ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ເມສາ ໜ້າ 2-7
  • ພະ​ເຢໂຫວາ​ສອນ​ຂ້ອຍ​ຕັ້ງແຕ່​ຂ້ອຍ​ຍັງ​ນ້ອຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ສອນ​ຂ້ອຍ​ຕັ້ງແຕ່​ຂ້ອຍ​ຍັງ​ນ້ອຍ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ໄດ້​ຮັບ​ການ​ຝຶກ​ຕໍ່​ໆ​ໄປ
  • ການ​ເປັນ​ໄພໂອເນຍ​ເຮັດ​ໃຫ້​ມີ​ຄວາມ​ສຸກ
  • ໄປ​ເຊເນການ
  • ເປັນ​ໄພໂອເນຍ​ຢູ່​ລັດ​ນິວບຣັນສ໌ວິກ​ແລະ​ຢູ່​ເກເບັກ
  • ຄິດ​ເຖິງ​ພີ່ນ້ອງ​ທີ່​ເຮັດ​ວຽກ​ໜັກ
  • ຮຽນ​ຈາກ​ພີ່ນ້ອງ​ທີ່​ສັດຊື່
  • ເຮົາ​ຍ້າຍ​ໄປ​ອາເມຣິກາ
  • ການ​ຮຽນ​ຈາກ​ຕົວຢ່າງ​ທີ່​ດີ​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ການ​ສະແດງ​ຄວາມ​ສົນໃຈ​ຕໍ່​ຄົນ​ອື່ນ​ເຮັດ​ໃຫ້​ໄດ້​ປະໂຫຍດ​ຖາວອນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ຜູ້​ຮັບໃຊ້​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ລາຊະອານາຈັກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ຊີວິດທີ່ໜ້າຕື່ນເຕັ້ນແລະມີຄວາມສຸກຈາກການຮັບໃຊ້ພະເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ເມສາ ໜ້າ 2-7
ພີ່ນ້ອງ​ເດວິດ ສະເປລນ​ເຮັດ​ວຽກ​ຢູ່​ໂຕະ​ຂອງ​ລາວ.

ເລື່ອງ​ຊີວິດ​ຈິງ

ພະ​ເຢໂຫວາ​ສອນ​ຂ້ອຍ​ຕັ້ງແຕ່​ຂ້ອຍ​ຍັງ​ນ້ອຍ

ເລົ່າ​ໂດຍ ເດວິດ ສະເປລນ

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຍື່ນ​ເຈ້ຍ​ໃບ​ນ້ອຍ​ໆ​ໃບ​ໜຶ່ງ​ໃຫ້​ຂ້ອຍ ຂ້ອຍ​ແນມ​ເບິ່ງ​ເຈ້ຍ​ໃບ​ນັ້ນ​ແບບ​ງົງ​ໆ. ເຈ້ຍ​ໃບ​ນັ້ນ​ຂຽນ​ວ່າ: “ເດວິດ ສະເປລນ ວັນ​ທີ 8 ເມສາ 1953: ‘ປະກາດ​ກ່ຽວກັບ​ຈຸດຈົບ​ຂອງ​ໂລກ​ນີ້.’” ຂ້ອຍ​ຖາມ​ວ່າ: “ອັນ​ນີ້​ແມ່ນ​ຫຍັງ?” ພີ່ນ້ອງ​ຊາຍ​ຄົນ​ນັ້ນ​ຕອບ​ວ່າ: “ໃບ​ມອບໝາຍ​ໃຫ້​ເຈົ້າ​ບັນລະຍາຍ​ໃນ​ໂຮງຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ.”a ຂ້ອຍ​ຕອບ​ວ່າ: “ຂ້ອຍ​ບໍ່​ເຄີຍ​ສະໝັກ​ເປັນ​ນັກ​ຮຽນ​ໄດ໋!”

ແຕ່​ກ່ອນ​ຈະ​ເລົ່າ​ຕໍ່ ຂ້ອຍ​ຈະ​ເລົ່າ​ເລື່ອງ​ຊີວິດ​ຂອງ​ຂ້ອຍ​ຕັ້ງແຕ່​ຕົ້ນ​ໃຫ້​ຟັງ. ຂ້ອຍ​ເກີດ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ 2 ຢູ່​ເມືອງ​ແຄລ໌ກາຣີ ປະເທດ​ການາດາ. ໃນ​ທ້າຍ​ຊຸມ​ປີ 1940 ໄພໂອເນຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ດໍໂນ ເຟຣເຊີ​ໄດ້​ມາ​ເຄາະ​ປະຕູ​ເຮືອນ​ເຮົາ. ແລ້ວ​ແມ່​ກໍ​ຕົກ​ລົງ​ຮຽນ​ຄຳພີ​ໄບເບິນ ແລະ​ເພິ່ນ​ມັກ​ຄວາມ​ຈິງ​ທີ່​ໄດ້​ຮຽນ. ແຕ່​ຍ້ອນ​ແມ່​ບໍ່​ສະບາຍ​ແຮງ ເພິ່ນ​ຈຶ່ງ​ບໍ່​ໄດ້​ໄປ​ປະຊຸມ​ເລື້ອຍ​ປານ​ໃດ. ເຖິງ​ຈະ​ເປັນ​ແນວ​ນັ້ນ ແມ່​ກໍ​ກ້າວໜ້າ​ຈົນ​ເຖິງຂັ້ນ​ຮັບ​ບັບເຕມາ​ໃນ​ປີ 1950. ຫຼັງ​ຈາກ​ນັ້ນ​ບໍ່​ຮອດ 2 ປີ​ແມ່​ກໍ​ຕາຍ. ຕອນ​ນັ້ນ​ພໍ່​ຍັງ​ບໍ່​ທັນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ເພິ່ນ​ກໍ​ອະນຸຍາດ​ໃຫ້​ພະຍານ​ຈັດ​ງານ​ສົບ​ແລະ​ໃຫ້​ມີ​ຄຳ​ບັນລະຍາຍ​ສຳລັບ​ແມ່.

ສອງ​ສາມ​ມື້​ຫຼັງ​ຈາກ​ງານ​ສົບ ພີ່ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ຖືກ​ເລືອກ​ຊື່​ອາລິດສ໌​ຊວນ​ຂ້ອຍ​ໄປ​ປະຊຸມ. ລາວ​ຮູ້​ຈັກ​ຂ້ອຍ​ຍ້ອນ​ເຄີຍ​ເຫັນ​ຂ້ອຍ​ໄປ​ປະຊຸມ​ທ້າຍ​ອາທິດ​ກັບ​ແມ່​ຕອນ​ທີ່​ແມ່​ສາມາດ​ໄປ​ໄດ້. ຂ້ອຍ​ຖາມ​ພໍ່​ວ່າ​ອະນຸຍາດ​ໃຫ້​ໄປ​ໄດ້​ບໍ່. ພໍ່​ບອກ​ວ່າ​ໄປ​ໄດ້ ແລະ​ເພິ່ນ​ຕັດສິນໃຈ​ວ່າ​ຈະ​ໄປ​ນຳ​ຂ້ອຍ​ແຕ່ “ເທື່ອ​ດຽວ” ເພື່ອ​ຈະ​ຂອບໃຈ​ພີ່ນ້ອງ​ທີ່​ບັນລະຍາຍ​ງານ​ສົບ​ຂອງ​ແມ່. ໃນ​ຄືນ​ນັ້ນ​ມີ​ການ​ປະຊຸມ​ໂຮງຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ແລະ​ການ​ປະຊຸມ​ເພື່ອ​ການ​ຮັບໃຊ້. ພໍ່​ໄດ້​ຟັງ​ຄຳ​ບັນລະຍາຍ​ຕ່າງ​ໆ​ແລະ​ເພິ່ນ​ກໍ​ມັກ​ຫຼາຍ. ພໍ່​ຕັດສິນໃຈ​ເຂົ້າ​ຮ່ວມ​ການ​ປະຊຸມ​ນັ້ນ​ທຸກ​ອາທິດ. ຕໍ່​ມາ ພໍ່​ກໍ​ເລີ່ມ​ເຂົ້າ​ຮ່ວມ​ທຸກ​ໆ​ການ​ປະຊຸມ.

ໃນ​ສະໄໝ​ນັ້ນ ພີ່ນ້ອງ​ຊາຍ​ທີ່​ເບິ່ງແຍງ​ການ​ປະຊຸມ​ຈະ​ເລີ່ມ​ຕົ້ນ​ການ​ປະຊຸມ​ໂດຍ​ເອີ້ນ​ຊື່​ທຸກ​ຄົນ​ທີ່​ສະໝັກ​ເປັນ​ນັກ​ຮຽນ ແລະ​ເມື່ອ​ແຕ່​ລະ​ຄົນ​ໄດ້​ຍິນ​ຊື່​ຂອງ​ໂຕເອງ​ກໍ​ຈະ​ຕອບ​ວ່າ: “ມາ.” ມີ​ຄືນ​ໜຶ່ງ ຂ້ອຍ​ຂໍ​ໃຫ້​ພີ່ນ້ອງ​ເອີ້ນ​ຊື່​ຂ້ອຍ​ນຳ​ໃນ​ການ​ປະຊຸມ​ເທື່ອ​ຕໍ່​ໄປ. ພີ່ນ້ອງ​ຊາຍ​ຄົນ​ນັ້ນ​ຊົມເຊີຍ​ຂ້ອຍ ແຕ່​ກໍ​ບໍ່​ໄດ້​ຖາມ​ຂ້ອຍ​ວ່າ​ເຂົ້າໃຈ​ບໍ​ວ່າ​ການ​ເອີ້ນ​ຊື່​ແບບ​ນັ້ນ​ມັນ​ໝາຍ​ເຖິງ​ຫຍັງ.

ຂ້ອຍ​ບໍ່​ຮູ້​ເລີຍ​ວ່າ​ມັນ​ໝາຍ​ຄວາມ​ວ່າ​ຂ້ອຍ​ກຳລັງ​ສະໝັກ​ບັນລະຍາຍ​ໃນ​ໂຮງຮຽນ​ການ​ຮັບໃຊ້. ທີ່​ຈິງ ຂ້ອຍ​ມີ​ແຕ່​ຢາກ​ໃຫ້​ພີ່ນ້ອງ​ເອີ້ນ​ຊື່​ຂ້ອຍ​ຊື່​ໆ! ໃນ​ອາທິດ​ຕໍ່​ມາ ພີ່ນ້ອງ​ກໍ​ເອີ້ນ​ຊື່​ຂ້ອຍ ແລະ​ຂ້ອຍ​ກໍ​ຕອບ​ດ້ວຍ​ຄວາມ​ພູມໃຈ​ວ່າ “ມາ.” ຫຼັງ​ຈາກ​ການ​ປະຊຸມ ພີ່ນ້ອງ​ພາ​ກັນ​ມາ​ຊົມເຊີຍ​ຂ້ອຍ. ຫຼາຍ​ອາທິດ​ຕໍ່​ມາ ຂ້ອຍ​ກໍ​ໄດ້​ຮັບ​ໃບ​ມອບໝາຍ​ໃຫ້​ບັນລະຍາຍ​ຕາມ​ທີ່​ເລົ່າ​ໃຫ້​ຟັງ​ໃນ​ຕອນ​ທຳອິດ.

ຕາຍ​ຄັກ​ໆ​ຂ້ອຍ! ສະໄໝ​ນັ້ນ ນັກ​ຮຽນ​ຕ້ອງ​ກຽມ​ຄຳ​ບັນລະຍາຍ​ທີ່​ຍາວ 6-8 ນາທີ. ບໍ່​ແມ່ນ​ມີ​ແຕ່​ການ​ມອບໝາຍ​ໃຫ້​ອ່ານ​ພະຄຳພີ​ເທົ່າ​ນັ້ນ. ພໍ່​ຊ່ວຍ​ຂ້ອຍ​ກຽມ​ຄຳ​ບັນລະຍາຍ​ແລະ​ໃຫ້​ຂ້ອຍ​ຊ້ອມ​ຕັ້ງ​ວ່າ 20 ເທື່ອ​ກ່ອນ​ຈະ​ບັນລະຍາຍ​ແທ້. ຫຼັງ​ຈາກ​ບັນລະຍາຍ​ແລ້ວ ຂ້ອຍ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ຈາກ​ພີ່ນ້ອງ​ຊາຍ​ທີ່​ເປັນ​ຜູ້​ເບິ່ງແຍງ​ໂຮງຮຽນ. ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ພະ​ເຢໂຫວາ​ໄດ້​ໃຊ້​ພໍ່ ພີ່ນ້ອງ​ຊາຍ​ຍິງ​ທີ່​ມີ​ຄວາມ​ສາມາດ ແລະ​ອົງການ​ຂອງ​ເພິ່ນ​ໃຫ້​ຝຶກ​ສອນ​ຂ້ອຍ.

ໄດ້​ຮັບ​ການ​ຝຶກ​ຕໍ່​ໆ​ໄປ

ພີ່ນ້ອງ​ອາລິດສ໌​ທີ່​ຂ້ອຍ​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ຝຶກ​ຂ້ອຍ​ເມື່ອ​ຂ້ອຍ​ເລີ່ມ​ປະກາດ. ໃນ​ສະໄໝ​ນັ້ນ ເຮົາ​ຈະ​ອ່ານ​ພະຄຳພີ 3 ຂໍ້​ໃຫ້​ເຈົ້າ​ຂອງ​ເຮືອນ​ຟັງ ແລ້ວ​ຈາກ​ນັ້ນ​ກໍ​ສະເໜີ​ປຶ້ມ. ເມື່ອ​ຮອດ​ຜຽນ​ຂ້ອຍ​ປະກາດ ພີ່ນ້ອງ​ອາລິດສ໌​ຈະ​ແນະນຳ​ໂຕເອງ ເລີ່ມ​ລົມ​ກັບ​ເຈົ້າ​ຂອງ​ເຮືອນ ແລະ​ໃຫ້​ຂ້ອຍ​ອ່ານ​ຂໍ້​ພະຄຳພີ​ທຳອິດ. ຈາກ​ນັ້ນ ຂ້ອຍ​ກໍ​ຈະ​ເລີ່ມ​ລົມ​ຕໍ່ ແລ້ວ​ກໍ​ອ່ານ​ພະຄຳພີ​ຂໍ້​ທີ 2 ແລະ​ທີ 3 ແລະ​ສະເໜີ​ປຶ້ມ​ໃຫ້​ເຈົ້າ​ຂອງ​ເຮືອນ. ຕໍ່​ມາ ຂ້ອຍ​ກໍ​ຝຶກ​ທີ່​ຈະ​ແນະນຳ​ໂຕເອງ​ແລະ​ເລີ່ມ​ການ​ລົມ​ກັນ​ດ້ວຍ​ໂຕເອງ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ. ຫຼັງ​ຈາກ​ພໍ່​ຮັບ​ບັບເຕມາ​ໃນ​ທ້າຍ​ປີ 1954 ເພິ່ນ​ຝຶກ​ຂ້ອຍ​ໃຫ້​ປະກາດ​ເກັ່ງ​ຂຶ້ນ. ເຖິງ​ວ່າ​ເປັນ​ພໍ່​ທີ່​ລ້ຽງ​ລູກ​ຄົນ​ດຽວ ແຕ່​ເພິ່ນ​ກໍ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ຮັກ​ພະ​ເຢໂຫວາ. ການ​ປະຊຸມ​ແລະ​ການ​ປະກາດ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ພໍ່. ຂ້ອຍ​ຮູ້​ເລີຍ​ວ່າ​ໃນ​ຄືນ​ທີ່​ມີ​ປະຊຸມ​ເຮົາ​ຕ້ອງ​ໄປ​ປະຊຸມ ແລະ​ຕອນ​ເຊົ້າ​ຂອງ​ວັນ​ເສົາ​ແລະ​ວັນ​ອາທິດ​ເຮົາ​ຕ້ອງ​ໄປ​ປະກາດ.

ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ຮຽນ​ເກັ່ງ ແຕ່​ການ​ຮຽນ​ທີ່​ຂ້ອຍ​ໄດ້​ຮັບ​ໃນ​ໄລຍະ 12 ປີ​ທີ່​ຮຽນ​ຢູ່​ໂຮງຮຽນ​ຊ່ວຍ​ຂ້ອຍ​ຫຼາຍ​ເມື່ອ​ໃຫຍ່​ຂຶ້ນ. ຕົວຢ່າງ​ເຊັ່ນ: ຂ້ອຍ​ໄດ້​ຮຽນ​ຫຼາຍ​ກ່ຽວກັບ​ຄະນິດສາດ​ແລະ​ຫຼັກ​ໄວຍະກອນ​ພາສາ​ອັງກິດ. ຫຼັກ​ສູດ​ພາສາ​ອັງກິດ​ທີ່​ຂ້ອຍ​ໄດ້​ຮຽນ​ແລະ​ການ​ຮຽນ​ກ່ຽວກັບ​ການ​ແຕ່ງ​ເລື່ອງ​ໄດ້​ຊ່ວຍ​ຂ້ອຍ​ຫຼາຍ​ແທ້​ໆ​ໃນ​ວຽກ​ມອບໝາຍ​ປັດຈຸບັນ​ທີ່​ເຮັດ​ກັບ​ພະແນກ​ການ​ຂຽນ.

ຫຼາຍ​ຄົນ​ມັກ​ຖາມ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ມັກ​ດົນຕີ. ຂ້ອຍ​ມັກ​ດົນຕີ​ຍ້ອນ​ພໍ່​ກັບ​ແມ່​ກໍ​ມັກ​ດົນຕີ​ຄື​ກັນ. ຕອນ​ອາຍຸ 7 ປີ ຂ້ອຍ​ຮຽນ​ຫຼິ້ນ​ເປຍ​ໂນ​ໄລຍະ​ໜຶ່ງ ແຕ່​ຄູ​ສອນ​ຮູ້ສຶກ​ວ່າ​ຂ້ອຍ​ຫຼິ້ນ​ບໍ່​ໄດ້​ດີ​ປານ​ໃດ. ລາວ​ບອກ​ພໍ່​ຂ້ອຍ​ວ່າ​ຂ້ອຍ​ຄວນ​ເຊົາ​ຮຽນ. ຂ້ອຍ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ຄູ​ສອນ​ຈຶ່ງ​ເວົ້າ​ຈັ່ງ​ຊັ້ນ​ຍ້ອນ​ຕອນ​ນັ້ນ​ຂ້ອຍ​ບໍ່​ສົນໃຈ​ຢາກ​ຮຽນ​ເປຍ​ໂນ​ປານ​ໃດ.

ສອງ​ສາມ​ເດືອນ​ຕໍ່​ມາ ພໍ່​ກໍ​ຊອກ​ຄູ​ຄົນ​ໃໝ່​ໃຫ້​ຂ້ອຍ. ເທື່ອ​ນີ້ ຂ້ອຍ​ຮຽນ​ທັງ​ເປຍ​ໂນ​ແລະ​ຮຽນ​ຮ້ອງ​ເພງ ແລະ​ຂ້ອຍ​ກໍ​ເຮັດ​ໄດ້​ດີ​ທັງ​ສອງ​ຢ່າງ. ຕອນ​ຍັງ​ນ້ອຍ ຂ້ອຍ​ຮ້ອງ​ເພງ​ສຽງ​ດີ​ຫຼາຍ​ແລະ​ຊະນະ​ການ​ແຂ່ງ​ຂັນ​ຮ້ອງ​ເພງ​ບາງ​ລາຍການ. ເປົ້າໝາຍ​ຂອງ​ຂ້ອຍ​ໃນ​ການ​ຮຽນ​ດົນຕີ​ແມ່ນ​ເພື່ອ​ຈະ​ໄດ້​ໃບ​ປະກາດ​ເຊິ່ງ​ມັນ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ສອນ​ດົນຕີ​ໄດ້​ແລະ​ຫາ​ລ້ຽງ​ໂຕເອງ​ໄດ້​ໃນ​ການ​ຮັບໃຊ້​ເຕັມ​ເວລາ. ແຕ່​ເມື່ອ​ໃກ້​ຈະ​ຮຽນ​ຈົບ ຂ້ອຍ​ກໍ​ເຫັນ​ວ່າ​ຕ້ອງ​ໃຊ້​ເວລາ​ຫຼາຍ​ໃນ​ການ​ຮຽນ​ເພື່ອ​ກຽມ​ເສັງ​ເລື່ອງ​ການ​ຮ້ອງ​ປະສານ​ສຽງ ປະຫວັດສາດ​ດົນຕີ ແລະ​ການ​ແຕ່ງ​ເພງ. ສະນັ້ນ ຂ້ອຍ​ຈຶ່ງ​ຕັດສິນໃຈ​ເຊົາ​ຮຽນ​ແລະ​ສະໝັກ​ເປັນ​ໄພໂອເນຍ​ປະຈຳ. ຕອນ​ນັ້ນ​ແມ່ນ​ປີ 1963.

ການ​ເປັນ​ໄພໂອເນຍ​ເຮັດ​ໃຫ້​ມີ​ຄວາມ​ສຸກ

ຫຼັງ​ຈາກ​ເປັນ​ໄພໂອເນຍ​ໄດ້ 1 ປີ ຂ້ອຍ​ກໍ​ຖືກ​ມອບໝາຍ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ເມືອງ​ຄາ​ພຸ​ສະ​ຄາ​ຊິງ ລັດ​ອອນທາຣີໂອ. ຄູ່​ໄພໂອເນຍ​ຂອງ​ຂ້ອຍ​ຊື່​ເດນຽວ ສະກິນເນີ້ ລາວ​ອາຍຸ​ຫຼາຍ​ກວ່າ​ຂ້ອຍ 2 ເທົ່າ. ລາວ​ສອນ​ຂ້ອຍ​ຫຼາຍ​ຢ່າງ​ກ່ຽວກັບ​ວິທີ​ການ​ເຮັດ​ວຽກ​ຂອງ​ປະຊາຄົມ. ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ຮັບໃຊ້​ໃນ​ຄະນະ​ກຳມະການ​ການ​ຮັບໃຊ້​ຂອງ​ປະຊາຄົມ​ຕອນ​ອາຍຸ 20 ປີ ສະນັ້ນ​ຈຶ່ງ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຮຽນ​ຮູ້. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ຕອນນີ້​ອົງການ​ຂອງ​ເຮົາ​ກັບ​ມາ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຝຶກ​ພີ່ນ້ອງ​ຊາຍ​ທີ່​ອາຍຸ​ຍັງ​ນ້ອຍ. ຖ້າ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ດຸ​ໝັ່ນ​ແລະ​ຕັ້ງໃຈ​ເຮັດ​ວຽກ ເຂົາເຈົ້າ​ກໍ​ສາມາດ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ໃຊ້​ໄດ້​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ.

ຢູ່​ເມືອງ​ຄາ​ພຸ​ສະ​ຄາ​ຊິງ ເຮົາ​ເຈິ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ. ຕົວຢ່າງ​ເຊັ່ນ: ໃນ​ຍາມ​ໜາວ ບາງ​ເທື່ອ​ອາກາດ​ກໍ​ໜາວ​ຫຼາຍ​ແທ້​ໆ. ສ່ວນ​ຫຼາຍ​ແລ້ວ ຂ້ອຍ​ກັບ​ເດນຽວ​ຈະ​ຍ່າງ​ໄປ​ທຸກ​ບ່ອນ. ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ຕອນ​ທີ່​ຮັບໃຊ້​ຢູ່​ຫັ້ນ​ແມ່ນ​ການ​ໄດ້​ເຈິ​ກັບ​ພີ່ນ້ອງ​ຍິງ​ຊື່​ລິນດາ ໂຄລ໌ ເຊິ່ງ​ຕໍ່​ມາ​ລາວ​ກໍ​ກາຍ​ມາ​ເປັນ​ລິນດາ ສະເປລນ.

ລິນດາ​ເປັນ​ຜູ້​ປະກາດ​ທີ່​ກະຕືລືລົ້ນ ແລະ​ລາວ​ມີ​ຜູ້​ສົນໃຈ​ຫຼາຍ​ຄົນ​ທີ່​ກັບ​ໄປ​ຢາມ​ເພື່ອ​ລົມ​ເລື່ອງ​ພະຄຳພີ​ນຳ​ໄດ້. ລິນດາ​ເປັນ​ຄົນ​ໃຈ​ກວ້າງ ອົບອຸ່ນ ແລະ​ມັກ​ໃຊ້​ເວລາ​ກັບ​ຄົນ​ອື່ນ. ແມ່​ຂອງ​ລາວ​ຊື່​ໂກລ໌ດີ້​ເຊິ່ງ​ເປັນ​ພີ່ນ້ອງ​ຍິງ​ທີ່​ສັດຊື່. ພໍ່​ຂອງ​ລາວ​ຊື່​ແອ​ເລນ. ຕອນ​ທຳອິດ​ພໍ່​ຂອງ​ລິນດາ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ. ເຖິງ​ວ່າ​ຜົວ​ຈະ​ຕໍ່ຕ້ານ ແຕ່​ໂກລ໌ດີ້​ກໍ​ພາ​ລິນດາ​ກັບ​ນ້ອງ​ຊາຍ 2 ຄົນ​ເຊິ່ງ​ກໍ​ຄື​ຈອນ​ກັບ​ກໍດອນ​ໄປ​ປະຊຸມ​ເປັນ​ປະຈຳ​ແລະ​ຝຶກ​ລູກ​ທັງ 3 ຄົນ​ໃຫ້​ຮູ້​ວິທີ​ປະກາດ. ບາງ​ເທື່ອ ໂກລ໌ດີ້ ລິນດາ ຈອນ ແລະ​ກໍດອນ​ເປັນ​ໄພໂອເນຍ​ນຳ​ກັນ. ຫຼາຍ​ປີ​ຕໍ່​ມາ ແອ​ເລນ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ໃນ​ປະຊາຄົມ.

ໃນ​ປີ 1965 ຂ້ອຍ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ພະ​ລາຊະກິດ​ຫຼັກ​ສູດ 1 ເດືອນ​ຢູ່​ເບເທນ​ການາດາ​ເພື່ອ​ໄດ້​ຮັບ​ການ​ຝຶກ​ເພີ່ມເຕີມ. ຕອນ​ທີ່​ຢູ່​ຫັ້ນ ພີ່ນ້ອງ​ໃຫ້​ຂ້ອຍ​ຂຽນ​ແບບຟອມ​ສະໝັກ​ເຂົ້າ​ໂຮງຮຽນ​ກິລຽດ. ຂ້ອຍ​ບໍ່​ເຄີຍ​ຄິດ​ທີ່​ຈະ​ເປັນ​ມິດຊັນນາຣີ ແຕ່​ຂ້ອຍ​ກໍ​ຂຽນ​ໃບ​ສະໝັກ. ແລ້ວ​ຂ້ອຍ​ກໍ​ຖືກ​ເລືອກ​ໃຫ້​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 42. ຕອນ​ຮຽນ​ຢູ່​ໂຮງຮຽນ​ກິລຽດ ເຮົາ​ຈະ​ໄດ້​ຮັບ​ໃບ​ຕິດຕາມ​ຜົນ​ການ​ຮຽນ​ຈາກ​ຄູ​ສອນ​ເປັນ​ປະຈຳ. ໃບ​ຕິດຕາມ​ໃບ​ທຳອິດ​ທີ່​ຂ້ອຍ​ໄດ້​ຮັບ​ສະໜັບສະໜູນ​ຂ້ອຍ​ໃຫ້​ຮຽນ​ຮູ້​ທຸກ​ຢ່າງ​ກ່ຽວກັບ​ອົງການ​ຕອນ​ທີ່​ຢູ່​ໂຮງຮຽນ​ນີ້. ນັ້ນ​ເປັນ​ຄຳ​ແນະນຳ​ທີ່​ດີ​ຫຼາຍ​ສຳລັບ​ຂ້ອຍ​ທີ່​ຕອນ​ນັ້ນ​ອາຍຸ 21 ປີ.

ຢູ່​ໂຮງຮຽນ​ກິລຽດ ເຮົາ​ໄດ້​ຮຽນ​ວິຊາ​ໜຶ່ງ​ກ່ຽວກັບ​ເລື່ອງ​ວິທີ​ຕິດຕໍ່​ພົວພັນ​ກັບ​ສື່​ຕ່າງ​ໆ ເຊັ່ນ: ສະຖານີ​ວິທະຍຸ ສະຖານີ​ໂທລະທັດ ແລະ​ໜັງສື​ພິມ. ຂ້ອຍ​ມັກ​ຮຽນ​ກ່ຽວກັບ​ເລື່ອງ​ນີ້​ຫຼາຍ. ຕອນ​ນັ້ນ ຂ້ອຍ​ບໍ່​ຮູ້​ເລີຍ​ວ່າ​ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ຂ້ອຍ​ໃນ​ອະນາຄົດ. ຈັກ​ໜ້ອຍ​ຂ້ອຍ​ຊິ​ເລົ່າ​ໃຫ້​ຟັງ.

ໄປ​ເຊເນການ

ຫຼັງ​ຈາກ​ຮຽນ​ຈົບ​ໂຮງຮຽນ​ກິລຽດ​ໄດ້​ສອງ​ສາມ​ມື້ ຂ້ອຍ​ກັບ​ໄມເຄິ້ນ ໂຮເລ​ທີ່​ເປັນ​ຄູ່​ມິດຊັນນາຣີ​ຂອງ​ຂ້ອຍ​ກໍ​ເດີນທາງ​ໄປ​ປະເທດ​ເຊເນການ​ທີ່​ຢູ່​ອາຟຣິກາ​ເຊິ່ງ​ເປັນ​ບ່ອນ​ທີ່​ເຮົາ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້. ຕອນ​ນັ້ນ ມີ​ຜູ້​ປະກາດ​ປະມານ 100 ຄົນ​ຢູ່​ເຊເນການ.

ຫຼັງ​ຈາກ​ເປັນ​ມິດຊັນນາຣີ​ໄດ້​ບໍ່​ຮອດ 1 ປີ ຂ້ອຍ​ກໍ​ຖືກ​ເຊີນ​ໃຫ້​ຊ່ວຍ​ວຽກ​ຢູ່​ສຳນັກງານ​ສາຂາ​ອາທິດ​ລະ 1 ມື້. “ສຳນັກງານ​ສາຂາ” ບໍ່​ໄດ້​ໃຫຍ່ ມັນ​ມີ​ແຕ່​ຫ້ອງ​ດຽວ​ຢູ່​ເຮືອນ​ມິດຊັນນາຣີ. ເຖິງ​ວ່າ​ສຳນັກງານ​ສາຂາ​ຂອງ​ເຮົາ​ຈະ​ນ້ອຍ​ແລະ​ທຳມະດາ ແຕ່​ພີ່ນ້ອງ​ເອັມມານູເອນ ພາເທີຣາຄິດສ໌​ທີ່​ເປັນ​ຜູ້​ຮັບໃຊ້​ສາຂາ​ໃນ​ຕອນ​ນັ້ນ​ເຕືອນ​ຂ້ອຍ​ຕະຫຼອດ​ວ່າ​ສຳນັກງານ​ສາຂາ​ແມ່ນ​ຕົວແທນ​ຂອງ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ປະເທດ​ນັ້ນ. ມີ​ເທື່ອ​ໜຶ່ງ ພີ່ນ້ອງ​ເອັມມານູເອນ​ຕັດສິນໃຈ​ວ່າ​ຄວນ​ຂຽນ​ຈົດໝາຍ​ໄປ​ໃຫ້​ກຳລັງ​ໃຈ​ມິດຊັນນາຣີ​ທຸກ​ຄົນ​ທີ່​ຮັບໃຊ້​ຢູ່​ຫັ້ນ. ໃນ​ສະໄໝ​ນັ້ນ​ຍັງ​ບໍ່​ມີ​ວິທີ​ງ່າຍ​ໆ​ຫຼື​ລາຄາ​ຖືກ​ໃນ​ການ​ກ໋ອບປີ້​ຈົດໝາຍ ສະນັ້ນ​ເຮົາ​ຕ້ອງ​ຕີ​ພິມ​ດີດ​ຈົດໝາຍ​ແຕ່​ລະ​ສະບັບ. ນັ້ນ​ເປັນ​ວຽກ​ທີ່​ໜັກ​ຫຼາຍ​ຍ້ອນ​ເຮົາ​ຕ້ອງ​ແນ່​ໃຈ​ວ່າ​ຈົດໝາຍ​ແຕ່​ລະ​ສະບັບ​ຕ້ອງ​ບໍ່​ມີ​ຫຍັງ​ຜິດ​ພາດ​ແມ່ນ​ແຕ່​ໂຕ​ດຽວ​ເພາະ​ໃຊ້​ຢາງ​ລຶບ​ລຶບ​ບໍ່​ໄດ້!

ຕອນ​ແລງ​ມື້​ໜຶ່ງ​ກ່ອນ​ຈະ​ກັບ​ເມືອ​ເຮືອນ​ມິດຊັນນາຣີ​ທີ່​ຂ້ອຍ​ພັກ​ຢູ່ ພີ່ນ້ອງ​ເອັມມານູເອນ​ຍື່ນ​ຊອງ​ຈົດໝາຍ​ໃຫ້​ຂ້ອຍ. ລາວ​ເວົ້າ​ວ່າ: “ເດວິດ ອົງການ​ສົ່ງ​ຈົດໝາຍ​ມາ​ໃຫ້​ເຈົ້າ.” ເມື່ອ​ຂ້ອຍ​ເປີດ​ເບິ່ງ​ຈົດໝາຍ ຂ້ອຍ​ເຫັນ​ວ່າ​ມັນ​ແມ່ນ​ຈົດໝາຍ​ສະບັບ​ໜຶ່ງ​ທີ່​ຂ້ອຍ​ພິມ​ເອງ! ເລື່ອງ​ນີ້​ສອນ​ຂ້ອຍ​ໃຫ້​ນັບຖື​ອົງການ​ຂອງ​ພະ​ເຢໂຫວາ​ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ສາຂາ​ນ້ອຍ​ຫຼື​ໃຫຍ່.

ພີ່ນ້ອງ​ເດວິດ​ແລະ​ພີ່ນ້ອງ​ຄົນ​ອື່ນ​ໆ​ໃນ​ກຸ່ມ​ຍິ້ມ​ຢ່າງ​ມີ​ຄວາມ​ສຸກ​ຕອນ​ທີ່​ຖ່າຍ​ຮູບ​ນຳ​ກັນ.

ຖ່າຍ​ຮູບ​ກັບ​ໝູ່​ທີ່​ເປັນ​ມິດຊັນນາຣີ​ຢູ່​ເຊເນການ ປີ 1967

ຂ້ອຍ​ໄດ້​ເປັນ​ໝູ່​ກັບ​ພີ່ນ້ອງ​ຫຼາຍ​ຄົນ​ໃນ​ປະຊາຄົມ ແລະ​ຂ້ອຍ​ມັກ​ໃຊ້​ເວລາ​ກັບ​ເຂົາເຈົ້າ​ທຸກ​ໆ​ວັນ​ເສົາ​ຕອນ​ແລງ. ນັ້ນ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ແທ້​ໆ! ໃນ​ທຸກ​ມື້​ນີ້ ເຮົາ​ຍັງ​ຕິດຕໍ່​ກັນ​ຢູ່. ຕອນ​ຢູ່​ເຊເນການ ຂ້ອຍ​ໄດ້​ຮຽນ​ພາສາ​ຝຣັ່ງ​ຍ້ອນ​ເປັນ​ພາສາ​ທາງ​ການ​ທີ່​ໃຊ້​ຢູ່​ຫັ້ນ ແລະ​ມັນ​ຊ່ວຍ​ຂ້ອຍ​ຫຼາຍ​ຕອນ​ໄປ​ຢາມ​ສາຂາ​ຕ່າງ​ໆ​ຢູ່​ທົ່ວ​ໂລກ​ທີ່​ພີ່ນ້ອງ​ເວົ້າ​ພາສາ​ຝຣັ່ງ.

ຂ້ອຍ​ກັບ​ລິນດາ​ໝັ້ນ​ກັນ​ປີ 1968. ເປັນ​ເວລາ​ຫຼາຍ​ເດືອນ​ທີ່​ຂ້ອຍ​ພະຍາຍາມ​ຊອກ​ວຽກ​ທີ່​ບໍ່​ເຕັມ​ເວລາ​ເຮັດ​ເພື່ອ​ຂ້ອຍ​ກັບ​ລິນດາ​ຈະ​ເປັນ​ໄພໂອເນຍ​ນຳ​ກັນ​ໄດ້​ຢູ່​ເຊເນການ ແຕ່​ນາຍ​ຈ້າງ​ຢູ່​ຫັ້ນ​ຢາກ​ຈ້າງ​ຄົນ​ທ້ອງຖິ່ນ​ຫຼາຍ​ກວ່າ​ຈ້າງ​ຄົນ​ຕ່າງ​ປະເທດ. ໃນ​ທີ່​ສຸດ ຫຼັງຈາກ​ຂ້ອຍ​ກັບ​ໄປ​ການາດາ ຂ້ອຍ​ກັບ​ລິນດາ​ກໍ​ໄດ້​ແຕ່ງດອງ​ກັນ. ເຮົາ​ໄດ້​ຮັບ​ມອບໝາຍ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ເມືອງ​ເອັດມັນສ໌ຕັນ​ເຊິ່ງ​ເປັນ​ເມືອງ​ນ້ອຍ​ໆ​ໃນ​ລັດ​ນິວບຣັນສ໌ວິກ​ທີ່​ຕັ້ງ​ຢູ່​ຊາຍ​ແດນ​ຂອງ​ແຂວງ​ເກເບັກ.

ພີ່ນ້ອງ​ເດວິດ​ກັບ​ພີ່ນ້ອງ​ລິນດາ​ຍິ້ມ​ຕອນ​ທີ່​ຢືນ​ຢູ່​ທາງ​ຍ່າງ​ທີ່​ມີ​ແຕ່​ດອກ​ໄມ້.

ມື້​ທີ່​ເຮົາ​ແຕ່ງດອງ ປີ 1969

ເປັນ​ໄພໂອເນຍ​ຢູ່​ລັດ​ນິວບຣັນສ໌ວິກ​ແລະ​ຢູ່​ເກເບັກ

ກ່ອນ​ເຮົາ​ຖືກ​ມອບໝາຍ​ໄປ​ເມືອງ​ເອັດມັນສ໌ຕັນ ຢູ່​ຫັ້ນ​ບໍ່​ມີ​ຜູ້​ປະກາດ​ຈັກ​ຄົນ ແລະ​ມີ​ແຕ່​ນັກສຶກສາ​ສອງ​ສາມ​ຄົນ​ເທົ່າ​ນັ້ນ. ສາສະໜາ​ກາໂຕລິກ​ຄວບຄຸມ​ທຸກ​ຢ່າງ​ໃນ​ຊີວິດ​ຜູ້​ຄົນ. ເຮືອນ​ເກືອບ​ທຸກ​ຫຼັງ​ຈະ​ມີ​ປ້າຍ​ບອກ​ວ່າ ບໍ່​ຕ້ອນຮັບ​ພະຍານ​ພະ​ເຢໂຫວາ. ໃນ​ສະໄໝ​ນັ້ນ ເຮົາ​ບໍ່​ໄດ້​ຄິດ​ວ່າ​ຄວນ​ສະແດງ​ຄວາມ​ນັບຖື​ຕໍ່​ກັບ​ປ້າຍ​ແບບ​ນັ້ນ​ຄື​ກັບ​ທີ່​ເຮັດ​ໃນ​ຕອນນີ້. ສະນັ້ນ ເຮົາ​ໄປ​ເຮືອນ​ທຸກ​ຫຼັງ​ເຖິງ​ວ່າ​ຈະ​ມີ​ປ້າຍ​ຫຼື​ບໍ່​ມີ​ກໍ​ຕາມ. ແຕ່​ລະ​ອາທິດ ພວກ​ກາໂຕລິກ​ຈະ​ລົງ​ຂ່າວ​ໃນ​ໜັງສື​ພິມ​ວ່າ: “ໄປ໋ ໄປ​ລ່າ​ພວກ​ແມ່​ມົດ! ໄປ​ເອົາ​ພວກ​ພະຍານ​ພະ​ເຢໂຫວາ​ມາ​ລົງໂທດ.” ໃນ​ເມືອງ​ນີ້​ມີ​ແຕ່ “ແມ່​ມົດ” 4 ຄົນ​ເທົ່າ​ນັ້ນ ເຊິ່ງ​ກໍ​ຄື​ວິກເຕີ້​ກັບ​ເວວດ້າ ນໍເບີກ ແລະ​ລິນດາ​ກັບ​ຂ້ອຍ. ເຮົາ​ຮູ້​ເລີຍ​ວ່າ​ເຂົາເຈົ້າ​ໝາຍ​ເຖິງ​ໃຜ.

ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ການ​ຢ້ຽມຢາມ​ເທື່ອ​ທຳອິດ​ຂອງ​ຜູ້​ເບິ່ງແຍງ​ໝວດ. ຫຼັງ​ຈາກ​ໃຊ້​ເວລາ 1 ອາທິດ​ກັບ​ພວກ​ເຮົາ ລາວ​ເວົ້າ​ວ່າ: “ສິ່ງ​ໜຶ່ງ​ທີ່​ພວກ​ເຈົ້າ​ອາດ​ຈະ​ເຮັດ​ໄດ້​ຕອນ​ທີ່​ຢູ່​ນີ້​ແມ່ນ​ຊ່ວຍ​ຄົນ​ບໍ່​ໃຫ້​ມີ​ອະຄະຕິ​ຕໍ່​ພະຍານ​ພະ​ເຢໂຫວາ. ຄົນ​ຄ່ອຍ​ໆ​ເລີ່ມ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ພະຍານ​ພະ​ເຢໂຫວາ​ທີ່​ຖ່ອມ​ໂຕ​ກັບ​ພວກ​ຫົວໜ້າ​ສາສະໜາ​ກາໂຕລິກ​ທີ່​ຍິ່ງ.” ຕອນນີ້​ໃນ​ເມືອງ​ນັ້ນ​ມີ​ປະຊາຄົມ​ນ້ອຍ​ໆ​ປະຊາຄົມ​ໜຶ່ງ.

ຫຼັງ​ຈາກ​ຮັບໃຊ້ 1 ປີ​ໃນ​ເຂດ​ທີ່​ໂດດ​ດ່ຽວ​ແບບ​ນັ້ນ ເຮົາ​ຖືກ​ມອບໝາຍ​ໃຫ້​ໄປ​ຊ່ວຍ​ປະຊາຄົມ​ໜຶ່ງ​ທີ່​ໃຫຍ່​ຢູ່​ເມືອງ​ເກເບັກ. ເຮົາ​ຮັບໃຊ້​ຢູ່​ຫັ້ນ 6 ເດືອນ​ຢ່າງ​ມີ​ຄວາມ​ສຸກ​ກັບ​ພີ່ນ້ອງ​ທີ່​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ. ຈາກ​ນັ້ນ ເຮົາ​ກໍ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ເບິ່ງແຍງ​ໝວດ.

ເຮົາ​ເຮັດ​ວຽກ​ເບິ່ງແຍງ​ໝວດ 14 ປີ​ຢູ່​ແຂວງ​ເກເບັກ. ມັນ​ເປັນ​ຊ່ວງ​ເວລາ​ທີ່​ໜ້າ​ຕື່ນເຕັ້ນ​ຫຼາຍ​ແທ້​ໆ! ວຽກ​ປະກາດ​ຢູ່​ຫັ້ນ​ເກີດ​ຜົນ​ດີ​ຫຼາຍ ແລະ​ໃນ​ແຕ່​ລະ​ປະຊາຄົມ​ທີ່​ເຮົາ​ໄປ​ຢາມ ເປັນ​ເລື່ອງ​ປົກກະຕິ​ທີ່​ເຮົາ​ຈະ​ເຫັນ​ຫຼາຍ​ຄອບຄົວ​ກຳລັງ​ຮຽນ​ຄຳພີ​ໄບເບິນ​ເພື່ອ​ຈະ​ກ້າວໜ້າ​ຈົນ​ເຖິງຂັ້ນ​ຮັບ​ບັບເຕມາ.

ຄິດ​ເຖິງ​ພີ່ນ້ອງ​ທີ່​ເຮັດ​ວຽກ​ໜັກ

ພີ່ນ້ອງ​ການາດາ​ທີ່​ເວົ້າ​ພາສາ​ຝຣັ່ງ​ເປັນ​ຄົນ​ທີ່​ໜ້າ​ຮັກ. ເຂົາເຈົ້າ​ເປັນ​ຄົນ​ກົງ​ໆ ລ່າເລີງ ແລະ​ກະຕືລືລົ້ນ. ແຕ່​ມັນ​ບໍ່​ງ່າຍ​ສຳລັບ​ເຂົາເຈົ້າ​ທີ່​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ເຂົາເຈົ້າ​ຖືກ​ຄອບຄົວ​ຕໍ່ຕ້ານ​ໜັກ​ຫຼາຍ. ໄວລຸ້ນ​ບາງ​ຄົນ​ທີ່​ພໍ່​ແມ່​ບໍ່​ແມ່ນ​ພະຍານ​ບອກ​ເຂົາເຈົ້າ​ວ່າ: “ເຊົາ​ຮຽນ​ຄຳພີ​ໄບເບິນ​ກັບ​ພວກ​ພະຍານ​ເດີ້ ຄັນບໍ່ຊັ້ນ​ກະ​ອອກ​ຈາກ​ເຮືອນ​ຫຼັງ​ນີ້​ໄປ​ເລີຍ!” ໄວລຸ້ນ​ເຫຼົ່າ​ນີ້​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ເຖິງ​ວ່າ​ຖືກ​ຕໍ່ຕ້ານ​ແບບ​ນີ້. ພະ​ເຢໂຫວາ​ຕ້ອງ​ພູມໃຈ​ໃນ​ໂຕ​ເຂົາເຈົ້າ​ຫຼາຍ​ແທ້​ໆ!

ມາ​ຮອດ​ນີ້​ແລ້ວ ຂ້ອຍ​ຢາກ​ເວົ້າ​ເຖິງ​ໄພໂອເນຍ​ປະຈຳ​ແລະ​ໄພໂອເນຍ​ພິເສດ​ທີ່​ສັດຊື່​ເຊິ່ງ​ຮັບໃຊ້​ຢູ່​ເກເບັກ​ໃນ​ຕອນ​ນັ້ນ. ເຂົາເຈົ້າ​ສ່ວນ​ຫຼາຍ​ຍ້າຍ​ມາ​ຈາກ​ລັດ​ຕ່າງ​ໆ​ໃນ​ການາດາ. ນອກ​ຈາກ​ຕ້ອງ​ຮຽນ​ພາສາ​ຝຣັ່ງ​ແລ້ວ ເຂົາເຈົ້າ​ຍັງ​ຕ້ອງ​ຮຽນ​ກ່ຽວກັບ​ວັດທະນະທຳ​ທ້ອງຖິ່ນ​ແລະ​ວິທີ​ທີ່​ຄົນ​ຢູ່​ຫັ້ນ​ຄິດ​ເຊິ່ງ​ສ່ວນ​ຫຼາຍ​ແລ້ວ​ໄດ້​ຮັບ​ອິດທິພົນ​ຈາກ​ສາສະໜາ​ກາໂຕລິກ.

ໄພໂອເນຍ​ພິເສດ​ມັກ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ໃນ​ເຂດ​ໂດດ​ດ່ຽວ​ທີ່​ບໍ່​ມີ​ຜູ້​ປະກາດ​ຈັກ​ຄົນ. ຍ້ອນ​ຄົນ​ໃນ​ທ້ອງຖິ່ນ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ ມັນ​ຈຶ່ງ​ຍາກ​ທີ່​ພີ່ນ້ອງ​ຈະ​ຊອກ​ບ່ອນ​ຢູ່ ແລະ​ການ​ຊອກ​ວຽກ​ເຮັດ​ແບບ​ບໍ່​ເຕັມ​ເວລາ​ກໍ​ແຮ່ງ​ຍາກ​ກວ່າ​ນັ້ນ​ອີກ. ຄູ່​ຜົວ​ເມຍ​ທີ່​ຫາກໍ​ແຕ່ງດອງ​ກັນ​ຕ້ອງ​ຢູ່​ເຮືອນ​ຫຼັງ​ດຽວ​ກັບ​ພະຍານ​ອີກ 4 ຄົນ 6 ຄົນ ຫຼື 8 ຄົນ​ເພື່ອ​ຫານ​ຄ່າ​ເຊົ່າ​ກັນ. ເຂົາເຈົ້າ​ບໍ່​ສາມາດ​ແຍກ​ໄປ​ຢູ່​ຕ່າງ​ຫາກ​ແລະ​ຈ່າຍ​ຄ່າ​ເຊົ່າ​ເອງ. ເມື່ອ​ເຂົາເຈົ້າ​ເລີ່ມ​ສຶກສາ​ກັບ​ບາງ​ຄົນ ເຂົາເຈົ້າ​ຈະ​ເອົາໃຈໃສ່​ສຸດ​ຂີດ​ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ນັກສຶກສາ. ຕອນນີ້​ຢູ່​ເກເບັກ​ມີ​ໄພໂອເນຍ​ທ້ອງຖິ່ນ​ຈຳນວນ​ຫຼາຍ​ຈຶ່ງ​ບໍ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໄພໂອເນຍ​ທີ່​ຍ້າຍ​ມາ​ຈາກ​ບ່ອນ​ອື່ນ. ສະນັ້ນ ໄພໂອເນຍ​ເຫຼົ່າ​ນີ້​ຈຶ່ງ​ສາມາດ​ໄປ​ຊ່ວຍ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.

ຕອນ​ທີ່​ເຮົາ​ໄປ​ຢາມ​ປະຊາຄົມ​ຕ່າງ​ໆ​ໃນ​ວຽກ​ເບິ່ງແຍງ​ໝວດ ໃນ​ຕອນ​ເຊົ້າ​ວັນ​ເສົາ ເຮົາ​ພະຍາຍາມ​ອອກ​ໄປ​ປະກາດ​ກັບ​ພວກ​ໄວລຸ້ນ. ການ​ເຮັດ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຂົາເຈົ້າ​ກຳລັງ​ເຈິ​ບັນຫາ​ແລະ​ຂໍ້​ທ້າທາຍ​ຫຍັງ​ແດ່. ໄວລຸ້ນ​ບາງ​ຄົນ​ທີ່​ເຮົາ​ເຄີຍ​ໄປ​ປະກາດ​ນຳ​ຕອນນີ້​ຮັບໃຊ້​ເປັນ​ມິດຊັນນາຣີ​ຢູ່​ຕ່າງ​ປະເທດ ແລະ​ບາງ​ຄົນ​ກໍ​ຮັບໃຊ້​ໃນ​ຮູບ​ແບບ​ອື່ນ​ໆ.

ໃນ​ຕອນ​ນັ້ນ ບາງ​ປະຊາຄົມ​ບໍ່​ສາມາດ​ຊ່ວຍ​ເຮົາ​ສຳລັບ​ຄ່າ​ນ້ຳມັນ​ແລະ​ຄ່າ​ອາຫານ ບາງ​ເທື່ອ​ບໍ່​ທັນ​ຮອດ​ທ້າຍ​ເດືອນ​ເງິນ​ເຮົາ​ກໍ​ໝົດ​ແລ້ວ. ໃນ​ຍາມ​ແບບ​ນັ້ນ ເຮົາ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ​ເຕັມທີ​ຍ້ອນ​ເພິ່ນ​ຮູ້​ຈັກ​ສະພາບການ​ຂອງ​ເຮົາ. ເພິ່ນ​ຊ່ວຍ​ເຫຼືອ​ເຮົາ​ຕະຫຼອດ. ໂດຍ​ວິທີ​ໃດ​ວິທີ​ໜຶ່ງ ເຮົາ​ສາມາດ​ເດີນທາງ​ຈາກ​ປະຊາຄົມ​ໜຶ່ງ​ໄປ​ອີກ​ປະຊາຄົມ​ໜຶ່ງ​ໄດ້​ສະເໝີ.

ຮຽນ​ຈາກ​ພີ່ນ້ອງ​ທີ່​ສັດຊື່

ຄື​ກັບ​ທີ່​ໄດ້​ເວົ້າ​ໄປ​ແລ້ວ ຂ້ອຍ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຈາກ​ການ​ຮຽນ​ຢູ່​ໂຮງຮຽນ​ກິລຽດ​ເລື່ອງ​ວິທີ​ຕິດຕໍ່​ພົວພັນ​ກັບ​ສື່​ຕ່າງ​ໆ. ຕອນ​ທີ່​ຮັບໃຊ້​ຢູ່​ເກເບັກ ຫຼາຍ​ເທື່ອ​ເຮົາ​ມີ​ໂອກາດ​ໄດ້​ປະກາດ​ທາງ​ວິທະຍຸ ທາງ​ໂທລະທັດ ແລະ​ທາງ​ໜັງສື​ພິມ. ຂ້ອຍ​ມັກ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ກັບ​ພີ່ນ້ອງ​ເລອົງ ເຄຣໂປ​ທີ່​ເປັນ​ຜູ້​ເບິ່ງແຍງ​ໝວດ​ຄື​ກັນ ແລະ​ລາວ​ເປັນ​ຄົນ​ຕິດຕໍ່​ກັບ​ສື່​ຕ່າງ​ໆ​ເກັ່ງ​ຫຼາຍ. ເມື່ອ​ໄປ​ລົມ​ກັບ​ຜູ້​ບໍລິຫານ​ລະດັບ​ສູງ​ຂອງ​ສື່​ຕ່າງ​ໆ ພີ່ນ້ອງ​ເລອົງ​ບໍ່​ໄດ້​ພະຍາຍາມ​ອວດ​ວ່າ​ລາວ​ມີ​ຄວາມ​ຮູ້​ຫຼາຍ​ໃນ​ດ້ານ​ນັ້ນ ແຕ່​ລາວ​ເວົ້າ​ດ້ວຍ​ຄວາມ​ຖ່ອມ​ກັບ​ຜູ້​ບໍລິຫານ​ເຫຼົ່າ​ນັ້ນ​ວ່າ: “ທ່ານ ຂ້ອຍ​ກັບ​ໝູ່​ພຽງ​ແຕ່​ເປັນ​ຜູ້​ສອນ​ສາສະໜາ. ເຮົາ​ບໍ່​ຮູ້​ຫຼາຍ​ປານ​ໃດ​ກ່ຽວກັບ​ການ​ເວົ້າ​ໃນ​ໂທລະທັດ​ແລະ​ໃນ​ວິທະຍຸ. ແຕ່​ເຮົາ​ຖືກ​ມອບໝາຍ​ທີ່​ຈະ​ບອກ​ໃຫ້​ຄົນ​ຮູ້​ກ່ຽວກັບ​ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ຈະ​ຖືກ​ຈັດ​ຂຶ້ນ. ເຮົາ​ຈະ​ດີ​ໃຈ​ຫຼາຍ​ຖ້າ​ທ່ານ​ຊ່ວຍ​ເຮົາ.” ຄຳເວົ້າ​ທີ່​ຖ່ອມ​ໂຕ​ແບບ​ນັ້ນ​ເຮັດ​ໃຫ້​ສື່​ຕ່າງ​ໆ​ຍິນດີ​ຊ່ວຍ​ເຮົາ​ເຕັມທີ.

ຕໍ່​ມາ ສຳນັກງານ​ສາຂາ​ໄດ້​ມອບໝາຍ​ໃຫ້​ຂ້ອຍ​ເຮັດ​ວຽກ​ກັບ​ພີ່ນ້ອງ​ເກລນ ຮາວ​ທີ່​ເປັນ​ທະນາຍ​ຄວາມ. ເຮົາ​ເຮັດ​ວຽກ​ນຳ​ກັນ​ກ່ຽວກັບ​ຄະດີ​ຍາກ​ໆ​ທີ່​ສື່​ໃຫ້​ຄວາມ​ສົນໃຈ​ຫຼາຍ. ຂ້ອຍ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຝຶກ​ອົບຮົມ​ທີ່​ໄດ້​ຮັບ​ຢູ່​ໂຮງຮຽນ​ກິລຽດ​ແລະ​ຈາກ​ປະສົບການ​ທີ່​ເຮັດ​ວຽກ​ກັບ​ພີ່ນ້ອງ​ເລອົງ. ເປັນ​ສິດທິ​ພິເສດ​ແທ້​ໆ​ທີ່​ໄດ້​ເຮັດ​ວຽກ​ກັບ​ພີ່ນ້ອງ​ເກລນ. ລາວ​ປົກປ້ອງ​ອົງການ​ຢ່າງ​ກ້າຫານ​ທາງ​ດ້ານ​ກົດໝາຍ ແລະ​ສຳຄັນ​ທີ່​ສຸດ ລາວ​ຮັກ​ພະ​ເຢໂຫວາ​ຫຼາຍ.

ໃນ​ປີ 1985 ເຮົາ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ເບິ່ງແຍງ​ໝວດ​ຢູ່​ທາງ​ພາກ​ຕາເວັນ​ຕົກ​ຂອງ​ການາດາ​ເຊິ່ງ​ໃກ້​ກັບ​ເຮືອນ​ຂອງ​ພໍ່​ຂ້ອຍ​ເພື່ອ​ຂ້ອຍ​ຈະ​ເບິ່ງແຍງ​ພໍ່​ໄດ້. ສາມ​ເດືອນ​ຕໍ່​ມາ​ພໍ່​ກໍ​ຕາຍ. ເຮົາ​ຍັງ​ຮັບໃຊ້​ຢູ່​ຫັ້ນ​ຕໍ່​ໄປ​ຈົນ​ຮອດ​ປີ 1989 ແລະ​ເຮົາ​ຕົກໃຈ​ຫຼາຍ​ເມື່ອ​ໄດ້​ຮັບ​ຈົດໝາຍ​ເຊີນ​ໃຫ້​ມາ​ຮັບໃຊ້​ຢູ່​ເບເທນ​ອາເມຣິກາ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ອອກ​ຈາກ​ວຽກ​ເບິ່ງແຍງ​ໝວດ​ຫຼັງ​ຈາກ​ເຮັດ​ວຽກ​ນີ້​ມາ​ເກືອບ 19 ປີ. ຕະຫຼອດ​ຫຼາຍ​ປີ​ນັ້ນ ເຮົາ​ໄດ້​ພັກ​ກັບ​ພີ່ນ້ອງ​ຫຼາຍ​ຮ້ອຍ​ຄອບຄົວ​ແລະ​ໄດ້​ກິນ​ເຂົ້າ​ຫຼາຍ​ພັນ​ຄາບ​ກັບ​ພີ່ນ້ອງ​ຊາຍ​ຍິງ​ທີ່​ມີ​ນ້ຳໃຈ​ຕ້ອນຮັບ. ເຮົາ​ຂອບໃຈ​ທຸກ​ຄົນ​ຫຼາຍ​ແທ້​ໆ​ທີ່​ເປີດ​ບ້ານ​ຕ້ອນຮັບ​ພວກ​ເຮົາ​ແລະ​ແຕ່ງ​ກິນ​ໃຫ້​ພວກ​ເຮົາ​ກິນ!

ເຮົາ​ຍ້າຍ​ໄປ​ອາເມຣິກາ

ເມື່ອ​ມາ​ຮອດ​ບຸກລິນ ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ພະແນກ​ການ​ຮັບໃຊ້. ຂ້ອຍ​ຂອບໃຈ​ແທ້​ໆ​ທີ່​ໄດ້​ຮັບ​ການ​ຝຶກ​ຢູ່​ຫັ້ນ. ບົດ​ຮຽນ​ຢ່າງ​ໜຶ່ງ​ທີ່​ຂ້ອຍ​ໄດ້​ຮຽນ​ຮູ້​ແມ່ນ​ຕ້ອງ​ກວດ​ສອບ​ໃຫ້​ແນ່​ໃຈ​ກ່ອນ​ວ່າ​ຄວາມ​ຈິງ​ເປັນ​ແນວ​ໃດ​ແລະ​ຢ່າ​ສະຫຼຸບ​ເອົາ​ເອງ. ຕໍ່​ມາ ໃນ​ປີ 1998 ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ພະແນກ​ການ​ຂຽນ ແລະ​ໃນ​ທຸກ​ມື້​ນີ້​ກໍ​ຍັງ​ມີ​ຫຼາຍ​ຢ່າງ​ທີ່​ຂ້ອຍ​ຕ້ອງ​ຮຽນ​ຮູ້. ຂ້ອຍ​ມີ​ສິດທິ​ພິເສດ​ທີ່​ໄດ້​ຊ່ວຍ​ວຽກ​ພີ່ນ້ອງ​ຈອນ ບາຣ໌​ເປັນ​ເວລາ​ຫຼາຍ​ປີ. ລາວ​ເປັນ​ຜູ້​ປະສານ​ງານ​ຄະນະ​ກຳມະການ​ຝ່າຍ​ການ​ຂຽນ. ຂ້ອຍ​ເຫັນຄ່າ​ສະເໝີ​ສຳລັບ​ການ​ຝຶກ​ອົບຮົມ​ທີ່​ຂ້ອຍ​ໄດ້​ຮັບ​ຈາກ​ພີ່ນ້ອງ​ຈອນ​ແລະ​ເຫັນຄ່າ​ເວລາ​ທີ່​ໄດ້​ເຮັດ​ວຽກ​ກັບ​ລາວ. ພີ່ນ້ອງ​ຈອນ​ເປັນ​ຄົນ​ທີ່​ຮຽນ​ແບບ​ພະ​ເຢຊູ​ແທ້​ໆ.

ພີ່ນ້ອງ​ເດວິດ​ແລະ ພີ່ນ້ອງ​ລິນດາ​ຖ່າຍ​ຮູບ​ກັບ​ພີ່ນ້ອງ​ຈອນ​ແລະ​ພີ່ນ້ອງ​ມິວດຣິດ ບາຣ໌.

ຖ່າຍ​ຮູບ​ກັບ​ພີ່ນ້ອງ​ຈອນ​ແລະ​ພີ່ນ້ອງ​ມິວດຣິດ ບາຣ໌

ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ວຽກ​ກັບ​ພີ່ນ້ອງ​ຊາຍ​ຍິງ​ທີ່​ເປັນ​ຄົນ​ຖ່ອມ​ເຊິ່ງ​ເຮັດ​ວຽກ​ຢູ່​ພະແນກ​ການ​ຂຽນ. ເຂົາເຈົ້າ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ສະເໝີ​ໃນ​ວຽກ​ມອບໝາຍ​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຮູ້​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາເຈົ້າ​ເຮັດ​ໄດ້​ສຳເລັດ​ແມ່ນ​ຍ້ອນ​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ບໍ່​ແມ່ນ​ຍ້ອນ​ຄວາມ​ສາມາດ​ຂອງ​ເຂົາເຈົ້າ​ເອງ.

ພີ່ນ້ອງ​ເດວິດ​ກຳລັງ​ຄວບຄຸມ​ວົງ​ດົນຕີ​ນັກຮ້ອງ​ປະສານ​ສຽງ​ຂອງ​ວັອດສ໌ທາວເວີ້​ທີ່​ມີ​ພີ່ນ້ອງ 20 ຄົນ​ເປັນ​ນັກຮ້ອງ ແລະ​ມີ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຫຼິ້ນ​ເປຍ​ໂນ.

ຄວບຄຸມ​ວົງ​ດົນຕີ​ນັກຮ້ອງ​ປະສານ​ສຽງ​ຂອງ​ວັອດສ໌ທາວເວີ້​ໃນ​ການ​ປະຊຸມ​ປະຈຳ​ປີ 2009

ພີ່ນ້ອງ​ເດວິດ​ມີ​ຄວາມສຸກ​ທີ່​ໄດ້​ຢາຍ​ຄຳພີ​ໄບເບິນ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ.

ຢາຍ​ຄຳພີ​ໄບເບິນ​ຢູ່​ການ​ປະຊຸມ​ນານາ​ຊາດ​ຢູ່​ເມືອງ​ໂຊລ໌ ປະເທດ​ເກົາຫຼີ ປີ 2014

ຂ້ອຍ​ກັບ​ລິນດາ​ຮູ້ສຶກ​ວ່າ​ເປັນ​ສິດທິ​ພິເສດ​ແທ້​ໆ​ທີ່​ໄດ້​ໄປ​ຢາມ​ພີ່ນ້ອງ​ທີ່​ສັດຊື່​ໃນ 110 ປະເທດ. ເຮົາ​ໄດ້​ເຫັນ​ວ່າ​ມິດຊັນນາຣີ ຄະນະ​ກຳມະການ​ສາຂາ ແລະ​ພີ່ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ໃນ​ຮູບ​ແບບ​ອື່ນ​ຮັກ​ພະ​ເຢໂຫວາ​ຫຼາຍ. ເຮົາ​ຍັງ​ໄດ້​ເຫັນ​ຄວາມ​ກະຕືລືລົ້ນ​ແລະ​ຄວາມ​ພັກດີ​ຂອງ​ພີ່ນ້ອງ​ທ້ອງຖິ່ນ​ທີ່​ຢູ່​ໃນ​ປະເທດ​ເຫຼົ່າ​ນີ້​ທີ່​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຈິ​ກັບ​ສົງຄາມ ບັນຫາ​ເສດຖະກິດ ແລະ​ການ​ຂົ່ມເຫງ. ພະ​ເຢໂຫວາ​ຕ້ອງ​ຮັກ​ເຂົາເຈົ້າ​ຫຼາຍ​ແທ້​ໆ.

ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ລິນດາ​ໄດ້​ຊ່ວຍ​ຂ້ອຍ​ຫຼາຍ​ອີ່ຫຼີ​ເມື່ອ​ຂ້ອຍ​ພະຍາຍາມ​ເຮັດ​ວຽກ​ມອບໝາຍ​ໃຫ້​ສຳເລັດ. ລາວ​ຮັກ​ຜູ້​ຄົນ​ແລະ​ມັກ​ຊອກ​ຫາ​ໂອກາດ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ນອກ​ຈາກ​ນັ້ນ ລາວ​ຍັງ​ເກັ່ງ​ໃນ​ການ​ເລີ່ມ​ລົມ​ກັບ​ຄົນ​ອື່ນ​ໃນ​ການ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ. ລາວ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ ແລະ​ໄດ້​ຊ່ວຍ​ບາງ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ກັບ​ມາ​ຮັບໃຊ້​ເພິ່ນ​ອີກ. ລິນດາ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ​ຈາກ​ພະ​ເຢໂຫວາ! ຕອນນີ້​ລິນດາ​ກັບ​ຂ້ອຍ​ເຖົ້າ​ແລ້ວ ເຮົາ​ສອງ​ຄົນ​ເຫັນຄ່າ​ທີ່​ພີ່ນ້ອງ​ຊາຍ​ຍິງ​ທີ່​ຍັງ​ໜຸ່ມ​ຊ່ວຍ​ເຫຼືອ​ເຮົາ​ໃນ​ເລື່ອງ​ການ​ເດີນທາງ​ແລະ​ໃນ​ເລື່ອງ​ອື່ນ​ໆ​ນຳ.—ມຣກ. 10:29, 30

ເມື່ອ​ເບິ່ງ​ຄືນ​ຫຼັງ​ຕະຫຼອດ 80 ປີ​ທີ່​ຜ່ານ​ມາ ຂ້ອຍ​ຮູ້ສຶກ​ຂອບໃຈ​ແທ້​ໆ. ຂ້ອຍ​ເຫັນດີ​ກັບ​ຄຳເວົ້າ​ຂອງ​ຜູ້​ຂຽນ​ເພງ​ສັນລະເສີນ​ທີ່​ຂຽນ​ວ່າ: “ພະເຈົ້າ​ເອີ້ຍ ພະອົງ​ສອນ​ລູກ​ຕັ້ງແຕ່​ລູກ​ຍັງ​ນ້ອຍ​ໆ ແລະ​ຈົນ​ຮອດ​ຕອນນີ້ ລູກ​ກໍ​ຍັງ​ປະກາດ​ເລື່ອງ​ຜົນ​ງານ​ທີ່​ໜ້າ​ງຶດງໍ້​ຂອງ​ພະອົງ.” (ພສ. 71:17) ຂ້ອຍ​ຢາກ​ເຮັດ​ແບບ​ນີ້​ຕໍ່​ໆ​ໄປ​ຕາບ​ໃດ​ທີ່​ຍັງ​ມີ​ຊີວິດ​ຢູ່.

a ປັດຈຸບັນ​ແມ່ນ​ການ​ປະຊຸມ​ກາງ​ອາທິດ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌