ລາຄາເຄື່ອງແພງຂຶ້ນຈະເຮັດແນວໃດ?
ມີຄວາມຫວັງ
ເຈົ້າຢູ່ໃນປະເທດທີ່ລາຄາເຄື່ອງແພງຂຶ້ນ ແຕ່ລາຍໄດ້ຍັງສ່ຳເກົ່າບໍ? ເຈົ້າອຸກໃຈແມ່ນບໍວ່າຈະຫາລ້ຽງໂຕເອງແລະຄອບຄົວແນວໃດ? ຖ້າແມ່ນ ເຈົ້າອາດຮູ້ສຶກວ່າອັນໃດກໍຍາກໄປໝົດແລະອະນາຄົດກໍບໍ່ຄ່ອຍໝັ້ນຄົງປານໃດ ແຕ່ການມີຄວາມຫວັງຈະຊ່ວຍເຈົ້າໄດ້.
ເປັນຫຍັງຈຶ່ງສຳຄັນ?
ຄົນທີ່ມີຄວາມຫວັງບໍ່ພຽງແຕ່ຫວັງວ່າຈະມີສິ່ງດີໆເກີດຂຶ້ນ ແຕ່ຄວາມຫວັງຈະກະຕຸ້ນລາວໃຫ້ເຮັດສຸດຄວາມສາມາດເພື່ອເຮັດໃຫ້ສະຖານະການດີຂຶ້ນ. ຕົວຢ່າງເຊັ່ນ: ການວິໄຈບອກວ່າ ຄົນທີ່ມີຄວາມຫວັງຈະ . . .
ອົດທົນກັບຄວາມຍາກລຳບາກໄດ້ດີກວ່າ
ປັບໂຕໄດ້ເມື່ອຈຳເປັນ
ເລືອກໃຊ້ຊີວິດຢ່າງສະຫຼາດ ແລະເຮັດສິ່ງຕ່າງໆເພື່ອຈະມີສຸຂະພາບແລະຊີວິດທີ່ດີຂຶ້ນ
ສິ່ງທີ່ເຈົ້າເຮັດໄດ້
ສິ່ງທຳອິດ: ລອງເບິ່ງວ່າຄຳພີໄບເບິນຈະຊ່ວຍເຈົ້າໄດ້ແນວໃດ. ຄຳພີໄບເບິນມີຄຳແນະນຳທີ່ໃຊ້ໄດ້ແທ້ທີ່ຈະຊ່ວຍເຈົ້າໃຫ້ຮັບມືຕອນທີ່ລາຄາເຄື່ອງແພງຂຶ້ນ. ຄຳແນະນຳເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ຮູ້ວ່າມີຫຍັງແດ່ທີ່ເຈົ້າເຮັດໄດ້ໃນຕອນນີ້ ແລະຊ່ວຍເຈົ້າໃຫ້ຮູ້ວ່າຈະຮັບມືກັບບັນຫາໃນອະນາຄົດໄດ້ແນວໃດ.
ສິ່ງທີ 2: ລອງເບິ່ງວ່າຄຳພີໄບເບິນບອກແນວໃດກ່ຽວກັບອະນາຄົດ. ຖ້າເຈົ້າຮູ້ວ່າຄຳແນະນຳໃນຄຳພີໄບເບິນມີປະໂຫຍດຫຼາຍສ່ຳໃດ ເຈົ້າກໍຢາກຈະຮູ້ນຳວ່າຄຳພີໄບເບິນບອກແນວໃດກ່ຽວກັບອະນາຄົດ ເຊັ່ນ: ຄຳພີໄບເບິນບອກວ່າພະເຈົ້າຢາກໃຫ້ເຈົ້າ “ມີອະນາຄົດທີ່ດີແລະມີຄວາມຫວັງ.” (ເຢເຣມີຢາ 29:11) ຄຳພີໄບເບິນຍັງບອກນຳວ່າພະເຈົ້າຈະເຮັດໃຫ້ສຳເລັດໄດ້ໂດຍທາງການປົກຄອງຂອງເພິ່ນ.
ການປົກຄອງຂອງພະເຈົ້າແມ່ນຫຍັງ ແລະຈະເຮັດຫຍັງໃນອະນາຄົດ?
ການປົກຄອງຂອງພະເຈົ້າແມ່ນລັດຖະບານທີ່ຈະປົກຄອງທົ່ວໂລກ. (ດານີເອນ 2:44; ມັດທາຍ 6:10) ລັດຖະບານນີ້ປົກຄອງຈາກສະຫວັນ ແລະຈະເຮັດໃຫ້ຄວາມທຸກກັບຄວາມຍາກລຳບາກໝົດໄປ. ທຸກຄົນຈະຢູ່ຢ່າງສະຫງົບສຸກແລະມີຄວາມສຸກຕາມທີ່ຂໍ້ພະຄຳພີເຫຼົ່ານີ້ບອກໄວ້.
ຫຼາຍລ້ານຄົນເຊື່ອໃນຄຳສັນຍາເຫຼົ່ານີ້ ຍ້ອນຮູ້ວ່າພະເຈົ້າ “ເວົ້າຕົວະບໍ່ໄດ້.” (ຕີໂຕ 1:2) ເຈົ້າລອງອ່ານຄຳພີໄບເບິນເບິ່ງແມ້ ແລ້ວເຈົ້າຈະຮູ້ວ່າຄວາມຫວັງຊ່ວຍເຈົ້າໃຫ້ອົດທົນກັບບັນຫາເສດຖະກິດໄດ້ ແລະເບິ່ງໄປທີ່ອະນາຄົດດ້ວຍຄວາມໝັ້ນໃຈ.