ວັນທີ 19-25 ພຶດສະພາ
ສຸພາສິດ 14
ເພງທີ 89 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. ຄິດຄັກໆວ່າຊິເຮັດຫຍັງຕອນທີ່ເຈິໄພພິບັດ
(10 ນາທີ)
ຢ່າເຊື່ອ “ຄຳເວົ້າທຸກຄຳ” ທີ່ເຈົ້າໄດ້ຍິນ (ສພສ 14:15; ຫ23.02 ໜ້າ 22-23 ຂໍ້ 10-12)
ຢ່າໄວ້ໃຈຄວາມຮູ້ສຶກຫຼືປະສົບການຂອງໂຕເອງ (ສພສ 14:12)
ຢ່າຟັງຄົນທີ່ບໍ່ເຮັດຕາມຄຳແນະນຳຈາກອົງການຂອງພະເຢໂຫວາ (ສພສ 14:7)
ສຳລັບຄິດຕຶກຕອງ: ຜູ້ເບິ່ງແຍງ ເຈົ້າໄດ້ກຽມພ້ອມທີ່ຈະເຮັດຕາມຄຳແນະນຳແລະເພິ່ງພະເຢໂຫວາໃນຕອນທີ່ເກີດໄພພິບັດບໍ?—ຫ24.07 ໜ້າ 5 ຂໍ້ 11
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
ສພສ 14:17—“ຄົນທີ່ຄິດເລື່ອງຕ່າງໆຢ່າງລະອຽດ” ຖືກກຽດຊັງໃນແງ່ໃດ? (it-2-E ໜ້າ 1094)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ສພສ 14:1-21 (ອສ ບົດຮຽນທີ 11)
4. ເລີ່ມລົມ
(3 ນາທີ) ໃນບ່ອນສາທາລະນະ. ເວົ້າບາງຈຸດຈາກຄຳພີໄບເບິນກັບຄົນທີ່ບອກເຈົ້າວ່າລາວກັງວົນເລື່ອງເສດຖະກິດ. (ສດຮ ບົດຮຽນທີ 3 ຈຸດທີ 3)
5. ຕິດຕາມ
(4 ນາທີ) ຕາມບ້ານເຮືອນ. ເອົາວາລະສານໃຫ້ຄົນທີ່ເຈົ້າລົມນຳໃນເລື່ອງທີ່ລາວສົນໃຈໃນເທື່ອແລ້ວນີ້. (ສດຮ ບົດຮຽນທີ 9 ຈຸດທີ 4)
6. ສອນຄົນໃຫ້ເປັນລູກສິດ
(5 ນາທີ) ກະຕຸ້ນນັກສຶກສາໃຫ້ອ່ານຄຳພີໄບເບິນທຸກມື້ ແລະຊ່ວຍລາວໃຫ້ຮູ້ວິທີທີ່ຈະເຮັດໄດ້ຕາມເປົ້າ. (ອສ ບົດຮຽນທີ 19)
ເພງທີ 126
7. ກຽມພ້ອມສຳລັບໄພພິບັດ
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ຜູ້ເບິ່ງແຍງຈະເຮັດສ່ວນນີ້. ໃຫ້ເວົ້າເຖິງຂໍ້ເຕືອນໃຈຈາກສຳນັກງານສາຂາແລະຈາກຄະນະຜູ້ເບິ່ງແຍງຖ້າຫາກວ່າມີ.
ຍ້ອນເຮົາຢູ່ໃນ “ສະໄໝສຸດທ້າຍ” ເຮົາຈຶ່ງຄາດໝາຍວ່າຈະເຈິກັບຄວາມຍາກລຳບາກຫຼາຍຂຶ້ນກວ່າເກົ່າ. (2ຕມ 3:1; nwtsty-SI ຂໍ້ມູນສຳລັບສຶກສາໃນ ມທ 24:8) ເມື່ອເກີດໄພພິບັດ ຄົນຂອງພະເຢໂຫວາຈະໄດ້ຮັບຄຳແນະນຳທີ່ຊ່ວຍໃຫ້ປອດໄພແລະເໝາະກັບເວລາ. ຖ້າເຮົາເຊື່ອຟັງໂດຍກຽມຄວາມເຊື່ອໃຫ້ພ້ອມແລະກຽມໂຕໃຫ້ພ້ອມຕັ້ງແຕ່ຕອນນີ້ ເຮົາກໍຈະລອດຊີວິດ.—ສພສ 14:6, 8
ກຽມຄວາມເຊື່ອໃຫ້ພ້ອມ: ອ່ານຄຳພີໄບເບິນແລະສຶກສາສ່ວນໂຕ. ຝຶກຝົນໂຕເອງໃຫ້ສາມາດຮັບໃຊ້ໃນທຸກຮູບແບບໄດ້. ຢ່າຕື່ນຕົກໃຈຖ້າເຈົ້າຕ້ອງແຍກຈາກພີ່ນ້ອງໃນປະຊາຄົມໄລຍະໜຶ່ງ. (ສພສ 14:30) ຂໍໃຫ້ຈື່ໄວ້ວ່າພະເຢໂຫວາແລະພະເຢຊູຢູ່ນຳເຈົ້າສະເໝີ.—od-SI ໜ້າ 176-177 ຂໍ້ 15-17
ກຽມໂຕໃຫ້ພ້ອມ: ແຕ່ລະຄອບຄົວຄວນກຽມກະເປົາສຸກເສີນທີ່ມີອາຫານ ນ້ຳ ຢາ ແລະສິ່ງຈຳເປັນອື່ນໆໃຫ້ພໍໃນກໍລະນີທີ່ຕ້ອງໄດ້ຢູ່ແຕ່ເຮືອນໄລຍະໜຶ່ງ.—ສຸພາ 22:3; g17.5-SI ໜ້າ 4
ເບິ່ງວິດີໂອເຈົ້າກຽມໂຕຮັບມືກັບໄພພິບັດແລ້ວບໍ? ແລ້ວຖາມວ່າ:
ພະເຢໂຫວາຊ່ວຍເຮົາແນວໃດໃນໄລຍະທີ່ເກີດໄພພິບັດ?
ເຮົາຈະເຮັດຫຍັງເພື່ອກຽມໂຕຕັ້ງແຕ່ຕອນນີ້?
ເຮົາຈະຊ່ວຍຄົນອື່ນທີ່ໄດ້ຮັບຜົນກະທົບຈາກໄພພິບັດແນວໃດ?
8. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ຖຖ ບົດທີ 26 ຂໍ້ 18-22 ແລະຂອບໜ້າ 209