ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ມິຖຸນາ ໜ້າ 32
  • ດາງ​ຈັບ​ປາ​ທີ່​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ໃຊ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ດາງ​ຈັບ​ປາ​ທີ່​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ໃຊ້
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ເລື່ອງທີ່ຄ້າຍກັນ
  • ການ​ຮຽກ​ສາວົກ​ສີ່​ຄົນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຢຊູ​ມາ​ໃຫ້​ພວກ​ລູກສິດ​ເຫັນ​ອີກ​ເທື່ອ​ໜຶ່ງ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ມິຖຸນາ ໜ້າ 32

ເລື່ອງ​ທີ່​ໜ້າສົນໃຈ​ຈາກ​ຄຳພີ​ໄບເບິນ

ດາງ​ຈັບ​ປາ​ທີ່​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ໃຊ້

ຄົນ​ທີ່​ອ່ານ​ຄຳພີ​ໄບເບິນ​ອາດ​ຈື່​ໄດ້​ວ່າ​ລູກສິດ​ຂອງ​ພະ​ເຢຊູ​ບາງ​ຄົນ​ມີ​ອາຊີບ​ຫາ​ປາ. (ມຣກ. 1:16-20) ເຂົາເຈົ້າ​ອາດ​ຈະ​ໃຊ້​ດາງ​ຈັບ​ປາ​ຕອນ​ທີ່​ເຂົາເຈົ້າ​ຫາ​ປາ​ໃນ​ທະເລ​ຄາລີເລ.

ດາງ​ຈັບ​ປາ​ເຮັດ​ຈາກ​ເຊືອກ​ຫຼື​ດ້າຍ​ລີນິນ​ທີ່​ເອົາ​ມາ​ສານ​ກັນ​ເປັນ​ຕານ່າງ. ຕານ່າງ​ຂອງ​ດາງ​ຈັບ​ປາ​ຈະ​ມີ​ຂະໜາດ​ນ້ອຍ​ຫຼື​ໃຫຍ່​ກໍ​ຂຶ້ນ​ກັບ​ວ່າ​ຈະ​ເອົາ​ໄປ​ຈັບ​ປາ​ຊະນິດໃດ. ປົກກະຕິ​ແລ້ວ​ດາງ​ຂະໜາດ​ນ້ອຍ​ຈະ​ມີ​ແນວ​ຖ່ວງ​ນ້ຳ​ໜັກ​ທີ່​ເຮັດ​ຈາກ​ຫີນ​ຫຼື​ກົ່ວ​ຕິດ​ຢູ່​ຕີນ​ດາງ​ເພື່ອ​ໃຫ້​ມັນ​ຈົມ​ນ້ຳ. ສ່ວນ​ດາງ​ໃຫຍ່​ຈະ​ມີ​ໝາກ​ຕຸ້ມ​ເຫຼັກ​ຕິດ​ຢູ່​ຂອບ​ດາງ​ທາງ​ລຸ່ມ​ແລະ​ມີ​ລູກ​ລອຍ​ທີ່​ເຮັດ​ຈາກ​ໄມ້​ຫຼື​ໄມ້​ກ໊ອກ (cork) ຕິດ​ຢູ່​ຂອບ​ເທິງ​ຂອງ​ດາງ.

ດາງ​ຈັບ​ປາ​ມີ​ລາຄາ​ແພງ​ຫຼາຍ. ມັນ​ອາດ​ຂາດ​ໄດ້​ຖ້າ​ໄປ​ເກາະ​ກັບ​ກ້ອນ​ຫີນ​ຢູ່​ໃຕ້​ທະເລ​ຫຼື​ຖ້າ​ຈັບ​ປາ​ໄດ້​ຫຼາຍ​ແລະ​ໜັກ​ໂພດ. (ລກ. 5:6) ຄຳພີ​ໄບເບິນ​ບອກ​ວ່າ​ຢາໂກໂບ​ກັບ​ໂຢຮັນ “ກຳລັງ​ແປງ​ດາງ” ໂດຍ​ໃຊ້​ເຂັມ​ສຳລັບ​ແປງ​ດາງ​ແລະ​ດ້າຍ​ລີນິນ. (ມທ. 4:21) ຄົນ​ຫາ​ປາ​ອາດ​ຈະ​ຕ້ອງ​ແປງ​ດາງ​ທຸກ​ເທື່ອ​ຫຼັງ​ຈາກ​ກັບ​ເຂົ້າ​ຝັ່ງ. ນອກ​ຈາກ​ນັ້ນ ລູກາ​ຍັງ​ບອກ​ວ່າ​ຄົນ​ຫາ​ປາ​ຈະ “ລ້າງ​ດາງ” ເພື່ອ​ລ້າງ​ຂີ້ຕົມ​ແລະ​ຂີ້ເຫຍື້ອ​ອອກ​ຈາກ​ດາງ. (ລກ. 5:2) ແລ້ວ​ເຂົາເຈົ້າ​ກໍ​ຈະ​ເອົາ​ດາງ​ໄປ​ຕາກ​ແດດ​ໃຫ້​ແຫ້ງ​ເພື່ອ​ບໍ່​ໃຫ້​ດາງ​ຜ່ອຍ​ແລະ​ຂາດ​ງ່າຍ.—ອຊກ. 47:10

ພະ​ເຢຊູ​ໄດ້​ຊວນ​ຄົນ​ເຫຼົ່າ​ນີ້​ນິແຫຼະ​ທີ່​ຊຳນານ​ໃນ​ການ​ໃຊ້​ດາງ​ຫາ​ປາ​ໃຫ້​ໄປ “ຊອກ​ຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ.”

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌