ສວນເອເດັນ ບ້ານດັ້ງເດີມຂອງມະນຸດບໍ?
ໃຫ້ນຶກພາບວ່າເຈົ້າຢູ່ໃນສວນແຫ່ງໜຶ່ງ ບໍ່ມີຫຍັງມາລົງກວນ ແລະບໍ່ມີສຽງຟົດນັນຂອງເມືອງໃຫຍ່ດັງຂ້າມກຳແພງມາ. ສວນນີ້ກວ້າງແທ້ກວ້າງວ່າແລະບໍ່ມີຫຍັງມາທຳລາຍຄວາມສະຫງົບສຸກ. ດີກວ່ານັ້ນອີກແມ່ນ ຈິດໃຈຂອງເຈົ້າປອດໂປ່ງບໍ່ມີຄວາມກັງວົນ ຮ່າງກາຍແຂງແຮງ ບໍ່ແພ້ຫຍັງ ແລະບໍ່ເຈັບບໍ່ປວດ. ເຈົ້າສາມາດມີຄວາມສຸກກັບສະພາບແວດລ້ອມທີ່ຢູ່ອ້ອມໂຕເຈົ້າດ້ວຍປະສາດສຳຜັດຕ່າງໆຢ່າງເຕັມທີ.
ສິ່ງທຳອິດທີ່ເຈົ້າແນມເຫັນແມ່ນດອກໄມ້ຫຼາຍໆສີທີ່ກຳລັງບານ ແລ້ວເຈົ້າກໍເຫັນສາຍນ້ຳທີ່ເຫຼື້ອມຍິບຍັບ ຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມຢູ່ກາງແຈ້ງແລະຢູ່ໃນຮົ່ມ. ລົມທີ່ຄ່ອຍໆພັດມາຖືກຜິວໜັງຂອງເຈົ້າພ້ອມກັບພັດເອົາກິ່ນຫອມໆທີ່ສົດຊື່ນມານຳ. ເຈົ້າໄດ້ຍິນສຽງໃບໄມ້ໄກວ ສຽງນ້ຳຕົກໃສ່ຫີນ ສຽງນົກຮ້ອງທີ່ມ່ວນໆ ແລະສຽງປີກແມງໄມ້ຕອນທີ່ມັນບິນຊອກຫາອາຫານ. ເມື່ອເຈົ້ານຶກພາບສວນບ່ອນນີ້ ເຈົ້າຄືຊິຢາກຢູ່ຫັ້ນແມ່ນບໍ?
ຄົນຢູ່ທົ່ວໂລກເຊື່ອວ່າຕອນທຳອິດມະນຸດເຄີຍຢູ່ໃນບ່ອນແບບນັ້ນ. ເປັນເວລາຫຼາຍສະຕະວັດ ຄົນຢິວ ຄົນຄລິດ ແລະຄົນມຸດສະລິມໄດ້ຮຽນຮູ້ເລື່ອງສວນເອເດັນທີ່ພະເຈົ້າໃຫ້ອາດາມກັບເອວາອາໄສຢູ່. ຄຳພີໄບເບິນບອກວ່າເຂົາເຈົ້າມີຊີວິດທີ່ສະຫງົບສຸກແລະມີຄວາມສຸກ. ເຂົາເຈົ້າຢູ່ນຳກັນແລະຢູ່ກັບສັດຢ່າງສະຫງົບສຸກ ແລະມີສັນຕິສຸກກັບພະເຈົ້າຜູ້ທີ່ໃຫ້ເຂົາເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນສະພາບແວດລ້ອມທີ່ງາມໆແບບນັ້ນ.—ປະຖົມມະການ 2:15-24
ຄົນຮິນດູກໍມີຄວາມເຊື່ອກ່ຽວກັບສວນອຸທິຍານໃນສະໄໝບູຮານຄືກັນ. ຄົນທີ່ນັບຖືສາສະໜາພຸດກໍເຊື່ອວ່າຈະມີຍຸກຄຳຂອງພະພຸດທະເຈົ້າເຊິ່ງໃນຕອນນັ້ນໂລກຈະເປັນດິນແດນທີ່ສະຫງົບສຸກຄືກັບອຸທິຍານ. ສາສະໜາຕ່າງໆຂອງຄົນອາຟຣິກາກໍມີເລື່ອງເລົ່າຕ່າໆທີ່ຄ້າຍຄືກັບເລື່ອງຂອງອາດາມກັບເອວາ.
ທີ່ຈິງ ຄວາມຄິດເລື່ອງສວນອຸທິຍານໃນສະໄໝແຕ່ກີ້ມີຢູ່ໃນສາສະໜາແລະຄຳສອນເກົ່າແກ່ຂອງຄົນຢູ່ທົ່ວໂລກ. ນັກຂຽນຄົນໜຶ່ງເວົ້າວ່າ: “ໃນຫຼາຍໆວັດທະນະທຳເຊື່ອວ່າມີອຸທິຍານໃນຍຸກທຳອິດເຊິ່ງເປັນບ່ອນທີ່ດີພ້ອມ ມີອິດສະຫຼະ ສັນຕິສຸກ ຄວາມສຸກ ຄວາມອຸດົມສົມບູນ ແລະບໍ່ມີການຂົ່ມຂູ່ ຄວາມເຄັ່ງຕຶງ ແລະຄວາມຂັດແຍ່ງ....ຄວາມເຊື່ອແບບນີ້ເຮັດໃຫ້ຄົນສ່ວນຫຼາຍໃນສັງຄົມມີຄວາມຄິດແບບດຽວກັນ ນັ້ນຄືໂຫຍຫາອຸທິຍານທີ່ສູນຫາຍໄປ ແຕ່ຍັງຝັງຢູ່ໃນຄວາມຊົງຈຳແລະມີຄວາມຕ້ອງການແທ້ໆທີ່ຈະໃຫ້ອຸທິຍານນີ້ກັບຄືນມາ.”
ເປັນໄປໄດ້ບໍທີ່ເລື່ອງເລົ່າແລະຄຳສອນເກົ່າແກ່ເຫຼົ່ານີ້ອາດມີຕົ້ນຕໍມາຈາກແຫຼ່ງດຽວກັນ? ເປັນໄປໄດ້ບໍວ່າທີ່ຫຼາຍຄົນມີ “ຄວາມຄິດແບບດຽວກັນ” ໃນເລື່ອງອຸທິຍານກໍຍ້ອນວ່ານັ້ນເປັນເລື່ອງຈິງ? ມີສວນເອເດັນໃນດິນແດນທີ່ຫ່າງໄກແທ້ບໍເຊິ່ງອາດາມກັບເອວາເຄີຍຢູ່?
ຫຼາຍຄົນເຍາະເຍີ້ຍຄວາມຄິດແບບນີ້. ໃນຍຸກທີ່ມີຄວາມກ້າວໜ້າທາງວິທະຍາສາດ ຫຼາຍຄົນຄິດວ່າເລື່ອງໃນສວນເອເດັນເປັນພຽງຕຳນານແລະນິທານ. ໜ້າແປກໃຈກໍຄື ບໍ່ໄດ້ມີແຕ່ນັກວິຊາການຫຼືນັກວິທະຍາສາດເທົ່ານັ້ນທີ່ຄິດແບບນັ້ນ. ຫົວໜ້າສາສະໜາຫຼາຍຄົນກໍມີສ່ວນເຮັດໃຫ້ຄົນບໍ່ເຊື່ອເລື່ອງສວນເອເດັນ. ເຂົາເຈົ້າບອກວ່າບໍ່ເຄີຍມີສະຖານທີ່ແບບນັ້ນຢູ່ແທ້. ເຂົາເຈົ້າບອກວ່າເລື່ອງນີ້ເປັນພຽງການສົມທຽບ ນິທານ ເລື່ອງເລົ່າ ຫຼືຄຳສອນທີ່ເປັນລັກສະນະປຽບທຽບ.
ແມ່ນຢູ່ວ່າຄຳພີໄບເບິນມີຕົວຢ່າງປຽບທຽບຫຼາຍເລື່ອງ ແລະເລື່ອງທີ່ຄົນຮູ້ຈັກຫຼາຍທີ່ສຸດກໍແມ່ນເລື່ອງທີ່ພະເຢຊູເປັນຜູ້ເວົ້າເອງ. ແນວໃດກໍຕາມ ຄຳພີໄບເບິນບໍ່ໄດ້ຖ່າຍທອດເລື່ອງສວນເອເດັນແບບດຽວກັບເລື່ອງຄຳສອນທີ່ເປັນລັກສະນະປຽບທຽບ ແຕ່ເປັນການໃຫ້ຂໍ້ມູນທາງປະຫວັດສາດທີ່ເຄີຍເກີດຂຶ້ນແທ້. ຖ້າເລື່ອງສວນເອເດັນບໍ່ແມ່ນເລື່ອງແທ້ ເລື່ອງອື່ນໆໃນຄຳພີໄບເບິນກະຄືຊິເຊື່ອຖືບໍ່ໄດ້ແມ່ນບໍ? ໃຫ້ເຮົາມາເບິ່ງວ່າເປັນຫຍັງບາງຄົນຈຶ່ງບໍ່ເຊື່ອວ່າສວນເອເດັນເຄີຍມີຢູ່ແທ້ແລະໃຫ້ເບິ່ງວ່າເຫດຜົນຂອງເຂົາເຈົ້າມີນ້ຳໜັກພຽງພໍຫຼືບໍ່. ຈາກນັ້ນ ເຮົາຈະເບິ່ງວ່າເປັນຫຍັງເຮົາແຕ່ລະຄົນຄວນສົນໃຈເລື່ອງນີ້.