ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພໜສ ບົດຄວາມ 48
  • ການ​ແຕ່ງ​ໂຕ​ຂອງ​ຂ້ອຍ​ເປັນ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ແຕ່ງ​ໂຕ​ຂອງ​ຂ້ອຍ​ເປັນ​ແນວ​ໃດ?
  • ໜຸ່ມ​ສາວ​ຖາມ​ວ່າ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ຄິດ​ຜິດ​ໆ 3 ຢ່າງ​ແລະ​ວິທີ​ຫຼີກລ່ຽງ
  • ເຄື່ອງ​ນຸ່ງ​ທີ່​ເຈົ້າ​ນຸ່ງ​ສັນລະເສີນ​ພະເຈົ້າ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ໜຸ່ມ​ສາວ​ຖາມ​ວ່າ
ວຊພໜສ ບົດຄວາມ 48
ໄວລຸ້ນ​ຊື້​ເຄື່ອງນຸ່ງ

ໜຸ່ມ​ສາວ​ຖາມ​ວ່າ

ການ​ແຕ່ງ​ໂຕ​ຂອງ​ຂ້ອຍ​ເປັນ​ແນວ​ໃດ?

ເປັນ​ຫຍັງ​ເຈົ້າ​ຄວນ​ສົນໃຈ​ການ​ແຕ່ງ​ໂຕ​ຂອງ​ເຈົ້າ? ຍ້ອນ​ເຄື່ອງນຸ່ງ​ບົ່ງ​ບອກ​ຕົວ​ຕົນ. ການ​ແຕ່ງ​ໂຕ​ຂອງ​ເຈົ້າ​ບົ່ງ​ບອກ​ຫຍັງ?

  • ຄວາມ​ຄິດ​ຜິດ​ໆ 3 ຢ່າງ​ແລະ​ວິທີ​ຫຼີກລ່ຽງ

  • ໝູ່​ຂອງ​ເຈົ້າ​ຄິດ​ແນວ​ໃດ

ຄວາມ​ຄິດ​ຜິດ​ໆ 3 ຢ່າງ​ແລະ​ວິທີ​ຫຼີກລ່ຽງ

ຄວາມ​ຄິດ​ຜິດ​ໆ​ຢ່າງ​ທີ 1: ໃຫ້​ສື່​ກຳນົດ​ວິທີ​ການ​ແຕ່ງ​ໂຕ​ຂອງ​ເຈົ້າ.

ໄວລຸ້ນ​ຊື່​ເທເຣຊາ​ບອກ​ວ່າ: “ບາງ​ເທື່ອ​ຂ້ອຍ​ກໍ​ແຕ່ງ​ໂຕ​ຕາມ​ກະແສ​ຍ້ອນ​ຂ້ອຍ​ເຫັນ​ໂຄສະນາ​ຫຼາຍ​ໂພດ​ກ່ຽວກັບ​ເລື່ອງ​ນີ້. ເມື່ອ​ເຈົ້າ​ເຫັນ​ຄົນ​ອື່ນ​ໃສ່​ເຄື່ອງນຸ່ງ​ສະ​ຕາຍ​ແບບ​ນີ້ ເຈົ້າ​ກໍ​ອົດ​ບໍ່​ໄດ້​ທີ່​ຈະ​ຮຽນ​ແບບ.”

ບໍ່​ແມ່ນ​ແຕ່​ໄວລຸ້ນ​ຜູ້​ຍິງ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສື່​ໂຄສະນາ. ປຶ້ມ The Everything Guide to Raising Adolescent Boys ບອກ​ວ່າ: “ໄວລຸ້ນ​ຜູ້​ຊາຍ​ກໍ​ອ່ອນ​ໄຫວ​ຕໍ່​ກະແສ​ແຟຊັ້ນ​ຄື​ກັນ ແລະ​ຕົກ​ເປັນ​ເປົ້າ​ຂອງ​ພວກ​ການ​ຕະຫຼາດ.”

ທາງ​ທີ່​ດີ​ກວ່າ: ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ຂາດ​ປະສົບການ​ເຊື່ອ​ຄຳເວົ້າ​ທຸກ​ຄຳ ແຕ່​ຄົນ​ຮອບຄອບ​ຄິດ​ຄັກ​ໆ​ກ່ຽວກັບ​ຜົນ​ທີ່​ຈະ​ຕາມ​ມາ.” (ສຸພາສິດ 14:15) ເພື່ອ​ຈະ​ເຮັດ​ຕາມ​ຫຼັກການ​ນີ້ ໃຫ້​ສັງເກດ​ສິ່ງ​ທີ່​ເຈົ້າ​ເຫັນ​ໃນ​ໂຄສະນາ ເຊັ່ນ: ເມື່ອ​ເຈົ້າ​ເຫັນ​ໂຄສະນາ​ເຄື່ອງນຸ່ງ​ທີ່​ຫຼາຍ​ຄົນ​ບອກ​ວ່າ: “ຖືກ​ໃຈ​ແຮງ” “ກຳລັງ​ຮິດ” ຫຼື “ເຊັກຊີ້” ໃຫ້​ຖາມ​ໂຕເອງ​ວ່າ:

  • ‘ໃຜ​ໄດ້​ກຳໄລ​ແທ້​ໆ​ຖ້າ​ຂ້ອຍ​ຕິດຕາມ​ກະແສ​ແຟຊັ້ນ​ນັ້ນ?’

  • ‘ຄົນ​ອື່ນ​ຈະ​ຄິດ​ວ່າ​ຂ້ອຍ​ສະໜັບສະໜູນ​ການ​ໃຊ້​ຊີວິດ​ແບບ​ໃດ?’

  • ‘ນີ້​ແມ່ນ​ການ​ໃຊ້​ຊີວິດ​ທີ່​ຂ້ອຍ​ມັກ​ແທ້​ໆ​ບໍ ແລະ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ຂ້ອຍ​ຄວນ​ຍຶດ​ໝັ້ນ?’

ເຄັດລັບ​ເລື່ອງ​ແຟຊັ້ນ: ໃນ​ອາທິດ​ໜຶ່ງ ໃຫ້​ເບິ່ງ​ໂຄສະນາ​ເຄື່ອງນຸ່ງ​ແລະ​ສື່​ຕ່າງ​ໆ​ທີ່​ເນັ້ນ​ເລື່ອງ​ແຟຊັ້ນ ແລ້ວ​ຖາມ​ໂຕເອງ​ວ່າ: ‘ເຂົາເຈົ້າ​ເນັ້ນ​ການ​ໃຊ້​ຊີວິດ​ແບບ​ໃດ? ມີ​ຫຍັງ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຮູ້ສຶກ​ວ່າ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກະແສ​ນີ້​ບໍ?’ ໄວລຸ້ນ​ຊື່​ຄາ​ເລນ​ບອກ​ວ່າ: “ໂຄສະນາ​ພະຍາຍາມ​ກົດ​ດັນ​ວ່າ​ເຈົ້າ​ຕ້ອງ​ເພີເຟັກ ແຕ່ງ​ໂຕ​ດີ ແລະ​ໂຊ​ຮູບ​ຮ່າງ​ທີ່ ‘ເພີເຟັກ’ ຂອງ​ເຈົ້າ. ນັກ​ໂຄສະນາ​ຮູ້​ວ່າ​ເປົ້າໝາຍ​ທີ່​ງ່າຍ​ທີ່​ສຸດ​ກໍ​ຄື​ພວກ​ໄວລຸ້ນ.”

ຄວາມ​ຄິດ​ຜິດ​ໆ​ຢ່າງ​ທີ 2: ແຕ່ງ​ໂຕ​ຕາມ​ແຟຊັ້ນ​ເພື່ອ​ຈະ​ເປັນ​ຄື​ກັບ​ຄົນ​ອື່ນ​ໆ.

ໄວລຸ້ນ​ຊື່​ມານເວວ​ບອກ​ວ່າ: “ຖ້າ​ເຄື່ອງນຸ່ງ​ແບບ​ໃດ​ກຳລັງ​ຮິດ ທຸກ​ຄົນ​ກໍ​ຈະ​ໃສ່​ຄື​ກັນ​ໝົດ. ຖ້າ​ເຈົ້າ​ບໍ່​ໃສ່ ຄົນ​ອື່ນ​ກໍ​ຈະ​ເວົ້າ​ໃຫ້.” ໄວລຸ້ນ​ຊື່​ແອນນາ​ບອກ​ວ່າ: “ເລື່ອງ​ແຟຊັ້ນ​ຫັ້ນ​ບໍ່​ປານ​ໃດ​ດອກ ແຕ່​ມັນ​ເປັນ​ເລື່ອງ​ຂອງ​ກະແສ.”

ທາງ​ທີ່​ດີ​ກວ່າ: ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.” (ໂຣມ 12:2) ເພື່ອ​ຈະ​ເຮັດ​ຕາມ​ຫຼັກການ​ນີ້ ໃຫ້​ເບິ່ງ​ຕູ້​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລ້ວ​ຖາມ​ໂຕເອງ​ວ່າ:

  • ‘ອັນ​ໃດ​ແມ່ນ​ສິ່ງ​ສຳຄັນ​ໃນ​ການ​ເລືອກ​ເຄື່ອງນຸ່ງ​ຂອງ​ຂ້ອຍ?’

  • ‘ການ​ມີ​ເຄື່ອງນຸ່ງ​ແບນເນມ​ສຳຄັນ​ຕໍ່​ຂ້ອຍ​ຫຼາຍ​ສ່ຳ​ໃດ?’

  • ‘ຂ້ອຍ​ແຕ່ງ​ໂຕ​ເພື່ອ​ໃຫ້​ຄົນ​ອື່ນ​ປະທັບໃຈ​ບໍ?’

ເຄັດລັບ​ເລື່ອງ​ແຟຊັ້ນ: ແທນ​ທີ່​ຈະ​ສົນໃຈ​ແຕ່ 2 ທາງ​ເລືອກ​ເຊິ່ງ​ກໍ​ຄື: ກຳລັງ​ຮິດ (ແລະ​ທຸກ​ຄົນ​ກໍ​ໃສ່) ຫຼື​ຕົກ​ຍຸກ (ແລະ​ບໍ່​ມີ​ໃຜ​ໃສ່) ໃຫ້​ຄິດ​ເຖິງ​ທາງ​ເລືອກ​ທີ 3 ເຊິ່ງ​ກໍ​ຄື: ໝັ້ນໃຈ​ແລະ​ຮູ້ສຶກ​ປອດໄພ. ແຮ່ງ​ເຈົ້າ​ໃສ່​ແລ້ວ​ສະບາຍ​ໃຈ ເຈົ້າ​ກໍ​ບໍ່​ຕ້ອງ​ກັງວົນ​ວ່າ​ຈະ​ຕ້ອງ​ໃສ່​ເຄື່ອງນຸ່ງ​ທີ່​ກຳລັງ​ຮິດ​ບໍ.

ຄວາມ​ຄິດ​ຜິດ​ໆ​ຢ່າງ​ທີ 3: ຄິດ​ວ່າ ‘ແຮ່ງ​ເຊັກຊີ້​ກໍ​ແຮ່ງ​ດູ​ດີ’

ໄວລຸ້ນ​ຜູ້​ຍິງ​ຊື່​ເຈນ​ນິ​ເຟີ້​ຍອມຮັບ: “ເວົ້າ​ກົງ​ໆ​ເລີຍ ບາງ​ເທື່ອ​ຂ້ອຍ​ກໍ​ຖືກ​ລໍ້ໃຈ​ໃຫ້​ນຸ່ງ​ເຄື່ອງ​ທີ່​ເຊັກຊີ້​ແດ່ ເຊັ່ນ: ເຂີນ​ໆ ຟິດ​ໆ ຫຼື​ໂປ້​ໆ.”

ທາງ​ທີ່​ດີ​ກວ່າ: ຄຳພີ​ໄບເບິນ​ບອກ​ວ່າ: “ຢ່າ​ໃຫ້​ຄວາມ​ງາມ​ຂອງ​ເຈົ້າ​ຢູ່​ແຕ່​ພາຍ​ນອກ...ແຕ່​ໃຫ້​ຄວາມ​ງາມ​ຂອງ​ເຈົ້າ​ຢູ່​ພາຍ​ໃນ.” (1 ເປໂຕ 3:3, 4) ເພື່ອ​ຈະ​ເຮັດ​ຕາມ​ຫຼັກການ​ນີ້ ໃຫ້​ຄິດ​ເບິ່ງ​ວ່າ​ອັນ​ໃດ​ເປັນ​ຕາ​ສົນໃຈ​ຫຼາຍ​ກວ່າ​ກັນ​ລະຫວ່າງ​ເດັ່ນ​ສະດຸດ​ຕາ​ຫຼື​ນິດໄສ​ທີ່​ເປັນ​ຕາ​ຮັກ.

ເຄັດລັບ​ເລື່ອງ​ແຟຊັ້ນ: ‘ເຄື່ອງ​ປະດັບ’ ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າ​ແມ່ນ ຄວາມ​ຈຽມ​ໂຕ. ແມ່ນ​ຢູ່​ທີ່​ຄຸນລັກສະນະ​ນີ້​ບໍ່​ໄດ້​ເປັນ​ທີ່​ນິຍົມ​ຫຼາຍ​ໃນ​ປັດຈຸບັນ ແຕ່​ໃຫ້​ລອງ​ຄິດ​ແບບ​ນີ້:

ເຈົ້າ​ເຄີຍ​ລົມ​ກັບ​ຄົນ​ທີ່​ເວົ້າ​ຫຼາຍ ແລະ​ເວົ້າ​ແຕ່​ເລື່ອງ​ໂຕເອງ​ເທົ່າ​ນັ້ນ​ບໍ? ສິ່ງ​ທີ່​ໜ້າ​ເສົ້າໃຈ​ກໍ​ຄື ລາວ​ອາດ​ບໍ່​ສົນໃຈ​ເຈົ້າ​ເລີຍ!

ໄວລຸ້ນ​ຜູ້​ຊາຍ​ຄົນ​ໜຶ່ງ​ຮຽກ​ຮ້ອງ​ຄວາມ​ສົນໃຈ​ໂດຍ​ການ​ແຕ່ງ​ໂຕ​ຂອງ​ລາວ ແຕ່​ໄວລຸ້ນ​ຄົນ​ອື່ນ​ເບິ່ງ​ແບບ​ລັງກຽດ

ການ​ນຸ່ງ​ເຄື່ອງ​ກໍ​ເປັນ​ຄື​ກັບ​ການ​ສົນທະນາ ມັນ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ຢາກ​ຢູ່​ໃກ້​ເຈົ້າ​ຍ້ອນ​ເຈົ້າ ‘ສົນໃຈ​ແຕ່​ໂຕເອງ’

ຖ້າ​ເຈົ້າ​ແຕ່ງ​ໂຕ​ໃຫ້​ເດັ່ນ ເຈົ້າ​ກໍ​ເປັນ​ຄື​ກັບ​ຜູ້​ນັ້ນ. ເຈົ້າ​ກຳລັງ​ສົ່ງ​ສັນຍານ​ບອກ​ທຸກ​ຄົນ​ວ່າ ‘ເບິ່ງ​ຂ້ອຍ​ແມ້’ ແລະ​ມັນ​ເຮັດ​ໃຫ້​ເຈົ້າ​ເບິ່ງ​ບໍ່​ດີ​ຫຼື​ເບິ່ງ​ເປັນ​ຄົນ​ທີ່​ສົນໃຈ​ແຕ່​ໂຕເອງ ຫຼື​ອາດ​ເປັນ​ທັງ​ສອງ​ຢ່າງ. ນອກ​ຈາກ​ນັ້ນ​ຍັງ​ເຮັດ​ໃຫ້​ເຈົ້າ​ເປັນ​ຈຸດ​ສົນໃຈ​ຂອງ​ຄົນ​ອື່ນ​ລວມ​ທັງ​ຄົນ​ບໍ່​ດີ​ນຳ.

ແທນ​ທີ່​ຈະ​ແຕ່ງ​ໂຕ​ໃຫ້​ເດັ່ນ​ເພື່ອ​ເຮັດ​ໃຫ້​ຄົນ​ອື່ນ​ມາ​ສົນໃຈ​ເຮົາ ໃຫ້​ລອງ​ພະຍາຍາມ​ເປັນ​ຄົນ​ຈຽມ​ໂຕ. ໄວລຸ້ນ​ທີ່​ຊື່​ໂມນິກ້າ​ບອກ​ວ່າ: “ການ​ເປັນ​ຄົນ​ຈຽມ​ໂຕ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ແຕ່ງ​ໂຕ​ຄື​ກັບ​ແມ່​ຕູ້. ແຕ່​ມັນ​ໝາຍ​ຄວາມ​ວ່າ​ເຈົ້າ​ນັບຖື​ໂຕເອງ​ແລະ​ຄົນ​ອ້ອມ​ຂ້າງ.”

ໝູ່​ຂອງ​ເຈົ້າ​ຄິດ​ແນວ​ໃດ

ບຣີແອນນ້າ

“ຂ້ອຍ​ຊື້​ກະ​ໂປ່ງ​ເບີ​ໃຫຍ່​ກວ່າ​ແອວ​ບໍ່​ແມ່ນ​ຍ້ອນ​ຕຸ້ຍ​ຂຶ້ນ ແຕ່​ຍ້ອນ​ຂ້ອຍ​ຢາກ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ກະ​ໂປ່ງ​ຈະ​ບໍ່​ຟິດ​ໂພ​ດ. ປາກົດ​ວ່າ​ຜູ້​ໃດ​ກໍ​ຖາມ​ວ່າ​ຂ້ອຍ​ຈ່ອຍ​ລົງ​ບໍ! ການ​ແຕ່ງ​ໂຕ​ຮຽບຮ້ອຍ​ເຮັດ​ໃຫ້​ເຈົ້າ​ເບິ່ງ​ດີ​ຂຶ້ນ​ອີ່ຫຼີ.”—ບຣີແອນນ້າ

ເຄເຣນ

“ເວົ້າ​ແທ້​ໆ​ເດີ້ ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ແຕ່ງ​ໂຕ​ຮຽບຮ້ອຍ. ບໍ່​ແມ່ນ​ແຕ່​ວ່າ​ມັນ​ເໝາະສົມ​ກັບ​ຂ້ອຍ​ເທົ່າ​ນັ້ນ ແຕ່​ຂ້ອຍ​ຍັງ​ສະບາຍ​ໃຈ​ທີ່​ຮູ້​ວ່າ​ບໍ່​ວ່າ​ຈະ​ໄປ​ໃສ ຂ້ອຍ​ສາມາດ​ບອກ​ຄົນ​ອື່ນ​ໄດ້​ວ່າ​ຂ້ອຍ​ເປັນ​ຄລິດສະຕຽນ​ແລະ​ບໍ່​ຕ້ອງ​ກັງວົນ​ວ່າ​ການ​ປາກົດ​ໂຕ​ຂອງ​ຂ້ອຍ​ຈະ​ເຂົ້າ​ກັນ​ກັບ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ຫຼື​ບໍ່.”—ເຄເຣນ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌