ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ກໍລະກົດ ໜ້າ 20-25
  • ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ດີ
  • ສອນ​ນັກສຶກສາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ
  • ຊ່ວຍ​ນັກສຶກສາ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້
  • ພະ​ເຢໂຫວາ​ຈະ​ອວຍພອນ​ຄົນ​ທີ່​ຮູ້​ຈັກ​ເພິ່ນ​ດີ
  • ຊ່ວຍ​ນັກສຶກສາ​ໃຫ້​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 2
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 1
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ກໍລະກົດ ໜ້າ 20-25

ວັນ​ທີ 28 ກັນຍາ–4 ຕຸລາ 2026

ເພງ​ທີ 79 ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ

ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ

“ຜູ້​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຕ້ອງ​ຮູ້​ຈັກ​ພໍ່​ທີ່​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ.”—ຢຮ. 17:3

ຈຸດ​ສຳຄັນ

ເຈົ້າ​ຈະ​ຊ່ວຍ​ນັກ​ນຶກ​ສາ​ແນວ​ໃດ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ ຄຸນລັກສະນະ​ຕ່າງໆ​ຂອງ​ເພິ່ນ ແລະ​ສິ່ງ​ໃດ​ທີ່​ເພິ່ນ​ມັກ​ແລະ​ສິ່ງ​ໃດ​ທີ່​ເພິ່ນ​ບໍ່​ມັກ.

1. ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ນັກສຶກສາ​ກ້າວໜ້າ?

ເຈົ້າ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ນັກສຶກສາ​ເຂົ້າ​ຮ່ວມ​ປະຊຸມ​ເທື່ອ​ທຳອິດ ເລີ່ມ​ອອກ​ຄວາມ​ຄິດ​ເຫັນ ເວົ້າ​ເລື່ອງ​ຂອງ​ພະ​ເຢໂຫວາ​ກັບ​ຄົນ​ອື່ນ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຕັດສິນໃຈ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ? ແນ່ນອນ​ວ່າ​ເຈົ້າ​ຄື​ຊິ​ດີ​ໃຈ​ຫຼາຍ​ແທ້ໆ! ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ຊ່ວຍ​ນັກສຶກສາ​ໃຫ້​ກ້າວໜ້າ. ເຮົາ​ຢາກ​ຈະ​ຍ້ອງຍໍ​ພະ​ເຢໂຫວາ​ທີ່​ເພິ່ນ​ໄດ້​ເຮັດ​ແບບ​ນັ້ນ.—1ກຣ. 3:5-9; 3ຢຮ. 3, 4

2. ພະ​ເຢໂຫວາ​ຢາກ​ໃຫ້​ນັກສຶກສາ​ໄດ້​ຮັບ​ຫຍັງ? (1 ຕີໂມທຽວ 2:3, 4)

2 ພະ​ເຢໂຫວາ​ຕ້ອງການ​ໃຫ້ “ຄົນ​ທຸກ​ປະເພດ​ລອດ​ແລະ​ໄດ້​ຮັບ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ຄວາມ​ຈິງ.” (ອ່ານ 1 ຕີໂມທຽວ 2:3, 4) ເພິ່ນ​ຢາກ​ໃຫ້​ຄົນ​ຮູ້​ຈັກ​ເພິ່ນ​ແລະ​ຮູ້​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. (ຢຣມ. 9:24) ເພື່ອ​ຈະ​ເປັນ​ແບບ​ນັ້ນ ເຂົາເຈົ້າ​ຕ້ອງ​ໄດ້​ຮັບ​ຄວາມ​ຮູ້​ທີ່​ຖືກຕ້ອງ. ຄຳ​ພາສາ​ດັ້ງເດີມ​ທີ່​ແປ​ວ່າ “ຄວາມ​ຮູ້​ທີ່​ຖືກຕ້ອງ” ບໍ່​ໄດ້​ໝາຍ​ເຖິງ​ແຕ່​ຄວາມ​ຈິງ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ຮຽນ​ຮູ້​ເທົ່າ​ນັ້ນ ແຕ່​ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຜູ້​ໜຶ່ງ​ບອກ​ວ່າ​ມັນ​ໝາຍ​ເຖິງ​ຄວາມ​ຮູ້​ທີ່ “ມີ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ຫຼາຍ​ແທ້ໆ.” ເມື່ອ​ນັກສຶກສາ​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ ຄວາມ​ຮູ້​ນັ້ນ​ຈະ​ສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ລາວ​ຫຼາຍ​ຈົນ​ເຮັດ​ໃຫ້​ລາວ​ຢາກ​ປ່ຽນແປງ​ຊີວິດ​ຂອງ​ໂຕເອງ ແລະ​ເປີດ​ໂອກາດ​ໃຫ້​ລາວ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ “ຊີວິດ​ຕະຫຼອດ​ໄປ.”—ຢຮ. 17:3

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິດທິ​ພິເສດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ເພິ່ນ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ນັກສຶກສາ​ຕ້ອງ​ຮູ້​ຈັກ​ພະ​ເຢໂຫວາ​ດີ? ເຮົາ​ຈະ​ສອນ​ເຂົາເຈົ້າ​ແນວ​ໃດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ? ແລະ​ເຮົາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ກ່ຽວກັບ​ພະ​ເຢໂຫວາ​ໄປ​ໃຊ້​ໃນ​ຊີວິດ​ແນວ​ໃດ?

ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ດີ

4. ຕາມ​ມາຣະໂກ 12:30 ຕອນ​ທີ່​ນຳ​ການ​ສຶກສາ​ຄຳພີ​ໄບເບິນ ເປົ້າໝາຍ​ຫຼັກ​ຂອງ​ເຮົາ​ແມ່ນ​ຫຍັງ?

4 ພະ​ເຢຊູ​ບອກ​ວ່າ​ກົດໝາຍ​ຂໍ້​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ໃຫ້​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຮົາ. (ອ່ານ​ມາຣະໂກ 12:30) ເພື່ອ​ນັກສຶກສາ​ຈະ​ຮັກ​ພະ​ເຢໂຫວາ ລາວ​ຕ້ອງ​ຮູ້​ຈັກ​ເພິ່ນ. ເຮົາ​ຢາກ​ໃຫ້​ນັກສຶກສາ​ຮັບ​ບັບເຕມາ​ຍ້ອນ​ຮັກ​ພະ​ເຢໂຫວາ ບໍ່​ແມ່ນ​ຍ້ອນ​ຢາກ​ເປັນ​ໝູ່​ກັບ​ເຮົາ ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ຫຼື​ມັກ​ຄຳສອນ​ໃນ​ຄຳພີ​ໄບເບິນ​ຊື່ໆ. ສະນັ້ນ ຕອນ​ທີ່​ນຳ​ການ​ສຶກສາ​ຄຳພີ​ໄບເບິນ ເປົ້າໝາຍ​ຫຼັກ​ຂອງ​ເຮົາ​ແມ່ນ​ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ແລະ​ຮັກ​ພະ​ເຢໂຫວາ.

5. ຖ້າ​ນັກສຶກສາ​ຮັກ​ພະ​ເຢໂຫວາ ລາວ​ຢາກ​ຈະ​ເຮັດ​ຫຍັງ?

5 ຄວາມ​ຮັກ​ແລະ​ການ​ເຊື່ອຟັງ​ກ່ຽວ​ຂ້ອງ​ກັນ. ຖ້າ​ນັກສຶກສາ​ຮູ້​ຈັກ​ແລະ​ຮັກ​ພະ​ເຢໂຫວາ ລາວ​ກໍ​ຢາກ​ຈະ​ເຊື່ອຟັງ​ເພິ່ນ. ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ກຳລັງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ສັ່ງ​ໄວ້ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ຂ້ອຍ​ຮັກ​ເພິ່ນ.” (ຢຮ. 14:31) ຄ້າຍຄື​ກັນ ຖ້າ​ນັກສຶກສາ​ຮັກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ສິ່ງ​ອື່ນ ລາວ​ກໍ​ຢາກ​ຈະ​ເຊື່ອຟັງ​ແລະ​ພັກດີ​ຕໍ່​ພະ​ເຢໂຫວາ.—1ຢຮ. 5:3

6. ເມື່ອ​ນັກສຶກສາ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ຈະ​ຊ່ວຍ​ລາວ​ໃຫ້​ຕັດສິນໃຈ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

6 ນັກສຶກສາ​ທີ່​ຮູ້​ຈັກ​ພະ​ເຢໂຫວາ​ດີ​ມັກ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້: ຄົນ​ທີ່​ຢາກ​ຂັບ​ລົດ​ໃຫຍ່​ບໍ່​ພຽງ​ແຕ່​ເບິ່ງ​ຄົນ​ອື່ນ​ຂັບ ຮຽນ​ທິດສະດີ ຫຼື​ເສັງ​ເອົາ​ໃບ​ຂັບ​ຂີ່​ເທົ່າ​ນັ້ນ ແຕ່​ລາວ​ຕ້ອງ​ໄດ້​ຝຶກ​ຂັບ​ລົດ​ໂຕ​ຈິງ​ຫຼາຍໆ​ເທື່ອ​ແລະ​ອາດ​ຈະ​ຫຼາຍ​ຊົ່ວໂມງ​ນຳ. ການ​ຝຶກ​ຂັບ​ລົດ​ໂຕ​ຈິງ​ຈະ​ຊ່ວຍ​ລາວ​ໃຫ້​ມີ​ປະສົບການ ຮູ້​ວິທີ​ແກ້ໄຂ​ແຕ່​ລະ​ສະຖານະການ ແລະ​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ. ຄ້າຍຄື​ກັນ ນັກສຶກສາ​ຈະ​ຮູ້​ຈັກ​ພະ​ເຢໂຫວາ​ໄດ້​ບໍ່​ແມ່ນ​ແຕ່​ໂດຍ​ການ​ຮຽນ​ຄຳພີ​ໄບເບິນ​ເທົ່າ​ນັ້ນ ແຕ່​ໂດຍ​ເບິ່ງ​ວ່າ​ຕອນ​ທີ່​ລາວ​ຕັດສິນໃຈ​ເລື່ອງ​ຕ່າງໆ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ລາວ​ແນວ​ໃດ​ນຳ. ເມື່ອ​ນັກສຶກສາ​ຮູ້​ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ​ແລະ​ເຫັນ​ວ່າ​ເພິ່ນ​ໄດ້​ຊ່ວຍ​ລາວ​ແນວ​ໃດ ລາວ​ກໍ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ​ບໍ່​ວ່າ​ຈະ​ເຈິ​ກັບ​ສະຖານະການ​ແບບ​ໃດ​ໃນ​ຊີວິດ.

7. ການ​ທີ່​ໂຢເຊັບ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ຊ່ວຍ​ລາວ​ໃຫ້​ຕັດສິນໃຈ​ຢ່າງ​ສະຫຼາດ​ໄດ້​ແນວ​ໃດ?

7 ໂຢເຊັບ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ແລະ​ສິ່ງ​ນີ້​ຊ່ວຍ​ລາວ​ຕອນ​ທີ່​ເມຍ​ຂອງ​ໂປຕີຟາ​ພະຍາຍາມ​ຊວນ​ລາວ​ໃຫ້​ນອນ​ນຳ. ຕອນ​ຍັງ​ນ້ອຍ ໂຢເຊັບ​ຄື​ຊິ​ໄດ້​ຍິນ​ເລື່ອງ​ຂອງ​ອາດາມ​ກັບ​ເອວາ ແລະ​ອັບຣາຮາມ​ກັບ​ຊາຣາ. (ປຖກ. 2:24; 20:3, 6) ເລື່ອງ​ເຫຼົ່າ​ນັ້ນ​ສອນ​ໂຢເຊັບ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ເລື່ອງ​ການ​ແຕ່ງດອງ ແລະ​ຊ່ວຍ​ລາວ​ໃຫ້​ຮູ້​ວ່າ​ເພດ​ສຳພັນ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ​ສຳລັບ​ຄົນ​ທີ່​ແຕ່ງດອງ​ກັນ​ແລ້ວ​ເທົ່າ​ນັ້ນ. ຍ້ອນ​ໂຢເຊັບ​ຮູ້​ຈັກ​ພະ​ເຢໂຫວາ​ດີ ລາວ​ຈຶ່ງ​ກ້າ​ປະຕິເສດ​ເມຍ​ຂອງ​ໂປຕີຟາ​ແລະ​ເວົ້າ​ວ່າ: “ຂ້ອຍ​ຈະ​ເຮັດ​ຊົ່ວ​ແບບ​ນີ້​ແລະ​ເຮັດ​ບາບ​ຕໍ່​ພະເຈົ້າ​ບໍ່​ໄດ້.” (ປຖກ. 39:7-9) ໂຢເຊັບ​ຮູ້​ວ່າ​ອັນ​ໃດ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ດີ​ຫຼື​ບໍ່​ດີ ແລະ​ອັນ​ໃດ​ທີ່​ເຮັດ​ໃຫ້​ເພິ່ນ​ເສຍໃຈ. ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ. ຖ້າ​ເຮົາ​ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ດີ​ແລະ​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ເຂົາເຈົ້າ​ກໍ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.

ສອນ​ນັກສຶກສາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ

8. ເຈົ້າ​ຈະ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ເພື່ອ​ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

8 ເຈົ້າ​ຈະ​ສອນ​ນັກສຶກສາ​ແນວ​ໃດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ? ພະ​ເຢໂຫວາ​ຊ່ວຍ​ໂຢບ​ໃຫ້​ຮູ້​ຈັກ​ເພິ່ນ​ໂດຍ​ໃຊ້​ຄຳ​ຖາມ​ຖາມ​ລາວ​ຫຼາຍ​ກວ່າ 50 ຂໍ້. (ໂຢບ 38:1–41:34) ເຮົາ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ໂດຍ​ໃຊ້​ຄຳ​ຖາມ​ທີ່​ຢູ່​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ເຊິ່ງ​ຄຳ​ຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ຄຸນລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ. (ເບິ່ງ​ຂອບ “ຄຳ​ຖາມ​ທີ່​ຊ່ວຍ​ໄດ້​ຫຼາຍ​ຕອນ​ທີ່​ສອນ​ຄຳພີ​ໄບເບິນ”) ສະນັ້ນ​ຕອນ​ທີ່​ສຶກສາ ຂໍ​ໃຫ້​ໃຊ້​ຄຳ​ຖາມ​ເຫຼົ່າ​ນີ້​ເພື່ອ​ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ.

ພີ່ນ້ອງ​ຍິງ​ຟັງ​ນັກສຶກສາ​ຕອບ​ຄຳ​ຖາມ​ໃນ​ບົດ​ທີ 17 ທີ່​ຢູ່​ໃນ​ປຶ້ມ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!”

ຄຳ​ຖາມ​ທີ່​ຊ່ວຍ​ໄດ້​ຫຼາຍ​ຕອນ​ທີ່​ສອນ​ຄຳພີ​ໄບເບິນ

ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ມີ​ຄຳ​ຖາມ​ຫຼາຍ​ຂໍ້​ທີ່​ຊ່ວຍ​ເຮົາ​ໃຫ້​ສອນ​ນັກສຶກສາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຄຳ​ຖາມ​ນຳ​ກັນ:

  • “ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ປະກາດ​ຂ່າວ​ດີ?” (ບົດ​ທີ 21)

  • “ຈາກ​ທີ່​ໄດ້​ຮຽນ​ມາ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ [ໃນ​ສົງຄາມ​ອາມາເຄໂດນ] ຈະ​ຍຸຕິທຳ?” (ບົດ​ທີ 33)

  • “ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຈົ້າ​ສະຫຼາດ​ແລະ​ເຊື່ອຟັງ​ເພິ່ນ? ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?” (ບົດ​ທີ 34)

  • “ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ແຕ່ງດອງ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັກ​ເພິ່ນ?” (ບົດ​ທີ 42)

  • “ຂໍ້​ຄຳພີ​ນີ້​ບອກ​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ​ເລື່ອງ​ການ​ໃຫ້​ອະໄພ?” (ບົດ​ທີ 56)

  • “ເປັນ​ຫຍັງ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ຄົນ​ທີ່​ເຮັດ​ຜິດ​ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ເມດຕາ ຍຸຕິທຳ​ແລະ​ຮັກ​ເຮົາ?” (ບົດ​ທີ 57)

9-10. (ກ) ອັນ​ໃດ​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ? (ຢາໂກໂບ 5:11) (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ຖາມ​ໂຕເອງ​ວ່າ​ພະ​ເຢໂຫວາ​ມັກ​ຫຍັງ​ແລະ​ບໍ່​ມັກ​ຫຍັງ.

9 ຕັ້ງແຕ່​ໄລຍະ​ທຳອິດ​ທີ່​ເຮົາ​ສອນ​ຄຳພີ​ໄບເບິນ​ໃຫ້​ນັກສຶກສາ ເຮົາ​ສາມາດ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ໄດ້.a ເຮົາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ? ເຮົາ​ອາດ​ບອກ​ເຂົາເຈົ້າ​ວ່າ​ແຕ່​ລະ​ເທື່ອ​ທີ່​ອ່ານ​ຄຳພີ​ໄບເບິນ ໃຫ້​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ຂຽນ​ເລື່ອງ​ນີ້ ແລະ​ເລື່ອງ​ທີ່​ອ່ານ​ເຮັດ​ໃຫ້​ເຫັນ​ຄຸນລັກສະນະ​ຫຍັງ​ແດ່​ຂອງ​ພະ​ເຢໂຫວາ. ຢາໂກໂບ​ໄດ້​ເຮັດ​ແບບ​ນັ້ນ​ຕອນ​ທີ່​ລາວ​ເວົ້າ​ເຖິງ​ເລື່ອງ​ຂອງ​ໂຢບ. ລາວ​ບໍ່​ໄດ້​ເວົ້າ​ເຖິງ​ແຕ່​ວ່າ​ໂຢບ​ມີ​ຄວາມ​ອົດທົນ​ເທົ່າ​ນັ້ນ ແຕ່​ລາວ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ນຳ ເຊັ່ນ: ຄວາມ​ອີ່ຕົນ​ແລະ​ຄວາມ​ເຫັນອົກເຫັນໃຈ.—ອ່ານ​ຢາໂກໂບ 5:11

10 ເຮົາ​ຢາກ​ໃຫ້​ນັກສຶກສາ​ຮູ້​ວ່າ​ແຕ່​ລະ​ເລື່ອງ​ທີ່​ລາວ​ອ່ານ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ລາວ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ມັກ​ຫຍັງ​ແລະ​ບໍ່​ມັກ​ຫຍັງ. ຕົວຢ່າງ​ເຊັ່ນ: ນັກສຶກສາ​ອາດ​ບອກ​ເຈົ້າ​ວ່າ​ລາວ​ໄດ້​ເບິ່ງ​ສ່ວນ “ເລີ່ມ​ອ່ານ​ຄຳພີ​ໄບເບິນ” ທີ່​ຢູ່​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ແລະ​ບອກ​ວ່າ​ລາວ​ເລືອກ​ອ່ານ​ເລື່ອງ​ຂອງ​ດານີເອນ​ຕອນ​ທີ່​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ. ຄັນຊັ້ນ ເຈົ້າ​ອາດ​ແນະນຳ​ລາວ​ໃຫ້​ຄິດ​ເຖິງ​ຄຳ​ຖາມ​ເຫຼົ່າ​ນີ້: ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ດານີເອນ? ຈາກ​ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ເຫັນ​ແນວ​ໃດ​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ?’ (ດນອ. 6:10, 22) ນອກ​ຈາກ​ນັ້ນ ນັກສຶກສາ​ອາດ​ຖາມ​ໂຕເອງ​ວ່າ: ‘ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ຫາ​ເລື່ອງ​ດານີເອນ? ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ເຫັນ​ແນວ​ໃດ​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ມັກ? (ດນອ. 6:4, 5, 24) ສຸດທ້າຍ ເຈົ້າ​ອາດ​ບອກ​ນັກສຶກສາ​ໃຫ້​ຄິດ​ເບິ່ງ​ວ່າ​ລາວ​ໄດ້​ເຫັນ​ຄຸນລັກສະນະ​ຫຍັງ​ອີກ​ຂອງ​ພະ​ເຢໂຫວາ​ຈາກ​ເລື່ອງ​ທີ່​ລາວ​ໄດ້​ອ່ານ.—ດນອ. 6:26, 27

11. ເຮົາ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ສອນ​ລາວ?

11 ເຮົາ​ມີ​ຄວາມ​ສຸກ​ເມື່ອ​ນັກສຶກສາ​ເຫັນຄ່າ​ທີ່​ລາວ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ. ແຕ່​ເຮົາ​ຄວນ​ຊ່ວຍ​ລາວ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຄູ​ຜູ້​ຍິ່ງໃຫຍ່​ເປັນ​ຜູ້​ທີ່​ຊ່ວຍ​ລາວ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ. (ອຊຢ. 30:20, 21) ນັກສຶກສາ​ອາດ​ຂອບໃຈ​ເຮົາ​ທີ່​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ​ແລະ​ອາດ​ເຖິງຂັ້ນ​ຍ້ອງ​ເຮົາ​ວ່າ​ສອນ​ເກັ່ງ. ທີ່​ຈິງ ການ​ທີ່​ລາວ​ເວົ້າ​ແບບ​ນັ້ນ​ກໍ​ບໍ່​ແມ່ນ​ເລື່ອງ​ຜິດ. ແຕ່​ເຮົາ​ຄວນ​ໃຫ້​ລາວ​ຍ້ອງຍໍ​ພະ​ເຢໂຫວາ​ແລະ​ຂອບໃຈ​ເພິ່ນ​ດີ​ກວ່າ.

ຊ່ວຍ​ນັກສຶກສາ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້

12-13. ການ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ຊ່ວຍ​ນັກສຶກສາ​ແນວ​ໃດ​ຕອນ​ທີ່​ລາວ​ອ່ານ​ເຈິ​ເລື່ອງ​ທີ່​ເຂົ້າໃຈ​ຍາກ​ໃນ​ຄຳພີ​ໄບເບິນ? (ເບິ່ງ​ຮູບ​ນຳ)

12 ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ແລ້ວ​ເຮົາ​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ຢ່າງ​ທຳອິດ ເມື່ອ​ນັກສຶກສາ​ອ່ານ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ແລ້ວ​ຮູ້ສຶກ​ວ່າ​ເຂົ້າໃຈ​ຍາກ ເຮົາ​ຕ້ອງ​ສອນ​ລາວ​ໃຫ້​ຄິດ​ເບິ່ງ​ວ່າ​ລາວ​ຮູ້​ຫຍັງ​ແດ່​ກ່ຽວກັບ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ລາວ​ອ່ານ​ເລື່ອງ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ ລາວ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຂ້າ​ບາງ​ຄົນ​ແຕ່​ບໍ່​ໄດ້​ຂ້າ​ບາງ​ຄົນ. ເຈົ້າ​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ຄິດ​ຫາ​ເຫດຜົນ​ກ່ຽວກັບ​ເລື່ອງ​ນີ້​ແນວ​ໃດ?

13 ເຈົ້າ​ສາມາດ​ຊ່ວຍ​ນັກສຶກສາ​ໃຫ້​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ມາ​ແລ້ວ​ກ່ຽວກັບ​ພະ​ເຢໂຫວາ. ເຈົ້າ​ອາດ​ຊ່ວຍ​ລາວ​ໃຫ້​ຖາມ​ໂຕເອງ​ວ່າ: ‘ພະ​ເຢໂຫວາ​ຖື​ວ່າ​ຊີວິດ​ຂອງ​ຜູ້​ຄົນ​ມີ​ຄ່າ​ຫຼາຍ​ສ່ຳ​ໃດ?’ (2ປຕ. 3:9) ເພິ່ນ​ໄດ້​ເສຍ​ສະລະ​ຫຼາຍ​ສ່ຳ​ໃດ​ເພື່ອ​ຊ່ວຍ​ຊີວິດ​ເຮົາ​ທັງໆ​ທີ່​ເຮົາ​ເປັນ​ຄົນ​ບາບ? (ອຟຊ. 2:4, 5) ເພິ່ນ​ລົງໂທດ​ຄົນ​ທີ່​ບໍ່​ສົມຄວນ​ຖືກ​ລົງໂທດ​ບໍ? ແລະ​ເພິ່ນ​ປ່ອຍ​ຄົນ​ທີ່​ສົມຄວນ​ຖືກ​ລົງໂທດ​ໄປ​ບໍ? (ອພຍ. 34:6, 7) ບາງ​ເທື່ອ​ຄຳພີ​ໄບເບິນ​ກໍ​ບໍ່​ໄດ້​ໃຫ້​ລາຍລະອຽດ​ຫຍັງ​ຫຼາຍ​ກ່ຽວກັບ​ການ​ຕັດສິນໃຈ​ຂອງ​ພະ​ເຢໂຫວາ ແຕ່​ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ຮູ້​ລາຍລະອຽດ​ເຫຼົ່າ​ນັ້ນ​ຍ້ອນ​ເຮົາ​ຮູ້​ຈັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ​ດີ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.

ຮູບ: ພີ່ນ້ອງ​ຍິງ​ຄົນ​ດຽວ​ກັນ​ທົບທວນ​ກັບ​ນັກສຶກສາ​ວ່າ​ໄດ້​ຮຽນ​ຫຍັງ​ແດ່. ຮູບ​ນ້ອຍ​ທີ 1. ພະ​ເຢໂຫວາ​ນັ່ງ​ເທິງ​ບັນລັງ​ໃນ​ສະຫວັນ. ຮູບ​ນ້ອຍ​ທີ 2. ອາດາມ​ກັບ​ເອວາ​ກິນ​ໝາກ​ໄມ້​ທີ່​ພະເຈົ້າ​ຫ້າມ. ຮູບ​ນ້ອຍ​ທີ 3. ສົ້ນ​ຕີນ​ຢຽບ​ຫົວ​ງູ. ຮູບ​ນ້ອຍ​ທີ 4. ເຮືອ​ຂອງ​ໂນອາ​ລອຍ​ຢູ່​ເທິງ​ນ້ຳ​ຕອນ​ທີ່​ນ້ຳຖ້ວມ​ໂລກ. ຮູບ​ນ້ອຍ​ທີ 5. ໂມເຊ​ແຍກ​ນ້ຳ​ທະເລ​ແດງ. ຮູບ​ນ້ອຍ​ທີ 6. ກຳແພງ​ເມືອງ​ເຢຣິໂກ​ພັງ​ລົງ​ທັງໝົດ​ຍົກເວັ້ນ​ເຮືອນ​ຂອງ​ຣາຮາບ. ຮູບ​ນ້ອຍ​ທີ 7. ເອເບັດເມເລັກ​ດຶງ​ເຢເຣມີຢາ​ຂຶ້ນ​ມາ​ຈາກ​ນ້ຳ​ສ້າງ. ຮູບ​ນ້ອຍ​ທີ 8. ພະ​ເຢຊູ​ຖືກ​ຄຶງ​ຢູ່​ເທິງ​ເສົາ.

ເມື່ອ​ນັກສຶກສາ​ອ່ານ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ແລ້ວ​ຮູ້ສຶກ​ວ່າ​ເຂົ້າໃຈ​ຍາກ ເຮົາ​ຕ້ອງ​ສອນ​ລາວ​ໃຫ້​ຄິດ​ເບິ່ງ​ວ່າ​ລາວ​ຮູ້​ຫຍັງ​ແດ່​ກ່ຽວກັບ​ພະ​ເຢໂຫວາ (ເບິ່ງ​ຂໍ້ 12-13)


14. ເຈົ້າ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ຖ້າ​ລາວ​ຮູ້ສຶກ​ວ່າ​ເຂົ້າ​ກັບ​ພີ່ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ບໍ່​ຄ່ອຍ​ໄດ້?

14 ໃຫ້​ເຮົາ​ມາ​ເບິ່ງ​ຢ່າງ​ທີ 2 ທີ່​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ເອົາ​ຄວາມ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ໄປ​ໃຊ້. ສົມມຸດ​ວ່າ​ຕອນນີ້​ນັກສຶກສາ​ຂອງ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລ້ວ ແຕ່​ລາວ​ຮູ້ສຶກ​ວ່າ​ເຂົ້າ​ກັບ​ພີ່ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ບໍ່​ຄ່ອຍ​ໄດ້. ອາດ​ເປັນ​ໄດ້​ວ່າ​ພີ່ນ້ອງ​ຄົນ​ນັ້ນ​ເຮັດ​ໃຫ້​ລາວ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ຖ້າ​ເປັນ​ແບບ​ນັ້ນ ໃຫ້​ເຈົ້າ​ຊ່ວຍ​ລາວ​ຄິດ​ເບິ່ງ​ວ່າ ພະ​ເຢໂຫວາ​ເບິ່ງ​ພີ່ນ້ອງ​ແຕ່​ລະ​ຄົນ​ແນວ​ໃດ? ເພິ່ນ​ໄດ້​ເສຍ​ສະລະ​ຫຍັງ​ທີ່​ສະແດງ​ວ່າ​ເພິ່ນ​ຮັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ? (ຢຮ. 3:16) ພະ​ເຢໂຫວາ​ຖື​ວ່າ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ​ສຳຄັນ​ຫຼາຍ​ສ່ຳ​ໃດ? (ພສ. 133:1) ເພິ່ນ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ພະຍາຍາມ​ຮັກສາ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ? (2ກຣ. 13:11) ໃຫ້​ເຈົ້າ​ຊ່ວຍ​ນັກສຶກສາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ດີ​ໃຈ​ຫຼາຍ​ເມື່ອ​ເຮົາ​ເບິ່ງ​ແຕ່​ຈຸດ​ທີ່​ດີ​ຂອງ​ພີ່ນ້ອງ​ແທນ​ທີ່​ຈະ​ເບິ່ງ​ຈຸດ​ເສຍ​ຂອງ​ເຂົາເຈົ້າ.

15-16. (ກ) ເມື່ອ​ນັກສຶກສາ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ ລາວ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ? (ໂຢຮັນ 8:29) (ຂ) ມາຣີ​ອານ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ຕັດສິນໃຈ​ໄດ້​ດີ? (ເບິ່ງ​ຮູບ​ນຳ)

15 ຢ່າງ​ທີ 3 ເຈົ້າ​ສາມາດ​ຊ່ວຍ​ນັກສຶກສາ​ໃຫ້​ເອົາ​ຄວາມ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ໄປ​ໃຊ້​ເພື່ອ​ຈະ​ຕັດສິນໃຈ​ໄດ້​ດີ. ເຈົ້າ​ອາດ​ໃຫ້​ລາວ​ເບິ່ງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ໃນ​ບົດ​ທີ 35 ເລື່ອງ “ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນໃຈ​ໄດ້​ດີ?” ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ນັກສຶກສາ​ໄດ້​ອະທິດຖານ​ແລະ​ຄົ້ນຄວ້າ​ກ່ຽວກັບ​ເລື່ອງ​ນັ້ນ​ແລ້ວ ແຕ່​ຍັງ​ບໍ່​ຮູ້​ວ່າ​ຈະ​ຕັດສິນໃຈ​ແນວ​ໃດ? ລາວ​ອາດ​ຮູ້ສຶກ​ວ່າ​ມີ​ຫຼັກການ​ກ່ຽວກັບ​ເລື່ອງ​ນັ້ນ​ຫຼາຍ​ໂພດ ແລະ​ບໍ່​ຮູ້​ວ່າ​ຈະ​ໃຊ້​ຫຼັກການ​ໃດ​ດີ​ກັບ​ສະຖານະການ​ຂອງ​ໂຕເອງ. ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ອາດ​ແນະນຳ​ລາວ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຢຊູ. ແລ້ວ​ພະ​ເຢຊູ​ຕັດສິນໃຈ​ເລື່ອງ​ຕ່າງໆ​ແນວ​ໃດ? ເພິ່ນ​ຕັດສິນໃຈ​ໂດຍ “ເຮັດ​ສິ່ງ​ທີ່ [ພໍ່​ຂອງ​ເພິ່ນ] ພໍໃຈ​ສະເໝີ.” (ອ່ານ​ໂຢຮັນ 8:29) ຈາກ​ນັ້ນ​ກະຕຸ້ນ​ນັກສຶກສາ​ໃຫ້​ຖາມ​ໂຕເອງ​ວ່າ: ‘ຈາກ​ຂໍ້ມູນ​ທີ່​ຂ້ອຍ​ຄົ້ນຄວ້າ​ແລະ​ຈາກ​ສິ່ງ​ທີ່​ຂ້ອຍ​ໄດ້​ຮຽນ​ກ່ຽວກັບ​ພະ​ເຢໂຫວາ ຂ້ອຍ​ຄວນ​ຕັດສິນໃຈ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ເພິ່ນ​ພໍໃຈ?’ ການ​ຕັດສິນໃຈ​ທີ່​ດີ​ທີ່​ສຸດ​ແມ່ນ​ການ​ຕັດສິນໃຈ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

16 ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ປະເທດ​ຊີລີ​ທີ່​ກຳລັງ​ຮຽນ​ຄຳພີ​ໄບເບິນ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ. ລາວ​ຖືກ​ກົດດັນ​ຈາກ​ຄອບຄົວ​ໃຫ້​ເຮັດ​ວຽກ​ທີ່​ມີ​ລາຍ​ໄດ້​ສູງ ແຕ່​ວຽກ​ນີ້​ຈະ​ເຮັດ​ໃຫ້​ລາວ​ໄປ​ປະຊຸມ​ເປັນ​ປະຈຳ​ບໍ່​ໄດ້. ມາຣີ​ອານ​ຜູ້​ທີ່​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ​ເລົ່າ​ວ່າ: “ຂ້ອຍ​ບອກ​ລາວ​ໃຫ້​ຄິດ​ເບິ່ງ​ວ່າ​ການ​ຕັດສິນໃຈ​ຂອງ​ລາວ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ? ເພິ່ນ​ຈະ​ດີ​ໃຈ​ຫຼື​ເສຍໃຈ? ຂ້ອຍ​ຍັງ​ບອກ​ລາວ​ໃຫ້​ອະທິດຖານ​ກ່ຽວກັບ​ເລື່ອງ​ນີ້​ແບບ​ເຈາະຈົງ​ແລະ​ສັງເກດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ແນວ​ໃດ. ໃນ​ທີ່​ສຸດ ນັກສຶກສາ​ຄົນ​ນີ້​ກໍ​ປະຕິເສດ​ວຽກ​ນັ້ນ ແລະ​ຕໍ່​ມາ​ບໍ່​ດົນ​ລາວ​ກໍ​ໄດ້​ວຽກ​ທີ່​ເຮັດ​ໃຫ້​ລາວ​ໄປ​ປະຊຸມ​ໄດ້. ມາຣີ​ອານ​ບໍ່​ໄດ້​ບອກ​ນັກສຶກສາ​ວ່າ​ຄວນ​ເຮັດ​ຫຍັງ ແຕ່​ລາວ​ຊ່ວຍ​ນັກສຶກສາ​ໃຫ້​ຄິດ​ຕຶກຕອງ​ເລື່ອງ​ທີ່​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ມາ​ແລ້ວ. ຜົນ​ກໍ​ຄື ນັກສຶກສາ​ບໍ່​ພຽງ​ແຕ່​ສະໜິດ​ກັບ​ມາຣີ​ອານ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ ແຕ່​ຍັງ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ນຳ. ມາຣີ​ອານ​ເລົ່າ​ວ່າ: “ນັກສຶກສາ​ຂອງ​ຂ້ອຍ​ໄດ້​ຮຽນ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ເຮົາ ຖ້າ​ເຮົາ​ໃຫ້​ການ​ນະມັດສະການ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.”

ນັກສຶກສາ​ປະຕິເສດ​ວຽກ​ທີ່​ຜູ້​ຈັດການ​ສະເໜີ​ໃຫ້​ຢ່າງ​ສຸພາບ​ຕອນ​ທີ່​ຜູ້​ຈັດການ​ຍື່ນ​ໃບ​ສັນຍາ​ແລະ​ບິກ​ໃຫ້​ລາວ.

ຊ່ວຍ​ນັກສຶກສາ​ຂອງ​ເຈົ້າ​ໃຫ້​ຮຽນ​ຮູ້​ທີ່​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ (ເບິ່ງ​ຂໍ້ 15-16)b


ພະ​ເຢໂຫວາ​ຈະ​ອວຍພອນ​ຄົນ​ທີ່​ຮູ້​ຈັກ​ເພິ່ນ​ດີ

17. ນອກ​ຈາກ​ຮູ້​ຄວາມ​ຈິງ​ເລື່ອງ​ຕ່າງໆ​ແລ້ວ ເຮົາ​ຢາກ​ໃຫ້​ນັກສຶກສາ​ຮູ້​ຫຍັງ​ນຳ?

17 ຕອນ​ທີ່​ນັກສຶກສາ​ຮຽນ​ຄຳພີ​ໄບເບິນ​ກັບ​ເຮົາ ເຂົາເຈົ້າ​ໄດ້​ຮຽນ​ຄຳສອນ​ທີ່​ສຳຄັນ​ຫຼາຍ​ເລື່ອງ. ເຂົາເຈົ້າ​ໄດ້​ຮຽນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ ເຊັ່ນ: ຕາຍ​ແລ້ວ​ເປັນ​ແນວ​ໃດ? ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ມາ​ຕາຍ​ເພື່ອ​ເຮົາ? ແລະ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ? ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ໄດ້​ຮຽນ​ກ່ຽວກັບ​ອົງການ​ຂອງ​ພະ​ເຢໂຫວາ​ເລື່ອງ​ການ​ປະຊຸມ​ຕ່າງໆ​ການ​ຈັດ​ໃຫ້​ມີ​ຜູ້​ເບິ່ງແຍງ ແລະ​ໜ້າທີ່​ຂອງ​ຄະນະ​ກຳມະການ​ປົກຄອງ. ແຕ່​ເຮົາ​ບໍ່​ໄດ້​ຢາກ​ໃຫ້​ນັກສຶກສາ​ຮູ້​ແຕ່​ຄວາມ​ຈິງ​ເຫຼົ່າ​ນີ້​ເທົ່າ​ນັ້ນ ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ນຳ.

18. ຄົນ​ທີ່​ຮູ້​ຈັກ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ພອນ​ຫຍັງ​ແດ່?

18 ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ເຮົາ​ໄດ້​ສອນ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ. ຄົນ​ທີ່​ຮູ້​ຈັກ​ແລະ​ນະມັດສະການ​ເພິ່ນ​ສາມາດ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໄດ້​ຕັ້ງແຕ່​ຕອນນີ້. (ພສ. 25:12-15) ໃນ​ອະນາຄົດ ທຸກ​ຄົນ​ທີ່ “ຮູ້​ຈັກ​ພະເຈົ້າ​ທ່ຽງແທ້” ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. (1ຢຮ. 5:20) ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ຄົນ​ທີ່​ພະຍາຍາມ​ຮູ້​ຈັກ​ແລະ​ຮັກ​ພະ​ເຢໂຫວາ “ເພິ່ນ​ກໍ​ຮູ້​ຈັກ​ຜູ້​ນັ້ນ” ຄື​ກັນ. (1ກຣ. 8:3) ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ສັງເກດ​ເບິ່ງ​ເຮົາ​ແລະ​ຖື​ວ່າ​ເຮົາ​ເປັນ​ໝູ່​ຂອງ​ເພິ່ນ. ເປັນ​ເລື່ອງ​ທີ່​ດີ​ຫຼາຍ​ແທ້ໆ​ທີ່​ເຮົາ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ!

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ເປັນ​ຫຍັງ​ນັກສຶກສາ​ຕ້ອງ​ຮູ້​ຈັກ​ພະ​ເຢໂຫວາ​ດີ?

  •  ເຮົາ​ຈະ​ສອນ​ນັກສຶກສາ​ແນວ​ໃດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ?

  •  ເຮົາ​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ກ່ຽວກັບ​ພະ​ເຢໂຫວາ​ໄປ​ໃຊ້​ແນວ​ໃດ?

ເພງ​ທີ 84 ຮັບໃຊ້​ໃຫ້​ຫຼາຍ​ຂຶ້ນ

a ໃນ​ສ່ວນ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ຂອງ​ບົດ​ທີ 5 ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ກະຕຸ້ນ​ນັກສຶກສາ​ໃຫ້ “ເລີ່ມ​ຕົ້ນ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ ໂດຍ​ເບິ່ງ​ຢູ່​ຫົວຂໍ້ ‘ເລີ່ມ​ອ່ານ​ຄຳພີ​ໄບເບິນ.’ ”

b ຄຳ​ອະທິບາຍ​ຮູບ: ການ​ຈຳລອງ​ເຫດການ​ຈິງ​ເລື່ອງ​ຂອງ​ນັກສຶກສາ​ຂອງ​ມາຣີ​ອານ​ທີ່​ປະຕິເສດ​ຂໍ້​ສະເໜີ​ກ່ຽວກັບ​ວຽກ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌