ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພໜສ ບົດຄວາມ 59
  • ການ​ມັກ​ຄົນ​ເພດ​ດຽວ​ກັນ​ຜິດ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ມັກ​ຄົນ​ເພດ​ດຽວ​ກັນ​ຜິດ​ບໍ?
  • ໜຸ່ມ​ສາວ​ຖາມ​ວ່າ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ?
  • ນີ້​ໝາຍ​ຄວາມ​ວ່າ...?
  • ແຕ່​ຖ້າ...?
  • ການ​ຮັກ​ເພດ​ດຽວ​ກັນ​ຜິດ​ແທ້ໆ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຂ້ອຍ​ຈະ​ອະທິບາຍ​ທັດສະນະ​ຂອງ​ຄຳພີ​ໄບເບິນ​ຈັ່ງ​ໃດ​ຕໍ່​ການ​ມັກ​ຄົນ​ເພດ​ດຽວ​ກັນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜຸ່ມ​ສາວ​ຖາມ​ວ່າ
ວຊພໜສ ບົດຄວາມ 59
ຮູບ​ຜູ້​ຊາຍ​ຈັບ​ມື​ຜູ້​ຊາຍ​ແລະ​ຜູ້​ຍິງ​ຈັບ​ມື​ຜູ້​ຍິງ

ໜຸ່ມ​ສາວ​ຖາມ​ວ່າ

ການ​ມັກ​ຄົນ​ເພດ​ດຽວ​ກັນ​ຜິດ​ບໍ?

“ເມື່ອ​ເຂົ້າ​ສູ່​ໄວລຸ້ນ ເລື່ອງ​ໜຶ່ງ​ທີ່​ຍາກ​ທີ່​ສຸດ​ສຳລັບ​ຂ້ອຍ​ແມ່ນ​ຂ້ອຍ​ເລີ່ມ​ມັກ​ຜູ້​ຊາຍ​ນຳ​ກັນ. ຂ້ອຍ​ຄິດ​ວ່າ​ມັນ​ເປັນ​ພຽງ​ຄວາມ​ຮູ້ສຶກ​ທີ່​ເກີດຂຶ້ນ​ຊົ່ວຄາວ ແຕ່​ມັນ​ບໍ່​ໄດ້​ເປັນ​ແບບ​ນັ້ນ.”—ເດວິດ ອາຍຸ 23 ປີ

ເດວິດ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ລາວ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ແຕ່​ເພິ່ນ​ຈະ​ພໍໃຈ​ບໍ​ຖ້າ​ລາວ​ມັກ​ຜູ້​ຊາຍ​ນຳ​ກັນ? ທີ່​ຈິງ​ແລ້ວ ພະ​ເຢໂຫວາ​ຄິດ​ແນວ​ໃດ​ເລື່ອງ​ການ​ຮັກ​ເພດ​ດຽວ​ກັນ?

  • ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ?

  • ນີ້​ໝາຍ​ຄວາມ​ວ່າ . . .?

  • ແຕ່​ຖ້າ . . .?

ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ?

ຄົນ​ໃນ​ແຕ່​ລະ​ວັດທະນະທຳ​ຫຼື​ໃນ​ແຕ່​ລະ​ຍຸກ​ສະໄໝ​ມີ​ຄວາມ​ຄິດ​ຕ່າງ​ກັນ​ໃນ​ເລື່ອງ​ການ​ມັກ​ຄົນ​ເພດ​ດຽວ​ກັນ ແຕ່​ເຮົາ​ບໍ່ “ຄ້ອຍ​ໄປ​ນຳ​ຄຳສອນ​ຜິດ​ໆ” ຫຼື​ຄວາມ​ຄິດ​ຂອງ​ຄົນ​ສ່ວນ​ຫຼາຍ “ຄື​ກັບ​ເຮືອ​ທີ່​ຖືກ​ຄື້ນ​ແລະ​ລົມ​ຊັດ​ໄປ​ຊັດ​ມາ” (ເອເຟໂຊ 4:14) ເຮົາ​ຄິດ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ສອນ​ແລະ​ເຊື່ອ​ໝັ້ນ​ໃນ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ​ເລື່ອງ​ການ​ມັກ​ເພດ​ດຽວ​ກັນ (ແລະ​ເລື່ອງ​ອື່ນ​ໆ​ນຳ).

ຄຳພີ​ໄບເບິນ​ກຳນົດ​ມາດຕະຖານ​ເລື່ອງ​ການ​ມັກ​ຄົນ​ເພດ​ດຽວ​ກັນ​ໄວ້​ຢ່າງ​ຊັດເຈນ. ຄຳພີ​ໄບເບິນ​ບອກ​ວ່າ:

  • “ຫ້າມ​ຜູ້​ຊາຍ​ກັບ​ຜູ້​ຊາຍ​ມີ​ເພດ​ສຳພັນ​ກັນ.”—ລະບຽບ​ພວກ​ເລວີ 18:22

  • “ພະເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ເຂົາເຈົ້າ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ບໍ່​ສະອາດ​ທີ່​ຢູ່​ໃນ​ໃຈ...ໃຫ້​ເຂົາເຈົ້າ​ມີ​ຕັນຫາ​ແບບ​ທີ່​ເປັນ​ຕາ​ອາຍ. ຜູ້​ຍິງ​ປ່ຽນ​ຈາກ​ການ​ນອນ​ນຳ​ຜູ້​ຊາຍ​ໄປ​ນອນ​ນຳ​ຜູ້​ຍິງ​ນຳ​ກັນ.”—ໂຣມ 1:24, 26

  • “ຢ່າ​ຕົວະ​ໂຕເອງ. ຄົນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຄົນ​ຂາບ​ໄຫວ້​ຮູບ​ບູຊາ ຄົນ​ຫຼິ້ນຊູ້ ຜູ້​ຊາຍ​ທີ່​ນອນ​ນຳ​ຜູ້​ຊາຍ ຄົນ​ຂີ້​ລັກ ຄົນ​ໂລບ ຄົນ​ຂີ້​ເຫຼົ້າ ຄົນ​ປາກ​ຮ້າຍ ແລະ​ຄົນ​ມັກ​ຂູດຮີດ ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.”—1 ໂກຣິນໂທ 6: 9, 10

ທີ່​ຈິງ ພະ​ເຢໂຫວາ​ຕັ້ງ​ມາດຕະຖານ​ນີ້​ໄວ້​ສຳລັບ​ມະນຸດ​ທຸກ​ຄົນ ບໍ່​ວ່າ​ລາວ​ຈະ​ມັກ​ຄົນ​ເພດ​ດຽວ​ກັນ​ຫຼື​ເພດ​ກົງ​ກັນ​ຂ້າມ. ຄວາມ​ຈິງ​ກໍ​ຄື ເຮົາ​ທຸກ​ຄົນ​ຕ້ອງ​ພະຍາຍາມ​ຄວບຄຸມ​ໂຕເອງ​ເພື່ອ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ພໍໃຈ.—ໂກໂລຊາຍ 3:5

ນີ້​ໝາຍ​ຄວາມ​ວ່າ...?

ນີ້​ໝາຍ​ຄວາມ​ວ່າ​ຄຳພີ​ໄບເບິນ​ສອນ​ໃຫ້​ຊັງ​ຄົນ​ທີ່​ເປັນ​ເກ​ບໍ?

ບໍ່​ແມ່ນ. ຄຳພີ​ໄບເບິນ​ບໍ່​ເຄີຍ​ສອນ​ໃຫ້​ຊັງ​ຜູ້​ໃຜ ບໍ່​ວ່າ​ລາວ​ຈະ​ເປັນ​ເກ​ຫຼື​ເປັນ​ຜູ້​ຊາຍ​ແທ້​ໆ​ຫຼື​ເປັນ​ຜູ້​ຍິງ​ແທ້​ໆ. ຄຳພີ​ໄບເບິນ​ບອກ​ເຮົາ “ໃຫ້​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ທຸກ​ຄົນ” ບໍ່​ວ່າ​ລາວ​ຈະ​ໃຊ້​ຊີວິດ​ແບບ​ໃດ. (ເຮັບເຣີ 12:14) ສະນັ້ນ ເປັນ​ເລື່ອງ​ຜິດ​ທີ່​ຈະ​ໄປ​ລໍ້ ທຳຮ້າຍ ຫຼື​ເຮັດ​ອັນ​ໃດ​ກໍ​ຕາມ​ທີ່​ເປັນ​ການ​ດູຖູກ​ຄົນ​ທີ່​ມັກ​ເພດ​ດຽວ​ກັນ.

ນີ້​ໝາຍ​ຄວາມ​ວ່າ​ພະຍານ​ພະ​ເຢໂຫວາ​ຄວນ​ຕໍ່ຕ້ານ​ກົດໝາຍ​ທີ່​ອະນຸຍາດ​ໃຫ້​ຄົນ​ເພດ​ດຽວ​ກັນ​ແຕ່ງດອງ​ກັນ​ບໍ?

ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເລື່ອງ​ການ​ແຕ່ງດອງ​ແມ່ນ​ຜູ້​ຊາຍ​ຕ້ອງ​ແຕ່ງດອງ​ກັບ​ຜູ້​ຍິງ​ເທົ່າ​ນັ້ນ. (ມັດທາຍ 19:4-6) ແຕ່​ກົດໝາຍ​ເລື່ອງ​ການ​ແຕ່ງດອງ​ຂອງ​ຄົນ​ເພດ​ດຽວ​ກັນ​ຖື​ວ່າ​ເປັນ​ປະເດັນ​ທາງ​ການເມືອງ ບໍ່​ແມ່ນ​ປະເດັນ​ທາງ​ສິນລະທຳ ແລະ​ຄຳພີ​ໄບເບິນ​ບອກ​ວ່າ​ຄລິດສະຕຽນ​ຕ້ອງ​ເປັນ​ກາງ​ໃນ​ເລື່ອງ​ການເມືອງ. (ໂຢຮັນ 18:36) ດັ່ງນັ້ນ ຄລິດສະຕຽນ​ຈະ​ບໍ່​ສະໜັບສະໜູນ​ຫຼື​ຕໍ່ຕ້ານ​ກົດໝາຍ​ຂອງ​ລັດຖະບານ​ບໍ່​ວ່າ​ເລື່ອງ​ໃດ ລວມ​ທັງ​ກົດໝາຍ​ເລື່ອງ​ການ​ແຕ່ງດອງ​ລະຫວ່າງ​ຄົນ​ເພດ​ດຽວ​ກັນ​ຫຼື​ການ​ມັກ​ຄົນ​ເພດ​ດຽວ​ກັນ​ນຳ.

ແຕ່​ຖ້າ...?

ແຕ່​ຖ້າ​ບາງ​ຄົນ​ໃຊ້​ຊີວິດ​ແບບ​ຄົນ​ທີ່​ມັກ​ຄົນ​ເພດ​ດຽວ​ກັນ​ເດ ລາວ​ຈະ​ປ່ຽນ​ໄດ້​ບໍ?

ໄດ້​ແທ້. ທີ່​ຈິງ ບາງ​ຄົນ​ໃນ​ສະໄໝ​ແຕ່​ກີ້​ປ່ຽນແປງ​ໄດ້. ຫຼັງ​ຈາກ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ ຄົນ​ທີ່​ມັກ​ເພດ​ດຽວ​ກັນ​ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ຂໍ້​ຕໍ່​ມາ​ບອກ​ວ່າ: “ພວກ​ເຈົ້າ​ບາງ​ຄົນ​ເຄີຍ​ເປັນ​ແບບ​ນັ້ນ.”—1 ໂກຣິນໂທ 6:11

ນີ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ປ່ຽນ​ໄດ້​ແລ້ວ​ຈະ​ບໍ່​ຮູ້ສຶກ​ມັກ​ຄົນ​ເພດ​ດຽວ​ກັນ​ອີກ​ເລີຍ​ບໍ? ບໍ່​ແມ່ນ. ຄຳພີ​ໄບເບິນ​ບອກ​ວ່າ ລາວ​ຕ້ອງ: “ປ່ຽນ​ນິດໄສ​ໃໝ່​ທີ່​ມາ​ຈາກ​ພະເຈົ້າ​ໂດຍ​ໃຊ້​ຄວາມ​ຮູ້​ທີ່​ຖືກຕ້ອງ ເຊິ່ງ​ເປັນ​ນິດໄສ​ທີ່​ຄ່ອຍ​ໆ​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ເພິ່ນ.” (ໂກໂລຊາຍ 3:10) ສະນັ້ນ ຄົນ​ທີ່​ເຄີຍ​ໃຊ້​ຊີວິດ​ແບບ​ຄົນ​ທີ່​ມັກ​ຄົນ​ເພດ​ດຽວ​ກັນ​ຈະ​ປ່ຽນແປງ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ.

ແຕ່​ຖ້າ​ຄົນ​ທີ່​ຢາກ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຍັງ​ຮູ້ສຶກ​ມັກ​ຄົນ​ເພດ​ດຽວ​ກັນ​ຢູ່​ເດ?

ຕາມ​ປົກກະຕິ​ແລ້ວ​ເມື່ອ​ຄົນ​ເຮົາ​ເກີດ​ຄວາມ​ຮູ້ສຶກ​ບາງ​ຢ່າງ ເຮົາ​ສາມາດ​ເລືອກ​ທີ່​ຈະ​ຢຸດ​ຄວາມ​ຮູ້ສຶກ​ນັ້ນ​ຫຼື​ເຮັດ​ບາງ​ຢ່າງ​ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ຮູ້ສຶກ​ນັ້ນ​ຂຶ້ນ​ມາ​ອີກ. ເປັນ​ໄປ​ໄດ້​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ພວກ​ເຈົ້າ​ໃຊ້​ຊີວິດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຄົນ​ທີ່​ບໍ່​ສົມບູນແບບ”—ຄາລາເຕຍ 5:16

ຂໍ​ໃຫ້​ສັງເກດ​ວ່າ ຂໍ້​ນີ້​ບໍ່​ໄດ້​ບອກ​ວ່າ​ຄົນ​ທີ່​ເຄີຍ​ໃຊ້​ຊີວິດ​ແບບ​ຄົນ​ທີ່​ມັກ​ຄົນ​ເພດ​ດຽວ​ກັນ​ຈະ​ບໍ່​ມີ​ຄວາມ​ຕ້ອງການ​ທີ່​ຜິດ​ໆ​ອີກ​ແລ້ວ. ແຕ່​ບອກ​ວ່າ​ຖ້າ​ລາວ​ໃຊ້​ຊີວິດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ ໂດຍ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ອະທິດຖານ​ເປັນ​ປະຈຳ ລາວ​ກໍ​ຈະ​ຕ້ານ​ທານ​ຄວາມ​ຕ້ອງການ​ນັ້ນ​ໄດ້.

ເລື່ອງ​ນີ້​ເກີດຂຶ້ນ​ແທ້​ກັບ​ເດວິດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້. ຫຼັງ​ຈາກ​ເວົ້າ​ໃຫ້​ພໍ່​ແມ່​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຟັງ​ກ່ຽວກັບ​ບັນຫາ​ນີ້​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ຍົກ​ພູ​ອອກ​ຈາກ​ເອິກ. ຖ້າ​ຂ້ອຍ​ລົມ​ກັບ​ພໍ່​ແມ່​ໄວ​ກວ່າ​ນີ້ ຂ້ອຍ​ຄື​ຊິ​ມີ​ຄວາມ​ສຸກ​ກັບ​ຊີວິດ​ຕອນ​ເປັນ​ໄວລຸ້ນ​ຫຼາຍ​ກວ່າ​ນີ້.”

ໃນ​ທີ່​ສຸດ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ຖ້າ​ເຮົາ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ເຮົາ​ໝັ້ນໃຈ​ວ່າ​ມາດຕະຖານ​ນີ້ “ຍຸຕິທຳ​ແລະ​ເຮັດ​ໃຫ້​ມີ​ຄວາມ​ສຸກ” ແລະ “ຜູ້​ທີ່​ເຮັດ​ຕາມ​ຈະ​ໄດ້​ລາງວັນ​ໃຫຍ່.”—ເພງ​ສັນລະເສີນ 19:8, 11

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌