) ຍ້ອນພະເຢຊູເປັນມະນຸດສົມບູນແບບ ເພິ່ນຈຶ່ງບໍ່ເຄີຍຕົວະແລະບໍ່ເຄີຍເວົ້າບິດເບືອນຄວາມຈິງເລີຍ. ນອກຈາກນັ້ນ ພະເຢຊູສອນວ່າເພິ່ນເຄີຍມີຊີວິດຢູ່ດົນກ່ອນທີ່ຈະມາເປັນມະນຸດໃນໂລກນີ້. ທີ່ຈິງ ເພິ່ນເຄີຍຢູ່ຄຽງຂ້າງພະເຢໂຫວາພໍ່ຂອງເພິ່ນ “ກ່ອນຈະມີໂລກນີ້.” (ໂຢຮັນ 17:5) ສະນັ້ນ ພະເຢຊູມີຊີວິດຢູ່ແລ້ວຕອນທີ່ພະເຢໂຫວາສ້າງສິ່ງຕ່າງໆໃນໂລກ. ອັນໃດແມ່ນຫຼັກຖານທີ່ໜ້າເຊື່ອຖືທີ່ສຸດໃນພະຍານຫຼັກຖານທັງໝົດທີ່ມີຢູ່?
ພະເຢຊູເວົ້າເຖິງອາດາມກັບເອວາວ່າເປັນບຸກຄົນແທ້ໆ. ເພິ່ນເວົ້າເຖິງການແຕ່ງດອງຂອງເຂົາເຈົ້າເມື່ອເວົ້າເຖິງມາດຕະຖານການແຕ່ງດອງຂອງພະເຢໂຫວາທີ່ໃຫ້ມີຜົວໜຶ່ງເມຍດຽວ. (ມັດທາຍ 19:3-6) ຖ້າເຂົາເຈົ້າບໍ່ເຄີຍມີຊີວິດຢູ່ແທ້ແລະສວນເອເດັນທີ່ເຂົາເຈົ້າອາໄສຢູ່ເປັນພຽງນິທານ ພະເຢຊູຄືຊິຖືກຕົວະຫຼືບໍ່ຊັ້ນເພິ່ນກໍເວົ້າຕົວະ ເຊິ່ງບໍ່ມີທາງເປັນໄປໄດ້ທັງສອງກໍລະນີ! ທີ່ຈິງ ຕອນທີ່ເກີດເຫດການໜ້າເສົ້າໃນສວນເອເດັນ ພະເຢຊູຢູ່ໃນສະຫວັນແລະເຝົ້າເບິ່ງຢູ່. ຈະມີໃຜອີກບໍທີ່ຈະໃຫ້ພະຍານຫຼັກຖານທີ່ໜ້າເຊື່ອຖືໄດ້ຫຼາຍກວ່ານີ້?
ທີ່ຈິງ ການບໍ່ເຊື່ອກ່ຽວກັບສວນເອເດັນທີ່ຂຽນໄວ້ໃນປຶ້ມປະຖົມມະການເຮັດໃຫ້ຍາກທີ່ຈະເຊື່ອເລື່ອງພະເຢຊູ. ຖ້າບໍ່ເຊື່ອເລື່ອງສວນເອເດັນກໍເປັນໄປບໍ່ໄດ້ເລີຍທີ່ຈະເຂົ້າໃຈເລື່ອງຫຼັກແລະຄຳສັນຍາທີ່ດີເລີດໃນຄຳພີໄບເບິນ. ໃຫ້ເຮົາມາເບິ່ງວ່າເປັນຫຍັງຈຶ່ງເປັນແບບນັ້ນ.
[ຂໍ້ຄວາມໄຂເງື່ອນ]
a ໃນຄຳພີໄບເບິນ ເຢໂຫວາແມ່ນຊື່ຂອງພະເຈົ້າ.
b ຄວາມຄິດແບບນີ້ບໍ່ກົງກັບພະຄຳພີ. ຄຳພີໄບເບິນສອນວ່າຜົນງານທຸກຢ່າງຂອງພະເຢໂຫວາສົມບູນບໍ່ມີບ່ອນຕິແລະຄວາມເສື່ອມຊາມບໍ່ໄດ້ມາຈາກເພິ່ນ. (ພະບັນຍັດ 32:4, 5) ຫຼັງຈາກສ້າງສິ່ງຕ່າງໆໃນໂລກແລ້ວໆ ພະເຢໂຫວາເວົ້າວ່າທຸກສິ່ງທີ່ເພິ່ນສ້າງນັ້ນ “ດີຫຼາຍ.”—ປະຖົມມະການ 1:31
c ເຫັນໄດ້ແຈ້ງວ່ານ້ຳຖ້ວມໃຫຍ່ເທື່ອນັ້ນເຊິ່ງພະເຢໂຫວາເຮັດໃຫ້ເກີດຂຶ້ນໄດ້ເຮັດໃຫ້ຮ່ອງຮອຍທັງໝົດຂອງສວນເອເດັນຫາຍສາບສູນໄປຈົນໝົດ. ເອເຊກຽນ 31:18 ເຮັດໃຫ້ເຮົາຮູ້ວ່າ “ຕົ້ນໄມ້ທຸກຕົ້ນໃນສວນເອເດັນ” ສູນຫາຍໄປດົນແລ້ວກ່ອນຮອດສະຕະວັດທີ 7 ກ່ອນຄລິດຕະສັກກະຫຼາດ. ສະນັ້ນ ໃຜກໍຕາມທີ່ພະຍາຍາມຊອກຫາສວນເອເດັນໃນເວລາຕໍ່ມາຈຶ່ງບໍ່ມີທາງທີ່ຈະຊອກເຫັນ.
d ໃຫ້ເບິ່ງປຶ້ມຕົ້ນກຳເນີດຊີວິດ—ຫ້າຄຳຖາມທີ່ໜ້າຄິດ ຈັດພິມໂດຍພະຍານພະເຢໂຫວາ. (ພາສາໄທ)
e ເປັນຕາໜ້າສົນໃຈ ວິທະຍາສາດການແພດສະໄໝໃໝ່ພົບວ່າກະດູກຂ້າງຂອງມະນຸດສາມາດສ້ອມແປງໂຕເອງໄດ້ຢ່າງໜ້າງຶດງໍ້. ຕ່າງຈາກກະດູກສ່ວນອື່ນໆ ກະດູກຂ້າງຈະປົ່ງຂຶ້ນໃໝ່ໄດ້ຖ້າເນື້ອເຍື່ອເຊື່ອມຕໍ່ຍັງຢູ່ໃນສະພາບທີ່ດີ.