ວັນທີ 4-10 ພຶດສະພາ 2026
ເພງທີ 53 ກຽມຕົວໄປປະກາດ
ເຈົ້າສາມາດປັບປຸງວິທີສອນຄຳພີໄບເບິນໃຫ້ດີຂຶ້ນໄດ້
“ໃຫ້ປະກາດຖ້ອຍຄຳຂອງພະເຈົ້າ . . . ດ້ວຍຄວາມອົດທົນແລະດ້ວຍການສອນຢ່າງຊຳນິຊຳນານ.”—2ຕມ. 4:2
ຈຸດສຳຄັນ
ເຮົາຈະເບິ່ງ 3 ວິທີທີ່ຈະຊ່ວຍເຮົາໃຫ້ປັບປຸງການສອນຄຳພີໄບເບິນໃຫ້ດີຂຶ້ນ.
1. ເຮົາຄວນຝຶກໂຕເອງໃນເລື່ອງຫຍັງ ແລະຍ້ອນຫຍັງ? (2 ຕີໂມທຽວ 4:2) (ເບິ່ງຮູບນຳ)
ພະເຢຊູບອກພວກລູກສິດຂອງເພິ່ນວ່າ: “ໃຫ້ພວກເຈົ້າໄປຫາຄົນທຸກຊາດແລະສອນເຂົາເຈົ້າໃຫ້ເຂົ້າມາເປັນລູກສິດ . . . ສອນເຂົາເຈົ້າໃຫ້ເຮັດຕາມທຸກສິ່ງທີ່ຂ້ອຍສັ່ງພວກເຈົ້າໄວ້.” (ມທ. 28:19, 20) ຄຳສັ່ງນີ້ບອກໃຫ້ຮູ້ວ່າຄລິດສະຕຽນທຸກຄົນຄວນເປັນຜູ້ສອນ. ກະແມ່ນຢູ່ວ່າພະເຢໂຫວາເປັນຜູ້ຊັກນຳ “ຄົນທີ່ເຕັມໃຈຕອບຮັບຄວາມຈິງ” ໃຫ້ມາຮູ້ຈັກເພິ່ນ ແລະທູດສະຫວັນກໍຊ່ວຍເຮົາໃຫ້ເຈິກັບຄົນເຫຼົ່ານັ້ນ. (ກຈກ. 13:48; ຢຮ. 6:44; ພນມ. 14:6) ແຕ່ເຮົາກໍຕ້ອງເຮັດສ່ວນຂອງໂຕເອງ. ໃຫ້ຄິດເຖິງຕົວຢ່າງຂອງອັກຄະສາວົກໂປໂລກັບບາຣະນາບາ. ຄຳພີໄບເບິນບອກວ່າຕອນທີ່ໂປໂລກັບບາຣະນາບາໄປປະກາດຢູ່ບ່ອນປະຊຸມຂອງຄົນຢິວໃນເມືອງອີໂກນີອົນ ເຂົາເຈົ້າ “ບັນລະຍາຍດີຫຼາຍຈົນເຮັດໃຫ້ຄົນຢິວກັບຄົນກຣີກບັກຫຼາຍໆເຂົ້າມາເປັນລູກສິດຂອງພະເຢຊູ.” (ກຈກ. 14:1) ເຫັນໄດ້ແຈ້ງວ່າໂປໂລກັບບາຣະນາບາໄດ້ຮຽນຮູ້ວິທີ “ສອນຢ່າງຊຳນິຊຳນານ.” (ອ່ານ 2 ຕີໂມທຽວ 4:2) ເຮົາທຸກຄົນກໍຄວນຝຶກໂຕເອງທີ່ຈະສອນຄົນອື່ນຢ່າງຊຳນິຊຳນານ.
ເຮົາສາມາດຮຽນຮູ້ຫຼາຍຢ່າງກ່ຽວກັບວິທີ “ສອນຢ່າງຊຳນິຊຳນານ” ຈາກຕົວຢ່າງຂອງພະເຢຊູແລະພວກລູກສິດຂອງເພິ່ນ ເຊັ່ນ: ໂປໂລກັບບາຣະນາບາ (ເບິ່ງຂໍ້ 1)
2. ເປັນຫຍັງບາງຄົນອາດຮູ້ສຶກວ່າເຂົາເຈົ້າບໍ່ສາມາດສອນໃຫ້ເກັ່ງຂຶ້ນໄດ້?
2 ບາງຄົນອາດຮູ້ສຶກວ່າເຂົາເຈົ້າບໍ່ສາມາດເປັນຜູ້ສອນທີ່ເກັ່ງຂຶ້ນໄດ້ຍ້ອນບໍ່ໄດ້ຮຽນສູງຫຼືຍ້ອນບໍ່ມີພອນສະຫວັນ. ໃນຄຳພີໄບເບິນກໍມີຕົວຢ່າງຂອງບາງຄົນທີ່ຮູ້ສຶກວ່າໂຕເອງບໍ່ມີຄວາມສາມາດຄືກັນ. (ອພຍ. 4:10; ຢຣມ. 1:6) ບາງຄົນອາດຮູ້ສຶກວ່າເຂົາເຈົ້າສອນບໍ່ເກັ່ງຍ້ອນເຂົາເຈົ້າບໍ່ມີນັກສຶກສາຫຼືບໍ່ມີປະສົບການດີໆຄືກັບຄົນອື່ນ. ແນ່ນອນວ່າບໍ່ແມ່ນທຸກຄົນທີ່ເຮົາເຈິຫຼືລົມນຳຈະຕອບຮັບຂ່າວດີ. ບໍ່ວ່າຄົນຈະຟັງຂ່າວດີຫຼືບໍ່ກໍບໍ່ໄດ້ຂຶ້ນກັບວ່າເຮົາສອນດີຫຼືບໍ່ດີ. ຄືກັບທີ່ໄດ້ເວົ້າໄປແລ້ວ ພະເຢໂຫວາແລະທູດສະຫວັນເປັນຜູ້ຊ່ວຍເຮົາໃຫ້ເຈິຄົນທີ່ມີຫົວໃຈທີ່ດີ. ແຕ່ເຮົາກໍຢາກເຮັດສຸດຄວາມສາມາດທີ່ຈະບອກຂ່າວດີກັບຄົນອື່ນໃນແບບທີ່ດຶງດູດໃຈ. ໃນບົດນີ້ ເຮົາຈະເບິ່ງ 3 ວິທີທີ່ຈະຊ່ວຍເຮົາໃຫ້ປັບປຸງການສອນຄຳພີໄບເບິນໃຫ້ດີຂຶ້ນ.
ສະແດງຄວາມສົນໃຈຕໍ່ຜູ້ທີ່ເຈົ້າສອນ
3. ເປັນຫຍັງພະເຢຊູຈຶ່ງສາມາດສອນເຂົ້າເຖິງຫົວໃຈຂອງຄົນອື່ນໄດ້?
3 ຄຳພີໄບເບິນບອກວ່າ ພະເຢຊູ “ຮູ້ວ່າ [ມະນຸດ] ຄິດຫຍັງຢູ່ໃນໃຈ.” (ຢຮ. 2:25) ຄຳເວົ້ານີ້ຊ່ວຍເຮົາໃຫ້ເຂົ້າໃຈວ່າພະເຢຊູຮູ້ວ່າຜູ້ຄົນຄິດຫຍັງຢູ່ແລະເປັນຫຍັງເຂົາເຈົ້າຈຶ່ງຄິດແບບນັ້ນ. ພະເຢຊູສອນເຂົ້າເຖິງຫົວໃຈຍ້ອນເພິ່ນຮູ້ວ່າເຂົາເຈົ້າຕ້ອງການຫຍັງ. ພະເຢຊູເຫັນວ່າຜູ້ຄົນຈຳເປັນຕ້ອງໄດ້ຮັບການສອນເລື່ອງພະເຢໂຫວາແລະເຫັນວ່າຊີວິດຂອງເຂົາເຈົ້າຫຍຸ້ງຍາກຂຶ້ນຍ້ອນຕ້ອງເຮັດຕາມກົດຫຼາຍຢ່າງທີ່ພວກຫົວໜ້າສາສະໜາຕັ້ງຂຶ້ນ. (ມທ. 9:36; 23:4) ພະເຢຊູໄດ້ເວົ້າເຖິງເລື່ອງເຫຼົ່ານີ້ໃນຄຳບັນລະຍາຍເທິງພູ. ຫຼາຍຄົນມັກຟັງສິ່ງທີ່ພະເຢຊູສອນຍ້ອນເພິ່ນເວົ້າກົງກັບສິ່ງທີ່ເຂົາເຈົ້າກັງວົນ.
4. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາສົນໃຈຄົນອື່ນ? (ເບິ່ງຮູບນຳ)
4 ເຮົາສະແດງໃຫ້ເຫັນວ່າເຮົາສົນໃຈຄົນທີ່ເຮົາລົມນຳໂດຍພະຍາຍາມເຂົ້າໃຈວ່າເຂົາເຈົ້າກັງວົນເລື່ອງຫຍັງ. ທຸກຄົນທີ່ເຮົາປະກາດນຳລ້ວນແຕ່ໄດ້ຮັບຜົນກະທົບຈາກໂລກທີ່ຊາຕານປົກຄອງ. ຖ້າເຮົາຈື່ເລື່ອງນີ້ໄວ້ ມັນກໍຈະຊ່ວຍເຮົາໃຫ້ເຫັນອົກເຫັນໃຈຄົນທີ່ຢູ່ໃນເຂດປະກາດຂອງເຮົາຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ຊ່ວງນີ້ມີຂ່າວຫຍັງບໍທີ່ອາດເຮັດໃຫ້ຄົນກັງວົນ? ພໍ່ແມ່ເປັນຫ່ວງກ່ຽວກັບອະນາຄົດຂອງລູກບໍ? ຫຼາຍຄົນຊອກວຽກຍາກບໍ? ໃຫ້ລອງຄິດເບິ່ງວ່າຊີວິດຂອງຜູ້ຄົນເປັນແນວໃດໃນ “ໄລຍະທີ່ມີແຕ່ຄວາມຫຍຸ້ງຍາກລຳບາກແລະອັນຕະລາຍ” ໂດຍທີ່ບໍ່ມີຄວາມຫວັງກ່ຽວກັບອະນາຄົດທີ່ຄຳພີໄບເບິນສັນຍາໄວ້.—2ຕມ. 3:1; ອຊຢ. 65:13, 14
ໃຫ້ພະຍາຍາມເຂົ້າໃຈວ່າຄົນທີ່ເຈົ້າສອນກັງວົນເລື່ອງຫຍັງ ແລະໃຫ້ສະແດງຄວາມສົນໃຈຕໍ່ເຂົາເຈົ້າ (ເບິ່ງຂໍ້ 4)
5. ພະເຢຊູແຕກຕ່າງຈາກພວກຟາຣິຊາຍແນວໃດ? (ມັດທາຍ 11:28-30)
5 ພະເຢຊູສະແດງຄວາມສົນໃຈຕໍ່ຜູ້ທີ່ຟັງເພິ່ນ ແລະເຂົາເຈົ້າກໍເຫັນວ່າເພິ່ນເປັນແບບນັ້ນແທ້ໆຈາກວິທີທີ່ເພິ່ນປະຕິບັດຕໍ່ເຂົາເຈົ້າ. ພະເຢຊູແຕກຕ່າງຈາກພວກຟາຣິຊາຍຫຼາຍ ເຂົາເຈົ້າມັກດູຖູກຄົນອື່ນແລະເບິ່ງຄົນອື່ນວ່າບໍ່ມີຄ່າ. (ມທ. 23:13; ຢຮ. 7:49) ພະເຢຊູປະຕິບັດກັບຄົນອື່ນດ້ວຍຄວາມກະລຸນາແລະສະແດງຄວາມນັບຖືຕໍ່ເຂົາເຈົ້າ. ເພິ່ນເປັນຄົນ “ອ່ອນໂຍນແລະຖ່ອມໂຕ” ແລະຄຸນລັກສະນະເຫຼົ່ານີ້ເຮັດໃຫ້ເພິ່ນເປັນຄູສອນທີ່ດີ. (ອ່ານມັດທາຍ 11:28-30) ເຮົາກໍຄວນປະຕິບັດກັບຄົນທີ່ເຮົາປະກາດນຳແບບກະລຸນາແລະສະແດງຄວາມນັບຖືຄືກັນ.
6. ເຮົາຄວນປະຕິບັດກັບຄົນທີ່ບໍ່ຢາກຟັງຂ່າວດີທີ່ເຮົາປະກາດຫຼືຄົນທີ່ຕໍ່ຕ້ານເຮົາແນວໃດ?
6 ບາງຄົນບໍ່ຢາກຟັງຂ່າວດີທີ່ເຮົາປະກາດຫຼືບາງຄົນອາດເຖິງຂັ້ນຕໍ່ຕ້ານເຮົາຊ້ຳ. ເມື່ອເປັນຈັ່ງຊັ້ນ ເຮົາຄວນເຮັດແນວໃດ? ພະເຢຊູບໍ່ພຽງແຕ່ບອກເຮົາໃຫ້ອົດທົນກັບການຕໍ່ຕ້ານເທົ່ານັ້ນ ແຕ່ໃຫ້ເຮັດຫຼາຍກວ່ານັ້ນອີກ. ເພິ່ນບອກວ່າ ໃຫ້ “ເຮັດດີກັບຄົນທີ່ຊັງພວກເຈົ້າ” “ອວຍພອນຄົນທີ່ປ້ອຍດ່າພວກເຈົ້າ” ແລະເຖິງຂັ້ນ “ອະທິດຖານເພື່ອຄົນທີ່ເວົ້າດູຖູກພວກເຈົ້າ.” (ລກ. 6:27, 28) ມັນຈະງ່າຍຂຶ້ນສຳລັບເຮົາທີ່ຈະເຮັດດີກັບຄົນທີ່ປະຕິບັດບໍ່ດີຕໍ່ເຮົາຖ້າເຮົາຈື່ໄວ້ວ່າອາດມີເຫດຜົນບາງຢ່າງທີ່ເຮັດໃຫ້ເຂົາເຈົ້າບໍ່ຢາກຟັງເຮົາ. ທີ່ຈິງ ມີບາງຄົນທີ່ຕໍ່ຕ້ານເຮົາແທ້ ແຕ່ບາງຄົນກໍອາດບໍ່ຢາກລົມກັບເຮົາຍ້ອນເຂົາເຈົ້າມີບັນຫາໃນຄອບຄົວຫຼືອຸກໃຈກັບບັນຫາບາງຢ່າງທີ່ບໍ່ໄດ້ກ່ຽວກັບເຮົາເລີຍ. ບາງເທື່ອເຮົາກໍອາດໄປຫາເຂົາເຈົ້າບໍ່ຖືກຈັງຫວະ. ບໍ່ວ່າຈະໃນກໍລະນີໃດ ເຮົາຄວນເຮັດຕາມຄຳແນະນຳທີ່ວ່າ “ໃຫ້ຄຳເວົ້າຂອງ [ເຮົາ] ເປັນຄຳເວົ້າທີ່ກະລຸນາສະເໝີຄືກັບອາຫານທີ່ປຸງດ້ວຍເກືອ ແລ້ວ [ເຮົາ] ຈະຮູ້ວ່າຄວນຕອບແຕ່ລະຄົນແນວໃດ.” (ກລຊ. 4:6) ຖ້າເຮົາເຫັນອົກເຫັນໃຈຄົນອື່ນແລະພະຍາຍາມເຂົ້າໃຈເຂົາເຈົ້າ ເຮົາກໍຈະບໍ່ຄຽດເມື່ອເຂົາເຈົ້າເຮັດບໍ່ດີຕໍ່ເຮົາ ແລະເຮົາຈະເປັນຜູ້ສອນທີ່ດີຂຶ້ນໄດ້.
ໃຊ້ຄຳພີໄບເບິນເມື່ອເຈົ້າສອນ
7. ພະເຢຊູສະແດງໃຫ້ເຫັນແນວໃດວ່າເພິ່ນໃຊ້ພະຄຳພີໃນການສອນຂອງເພິ່ນ? (ໂຢຮັນ 7:14-16)
7 ພະເຢຊູບໍ່ໄດ້ສອນຜູ້ຄົນຈາກຄວາມຄິດຂອງເພິ່ນເອງ. ເພິ່ນສອນຈາກພະຄຳພີເຊິ່ງເຮັດໃຫ້ຜູ້ຟັງເຂົ້າໃຈແລະຈື່ໄດ້ງ່າຍ. ຄຳພີໄບເບິນບອກເຮົາວ່າ ພະເຢຊູ “ບໍ່ໄດ້ສອນຄືກັບພວກຄູສອນສາສະໜາ ແຕ່ສອນແບບຄົນທີ່ໄດ້ຮັບອຳນາດຈາກພະເຈົ້າ.” ຍ້ອນແນວນີ້ ຜູ້ຄົນຈຶ່ງ “ຮູ້ສຶກງຶດ” ໃນວິທີສອນຂອງເພິ່ນ. (ມຣກ. 1:22; ເບິ່ງຂໍ້ມູນສຳລັບສຶກສາ “ບໍ່ໄດ້ສອນຄືກັບພວກຄູສອນສາສະໜາ”) ພວກຄູສອນສາສະໜາໃນສະໄໝຂອງພະເຢຊູມັກຍົກເອົາຄຳສອນຂອງພວກຄູສອນສາສະໜາທີ່ຄົນໃຫ້ຄວາມນັບຖືຫຼາຍມາເວົ້າເພື່ອສະໜັບສະໜູນຄຳສອນຂອງໂຕເອງ. ແຕ່ພະເຢຊູມັກຍົກເອົາຄຳສອນຈາກພະຄຳພີມາສອນຜູ້ຄົນ. ເຖິງວ່າພະເຢຊູເປັນລູກຂອງພະເຈົ້າແລະເຄີຍຢູ່ໃນສະຫວັນ ແຕ່ເພິ່ນກໍບໍ່ໄດ້ໃຊ້ສະຕິປັນຍາທີ່ເພິ່ນມີເພື່ອເຮັດໃຫ້ຜູ້ທີ່ຟັງຮູ້ສຶກປະທັບໃຈໃນໂຕເພິ່ນ ຫຼືເຮັດໃຫ້ຄົນອື່ນຮູ້ສຶກວ່າເຂົາເຈົ້າບໍ່ຮູ້ຫຍັງ. ແທນທີ່ຈະເຮັດແນວນັ້ນ ພະເຢຊູໃຊ້ພະຄຳພີເພື່ອສອນຜູ້ຄົນໃຫ້ຮູ້ວ່າພະເຈົ້າຕ້ອງການຫຍັງ. (ອ່ານໂຢຮັນ 7:14-16) ພະເຢຊູເປັນຕົວຢ່າງທີ່ດີແທ້ໆໃຫ້ພວກລູກສິດຂອງເພິ່ນ.
8. ເປໂຕຮຽນແບບພະເຢຊູແນວໃດໃນການໃຊ້ພະຄຳພີ?
8 ພວກລູກສິດຂອງພະເຢຊູກໍໃຊ້ພະຄຳພີເພື່ອສອນຜູ້ຄົນຄືກັນ. ຕົວຢ່າງເຊັ່ນ: ເປໂຕໃຊ້ພະຄຳພີເມື່ອສອນຄົນກຸ່ມໃຫຍ່ໃນວັນເພັນເຕກອດປີ 33. ເປໂຕບໍ່ໄດ້ຮຽນສູງ ແຕ່ລາວກໍສາມາດໃຊ້ພະຄຳພີເພື່ອອະທິບາຍກ່ຽວກັບຄຳພະຍາກອນທີ່ເກີດຂຶ້ນແທ້ກັບພະເຢຊູໄດ້ຢ່າງຈະແຈ້ງ. (ກຈກ. 2:14-37) ຜົນເປັນແນວໃດ? “ຄົນທີ່ເຕັມໃຈຍອມຮັບສິ່ງທີ່ເປໂຕເວົ້າກໍຮັບບັບເຕມາ ແລະໃນມື້ນັ້ນມີຄົນເຂົ້າມາເປັນລູກສິດອີກປະມານ 3.000 ຄົນ.”—ກຈກ. 2:41
9. ເປັນຫຍັງເຮົາຄວນໃຊ້ຄຳພີໄບເບິນເມື່ອເຮົາສອນ?
9 ມີແຕ່ຄຳພີໄບເບິນເທົ່ານັ້ນມີພະລັງທີ່ສາມາດຊ່ວຍຜູ້ຄົນໃຫ້ປ່ຽນແປງໂຕເອງເພື່ອເຮັດໃຫ້ພະເຢໂຫວາພໍໃຈໄດ້. (ຮຣ. 4:12) ສະນັ້ນ ເຮົາຕ້ອງໃຊ້ຄຳພີໄບເບິນເມື່ອສອນຄົນອື່ນ. ເຮົາຢາກສອນ “ຖ້ອຍຄຳຂອງພະເຈົ້າ” ບໍ່ແມ່ນຄວາມຄິດຂອງເຮົາເອງ. (2ຕມ. 4:2) ສຸພາສິດ 2:6 ບອກວ່າ: “ພະເຢໂຫວາເປັນຜູ້ໃຫ້ສະຕິປັນຍາ. ຄວາມຮູ້ແລະຄວາມເຂົ້າໃຈອອກມາຈາກປາກຂອງເພິ່ນ.” ສະນັ້ນ ເມື່ອເຮົາສອນຈາກຄຳພີໄບເບິນ ເຮົາກໍກຳລັງໃຫ້ພະເຢໂຫວາເປັນຜູ້ສອນ. (ມລກ. 2:7) ເຮົາຢາກໃຫ້ຜູ້ຄົນຮູ້ວ່າຄຳແນະນຳໃນຄຳພີໄບເບິນເໜືອກວ່າຄຳແນະນຳຂອງມະນຸດຫຼາຍ. ຄຳພີໄບເບິນມາຈາກພະເຈົ້າແລະໃຫ້ຄວາມຮູ້ທີ່ເຮົາຈຳເປັນຕ້ອງມີເພື່ອເຮັດໃຫ້ພະເຈົ້າຜູ້ທີ່ສ້າງເຮົາພໍໃຈແລະຊ່ວຍເຮົາໃຫ້ມີຄວາມສຸກ.—2ຕມ. 3:16, 17
10. ເຮົາຈະເຮັດແນວໃດເພື່ອຊ່ວຍນັກສຶກສາໃຫ້ເຂົ້າໃຈວ່າສິ່ງທີ່ລາວກຳລັງຮຽນມາຈາກຄຳພີໄບເບິນ?
10 ຕອນທີ່ກຽມເພື່ອຈະໄປສອນນັກສຶກສາ ໃຫ້ຊອກຫາວິທີທີ່ຈະຊ່ວຍລາວໃຫ້ເຫັນຈຸດສຳຄັນທີ່ຄຳພີໄບເບິນຢາກສອນ. ນັກສຶກສາຄວນເຂົ້າໃຈວ່າເຖິງວ່າຮູບແລະວິດີໂອຈະຊ່ວຍໃຫ້ເຂົ້າໃຈສິ່ງທີ່ຮຽນຫຼາຍຂຶ້ນ ແຕ່ຄຳພີໄບເບິນກໍເປັນປຶ້ມຫຼັກໃນການຮຽນ. ຕອນທີ່ກຳລັງຮຽນ ໃຫ້ອ່ານຂໍ້ພະຄຳພີທີ່ຈະຊ່ວຍນັກສຶກສາໃຫ້ເຂົ້າໃຈຈຸດສຳຄັນ. ຈາກນັ້ນ ຊ່ວຍນັກສຶກສາໃຫ້ຄິດເບິ່ງວ່າລາວໄດ້ບົດຮຽນຫຍັງຈາກຂໍ້ພະຄຳພີທີ່ອ່ານ. ຕອນທີ່ເວົ້າເຖິງຮູບແລະວິດີໂອ ເຈົ້າຕ້ອງແນ່ໃຈວ່າລາວເຂົ້າໃຈຈຸດສຳຄັນທີ່ຄຳພີໄບເບິນສອນແທ້ໆ. ເຈົ້າບໍ່ຈຳເປັນຕ້ອງເວົ້າຫຼາຍຫຼືບໍ່ຈຳເປັນຕ້ອງອ່ານຂໍ້ພະຄຳພີຫຼາຍໆຂໍ້ກໍໄດ້ ແຕ່ໃຫ້ນັກສຶກສາມີເວລາຄິດກ່ຽວກັບຄວາມໝາຍຂອງຂໍ້ພະຄຳພີທີ່ລາວໄດ້ອ່ານ ຖ້າຈຳເປັນກໍໃຫ້ອ່ານຂໍ້ພະຄຳພີນັ້ນຄືນອີກ. ເມື່ອເຮັດແບບນີ້ ເຮົາກໍສອນໃນສິ່ງທີ່ຄຳພີໄບເບິນບອກແທ້ໆ ບໍ່ແມ່ນສອນໃນສິ່ງທີ່ປຶ້ມ ຮູບ ຫຼືວິດີໂອບອກ.—1ກຣ. 2:13
11-12. (ກ) ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາອົດທົນກັບນັກສຶກສາ? (ກິດຈະການ 17:1-4) (ເບິ່ງຮູບນຳ) (ຂ) ບາງຄົນອາດບໍ່ຮູ້ວ່າຄຳພີໄບເບິນເປັນແນວໃດແລະເຮົາຈະຊ່ວຍເຂົາເຈົ້າຈັ່ງໃດ?
11 ຖ້ານັກສຶກສາຮູ້ສຶກວ່າຍາກທີ່ຈະເຊື່ອຫຼືເຂົ້າໃຈຄຳສອນບາງເລື່ອງໃນຄຳພີໄບເບິນກໍຂໍໃຫ້ສອນ “ຖ້ອຍຄຳຂອງພະເຈົ້າ . . . ດ້ວຍຄວາມອົດທົນ” ໃຫ້ລາວຕໍ່ໆໄປ. (2ຕມ. 4:2) ນັກສຶກສາແຕ່ລະຄົນກ້າວໜ້າບໍ່ເທົ່າກັນ. ບາງຄົນອາດຕ້ອງໃຊ້ເວລາຫຼາຍກວ່າຄົນອື່ນເພື່ອຈະເຂົ້າໃຈບາງເລື່ອງໃນຄຳພີໄບເບິນ. ໂປໂລຕ້ອງປະກາດແລະຫາເຫດຜົນຫຼາຍເທື່ອຈາກພະຄຳພີກັບຄົນຢິວທີ່ຢູ່ເມືອງເທຊະໂລນິກ ເພື່ອເຂົາເຈົ້າຈະເຂົ້າໃຈສິ່ງທີ່ລາວສອນ.—ອ່ານກິດຈະການ 17:1-4
12 ອີກວິທີໜຶ່ງທີ່ສະແດງວ່າເຮົາອົດທົນກັບນັກສຶກສາແມ່ນໂດຍການຕັ້ງຄຳຖາມແລະໃຫ້ເຂົາເຈົ້າມີເວລາຕອບ. ໃຫ້ເຮົາພະຍາຍາມຄວບຄຸມໂຕເອງທີ່ຈະບໍ່ເວົ້າຫຼາຍ. ໃຫ້ຕັ້ງໃຈຟັງແລະພະຍາຍາມເຂົ້າໃຈວ່າເຂົາເຈົ້າຄິດແນວໃດ. ຈາກນັ້ນ ໃຫ້ອ່ານຂໍ້ພະຄຳພີແລະລົມກັນເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າພະເຢໂຫວາຄິດແນວໃດກ່ຽວກັບເລື່ອງນັ້ນ. ນອກຈາກນັ້ນ ບາງຄົນອາດບໍ່ເຄີຍເຫັນຄຳພີໄບເບິນເລີຍແລະບໍ່ຮູ້ວ່າຄຳພີໄບເບິນເວົ້າເລື່ອງຫຍັງແດ່. ຖ້າເປັນຈັ່ງຊັ້ນ ການທີ່ເຮົາເອົາຄຳພີໄບເບິນເປັນຫົວໄປໃຫ້ລາວເບິ່ງກໍຈະຊ່ວຍລາວໃຫ້ຮູ້ວ່າຄຳພີໄບເບິນເປັນແນວໃດ. ເຈົ້າອາດຈະໃຫ້ລາວເບິ່ງສ່ວນ “ຄຳສອນຂອງພະເຈົ້າມີຫຍັງແດ່?” ທີ່ຢູ່ທາງໜ້າຂອງຄຳພີໄບເບິນສະບັບແປໂລກໃໝ່ເພື່ອຊ່ວຍລາວໃຫ້ເຫັນວ່າຄຳພີໄບເບິນມີຄຳສອນດີໆຫຍັງແດ່. ຈາກນັ້ນ ເຈົ້າອາດຊ່ວຍລາວໃຫ້ເຫັນວ່າຄຳພີໄບເບິນມີປະໂຫຍດແນວໃດໂດຍໃຫ້ລາວເບິ່ງຂໍ້ພະຄຳພີ 1 ຫຼື 2 ຂໍ້ທີ່ຢູ່ໃນຄຳຖາມ 15 ເພື່ອໃຫ້ລາວເຫັນວ່າຄຳພີໄບເບິນສາມາດຊ່ວຍລາວໃຫ້ມີຄວາມສຸກແທ້ໄດ້. ດັ່ງນັ້ນ ຖ້າເຈົ້າຊ່ວຍນັກສຶກສາໃຫ້ເຫັນວ່າຄຳພີໄບເບິນມີປະໂຫຍດແລະມີຄ່າຫຼາຍສ່ຳໃດ ເຂົາເຈົ້າກໍຢາກຮຽນຮູ້ຫຼາຍຂຶ້ນແລະເອົາໄປໃຊ້ໃນຊີວິດ.
ຜູ້ສອນທີ່ດີຈະຟັງຫຼາຍກວ່າເວົ້າ (ເບິ່ງຂໍ້ 11-12)
ເນັ້ນໄປທີ່ພະເຢໂຫວາເມື່ອເຈົ້າສອນ
13. ເມື່ອເຮົາສອນ ເຮົາຄວນດຶງຄວາມສົນໃຈໄປໃສ່ໃຜ ແລະຍ້ອນຫຍັງ?
13 ເປົ້າໝາຍຂອງເຮົາແມ່ນຊ່ວຍນັກສຶກສາໃຫ້ຮູ້ຈັກພະເຢໂຫວາແລະສະໜິດກັບເພິ່ນ. (ຢກບ. 4:8) ເມື່ອເຮົາສອນຄຳພີໄບເບິນໃຫ້ຄົນອື່ນ ເຮົາບໍ່ຢາກດຶງຄວາມສົນໃຈມາໃສ່ໂຕເຮົາເອງ. ແທນທີ່ຈະເຮັດແບບນັ້ນ ເຮົາຢາກໃຫ້ເຂົາເຈົ້າເຂົ້າໃຈວ່າພະເຢໂຫວາກຳລັງເປັນຜູ້ສອນເຂົາເຈົ້າແລະເຂົ້າໃຈວ່າເພິ່ນຄິດແນວໃດເຊິ່ງເປັນສິ່ງສຳຄັນທີ່ສຸດ. ສະນັ້ນ ເຮົາຢາກເນັ້ນໄປທີ່ພະເຢໂຫວາ.
14. ເຈົ້າຈະຊ່ວຍນັກສຶກສາແນວໃດໃຫ້ຢາກເຮັດໃນສິ່ງທີ່ພະເຢໂຫວາພໍໃຈ?
14 ຕອນທີ່ເຈົ້ານຳການສຶກສາ ໃຫ້ຊ່ວຍນັກສຶກສາໃຫ້ຢາກເຮັດໃນສິ່ງທີ່ພະເຢໂຫວາພໍໃຈ. (ສພສ. 27:11) ເຈົ້າບໍ່ພຽງແຕ່ສອນລາວໃຫ້ເຮັດສິ່ງທີ່ຖືກຕ້ອງແລະບໍ່ເຮັດສິ່ງທີ່ຜິດເພື່ອຈະເຂົ້າມາເປັນພະຍາຍານພະເຢໂຫວາ ແຕ່ເຈົ້າຍັງຢາກໃຫ້ລາວປ່ຽນແປງໂຕເອງຍ້ອນຢາກເຮັດໃຫ້ພະເຢໂຫວາພໍໃຈ. ຕົວຢ່າງເຊັ່ນ: ຖ້ານັກສຶກສາຮູ້ສຶກວ່າຍາກທີ່ຈະເຊົານິດໄສທີ່ບໍ່ດີບາງຢ່າງ ໃຫ້ຖາມລາວດ້ວຍຄຳຖາມຕໍ່ໄປນີ້: “ເປັນຫຍັງພະເຢໂຫວາຈຶ່ງຊັງການເຮັດແນວນີ້? ເປັນຫຍັງພະເຢໂຫວາຈຶ່ງຢາກໃຫ້ເຈົ້າເຊົາເຮັດສິ່ງທີ່ເຈົ້າມັກ? ການທີ່ພະເຢໂຫວາຂໍໃຫ້ເຈົ້າເຊົາເຮັດສິ່ງນີ້ສະແດງໃຫ້ເຫັນແນວໃດວ່າເພິ່ນຮັກເຈົ້າ?” ເມື່ອເຈົ້າກະຕຸ້ນນັກສຶກສາໃຫ້ຄິດເຖິງພະເຢໂຫວາແລະຄຸນລັກສະນະຂອງເພິ່ນ ລາວກໍຈະເຫັນວ່າພະເຢໂຫວາຮັກລາວຫຼາຍແທ້ໆ. ເມື່ອເປັນແບບນີ້ ນັກສຶກສາກໍຈະຮັກພະເຢໂຫວາຄືກັນແລະຢາກເຮັດໃຫ້ເພິ່ນພໍໃຈ.
ໃຫ້ປັບປຸງວິທີສອນຂອງເຈົ້າຕໍ່ໆໄປ
15. ເຈົ້າຈະປັບປຸງວິທີສອນຂອງເຈົ້າຕໍ່ໆໄປໄດ້ແນວໃດ?
15 ເຈົ້າສາມາດອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ຄິດເຖິງສິ່ງທີ່ເຈົ້າຈຳເປັນຕ້ອງເຮັດເພື່ອປັບປຸງວິທີສອນຂອງເຈົ້າ. (1ຢຮ. 5:14) ຫຼັງຈາກອະທິດຖານແລ້ວ ໃຫ້ເຮັດສອດຄ່ອງກັບຄຳອະທິດຖານໂດຍເອົາໃຈໃສ່ການຝຶກທີ່ພະເຢໂຫວາຈັດໃຫ້ມີຢູ່ການປະຊຸມປະຈຳປະຊາຄົມ. ເຈົ້າສາມາດຊວນພີ່ນ້ອງທີ່ສອນເກັ່ງໄປຮ່ວມສຶກສານຳ. ຫຼັງຈາກນັ້ນ ໃຫ້ຖາມເຂົາເຈົ້າວ່າມີຫຍັງແດ່ທີ່ເຈົ້າຕ້ອງປັບປຸງ. ຂໍໃຫ້ຈື່ໄວ້ຄືກັນວ່າ ເຖິງວ່າເຈົ້າຮູ້ຈັກເລື່ອງທີ່ກຳລັງຮຽນຢູ່ ແຕ່ນັກສຶກສາຂອງເຈົ້າຍັງບໍ່ຮູ້ຈັກເລື່ອງນັ້ນເທື່ອ. ໃຫ້ຄິດເບິ່ງວ່າລາວອາດຮູ້ສຶກແນວໃດກ່ຽວກັບສິ່ງທີ່ຈະຮຽນ. ຈາກນັ້ນ ຊ່ວຍລາວໃຫ້ເຫັນປະໂຫຍດຂອງສິ່ງທີ່ກຳລັງຮຽນແລະສິ່ງດີໆທີ່ພະເຢໂຫວາສັນຍາໄວ້. ຖ້າເຮັດແບບນີ້ ເຈົ້າກໍຈະຊ່ວຍລາວໃຫ້ສະໜິດກັບພະເຢໂຫວາແລະຊ່ວຍລາວໃຫ້ມີຄວາມສຸກແທ້.—ພສ. 1:1-3
16. ເປັນຫຍັງຈຶ່ງເປັນປະໂຫຍດທີ່ເຮົາຈະປັບປຸງວິທີສອນຂອງເຮົາຕໍ່ໆໄປ?
16 ການສອນຄົນອື່ນກ່ຽວກັບພະເຢໂຫວາເປັນສິ່ງໜຶ່ງທີ່ເຮັດໃຫ້ເຮົາມີຄວາມສຸກທີ່ສຸດ. ໃນໂລກໃໝ່ຍັງຈະມີອີກຫຼາຍຄົນທີ່ເຮົາຕ້ອງສອນ. ສະນັ້ນ ໃຫ້ເຮົາພະຍາຍາມຕໍ່ໆໄປທີ່ຈະສະແດງຄວາມສົນໃຈຕໍ່ຜູ້ທີ່ເຮົາສອນ ໃຊ້ຄຳພີໄບເບິນ ແລະເນັ້ນໄປທີ່ພະເຢໂຫວາເມື່ອເຮົາສອນ. ເມື່ອເຮັດແບບນີ້ ເຮົາກໍສາມາດປັບປຸງວິທີສອນຂອງເຮົາໃຫ້ດີຂຶ້ນໄດ້.
ເພງທີ 65 ກ້າວໜ້າຕໍ່ຕໍ່ໄປ!