ເປັນຫຍັງພະຍານພະເຢໂຫວາບໍ່ສະຫຼອງເທດສະການບາງຢ່າງ?
ພະຍານພະເຢໂຫວາໃຊ້ຫຍັງໃນການຕັດສິນໃຈວ່າຈະສະຫຼອງເທດສະການໃດໜຶ່ງຫຼືບໍ່?
ພະຍານພະເຢໂຫວາຍັງຮັກຄອບຄົວຢູ່ບໍຖ້າເຂົາເຈົ້າບໍ່ໄດ້ສະຫຼອງເທດສະການບາງຢ່າງ?
ພະຍານພະເຢໂຫວາຫ້າມຄົນອື່ນບໍ່ໃຫ້ສະຫຼອງເທດສະການບາງຢ່າງບໍ?
ພະຍານພະເຢໂຫວາໃຊ້ຫຍັງໃນການຕັດສິນໃຈວ່າຈະສະຫຼອງເທດສະການໃດໜຶ່ງຫຼືບໍ່?
ເມື່ອຕ້ອງຕັດສິນໃຈວ່າຈະສະຫຼອງເທດສະການໃດໜຶ່ງຫຼືບໍ່ ພະຍານພະເຢໂຫວາຈະຄົ້ນຄວ້າເບິ່ງໃນຄຳພີໄບເບິນກ່ອນ. ຖ້າເຫັນວ່າເທດສະການຫຼືການສະຫຼອງໃດຂັດກັບຫຼັກການໃນຄຳພີໄບເບິນຢ່າງຈະແຈ້ງ ເຂົາເຈົ້າກໍຈະບໍ່ເຂົ້າຮ່ວມ. ແຕ່ຖ້າບໍ່ຂັດກັບຫຼັກການໃນຄຳພີໄບເບິນ ພະຍານພະເຢໂຫວາແຕ່ລະຄົນຕ້ອງຕັດສິນໃຈເອງຍ້ອນເຂົາເຈົ້າ “ພະຍາຍາມຕະຫຼອດທີ່ຈະບໍ່ເຮັດຜິດຕໍ່ພະເຈົ້າຫຼືຕໍ່ມະນຸດ ເພື່ອຈະບໍ່ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ.”—ກິດຈະການ 24:16
ຕໍ່ໄປນີ້ເປັນຕົວຢ່າງຂອງຄຳຖາມທີ່ພະຍານພະເຢໂຫວາຖາມໂຕເອງກ່ອນຈະຕັດສິນໃຈສະຫຼອງເທດສະການໃດໜຶ່ງ.a
ເທດສະການມີຕົ້ນຕໍມາຈາກຄຳສອນທີ່ຂັດກັບຄຳພີໄບເບິນບໍ?
ຫຼັກການໃນຄຳພີໄບເບິນ: “‘ພະເຢໂຫວາສັ່ງວ່າ ‘ດັ່ງນັ້ນ ໃຫ້ອອກມາຈາກເຂົາເຈົ້າແລະແຍກຢູ່ຕ່າງຫາກ. ເຊົາຈັບບາຍສິ່ງທີ່ບໍ່ສະອາດ.’”—2 ໂກຣິນໂທ 6:15-17
ເພື່ອຈະແຍກອອກມາຈາກຄຳສອນທີ່ພະເຢໂຫວາຖືວ່າບໍ່ສະອາດຫຼືບໍ່ຖືກຕ້ອງຕາມທີ່ຄຳພີໄບເບິນບອກໄວ້ ພະຍານພະເຢໂຫວາຈຶ່ງບໍ່ສະຫຼອງເທດສະການນີ້ຕໍ່ໄປນີ້.
ເທດສະການທີ່ກ່ຽວຂ້ອງກັບຄວາມເຊື່ອຫຼືການນະມັດສະການພະເຈົ້າອື່ນ. ພະເຢຊູບອກວ່າ: “ເຈົ້າຕ້ອງນະມັດສະການພະເຢໂຫວາພະເຈົ້າ ແລະຮັບໃຊ້ເພິ່ນຜູ້ດຽວເທົ່ານັ້ນ.” (ມັດທາຍ 4:10) ພະຍານພະເຢໂຫວາເຮັດຕາມຄຳແນະນຳນີ້ ເຂົາເຈົ້າຈຶ່ງບໍ່ສະຫຼອງຄລິດສະມາດຫຼືອີດສະເຕີ້ ຍ້ອນມີຕົ້ນຕໍມາຈາກການນະມັດສະການພະເຈົ້າອື່ນ ແລະພະຍານພະເຢໂຫວາຈະບໍ່ເຂົ້າຮ່ວມເທດສະການອື່ນໆອີກຫຼາຍຢ່າງ ເຊັ່ນ:
ເທດສະການຄວັນຊາ. ປຶ້ມສາລານຸກົມ Encyclopedia of Black Studies ບອກວ່າ ຊື່ນີ້ “ມາຈາກຄຳວ່າມາຕຸນດາ ຢາ ຄວັນຊາ ໃນພາສາສະວາຮິລີ” ເຊິ່ງແປວ່າ ‘ຜົນລະປູກຊຸດທຳອິດ’ ແລະເລື່ອງນີ້ຊີ້ບອກວ່າເທດສະການນີ້ມີຕົ້ນຕໍມາຈາກງານສະຫຼອງການເກັບກ່ຽວຜົນລະປູກຊຸດທຳອິດທີ່ຂຽນໄວ້ໃນປະຫວັດຄົນອາຟຣິກາ.” ບາງຄົນຈຶ່ງເບິ່ງວ່າເທດສະການນີ້ບໍ່ກ່ຽວກັບສາສະໜາ ແຕ່ປຶ້ມສາລານຸກົມຫົວນີ້ບອກວ່າເທດສະການຄວັນຊາຄ້າຍຄືກັບອີກເທດສະການໜຶ່ງຂອງຄົນອາຟຣິກາທີ່ມີການເອົາຜົນລະປູກຊຸດທຳອິດຈາກການເກັບກ່ຽວໄປໃຫ້ “ເທບພະເຈົ້າແລະບັນພະບຸລຸດເພື່ອເປັນການຂອບໃຈ.” ປຶ້ມຫົວນີ້ຍັງເວົ້າຕື່ມວ່າ: “ເທດສະການນີ້ຍັງກ່ຽວຂ້ອງກັບການສະແດງຄວາມຂອບໃຈແລະສຳນຶກບຸນຄຸນສຳລັບພອນຕ່າງໆທີ່ມາຈາກບັນພະບຸລຸດເຊິ່ງຄືກັບເທດສະການຄວັນຊາຂອງຄົນອາເມຣິກາເຊື້ອສາຍອາຟຣິການຳ.”
ຄວັນຊາ
ເທດສະການໄຫວ້ພະຈັນຫຼືເທດສະການລະດູໃບໄມ້ຫຼົ່ນ. ວັດຈະນານຸກົມ Holidays Festivals and Celebrations of the World Dictionary ບອກວ່າ: “ເທດສະການນີ້ແມ່ນເພື່ອຍົກຍ້ອງບູຊາເທບທິດາແຫ່ງດວງເດືອນ.” ສາລານຸກົມ Religions of the World—A Comprehensive Encyclopedia of Beliefs and Practices ບອກວ່າ ເທດສະການນີ້ມີພິທີກຳທີ່ “ຜູ້ຍິງທີ່ເປັນແມ່ເຮືອນຈະຄຳນັບເທບທິດາໂດຍຄູ້ເຂົ່າລົງແລະກົ້ມກາບຈົນໜ້າຜາກຈຸພື້ນ.”
ໂນຣູສ໌ (ເນົາຣູສ໌). “ໃນສະໄໝແຕ່ກີ້ ເທດສະການນີ້ມາຈາກຄວາມເຊື່ອຕາມຫຼັກສາສະໜາໂຊໂຣອັດສ໌ເຕີ້ເຊິ່ງເປັນການສະຫຼອງມື້ທີ່ສັກສິດທີ່ສຸດມື້ໜຶ່ງໃນປະຕິທິນໂຊໂຣອັດສ໌ເຕີ້ບູຮານ...ເພື່ອຕ້ອນຮັບວິນຍານຂອງຕອນທ່ຽງ [ຣາພິທະວິນ] ທີ່ຖືກວິນຍານຂອງລະດູໜາວໄລ່ໄປຢູ່ພື້ນດິນໃນຍາມໜາວ. ຕາມປະເພນີໂຊໂຣອັດສ໌ເຕີ້ ເທດສະການນີ້ຈະສະຫຼອງຕອນທ່ຽງຂອງວັນໂນຣູສ໌.”—ອົງການການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ
ຊັບຍັນດາ. ເປັນການສະຫຼອງມື້ທີ່ກາງຄືນຍາວທີ່ສຸດໃນຮອບປີຢູ່ຊີກໂລກເໜືອເຊິ່ງຈັດໃນເດືອນທັນວາ. ປຶ້ມກ່ຽວກັບລັດທິຊູຟີຂອງສາສະໜາອິດສະຣາມອະທິບາຍວ່າ ການສະຫຼອງນີ້ “ກ່ຽວຂ້ອງກັບການນະມັດສະການເທບຂອງມິທຣາ” ເຊິ່ງເປັນເທບແຫ່ງແສງ ແລະຍັງມີການເຊື່ອນຳວ່າມັນກ່ຽວຂ້ອງກັບການນະມັດສະການເທບພະເຈົ້າແຫ່ງດວງຕາເວັນຂອງຄົນໂຣມແລະຄົນກຣີກ.b
ວັນຂອບໃຈພະເຈົ້າ. ມີຕົ້ນຕໍມາຈາກການສະຫຼອງລະດູເກັບກ່ຽວໃນສະໄໝບູຮານເພື່ອໃຫ້ກຽດເທບພະເຈົ້າຕ່າງໆເຊິ່ງຄ້າຍຄືກັບເທດສະການຄວັນຊາ. ແຕ່ເມື່ອເວລາຜ່ານໄປ “ປະເພນີບູຮານນີ້ກໍໄດ້ກາຍມາເປັນເທດສະການຂອງຄລິດສະຕຽນທີ່ສະຫຼອງກັນເພື່ອຂອບໃຈພະເຈົ້າ.”—ປຶ້ມ The Pilgrims and the Myth of the First Thanksgiving
ເທດສະການຕ່າງໆທີ່ກ່ຽວກັບຄວາມເຊື່ອເລື່ອງໂຊກຊະຕາຫຼືໂຊກລາບ. ຄຳພີໄບເບິນບອກວ່າ ຄົນທີ່ “ຕັ້ງໂຕະວາງເຄື່ອງບູຊາໃຫ້ພະເຈົ້າແຫ່ງໂຊກລາບ” ເປັນຄົນທີ່ “ປະຖິ້ມພະເຢໂຫວາ.” (ເອຊາຢາ 65:11) ສະນັ້ນ ພະຍານພະເຢໂຫວາຈະບໍ່ສະຫຼອງເທດສະການຕໍ່ໄປນີ້.
ອີວານຄູປາລາ. ປຶ້ມ The A to Z of Belarus ບອກວ່າ: “ຄົນສ່ວນຫຼາຍເຊື່ອວ່າໃນວັນ [ອີວານຄູປາລາ] ທຳມະຊາດຈະປົດປ່ອຍພະລັງວິເສດອອກມາເຊິ່ງສາມາດຄວບຄຸມໄດ້ຖ້າມີຄວາມກ້າແລະມີໂຊກ.” ທີ່ຈິງແລ້ວ ມື້ນີ້ເປັນເທດສະການຂອງຄົນນອກຮີດທີ່ສະຫຼອງມື້ທີ່ກາງເວັນຍາວທີ່ສຸດໃນຮອບປີຢູ່ຊີກໂລກເໜືອເຊິ່ງຈັດໃນເດືອນມິຖຸນາ. ແຕ່ປຶ້ມສາລານຸກົມ Encyclopedia of Contemporary Russian Culture ບອກວ່າ “ຫຼັງຈາກຄົນນອກຮີດຮັບເອົາຄວາມເຊື່ອຂອງຄລິດສະຕຽນ ເທດສະການນອກຮີດກໍຖືກລວມເຂົ້າກັບເທດສະການຂອງໂບດ [“ວັນນັກບຸນ” ໂຢຮັນຜູ້ໃຫ້ບັບເຕມາ].”
ກຸດຈີນ (ປີໃໝ່ເກົາຫຼີ). ປຶ້ມ Mooncakes and Hungry Ghosts—Festivals of China ບອກວ່າ “ໃນຍາມນີ້ຂອງແຕ່ລະປີ ຄົນຈະໃຫ້ຄວາມສຳຄັນກັບຄອບຄົວ ໝູ່ຄູ່ ແລະຍາດຕິພີ່ນ້ອງຫຼາຍເປັນພິເສດ. ມີການອວຍໄຊໃຫ້ພອນ ການບູຊາເທບພະເຈົ້າແລະວິນຍານເພື່ອຈະມີໂຊກລາບຕະຫຼອດປີ.” ປຶ້ມສາລານຸກົມ Encyclopedia of New Year’s Holidays Worldwide ອະທິບາຍວ່າ ມື້ປີໃໝ່ຂອງຄົນເກົາຫຼີກໍຄືກັນ “ມີການໄຫວ້ບັນພະບຸລຸດ ພິທີໄລ່ວິນຍານຊົ່ວໜີແລະພິທີອື່ນໆເພື່ອຈະມີໂຊກລາບໃນປີໃໝ່ ແລະການທຳນາຍໂຊກຊະຕາສຳລັບປີທີ່ກຳລັງຈະມາຮອດ.”
ກຸດຈີນ
ເທດສະການທີ່ກ່ຽວກັບຄວາມເຊື່ອເລື່ອງວິນຍານອະມະຕະ. ຄຳພີໄບເບິນບອກຊັດເຈນວ່າ ຊີວິດສິ້ນສຸດລົງຕອນທີ່ຄົນເຮົາຕາຍ. (ເອເຊກຽນ 18:4) ພະຍານພະເຢໂຫວາຈຶ່ງບໍ່ສະຫຼອງເທດສະການຕໍ່ໄປນີ້ຍ້ອນເປັນການສົ່ງເສີມຄວາມເຊື່ອເລື່ອງວິນຍານອະມະຕະ.
ມື້ວິນຍານໃນແດນຊຳລະບາບ (ມື້ລະນຶກເຖິງຄົນຕາຍ). ປຶ້ມສາລານຸກົມກະໂຕລິກໃໝ່ບອກວ່າ ມື້ນີ້ເປັນມື້ທີ່ “ລະນຶກເຖິງຄົນດີທຸກຄົນທີ່ຕາຍໄປ.” ປຶ້ມຫົວນີ້ຍັງບອກນຳວ່າ “ໃນຍຸກກາງ ຄົນເຊື່ອວ່າວິນຍານທີ່ຢູ່ໃນແດນຊຳລະບາບອາດປາກົດໂຕໃນມື້ນີ້ເປັນຜີ ແມ່ມົດ ຄັນຄາກ ແລະອື່ນໆ ເພື່ອແກ້ແຄ້ນຄົນທີ່ເຮັດຜິດຕໍ່ເຂົາເຈົ້າຕອນທີ່ຍັງມີຊີວິດຢູ່.”
ເທດສະການເຊັງເມັງແລະເທດສະການສາດຈີນ. ທັງສອງເທດສະການເປັນການສະແດງຄວາມສຳນຶກບຸນຄຸນຕໍ່ບັນພະບຸລຸດທີ່ຕາຍໄປແລ້ວແລະໄຫວ້ບູຊາຜີທີ່ອຶດຢາກ. ປຶ້ມ Celebrating Life Customs Around the World—From Baby Showers to Funerals ບອກວ່າ ໄລຍະເທດສະການເຊັງເມັງ ຈະມີ “ການໄຫວ້ບູຊາດ້ວຍອາຫານ ເຄື່ອງດື່ມ ແລະເຜົາເຈ້ຍເງິນເຈ້ຍຄຳໄປໃຫ້ຄົນຕາຍເພື່ອບໍ່ໃຫ້ອຶດໃຫ້ຢາກແລະມີເງິນໃຊ້.” ປຶ້ມຫົວນີ້ຍັງບອກນຳວ່າ “ໃນເດືອນເທດສະການສາດຈີນ ໂດຍສະເພາະໃນຄືນທີ່ເດືອນເຕັມດວງ [ເຊື່ອກັນວ່າ] ວິນຍານຄົນຕາຍຈະຕິດຕໍ່ກັບມະນຸດໄດ້ງ່າຍທີ່ສຸດ ແລະພວກມັນຈະດຸຮ້າຍທີ່ສຸດ. ສະນັ້ນຈຶ່ງຕ້ອງມີເທດສະການນີ້ເພື່ອເອົາໃຈຄົນຕາຍແລະໃຫ້ກຽດບັນພະບຸລຸດ.”
ເທດສະການຊູຊ໋ອກ. ປຶ້ມກ່ຽວກັບປະເພນີເກົາຫຼີຊື່ The Korean Tradition of Religion, Society, and Ethics ບອກວ່າ ເທດສະການນີ້ມີພິທີ “ໄຫວ້ບູຊາວິນຍານຄົນຕາຍດ້ວຍອາຫານແລະເຫຼົ້າ” ເຊິ່ງສະແດງເຖິງ “ຄວາມເຊື່ອທີ່ວິນຍານຍັງຢູ່ຕໍ່ໄປຫຼັງຈາກຕາຍແລ້ວ.”
ເທດສະການທີ່ກ່ຽວຂ້ອງກັບໄສຍະສາດຫຼືເລື່ອງລຶກລັບເໜືອທຳມະຊາດ. ຄຳພີໄບເບິນບອກວ່າ: “ຢ່າໃຫ້ຜູ້ໃດທຳນາຍອະນາຄົດ ໃຊ້ມົນ ຫຼືເບິ່ງໂຊກເບິ່ງລາງ. ຢ່າໃຫ້ຜູ້ໃດເສກຂອງໃສ່ຜູ້ອື່ນ. ຢ່າໃຫ້ຜູ້ໃດໄປປຶກສາຄົນຊົງ ໝໍດູ ຫຼືໄປຖາມຂ່າວຫາຄົນຕາຍ. ພະເຢໂຫວາຂີ້ດຽດຄົນທີ່ເຮັດສິ່ງເຫຼົ່ານີ້.” (ພະບັນຍັດ 18:10-12) ຍ້ອນພະຍານພະເຢໂຫວາບໍ່ຢາກກ່ຽວຂ້ອງກັບໄສຍະສາດທຸກຮູບແບບລວມທັງໂຫລາສາດ (ການທຳນາຍໂຊຊະຕາແບບໜຶ່ງ) ເຂົາເຈົ້າຈຶ່ງບໍ່ສະຫຼອງວັນຮາໂລວີນຫຼືເທດສະການຕໍ່ໄປນີ້:
ມື້ປີໃໝ່ຂອງຄົນທະມິວແລະສິງຫາລາ. “ພິທີກຳຕາມທຳນຽມຂອງການສະຫຼອງນີ້...ມີກິດຈະກຳທາງໂຫລາສາດທີ່ກ່ຽວກັບການທຳນາຍໂຊຊະຕາຫຼືຫາມື້ຫາຍາມນຳ.”—ສາລານຸກົມ Encyclopedia of Sri Lanka
ສົງການ. ຊື່ເທດສະການນີ້ “ມາຈາກຄຳພາສາສັນສະກິດ...ທີ່ແປວ່າ ‘ເຄື່ອນໄຫວ’ ຫຼື ‘ປ່ຽນແປງ.’ ເທດສະການປີໃໝ່ຈຶ່ງເປັນການສະຫຼອງມື້ທີ່ດວງຕາເວັນເຄື່ອນເຂົ້າສູ່ລາສີເມກໃນຈັກລາສີ.”—Food, Feasts, and Faith—An Encyclopedia of Food Culture in World Religions
ການສະຫຼອງທີ່ກ່ຽວຂ້ອງກັບການນະມັດສະການຕາມກົດໝາຍຂອງໂມເຊ ແຕ່ຖືກຍົກເລີກຫຼັງຈາກພະເຢຊູຕາຍ. ຄຳພີໄບເບິນບອກວ່າ: “ພະຄລິດເຮັດໃຫ້ກົດໝາຍຂອງໂມເຊຖືກຍົກເລີກ.” (ໂຣມ 10:4) ຄລິດສະຕຽນຍັງໄດ້ຮັບປະໂຫຍດຈາກຫຼັກການຂອງກົດໝາຍຂອງທີ່ພະເຢໂຫວາໃຫ້ຄົນອິດສະຣາເອນ. ແຕ່ເຂົາເຈົ້າບໍ່ໄດ້ສະຫຼອງເທດສະການຕ່າງໆຕາມກົດໝາຍນັ້ນແລ້ວ ໂດຍສະເພາະເທດສະການທີ່ກ່ຽວຂ້ອງກັບການມາຂອງເມຊີອາ ຍ້ອນຄລິດສະຕຽນເຊື່ອວ່າເມຊີອາມາແລ້ວ. ຄຳພີໄບເບິນບອກວ່າ: “ສິ່ງເຫຼົ່ານັ້ນເປັນແຕ່ເງົາຂອງສິ່ງທີ່ຈະຕ້ອງມາ ແຕ່ຂອງແທ້ຈະມາທາງພະຄລິດ.” (ໂກໂລຊາຍ 2:17) ເມື່ອຄິດເຖິງເຫດຜົນນີ້ແລະຄິດເຖິງຕົ້ນຕໍຂອງເທດສະການຕ່າງໆທີ່ບໍ່ສອດຄ່ອງກັບຫຼັກການໃນພະຄຳພີ ພະຍານພະເຢໂຫວາຈຶ່ງບໍ່ສະຫຼອງເທດສະການຕໍ່ໄປນີ້:
ຮານຸກກາ. ເປັນເທດສະການທີ່ຕັ້ງຂຶ້ນເພື່ອສະຫຼອງການອຸທິດວິຫານຂອງຄົນຢິວໃນເມືອງເຢຣູຊາເລັມ ແຕ່ຄຳພີໄບເບິນບອກວ່າພະເຢຊູມາເປັນປະໂລຫິດໃຫຍ່ຢູ່ “ເຕັ້ນ [ຫຼື ວິຫານ] ທີ່ຍິ່ງໃຫຍ່ກວ່າແລະສົມບູນກວ່າ. ເປັນເຕັ້ນທີ່ມະນຸດບໍ່ໄດ້ສ້າງແລະບໍ່ແມ່ນສິ່ງທີ່ພະເຈົ້າສ້າງໄວ້ໃນໂລກ.” (ເຮັບເຣີ 9:11) ສຳລັບຄລິດສະຕຽນ ວິຫານໂດຍໄນນີ້ມາແທນວິຫານຂອງຄົນຢິວໃນເມືອງເຢຣູຊາເລັມ.
ຣໍຮາຊານາ. ເປັນມື້ປີໃໝ່ຫຼືມື້ທຳອິດຂອງປີໃນປະຕິທິນຢິວ. ໃນສະໄໝແຕ່ກີ້ມີການເຜົາເຄື່ອງບູຊາພິເສດໃຫ້ພະເຈົ້າໃນໄລຍະເທດສະການນີ້. (ຈົດເຊັນບັນຊີ 29:1-6) ແຕ່ພະເຢຊູທີ່ເປັນເມຊີອາໄດ້ເຮັດໃຫ້ “ການເຜົາເຄື່ອງບູຊາທີ່ເປັນສັດແລະເຄື່ອງບູຊາອື່ນໆ” ຖືກຍົກເລີກ. ສະນັ້ນ ພະເຢໂຫວາຈຶ່ງຖືວ່າການເຜົາເຄື່ອງບູຊາເຫຼົ່ານັ້ນບໍ່ມີປະໂຫຍດຫຍັງ.—ດານີເອນ 9:26, 27
ເທດສະການຕ່າງໆສະໜັບສະໜູນການປະສົມປະສານຄວາມເຊື່ອບໍ?
ຫຼັກການໃນຄຳພີໄບເບິນ: “ຄົນທີ່ເຊື່ອຈະມີຫຍັງຄືກັບຄົນທີ່ບໍ່ເຊື່ອບໍ? ວິຫານຂອງພະເຈົ້າຈະມີຮູບບູຊາໄດ້ບໍ?”—2 ໂກຣິນໂທ 6:15-17
ພະຍານພະເຢໂຫວາພະຍາຍາມຢູ່ແບບສະຫງົບສຸກກັບຄົນອື່ນແລະຍອມຮັບວ່າທຸກຄົນມີສິດເລືອກວ່າຈະເຊື່ອຫຍັງ ແຕ່ເຂົາເຈົ້າຈະບໍ່ເຂົ້າຮ່ວມເທດສະການຫຼືການສະຫຼອງທີ່ສະໜັບສະໜູນການປະສົມປະສານຄວາມເຊື່ອຕ່າງໆ ເຊັ່ນ:
ການສະຫຼອງທີ່ຍົກຍ້ອງບຸກຄົນຫຼືເຫດການສຳຄັນທາງສາສະໜາເຊິ່ງສະໜັບສະໜູນໃຫ້ຄົນທີ່ມີຄວາມເຊື່ອຕ່າງກັນມາເຮັດກິດຈະກຳທາງສາສະໜານຳກັນ. ຕອນທີ່ພະເຢໂຫວາພາຄົນອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ເພິ່ນສັນຍາໄວ້ເຊິ່ງມີຄົນທີ່ນັບຖືສາສະໜາອື່ນອາໄສຢູ່ ເພິ່ນສັ່ງເຂົາເຈົ້າວ່າ: “ຫ້າມເຮັດສັນຍາກັບພວກເຂົາ ຫຼືເຮັດສັນຍາວ່າຈະນະມັດສະການພະເຈົ້າຂອງພວກເຂົາ. ຢ່າໃຫ້ພວກເຂົາມາຢູ່ໃນແຜ່ນດິນຂອງພວກເຈົ້າ ເພື່ອພວກເຂົາຈະບໍ່ພາພວກເຈົ້າເຮັດຜິດຕໍ່ເຮົາ. ຖ້າພວກເຈົ້າໄປນະມັດສະການພະເຈົ້າຂອງພວກເຂົາ ພວກເຈົ້າກໍຈະຕິດກັບດັກຂອງພວກເຂົາໄດ້.” (ອົບພະຍົບ 23:32, 33) ຍ້ອນແນວນີ້ ພະຍານພະເຢໂຫວາຈຶ່ງບໍ່ສະຫຼອງບຸນຕ່າງໆຕໍ່ໄປນີ້:
ລອຍກະທົງ. ເປັນເທດສະການຂອງຄົນໄທ. “ຄົນຈະເຮັດກະທົງຈາກໃບໄມ້ຫຼືດອກໄມ້ ປັກທູບທຽນໃສ່ໃນກະທົງ ແລ້ວເອົາໄປລອຍຕາມແມ່ນ້ຳລຳຄອງ. ເຂົາເຈົ້າເຊື່ອວ່າກະທົງຈະເອົາຄວາມທຸກໂສກແລະໂລກໄພໄຂ້ເຈັບຕ່າງໆໄປ. ແຕ່ທີ່ຈິງແລ້ວເທດສະການນີ້ຕັ້ງຂຶ້ນເພື່ອບູຊາຮອຍຕີນສັກສິດຂອງພະພຸດທະເຈົ້າ.”—ສາລານຸກົມ Encyclopedia of Buddhism
ວັນສາລະພາບຄວາມຜິດແຫ່ງຊາດ. ພະນັກງານລັດຄົນໜຶ່ງໃຫ້ຄວາມເຫັນໃວ້ໃນໜັງສືພິມ The National ຂອງປະເທດປາປົວນິວກີເນວ່າ ຄົນທີ່ເຂົ້າຮ່ວມເທດສະການນີ້ “ຍອມຮັບຫຼັກຄວາມເຊື່ອພື້ນຖານຂອງຄລິດສະຕຽນ” ແລະການສະຫຼອງນີ້ “ສົ່ງເສີມໃຫ້ຄົນໃນປະເທດໃຊ້ຫຼັກການຂອງຄລິດສະຕຽນ.”
ວັນວິສາຂະບູຊາ. “ມື້ນີ້ເປັນມື້ສຳຄັນທີ່ສຸດຂອງຄົນທີ່ນັບຖືສາສະໜາພຸດ. ເປັນມື້ທີ່ພະພຸດທະເຈົ້າເກີດ ຕັດສະລູ້ ແລະປະລິນິພານ.”—ວັດຈະນານຸກົມ Holidays, Festivals, and Celebrations of the World Dictionary
ວັນວິສາຂະບູຊາ
ການສະຫຼອງທີ່ເປັນປະເພນີທາງສາສະໜາເຊິ່ງບໍ່ສອດຄ່ອງກັບຄຳພີໄບເບິນ. ພະເຢຊູບອກພວກຫົວໜ້າສາສະໜາວ່າ: “ພວກເຈົ້າຫັ້ນແຫຼະທີ່ເຮັດໃຫ້ຄຳສອນຂອງພະເຈົ້າບໍ່ມີຄວາມໝາຍຍ້ອນທຳນຽມຂອງພວກເຈົ້າເອງ.” ເພິ່ນເວົ້າກ່ຽວກັບສິ່ງທີ່ເຂົາເຈົ້າສອນວ່າບໍ່ມີປະໂຫຍດ ຍ້ອນເຂົາເຈົ້າ “ມັກເອົາກົດເກນຂອງມະນຸດມາສອນ.” (ມັດທາຍ 15:6, 9) ເມື່ອຄິດເຖິງຄຳເຕືອນນີ້ ພະຍານພະເຢໂຫວາຈື່ງບໍ່ຮ່ວມການສະຫຼອງຕ່າງໆທາງສາສະໜາ ເຊັ່ນ:
ເທດສະການເອພິຟານີ (ວັນ 3 ກະສັດ ເທດສະການທິມກັດ ຫຼືລອດສ໌ ເຣເຢສ ເມໂກສ). ເປັນການສະຫຼອງມື້ທີ່ພວກທຳນາຍໂດຍເບິ່ງດວງດາວ 3 ຄົນໄປຢາມພະເຢຊູ ຫຼືສະຫຼອງການຮັບບັບເຕມາຂອງພະເຢຊູ. ປຶ້ມສາລານຸກົມ The Christmas Encyclopedia ບອກວ່າ ການສະຫຼອງນີ້ “ເປັນການເອົາການສະຫຼອງລະດູໃບໄມ້ປົ່ງຂອງຄົນນອກຮີດມາສະຫຼອງໃນແບບຂອງຄລິດສະຕຽນ ເຊິ່ງເປັນການຍົກຍ້ອງເທບພະເຈົ້າຂອງສາຍນ້ຳແລະແມ່ນ້ຳລຳເຊ.” ປຶ້ມສາລານຸກົມອີກຫົວໜຶ່ງຊື່ວ່າ Encyclopedia of Society and Culture in the Ancient World ອະທິບາຍວ່າເທດສະການທິມກັດເຊິ່ງມີລັກສະນະຄ້າຍຄືກັນກໍ “ມີຕົ້ນຕໍມາຈາກທຳນຽມແລະປະເພນີທີ່ເກົ່າແກ່.”
ມື້ສະຫຼອງແມ່ມາຣີໄດ້ຮັບກຽດຂຶ້ນສະຫວັນ. ເປັນການສະຫຼອງທີ່ມີຕົ້ນຕໍມາຈາກຄວາມເຊື່ອທີ່ວ່າແມ່ຂອງພະເຢຊູໄດ້ຂຶ້ນສະຫວັນໂດຍທີ່ບໍ່ປະຮ່າງກາຍໄວ້ໃນໂລກນີ້. ປຶ້ມສາລານຸກົມ Religion and Society—Encyclopedia of Fundamentalism ບອກວ່າ: “ບໍ່ມີການສອນຄວາມເຊື່ອນີ້ໃນຄລິດຕະຈັກຍຸກທຳອິດ ແລະຄວາມເຊື່ອນີ້ບໍ່ໄດ້ມາຈາກຄຳພີໄບເບິນ.”
ມື້ສະຫຼອງແມ່ມາຣີເກີດ. “ໃນຄຳພີໄບເບິນບໍ່ມີຄຳສອນເລື່ອງການເກີດ [ຂອງມາຣີ] ໂດຍກົງ. ແຕ່ຄລິດຕະຈັກຄິດຄຳສອນນີ້ຂຶ້ນມາເອງ.”—ປຶ້ມສາລານຸກົມ New Catholic Encyclopedia
ເທດສະການມະຫາພົດ (ເທດສະການເຂົ້າສູ່ທຳ). ເປັນຊ່ວງເວລາຂອງການສຳນຶກຜິດແລະອົດເຂົ້າ. ປຶ້ມສາລານຸກົມ New Catholic Encyclopedia ອະທິບາຍວ່າ ເທດສະການນີ້ເລີ່ມສະຫຼອງ “ໃນສະຕະວັດທີ 4” ຫຼັງຈາກຄຳພີໄບເບິນຂຽນແລ້ວ 200 ກວ່າປີ. ປຶ້ມສາລານຸກົມຫົວນີ້ຍັງເວົ້າວ່າ “ໃນວັນພຸດຮັບຂີ້ເທົ່າ ພວກຄຸນພໍ່ຈະໃຊ້ຂີ້ເທົ່າແຕ້ມຮູບໄມ້ກາງເຂນຢູ່ໜ້າຜາກຂອງສະມາຊິກໂບດ. ນີ້ເປັນການເຕືອນວ່າເຂົາເຈົ້າຄວນກັບໃຈ. ໂບດກາໂຕລິກໄດ້ຮັບເອົາທຳນຽມນີ້ຢ່າງເປັນທາງການໃນປີ 1091.”
ເມສ໌ເຄວ (ມາສ໌ຄາລ). ເປັນເທດສະການຂອງຄົນເອທິໂອເປຍ. ປຶ້ມສາລານຸກົມ Encyclopedia of Society and Culture in the Medieval World ອະທິບາຍວ່າ ເທດສະການນີ້ຈັດຂຶ້ນເພື່ອສະຫຼອງ “ການຄົ້ນພົບໄມ້ກາງເຂນແທ້ (ໄມ້ກາງເຂນທີ່ພະເຢຊູຖືກຄຶງໄວ້) ໂດຍຈະມີການຮ້ອງແລະເຕັ້ນອ້ອມກອງໄຟ” ແຕ່ພະຍານພະເຢໂຫວາບໍ່ໃຊ້ໄມ້ກາງເຂນໃນການນະມັດສະການ.
ການສະຫຼອງເທດສະການນັ້ນຕັ້ງຂຶ້ນເພື່ອຍົກຍ້ອງມະນຸດ ອົງການ ຫຼືສັນຍາລັກຂອງຊາດບໍ?
ຫຼັກການໃນຄຳພີໄບເບິນ: “ພະເຢໂຫວາເວົ້າວ່າ: ‘ຄົນທີ່ໄວ້ໃຈມະນຸດ ຄົນທີ່ໄວ້ໃຈກຳລັງຂອງມະນຸດ ແລະຄົນທີ່ປະຖິ້ມພະເຢໂຫວາຈະຖືກສາບແຊ່ງ.’”—ເຢເຣມີຢາ 17:5
ພະຍານພະເຢໂຫວາສະແດງຄວາມຂອບໃຈຕໍ່ທຸກຄົນແລະເຖິງຂັ້ນອະທິດຖານເພື່ອຄົນອື່ນ ແຕ່ເຂົາເຈົ້າບໍ່ເຂົ້າຮ່ວມງານສະຫຼອງຫຼືເທດສະການຕໍ່ໄປນີ້:
ການສະຫຼອງທີ່ຍົກຍ້ອງຜູ້ນຳປະເທດຫຼືບຸກຄົນສຳຄັນ. ຄຳພີໄບເບິນບອກວ່າ: “ໃຫ້ພວກເຈົ້າເຊົາໄວ້ໃຈມະນຸດ ເພາະເມື່ອມະນຸດເຊົາຫາຍໃຈ ລາວກໍຈະຕາຍແລະຊ່ວຍຫຍັງພວກເຈົ້າບໍ່ໄດ້.” (ເອຊາຢາ 2:22) ສະນັ້ນ ພະຍານພະເຢໂຫວາຈະບໍ່ສະຫຼອງເທດສະການບາງຢ່າງ ເຊັ່ນ: ວັນເກີດຂອງກະສັດຫຼືລາຊີນີ.
ການສະຫຼອງທຸງຊາດ. ພະຍານພະເຢໂຫວາຈະບໍ່ສະຫຼອງວັນທຸງຊາດ ຍ້ອນຄຳພີໄບເບິນບອກວ່າ: “ຢ່າຫຍຸ້ງກ່ຽວກັບຮູບບູຊາ.” (1 ໂຢຮັນ 5:21) ທຸກມື້ນີ້ຫຼາຍຄົນບໍ່ໄດ້ຖືວ່າທຸງຊາດເປັນຮູບບູຊາ ແຕ່ນັກປະຫວັດສາດຊື່ຄາລຕັນ ເຈ. ເອັດ. ເຮ ຂຽນວ່າ: “ທຸງຊາດເປັນສັນຍາລັກຂອງຄວາມສັດທາແລະເປັນສິ່ງບູຊາທີ່ສຳຄັນທີ່ສຸດຂອງລັດທິຊາດນິຍົມ.”
ເທດສະການຫຼືການສະຫຼອງທີ່ຍົກຍ້ອງນັກບຸນ. ເມື່ອຜູ້ຊາຍທີ່ຢ້ານຢຳພະເຈົ້າໝູບລົງເພື່ອສະແດງຄວາມນັບຖືອັກຄະສາວົກເປໂຕ ຄຳພີໄບເບິນບອກວ່າ: “ເປໂຕດຶງລາວລຸກຂຶ້ນແລະເວົ້າວ່າ: ‘ລຸກຂຶ້ນແມ້ ຂ້ອຍກໍເປັນຄົນທຳມະດາຄືກັນ.’” (ກິດຈະການ 10:25, 26) ຍ້ອນເປໂຕແລະອັກຄະສາວົກຄົນອື່ນໆບໍ່ຍອມຮັບການຍົກຍ້ອງໃຫ້ກຽດແບບພິເສດຫຼືການຂາບໄຫວ້ບູຊາ ພະຍານພະເຢໂຫວາຈຶ່ງບໍ່ເຂົ້າຮ່ວມກິດຈະກຳຫຼືການສະຫຼອງທີ່ຈັດຂຶ້ນເພື່ອໃຫ້ກຽດນັກບຸນ ເຊັ່ນ ການສະຫຼອງຕໍ່ໄປນີ້:
ວັນນັກບຸນທັງຫຼາຍ. ປຶ້ມສາລານຸກົມ New Catholic Encyclopedia ບອກວ່າ ເທດສະການນີ້ “ເປັນການລ້ຽງສະຫຼອງເພື່ອໃຫ້ກຽດນັກບຸນທັງຫຼາຍ...ບໍ່ມີໃຜຮູ້ແນ່ນອນວ່າການສະຫຼອງນີ້ເລີ່ມຕົ້ນແນວໃດຫຼືຕັ້ງແຕ່ຕອນໃດ.”
ການສະຫຼອງແມ່ມາຣີແຫ່ງກົວດາລູເປ. ປຶ້ມສາລານຸກົມ The Greenwood Encyclopedia of Latino Literature ບອກວ່າ ການສະຫຼອງນີ້ຈັດຂຶ້ນເພື່ອຍົກຍ້ອງ “ນັກບຸນ (ຜູ້ຍິງ) ທີ່ປົກປ້ອງປະເທດເມັກຊິກໂກ” ແລະບາງຄົນເຊື່ອວ່າແມ່ນມາຣີແມ່ຂອງພະເຢຊູ. ລາວເຄີຍປາກົດໂຕໃຫ້ຊາວນາທີ່ທຸກຍາກຄົນໜຶ່ງເຫັນໃນປີ 1531.
ວັນສະຫຼອງຊື່. ປຶ້ມ Celebrating Life Customs Around the World—From Baby Showers to Funerals ບອກວ່າ: “ມື້ນີ້ເປັນມື້ສະຫຼອງຂອງນັກບຸນແລະຄົນທີ່ມີຊື່ຄືກັນກັບນັກບຸນຜູ້ນັ້ນ ເຊິ່ງອາດຈະໄດ້ຊື່ນີ້ຕອນທີ່ລາວຮັບບັບເຕມາຕອນເປັນແອນ້ອຍ ຫຼືຕອນທີ່ລາວຢືນຢັນຄວາມເຊື່ອຂອງໂຕເອງໃນພິທີທາງສາສະໜາຄລິດຢູ່ໂບດ.” ປຶ້ມນີ້ຍັງບອກອີກວ່າ “ມື້ນີ້ກ່ຽວຂ້ອງກັບສາສະໜາໂດຍກົງ.”
ການສະຫຼອງກ່ຽວກັບການເມືອງແລະການປະຕິຮູບສັງຄົມ. ຄຳພີໄບເບິນບອກວ່າ: “ການໄວ້ໃຈວ່າພະເຢໂຫວາຈະປົກປ້ອງດີກວ່າການໄວ້ໃຈມະນຸດ.” (ເພງສັນລະເສີນ 118:8, 9) ຍ້ອນພະຍານພະເຢໂຫວາເພິ່ງພະເຢໂຫວາແລະບໍ່ໄດ້ໄວ້ວາງໃຈມະນຸດໃຫ້ແກ້ປັນຫາໃນສັງຄົມ ເຂົາເຈົ້າຈຶ່ງບໍ່ສະຫຼອງວັນເຍົາວະຊົນ ຫຼືວັນແມ່ຍິງສາກົນເຊິ່ງກ່ຽວຂ້ອງກັບການເມືອງຫຼືການປະຕິຮູບສັງຄົມ. ຍ້ອນເຫດຜົນດຽວກັນນີ້ ເຂົາເຈົ້າບໍ່ສະຫຼອງວັນຍົກເລີກລະບົບຂ້າທາດຫຼືວັນອື່ນໆທີ່ຄ້າຍໆກັນນີ້. ແຕ່ເຂົາເຈົ້າລໍຖ້າໃຫ້ການປົກຄອງຂອງພະເຢໂຫວາມາແກ້ໄຂບັນຫາເລື່ອງເຊື້ອຊາດແລະຄວາມບໍ່ເທົ່າທຽມກັນໃນສັງຄົມ.—ໂຣມ 2: 11; 8: 21
ການສະຫຼອງນັ້ນຍົກຍ້ອງຊາດໜຶ່ງຫຼືຊົນເຜົ່າໃດໜຶ່ງເປັນພິເສດບໍ?
ຫຼັກການໃນຄຳພີໄບເບິນ: “ພະເຈົ້າບໍ່ລຳອຽງ. ເພິ່ນຍອມຮັບທຸກຄົນທີ່ຢ້ານຢຳເພິ່ນແລະເຮັດສິ່ງທີ່ຖືກຕ້ອງ ບໍ່ວ່າລາວຈະເປັນຄົນຊາດໃດກໍຕາມ.”—ກິດຈະການ 10:34, 35
ພະຍານພະເຢໂຫວາຫຼາຍຄົນຮັກປະເທດຊາດທີ່ເປັນບ້ານເກີດຂອງໂຕເອງ. ແຕ່ເຂົາເຈົ້າບໍ່ເຂົ້າຮ່ວມການສະຫຼອງທີ່ຍົກຍ້ອງປະເທດຊາດຫຼືຊົນເຜົ່າໃດໜຶ່ງເປັນພິເສດໃນແບບທີ່ບອກໄວ້ທາງລຸ່ມນີ້.
ການສະຫຼອງທີ່ໃຫ້ກຽດກອງທັບ. ພະເຢຊູບໍ່ສະໜັບສະໜູນສົງຄາມ ແລະເພິ່ນບອກພວກລູກສິດວ່າ: “ໃຫ້ຮັກສັດຕູຂອງພວກເຈົ້າແລະອະທິດຖານເພື່ອຄົນທີ່ຂົ່ມເຫງພວກເຈົ້າ.” (ມັດທາຍ 5:44) ສະນັ້ນ ພະຍານພະເຢໂຫວາຈະບໍ່ເຂົ້າຮ່ວມການສະຫຼອງທີ່ຍົກຍ້ອງແລະໃຫ້ກຽດທະຫານ ແລະບໍ່ສະຫຼອງວັນຕ່າງໆຕໍ່ໄປນີ້:
ວັນແອນແຊັກ (Anzac). ວັດຈະນານຸກົມຊື່ Historical Dictionary of Australia ບອກວ່າ: “Anzac ຫຍໍ້ມາຈາກ Australian and New Zealand Army Corps (ກອງກຳລັງທະຫານອົດສະຕຣາລີແລະນິວຊີແລນ)” ແລະຕໍ່ມາ “ວັນແອນແຊກຄ່ອຍໆປ່ຽນມາເປັນວັນລະນຶກເຖິງຄົນທີ່ຕາຍໃນສົງຄາມ.”
ວັນທະຫານຜ່ານເສິກ (ວັນລະນຶກເຖິງວິລະຊົນ ຫຼືວັນລະນຶກເຖິງຜູ້ທີ່ຕາຍເພື່ອຊາດ). ປຶ້ມສາລານຸກົມ Encyclopædia Britannica ບອກວ່າ ມື້ນີ້ຕັ້ງຂຶ້ນເພື່ອໃຫ້ກຽດ “ທະຫານຜ່ານເສິກແລະຜູ້ທີ່ຕາຍໃນສົງຄາມຂອງປະເທດ.”
ການສະຫຼອງທີ່ກ່ຽວຂ້ອງກັບປະຫວັດສາດຫຼືເອກະລາດຂອງຊາດ. ພະເຢຊູເວົ້າເຖິງພວກລູກສິດຂອງເພິ່ນວ່າ: “ເຂົາເຈົ້າບໍ່ໄດ້ເປັນຄົນຂອງໂລກ ຄືກັບທີ່ລູກບໍ່ໄດ້ເປັນຄົນຂອງໂລກ.” (ໂຢຮັນ 17:16) ພະຍານພະເຢໂຫວາມັກຮຽນຮູ້ປະຫວັດຄວາມເປັນມາຂອງແຕ່ລະປະເທດ ແຕ່ເຂົາເຈົ້າບໍ່ເຂົ້າຮ່ວມການສະເຫຼີມສະຫຼອງຕ່າງໆຂອງຊາດ ເຊັ່ນ:
ວັນຊາດອົດສະຕຣາລີ. ປຶ້ມສາລານຸກົມ Worldmark Encyclopedia of Cultures and Daily Life ບອກວ່າ ມື້ນີ້ເປັນການລະນຶກເຖິງ “ມື້ທີ່ກອງທະຫານອັງກິດຍົກທຸງຊາດອັງກິດໃນປີ 1788 ແລະປະກາດວ່າອົດສະຕຣາລີເປັນຫົວເມືອງຂຶ້ນໃໝ່.”
ວັນກາຍຟອກສ໌. ປຶ້ມວັດຈະນານຸກົມ A Dictionary of English Folklore ອະທິບາຍວ່າ ມື້ນີ້ເປັນ “ມື້ທີ່ຄົນໝົດຊາດສະເຫຼີມສະຫຼອງການລົ້ມແຜນການຂອງກາຍຟອກສ໌ແລະກຸ່ມຄົນທີ່ສົມຮູ້ຮ່ວມຄິດກັບຄົນກາໂຕລິກທີ່ວາງແຜນລະເບີດສະພາຂຸນນາງ [ຂອງອັງກິດ] ແລະລອບສັງຫານກະສັດເຈມສ໌ ທີ 1 ໃນປີ 1605.”
ວັນປະກາດເອກະລາດ (ວັນຊາດ). ປຶ້ມວັດຈະນານຸກົມ Merriam-Webster’s Unabridged Dictionary ບອກວ່າ ໃນຫຼາຍປະເທດ ມື້ນີ້ເປັນ “ມື້ທີ່ກຳນົດຂຶ້ນເພື່ອໃຫ້ປະຊາຊົນຮ່ວມສະເຫຼີມສະຫຼອງເນື່ອງໃນໂອກາດຄົບຮອບການປະກາດເອກະລາດຂອງຊາດ.”
ເທດສະການນັ້ນມີການສະຫຼອງແບບເລີຍເຖີດແລະຜິດສິນລະທຳບໍ?
ຫຼັກການໃນຄຳພີໄບເບິນ: “ພວກເຈົ້າໃຊ້ຊີວິດຕາມໃຈຄົນໃນໂລກຫຼາຍພໍແລ້ວ. ຕອນນັ້ນ ພວກເຈົ້າເຮັດຊົ່ວແບບບໍ່ອາຍ ປ່ອຍໂຕໄປກັບຄວາມຕ້ອງການທີ່ຜິດໆ ກິນເຫຼົ້າຫຼາຍໂພດ ກິນລ້ຽງເຮຮາຈົນສຸດຂີດ ແຂ່ງກັນກິນເຫຼົ້າ ແລະຂາບໄຫວ້ຮູບບູຊາທີ່ເປັນຕາຂີ້ດຽດ.”—1 ເປໂຕ 4:3.
ເມື່ອຄິດເຖິງຫຼັກການຂໍ້ນີ້ ພະຍານພະເຢໂຫວາຈຶ່ງບໍ່ເຂົ້າຮ່ວມການສະຫຼອງທີ່ມີການກິນເຫຼົ້າຈົນເມົາແລະປາຕີ້ທີ່ເຮຮາຈົນສຸດຂີດ. ພະຍານພະເຢໂຫວາມັກມ່ວນຊື່ນກັບໝູ່ຄູ່ ແຕ່ຖ້າມີເຄື່ອງດື່ມມຶນເມົາ ເຂົາເຈົ້າກໍຈະບໍ່ກິນຫຼາຍເກີນໄປຫຼືອາດຈະບໍ່ກິນເລີຍ. ເຂົາເຈົ້າພະຍາຍາມເຮັດຕາມຄຳແນະນຳໃນຄຳພີໄບເບິນທີ່ວ່າ: “ຖ້າເຈົ້າຈະກິນ ຈະດື່ມ ຫຼືຈະເຮັດຫຍັງກໍຕາມ ໃຫ້ເຈົ້າເຮັດທຸກສິ່ງໃນແບບທີ່ເຮັດໃຫ້ພະເຈົ້າໄດ້ຮັບການຍ້ອງຍໍສັນລະເສີນ.”—1 ໂກຣິນໂທ 10:31
ສະນັ້ນ ພະຍານພະເຢໂຫວາຈະບໍ່ເຂົ້າຮ່ວມເທດສະການຄານິວາຫຼືງານສະຫຼອງອື່ນໆທີ່ສະໜັບສະໜູນການປະພຶດໂຕແບບທີ່ຄຳພີໄບເບິນຕຳໜິ ເຊິ່ງລວມເຖິງເທດສະການປູຣິມ ຂອງຄົນຢິວ. ເຖິງວ່າເທດສະການນີ້ເຄີຍເປັນການສະຫຼອງມື້ທີ່ຄົນຢິວໄດ້ຮັບການຊ່ວຍໃຫ້ລອດຈາກການຂ້າລ້າງເຜົ່າພັນໃນສະຕະວັດທີ 5 ກ່ອນຄລິດຕະສັກກະລາດ ແຕ່ປຶ້ມ Essential Judaism ບອກວ່າ ຕອນນີ້ເທດສະການປູຣິມ “ຖືກເອີ້ນວ່າເປັນງານມາຣດິກຣາສ໌ຫຼືຄານິວາຂອງຄົນຢິວໄປແລ້ວ” ຍ້ອນ “ມີທັງການແຕ່ງໂຕແຟນຊີ (ຜູ້ຊາຍມັກຈະແຕ່ງໂຕເປັນຜູ້ຍິງ) ສະຫຼອງແບບສຸດຂີດ ກິນເຫຼົ້າຈົນເມົາ ແລະເຮັດສຽງຟົດນັນ.”
ພະຍານພະເຢໂຫວາຍັງຮັກຄອບຄົວຢູ່ບໍຖ້າເຂົາເຈົ້າບໍ່ໄດ້ສະຫຼອງເທດສະການບາງຢ່າງ?
ຮັກແທ້. ຍ້ອນຄຳພີໄບເບິນສອນໃຫ້ທຸກຄົນຮັກກັນແລະນັບຖືຄົນໃນຄອບຄົວເຖິງວ່າຈະມີຄວາມເຊື່ອບໍ່ຄືກັນ. (1 ເປໂຕ 3:1, 2, 7) ແຕ່ເມື່ອພະຍານພະເຢໂຫວາເຊົາສະຫຼອງເທດສະການຫຼືບຸນບາງຢ່າງ ຄົນໃນຄອບຄົວຫຼືຍາດຕິພີ່ນ້ອງບາງຄົນອາດບໍ່ພໍໃຈ ເສຍໃຈ ຫຼືເຖິງຂັ້ນຮູ້ສຶກວ່າພະຍານບໍ່ຮັກຄອບຄົວແລ້ວ. ສະນັ້ນ ພະຍານພະເຢໂຫວາຫຼາຍຄົນຈຶ່ງພະຍາຍາມເຮັດໃຫ້ຄົນໃນຄອບຄົວຫຼືຍາດຕິພີ່ນ້ອງໝັ້ນໃຈວ່າເຂົາເຈົ້າຍັງຮັກຄອບຄົວ ແລະຄ່ອຍໆອະທິບາຍເຫດຜົນທີ່ບໍ່ເຂົ້າຮ່ວມແບບໃຈເຢັນໆ. ພະຍານພະເຢໂຫວາຍັງຊອກໂອກາດໄປຢາມຄອບຄົວໃນຍາມອື່ນແທນ.
ພະຍານພະເຢໂຫວາຫ້າມຄົນອື່ນບໍ່ໃຫ້ສະຫຼອງເທດສະການບາງຢ່າງບໍ?
ບໍ່ແມ່ນ. ເຂົາເຈົ້າເຊື່ອວ່າແຕ່ລະຄົນຕ້ອງຕັດສິນໃຈເອົາເອງ (ໂຢຊວຍ 24:15) ພະຍານພະເຢໂຫວາ “ໃຫ້ກຽດຄົນທຸກປະເພດ” ບໍ່ວ່າເຂົາເຈົ້າຈະມີຄວາມເຊື່ອທາງສາສະໜາແບບໃດກໍຕາມ.—1 ເປໂຕ 2:17
a ບົດຄວາມນີ້ບໍ່ໄດ້ເວົ້າເຖິງເທດສະການທັງໝົດທີ່ພະຍານພະເຢໂຫວາບໍ່ສະຫຼອງ ແລະບໍ່ໄດ້ອ້າງເຖິງຫຼັກການທຸກຂໍ້ໃນຄຳພີໄບເບິນທີ່ກ່ຽວຂ້ອງ.
b ປຶ້ມ Mithra, Mithraism, Christmas Day & Yalda ຂຽນໂດຍ ເຄ. ອີ. ເອດຸນຈີ ໜ້າ 31-33.