ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຕ25 ສະບັບທີ 1 ໜ້າ 12-13
  • ມີ​ນ້ຳໃຈ​ເອື້ອເຟື້ອ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມີ​ນ້ຳໃຈ​ເອື້ອເຟື້ອ
  • ຕື່ນເຖີດ!—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຈຶ່ງ​ສຳຄັນ?
  • ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້
  • ຄົນ​ທີ່​ໃຫ້​ຢ່າງ​ໃຈ​ກວ້າງ​ກໍ​ມີ​ຄວາມ​ສຸກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ສາລະບານ
    ຕື່ນເຖີດ!—2025
  • ການ​ໃຫ້​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຕື່ນເຖີດ!—2025
ຕ25 ສະບັບທີ 1 ໜ້າ 12-13
ຄອບຄົວ​ໜຶ່ງ​ນັ່ງ​ນຳ​ກັນ​ຢູ່​ໂຕະ​ໜ້າ​ເຮືອນ​ຫຼັງ​ນ້ອຍໆ​ຂອງ​ເຂົາເຈົ້າ ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ແບ່ງ​ອາຫານ​ໃຫ້​ຄົນ​ອື່ນ​ກິນ​ນຳ.

ລາຄາ​ເຄື່ອງ​ແພງ​ຂຶ້ນຈະ​ເຮັດ​ແນວ​ໃດ?

ມີ​ນ້ຳໃຈ​ເອື້ອເຟື້ອ

ຕອນ​ທີ່​ເກືອບ​ຈະ​ບໍ່​ມີ​ເງິນ​ຊື້​ສິ່ງ​ຂອງ​ທີ່​ຈຳເປັນ ເຈົ້າ​ອາດ​ຮູ້ສຶກ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ແດງ​ນ້ຳໃຈ​ເອື້ອເຟື້ອ​ຕໍ່​ຄົນ​ອື່ນ. ແຕ່​ແທ້ໆ​ແລ້ວ​ການ​ສະແດງ​ນ້ຳໃຈ​ເອື້ອເຟື້ອ​ກັບ​ຄົນ​ອື່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບມື​ກັບ​ບັນຫາ​ເສດຖະກິດ​ໄດ້. ເຈົ້າ​ສາມາດ​ປະຢັດ​ເງິນ​ແລະ​ມີ​ນ້ຳໃຈ​ເອື້ອເຟື້ອ​ໄດ້​ໃນ​ເວລາ​ດຽວ​ກັນ.

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ເຮົາ​ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ດີ​ຕອນ​ທີ່​ໄດ້​ໃຫ້​ບາງ​ຢ່າງ​ກັບ​ຄົນ​ອື່ນ. ຜົນ​ວິໄຈ​ບອກ​ວ່າ​ການ​ໃຫ້​ຊ່ວຍ​ເຮົາ​ໄດ້​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ ເຊັ່ນ: ຊ່ວຍ​ຫຼຸດ​ຄວາມ​ເຄັ່ງ​ຕຶງ ຄວາມ​ອຸກໃຈ ຄວາມ​ດັນ ອາການ​ປວດ​ເມື່ອຍ ແລະ​ອາດ​ຊ່ວຍ​ໃຫ້​ນອນ​ຫຼັບ​ໄດ້​ດີ​ຂຶ້ນ​ນຳ.

“ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.”—ກິດຈະການ 20:35

ເມື່ອ​ເຮົາ​ຊ່ວຍ​ຄົນ​ອື່ນ​ບໍ່​ວ່າ​ຈະ​ໃຫ້​ເງິນ​ຫຼື​ສິ່ງ​ຂອງ ມັນ​ກໍ​ຈະ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. ຮາເວີດ​ຈາກ​ອັງກິດ​ບອກ​ວ່າ: “ເມື່ອ​ໄດ້​ສະແດງ​ນ້ຳໃຈ​ແລະ​ຊ່ວຍ​ຄົນ​ອື່ນ ຂ້ອຍ​ກັບ​ເມຍ​ກໍ​ຮູ້ສຶກ​ວ່າ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ໄດ້​ງ່າຍ​ຂຶ້ນ.” ແນ່ນອນ​ວ່າ​ຄົນ​ທີ່​ມີ​ນ້ຳໃຈ​ເອື້ອເຟື້ອ​ຈະ​ບໍ່​ຄາດໝາຍ​ວ່າ​ຈະ​ໄດ້​ສິ່ງ​ຕອບ​ແທນ. ແຕ່​ເຂົາເຈົ້າ​ຈະ​ໄດ້​ໝູ່​ແທ້​ເຊິ່ງ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ໃນ​ເວລາ​ທີ່​ຍາກ​ລຳບາກ.

“ໃຫ້​ມີ​ນິດໄສ​ມັກ​ແບ່ງ​ປັນ ແລ້ວ​ຄົນ​ອື່ນ​ຈະ​ແບ່ງ​ປັນ​ໃຫ້​ພວກ​ເຈົ້າ.”—ລູກາ 6:38

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ໃຫ້​ເທົ່າ​ທີ່​ໃຫ້​ໄດ້. ເຈົ້າ​ອາດ​ຈະ​ມີ​ບໍ່​ຫຼາຍ ແຕ່​ກໍ​ໃຫ້​ຄົນ​ອື່ນ​ໄດ້​ເຖິງ​ມັນ​ຈະ​ເປັນ​ພຽງ​ອາຫານ​ງ່າຍໆ​ກໍ​ຕາມ. ດັນ​ແຄນ​ກັບ​ຄອບຄົວ​ຈາກ​ປະເທດ​ອູການດາ​ບໍ່​ຄ່ອຍ​ມີ​ເງິນ ແຕ່​ເຂົາເຈົ້າ​ກໍ​ມີ​ນ້ຳໃຈ​ເອື້ອເຟື້ອ. ດັນ​ແຄນ​ເວົ້າ​ວ່າ: “ຂ້ອຍ​ກັບ​ເມຍ​ມັກ​ຈະ​ຊວນ​ຄົນ​ອື່ນ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ໃນ​ວັນ​ອາທິດ. ອາຫານ​ທີ່​ເຮົາ​ເຮັດ​ກໍ​ງ່າຍໆ ແລະ​ເຮົາ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ໃຊ້​ເວລາ​ນຳ​ກັນ.”

ເຈົ້າ​ຕ້ອງ​ມີ​ເຫດຜົນ​ນຳ​ຕອນ​ທີ່​ໃຫ້​ຄົນ​ອື່ນ. ເຈົ້າ​ຄື​ຊິ​ບໍ່​ຢາກ​ໃຫ້​ຫຼາຍ​ໂພດ​ຈົນ​ເຮັດ​ໃຫ້​ຄອບຄົວ​ຂອງ​ໂຕເອງ​ເດືອດຮ້ອນ.—ໂຢບ 17:5

ລອງ​ວິທີ​ນີ້: ເຮັດ​ອາຫານ​ງ່າຍໆ​ແລະ​ແບ່ງ​ໃຫ້​ຄົນ​ອື່ນ​ນຳ ຫຼື​ອາດ​ຈະ​ໃຫ້​ເຂົ້າໜົມ​ໜ້ອຍ​ໜຶ່ງ​ກະ​ໄດ້. ເຈົ້າ​ມີ​ເຄື່ອງ​ທີ່​ບໍ່​ໄດ້​ໃຊ້​ບໍ? ເອົາ​ໃຫ້​ໝູ່​ຫຼື​ເພື່ອນ​ບ້ານ​ຂອງ​ເຈົ້າ​ແມ້ ມັນ​ອາດ​ຈະ​ເປັນ​ປະໂຫຍດ​ກັບ​ເຂົາເຈົ້າ​ກໍ​ໄດ້.


ໃຫ້​ໃຊ້​ວິທີ​ອື່ນ. ບາງ​ເທື່ອ​ຂອງຂວັນ​ທີ່​ດີ​ທີ່​ສຸດ​ກໍ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ເງິນ. ຕົວຢ່າງ​ເຊັ່ນ: ເຈົ້າ​ສາມາດ​ໃຫ້​ເວລາ​ແລະ​ສົນໃຈ​ຄົນ​ອື່ນ​ໂດຍ​ຊ່ວຍ​ເຫຼືອ​ເຂົາເຈົ້າ. ແມ່ນ​ແຕ່​ຄຳເວົ້າ​ດີໆ​ກໍ​ເປັນ​ຂອງຂວັນ​ໄດ້. ລອງ​ບອກ​ຄົນ​ອື່ນ​ເບິ່ງ​ແມ້​ວ່າ​ເຈົ້າ​ຮັກ​ແລະ​ເຫັນຄ່າ​ເຂົາເຈົ້າ​ຫຼາຍ​ສ່ຳ​ໃດ.

ລອງ​ວິທີ​ນີ້: ຊ່ວຍ​ຄົນ​ອື່ນ​ເຮັດ​ວຽກ​ເຮືອນ ສ້ອມ​ແປງ​ເຮືອນ ຫຼື​ໄປ​ເຮັດ​ວຽກ​ບາງ​ຢ່າງ​ໃຫ້. ສົ່ງ​ຂໍ້​ຄວາມ​ໄປ​ຫາ​ໝູ່ ເຈົ້າ​ອາດ​ພຽງ​ແຕ່​ບອກ​ວ່າ​ເຈົ້າ​ຄິດ​ຮອດ​ລາວ​ກະ​ໄດ້.

ຖ້າ​ເຈົ້າ​ຊອກ​ຫາ​ວິທີ​ທີ່​ຈະ​ສະແດງ​ນ້ຳໃຈ​ເອື້ອເຟື້ອ​ຕໍ່​ຄົນ​ອື່ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

“ຢ່າ​ລືມ​ເຮັດ​ດີ​ແລະ​ແບ່ງ​ປັນ​ສິ່ງ​ຂອງ​ໃຫ້​ຄົນ​ອື່ນ.”—ເຮັບເຣີ 13:16

ຜົວ​ເມຍ​ຄູ່​ໜຶ່ງ​ຊ່ວຍ​ຜູ້​ຍິງ​ສູງ​ອາຍຸ​ອະນາໄມ​ສວນ. ຕອນ​ທີ່​ເຂົາເຈົ້າ​ກຳລັງ​ກວາດ​ໃບ​ໄມ້ ຜູ້​ຍິງ​ສູງ​ອາຍຸ​ກໍ​ເອົາ​ເຄື່ອງ​ດື່ມ​ຮ້ອນໆ​ມາ​ໃຫ້​ເຂົາເຈົ້າ​ກິນ.
ເທຣ໌.

“ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ອາພາດເມັນ​ນ້ອຍໆ ແຕ່​ເຮົາ​ກໍ​ມັກ​ເຮັດ​ອາຫານ​ໃຫ້​ໝູ່​ແລະ​ກິນ​ເຂົ້າ​ນຳ​ກັນ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຊ່ວຍ​ເຫຼືອ​ໝູ່​ຂອງ​ເຮົາ. ບາງ​ເທື່ອ​ເຮົາ​ກໍ​ຊ່ວຍ​ເລື່ອງ​ເງິນ ແຕ່​ສ່ວນ​ຫຼາຍ​ແລ້ວ​ເຮົາ​ມັກ​ຈະ​ໃຫ້​ເວລາ​ກັບ​ເຂົາເຈົ້າ. ປະສົບການ​ຫຼາຍ​ເທື່ອ​ທີ່​ຜ່ານ​ມາ​ເຮັດ​ໃຫ້​ເຮົາ​ຮູ້​ເລີຍ​ວ່າ​ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.”—ເທຣ໌​ຈາກ​ອິດສະຣາເອນ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌