ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ25 ພຶດສະພາ ໜ້າ 4-5
  • ວັນ​ທີ 12-18 ພຶດສະພາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 12-18 ພຶດສະພາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຄມປ25 ພຶດສະພາ ໜ້າ 4-5

ວັນ​ທີ 12-18 ພຶດສະພາ

ສຸພາສິດ 13

ເພງ​ທີ 34 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ຢ່າ​ໃຫ້ ‘ຄົນ​ຊົ່ວ​ທີ່​ເປັນ​ຄື​ກັບ​ຕະກຽງ​ທີ່​ຈະ​ຖືກ​ມອດ’ ມາ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ໂງ່

(10 ນາທີ)

ຄົນ​ຊົ່ວ​ບໍ່​ມີ​ອະນາຄົດ (ສພສ 13:9; it-2-E ໜ້າ 196 ຫຍໍ້​ໜ້າ 2-3)

ຢ່າ​ຄົບຫາ​ກັບ​ຄົນ​ທີ່​ເຮັດ​ແນວ​ບໍ່​ດີ​ທີ່​ເບິ່ງ​ຄື​ວ່າ​ດີ (ສພສ 13:20; w12-SI 15/7 ໜ້າ 12 ຫຍໍ້​ໜ້າ 3)

ພະ​ເຢໂຫວາ​ອວຍພອນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ (ສພສ 13:25; w04-SI 15/7 ໜ້າ 31 ຫຍໍ້​ໜ້າ 6)

ຊຸດ​ຮູບ​ພາບ: ສອງ​ຮູບ​ທີ່​ຕ່າງ​ກັນ​ລະຫວ່າງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ໄດ້​ເລືອກ​ທາງ​ທີ່​ບໍ່​ດີ ແລະ​ຄົນ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ໄດ້​ເລືອກ​ທາງ​ທີ່​ດີ. 1. ຜູ້​ຊາຍ​ຄົນ​ໜຶ່ງ​ຍົກ​ຈອກ​ເຫຼົ້າ​ແລະ​ກຳລັງ​ເຕັ້ນ​ຢູ່​ໃນ​ຮ້ານ​ເຫຼົ້າ. 2. ມື້​ຕໍ່​ມາ​ລາວ​ກໍ​ເມົາ​ຄ້າງ​ແລະ​ຕ້ອງ​ກິນ​ຢາ. 3. ພີ່ນ້ອງ​ຊາຍ​ແລະ​ພີ່ນ້ອງ​ຍິງ​ໃຊ້​ເວລາ​ນຳ​ກັນ​ຕອນ​ແລງໆ ເຂົາ​ເຈົ້າ​ຮ້ອງ​ເພງ ເຕັ້ນ ແລະ​ກິນ​ເຂົ້າ​ນຳ​ກັນ. 4. ມື້​ຕໍ່​ມາ ເຂົາເຈົ້າ​ກໍ​ອອກ​ໄປ​ປະກາດ​ນຳ​ກັນ.

ຄົນ​ທີ່​ເຮັດ​ວຽກ​ຫຼາຍໆ​ເພື່ອ​ຈະ​ໄດ້​ສິ່ງ​ຕ່າງໆ​ໃນ​ໂລກ​ນີ້ຊີວິດ​ຂອງ​ເຂົາເຈົ້າ​ບໍ່​ໄດ້​ເປັນ​ຕາ​ຕື່ນເຕັ້ນ​ຄື​ກັບ​ທີ່​ເຫັນ.ແຕ່​ຄົນ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາເຂົາເຈົ້າ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແທ້

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ສພສ 13:24—ຄຳພີ​ຂໍ້​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ຄວາມ​ຮັກ​ແລະ​ການ​ສັ່ງ​ສອນ? (w08-SI 1/4 ໜ້າ 14 ຫຍໍ້​ໜ້າ 3-5)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ສພສ 13:1-17 (ອສ ບົດ​ຮຽນ​ທີ 10)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ຫຼັງ​ຈາກ​ທີ່​ເວົ້າ​ເຖິງ​ເຫດການ​ໃນ​ປັດຈຸບັນ​ແລ້ວ​ກໍ​ໃຫ້​ຍົກ​ບາງ​ຈຸດ​ຈາກ​ຄຳພີ​ໄບເບິນ​ໃນ​ເລື່ອງ​ທີ່​ຄົນ​ທີ່​ເຈົ້າ​ລົມ​ນຳ​ອາດ​ຈະ​ສົນໃຈ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 5)

5. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຊວນ​ຄົນ​ທີ່​ເຈົ້າ​ລົມ​ນຳ​ມາ​ປະຊຸມ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 3)

6. ບັນລະຍາຍ

(5 ນາທີ) ເລື່ອງ: ລູກ​ທີ່​ນັບຖື​ແລະ​ເຊື່ອຟັງ​ພໍ່​ແມ່​ຈະ​ປະສົບ​ຜົນ​ສຳເລັດ.—ສດຮ ພາກ​ຜະໜວກ ກ ຈຸດ​ທີ 9 (ອສ ບົດ​ຮຽນ​ທີ 16)

ຊີວິດ​ຄລິດສະຕຽນ

ເພງ​ທີ 77

7. “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເປັນ​ຄື​ກັບ​ຕະກຽງ​ທີ່​ແຈ້ງ​ສະຫວ່າງ”

(8 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຄຳ​ຂອງ​ພະເຈົ້າ​ມີ​ຄວາມ​ຮູ້​ແລະ​ສະຕິ​ປັນຍາ​ທີ່​ດີ​ທີ່​ສຸດ. ເມື່ອ​ເຮົາ​ເອົາ​ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ​ມາ​ໃຊ້​ໃນ​ຊີວິດ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ມີ​ຊີວິດ​ທີ່​ດີ​ຂຶ້ນ​ເຊິ່ງ​ໂລກ​ນີ້​ບໍ່​ສາມາດ​ໃຫ້​ເຮົາ​ໄດ້​ເລີຍ.

ສາກ​ເຫດການ​ຈາກ​ວິດີໂອ “ໂລກ​ບໍ່​ສາມາດ​ໃຫ້​ສິ່ງ​ທີ່​ມັນ​ບໍ່​ມີ” ພີ່ນ້ອງ​ໄກນານໄຊນາ​ນັ່ງ​ຢູ່​ກາງ​ທົ່ງ​ແລ້ວ​ກໍ​ແນມ​ຂຶ້ນ​ໄປ​ເບິ່ງ​ທ້ອງຟ້າ.

ເປີດ​ວິດີໂອ ໂລກ​ບໍ່​ສາມາດ​ໃຫ້​ສິ່ງ​ທີ່​ມັນ​ບໍ່​ມີ ແລ້ວ​ຖາມ​ວ່າ:

  •  ປະສົບການ​ຂອງ​ພີ່ນ້ອງ​ກູເຊວ​ໄກນານໄຊນາ​ເນັ້ນ​ໃຫ້​ເຫັນ​ແນວ​ໃດ​ວ່າ “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເປັນ​ຄື​ກັບ​ຕະກຽງ​ທີ່​ແຈ້ງ​ສະຫວ່າງ” ແລະ “ຄົນ​ຊົ່ວ​ເປັນ​ຄື​ກັບ​ຕະກຽງ​ທີ່​ຈະ​ຖືກ​ມອດ”?—ສພສ 13:9

ຢ່າ​ເສຍ​ເວລາ​ກັບ​ຄວາມ​ຝັນ​ແບບ​ລົມໆ​ແລ້ງໆ​ກ່ຽວກັບ​ສິ່ງ​ຕ່າງໆ​ໃນ​ໂລກ​ນີ້ ຫຼື​ຮູ້ສຶກ​ເສຍດາຍ​ທີ່​ເຈົ້າ​ໄດ້​ເລືອກ​ຮັບໃຊ້​ພະ​ເຢໂຫວາ. (1ຢຮ 2:15-17) ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ໃຫ້​ຈົດຈໍ່​ຢູ່​ກັບ “ຄວາມ​ຮູ້​ທີ່​ມີ​ຄ່າ​ຫຼາຍ” ທີ່​ເຈົ້າ​ສະສົມ​ໄວ້.—ຟລປ 3:8

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ:

ເບິ່ງ​ວິດີໂອ​ເລື່ອງ​ໜຶ່ງ​ຫຼື​ສອງ​ເລື່ອງ​ນຳ​ກັນ​ເປັນ​ປະຈຳ​ໃນ​ວິດີໂອ​ຊຸດ​ຄວາມ​ຈິງ​ປ່ຽນ​ຊີວິດ​ຄົນ.ໃຫ້​ລົມ​ກັນ​ວ່າ​ປະສົບການ​ນີ້​ເນັ້ນ​ໃຫ້​ເຫັນ​ຄຸນຄ່າ​ຂອງ​ຄວາມ​ຈິງ​ແນວ​ໃດ.

8. ຄວາມ​ຈຳເປັນ​ຂອງ​ປະຊາຄົມ

(7 ນາທີ)

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 26 ຂໍ້ 9-17

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 43 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌