ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ມັງກອນ ໜ້າ 32
  • ໃຫ້​ນຶກພາບ​ເລື່ອງ​ໃນ​ຄຳພີ​ໄບເບິນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ນຶກພາບ​ເລື່ອງ​ໃນ​ຄຳພີ​ໄບເບິນ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ຈະ​ເລີ່ມ​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2017
  • ການ​ແຕ້ມ​ຮູບ​ຊ່ວຍ​ໃຫ້​ຈື່​ໄດ້​ງ່າຍ​ຂຶ້ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການອ່ານ​ຄຳພີ​ໄບເບິນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ? ຕອນ 2: ເຮັດ​ໃຫ້​ການ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ມ່ວນ
    ໜຸ່ມ​ສາວ​ຖາມ​ວ່າ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ມັງກອນ ໜ້າ 32

ເຄັດລັບ​ການ​ຄົ້ນຄວ້າ

ໃຫ້​ນຶກພາບ​ເລື່ອງ​ໃນ​ຄຳພີ​ໄບເບິນ

ຄຳພີ​ໄບເບິນ​ມີ​ເລື່ອງ​ຕ່າງໆ​ທີ່​ເປັນ​ເຫດການ​ຈິງ​ເຊິ່ງ​ສອນ​ບົດ​ຮຽນ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃຫ້​ເຮົາ. ຖ້າ​ເຮົາ​ພະຍາຍາມ​ນຶກພາບ​ເລື່ອງ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ເຂົ້າໃຈ​ຫຼາຍ​ຂຶ້ນ​ໃນ​ສິ່ງ​ທີ່​ອ່ານ​ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ເລື່ອງ​ນັ້ນ. ການ​ເຮັດ​ສິ່ງ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ນຶກພາບ​ເລື່ອງ​ໃນ​ຄຳພີ​ໄບເບິນ​ໄດ້.

  • ອ່ານ​ອອກ​ສຽງ. ການ​ອ່ານ​ອອກ​ສຽງ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ນຶກພາບ​ເຫດການ​ທີ່​ກຳລັງ​ເກີດຂຶ້ນ​ໄດ້​ແຈ້ງ​ຂຶ້ນ. ເມື່ອ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ​ເປັນ​ຄອບຄົວ ເຈົ້າ​ສາມາດ​ເຮັດ​ໃຫ້​ເລື່ອງ​ທີ່​ອ່ານ​ມີ​ຊີວິດ​ຊີວາ​ຫຼາຍ​ຂຶ້ນ​ໂດຍ​ໃຫ້​ແຕ່​ລະ​ຄົນ​ອ່ານ​ເປັນ​ຕົວ​ລະຄອນ​ຕ່າງໆ.

  • ນຶກພາບ​ສາກ​ເຫດການ. ໃຫ້​ພະຍາຍາມ​ນຶກພາບ​ວ່າ​ຄົນ​ທີ່​ຢູ່​ໃນ​ເລື່ອງ​ນັ້ນ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ໃຫ້​ຖາມ​ໂຕເອງ​ວ່າ: ‘ເປັນ​ຫຍັງ​ລາວ​ຈຶ່ງ​ເວົ້າ​ແລະ​ເຮັດ​ແບບ​ນັ້ນ?ຖ້າ​ຂ້ອຍ​ຢູ່​ໃນ​ສະຖານະການ​ແບບ​ນັ້ນ ຂ້ອຍ​ຈະ​ຄິດ​ຫຼື​ຮູ້ສຶກ​ແນວ​ໃດ?’

  • ແຕ້ມ​ຮູບ. ເຖິງ​ວ່າ​ເຈົ້າ​ແຕ້ມ​ຮູບ​ບໍ່​ເກັ່ງ ແຕ່​ການ​ແຕ້ມ​ຮູບ​ສາກ​ເຫດການ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ພາບ​ແລະ​ຈື່​ເລື່ອງ​ໄດ້​ດີ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌