ລາຄາເຄື່ອງແພງຂຶ້ນຈະເຮັດແນວໃດ?
ພໍໃຈກັບສິ່ງທີ່ມີຢູ່
ຄົນທີ່ພໍໃຈກັບສິ່ງທີ່ມີຢູ່ຈະມີຄວາມສຸກໃນຊີວິດ ແລະເມື່ອສະຖານະການປ່ຽນແປງ ເຂົາເຈົ້າກໍສາມາດປັບໂຕໄດ້ແລະບໍ່ໃຊ້ເງິນເກີນໂຕ.
ເປັນຫຍັງຈຶ່ງສຳຄັນ?
ນັກຈິດຕະວິທະຍາຊື່ເຈດຊິກ້າ ໂຄເລີ້ບອກວ່າ ຄົນທີ່ພໍໃຈໃນສິ່ງທີ່ມີຢູ່ຈະເປັນຄົນຄິດໃນແງ່ບວກແລະບໍ່ມັກອິດສາຄົນອື່ນ. ຄົນແບບນີ້ຈະມີຄວາມສຸກຫຼາຍກວ່າຄົນອື່ນແລະເຄັ່ງຕຶງໜ້ອຍກວ່າ. ທີ່ຈິງ ຄົນສ່ວນຫຼາຍທີ່ມີຄວາມສຸກກໍບໍ່ໄດ້ມີເງິນຫຼືຊັບສິນຫຼາຍ ໂດຍສະເພາະຖ້າເຂົາເຈົ້າໃຫ້ຄວາມສຳຄັນກັບສິ່ງທີ່ເງິນຊື້ບໍ່ໄດ້ ເຊັ່ນ: ຄວາມສຸກທີ່ມາຈາກການໃຊ້ເວລາກັບໝູ່ຄູ່ແລະຄອບຄົວ.
ສິ່ງທີ່ເຈົ້າເຮັດໄດ້
ຢ່າປຽບທຽບ. ຖ້າເຈົ້າມີເງິນບໍ່ຫຼາຍແລ້ວເອົາໂຕເອງໄປປຽບທຽບກັບຄົນທີ່ໃຊ້ຊີວິດແບບຫຼູຫຼາ ເຈົ້າກໍຈະເລີ່ມບໍ່ພໍໃຈກັບສິ່ງທີ່ມີຢູ່ແລະເຖິງຂັ້ນອິດສາຄົນອື່ນ. ນອກຈາກນັ້ນ ຄວາມຈິງອາດຈະບໍ່ໄດ້ເປັນຄືກັບທີ່ເຈົ້າເຫັນກະໄດ້. ຄົນທີ່ເບິ່ງຄືວ່າລວຍອາດຈະຕິດໜີ້ມະຫາສານ. ນິໂຄຈາກເຊເນການບອກວ່າ: “ຂ້ອຍບໍ່ຕ້ອງມີຫຍັງຫຼາຍເພື່ອຈະມີຄວາມສຸກ ພຽງແຕ່ພໍໃຈກັບສິ່ງທີ່ມີຢູ່ກໍມີຄວາມສຸກແລ້ວ ເຖິງວ່າຄົນອື່ນຈະມີຫຼາຍກວ່າກໍຕາມ.”
ລອງວິທີນີ້: ຢ່າເບິ່ງໂຄສະນາຫຼືໂພດສ໌ໃນສື່ສັງຄົມອອນລາຍທີ່ກ່ຽວກັບຄວາມລວຍແລະການໃຊ້ຊີວິດທີ່ຫຼູຫຼາຂອງຄົນອື່ນ.
ເຫັນຄ່າແລະຮູ້ຈັກຂອບໃຈ. ຄົນທີ່ເຫັນຄ່າໃນສິ່ງທີ່ມີຢູ່ຈະບໍ່ຢາກມີຫຼາຍຂຶ້ນແລະຈະບໍ່ຄິດວ່າໂຕເອງຄວນມີຫຼາຍກວ່ານີ້. ໂຣເບີຕັນຈາກເຮຕິບອກວ່າ: “ຂ້ອຍຈະໃຊ້ເວລາຄິດເຖິງສິ່ງດີໆທີ່ຄົນອື່ນເຮັດໃຫ້ຂ້ອຍກັບຄອບຄົວ ແລະກໍບອກເຂົາເຈົ້ານຳວ່າຂ້ອຍຮູ້ສຶກຂອບໃຈເຂົາເຈົ້າຫຼາຍແທ້ໆ. ຂ້ອຍຍັງສອນລູກຊາຍອາຍຸ 8 ປີໃຫ້ຮູ້ຈັກຂອບໃຈທຸກຄັ້ງທີ່ມີຄົນເອົາຫຍັງໃຫ້ລາວ.”
ລອງວິທີນີ້: ແຕ່ລະມື້ໃຫ້ຂຽນອອກມາວ່າເຈົ້າເຫັນຄ່າແລະຮູ້ສຶກຂອບໃຈເລື່ອງຫຍັງແດ່ ອາດຈະເປັນເລື່ອງສຸຂະພາບທີ່ດີ ຄອບຄົວທີ່ອົບອຸ່ນ ໝູ່ທີ່ດີ ຫຼືອາດຈະເປັນຕອນທີ່ໄດ້ເຫັນຄວາມງາມຂອງຕາເວັນຕົກດິນ.
ອາດມີບາງເທື່ອທີ່ເຮົາຮູ້ສຶກວ່າຍາກທີ່ຈະພໍໃຈໃນສິ່ງທີ່ມີຢູ່ ແຕ່ມັນກໍຄຸ້ມຄ່າທີ່ຈະພະຍາຍາມ. ຖ້າເຮົາເລືອກພໍໃຈໃນສິ່ງທີ່ມີຢູ່ກໍສະແດງວ່າເຮົາເລືອກທີ່ຈະມີຄວາມສຸກເຊິ່ງເປັນສິ່ງທີ່ເງິນຊື້ບໍ່ໄດ້.