ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ25 ພຶດສະພາ ໜ້າ 2-3
  • ວັນ​ທີ 5-11 ພຶດສະພາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 5-11 ພຶດສະພາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຄມປ25 ພຶດສະພາ ໜ້າ 2-3

ວັນ​ທີ 5-11 ພຶດສະພາ

ສຸພາສິດ 12

ເພງ​ທີ 101 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ການ​ເຮັດ​ວຽກ​ໜັກ​ເຮັດ​ໃຫ້​ໄດ້​ລາງວັນ

(10 ນາທີ)

ຢ່າ​ເສຍ​ເວລາ​ພະຍາຍາມ​ຫາ​ສິ່ງ​ທີ່​ບໍ່​ມີ​ຄ່າ (ສພສ 12:11)

ໃຫ້​ເຮັດ​ວຽກ​ໜັກ ແລະ​ເປັນ​ຄົນ​ດຸ​ໝັ່ນ (ສພສ 12:24; ຫ16.06 ໜ້າ 30 ຫຍໍ້​ໜ້າ 4)

ເມື່ອ​ເຮັດ​ວຽກ​ໜັກ ເຈົ້າ​ກໍ​ຈະ​ໄດ້​ລາງວັນ (ສພສ 12:24)

ຊຸດ​ຮູບ​ພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເປັນ​ຊ່າງ​ແປງ​ທໍ່​ນ້ຳ ລາວ​ເປັນ​ຄົນ​ດຸ​ໝັ່ນ​ເຮັດ​ວຽກ​ແລະ​ດຸ​ໝັ່ນ​ເຮັດ​ກິດຈະກຳ​ທາງ​ຄວາມ​ເຊື່ອ​ນຳ. 1. ລາວ​ຍ່າງ​ແລະ​ຖື​ເຄື່ອງມື​ໄປ​ນຳ. 2. ລາວ​ໃຊ້​ກະແຈ​ເພື່ອ​ຫັນ​ທໍ່​ນ້ຳ. 3. ລາວ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ຄອບຄົວ​ຂອງ​ລາວ. ລາວ​ກັບ​ລູກ​ສາວ​ຍົກ​ມື​ພ້ອມ​ກັນ​ເພື່ອ​ຈະ​ອອກ​ຄວາມ​ຄິດ​ເຫັນ. 4. ລາວ​ປະກາດ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ຢູ່​ປ້ຳ​ນ້ຳມັນ​ໂດຍ​ແຜ່ນພັບ.

ລອງ​ເຮັດ​ເບິ່ງ: ການ​ເຮັດ​ວຽກ​ໜັກ​ຈະ​ເຮັດ​ໃຫ້​ເຮົາ​ອີ່ມ​ອົກ​ອີ່ມໃຈ​ເມື່ອ​ເຮົາ​ຮູ້​ວ່າ​ວຽກ​ນັ້ນ​ເປັນ​ປະໂຫຍດ​ຕໍ່​ຄົນ​ອື່ນ.—ກຈກ 20:35; w15-SI 1/2 ໜ້າ 5 ຫຍໍ້​ໜ້າ 4-6

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ສພສ 12:16—ຫຼັກການ​ນີ້​ຊ່ວຍ​ຄົນ​ທີ່​ເຈິ​ກັບ​ບັນຫາ​ທີ່​ໜັກໆ​ໃຫ້​ມີ​ຈິດ​ໃຈ​ເຂັ້ມແຂງ​ໄດ້​ແນວ​ໃດ? (ijwyp-SI ບົດ​ຄວາມ 95 ຫຍໍ້​ໜ້າ 10-11)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ສພສ 12:1-20 (ອສ ບົດ​ຮຽນ​ທີ 5)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(2 ນາທີ) ຕາມ​ບ້ານ​ເຮືອນ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 4)

5. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ຊວນ​ຄົນ​ທີ່​ເຈົ້າ​ລົມ​ນຳ​ຮຽນ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 4)

6. ຕິດຕາມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເປີດ​ເວັບໄຊ​ຂອງ​ເຮົາ​ໃຫ້​ຄົນ​ທີ່​ມີ​ລູກ​ເບິ່ງ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 3)

7. ອະທິບາຍ​ຄວາມ​ເຊື່ອ

(3 ນາທີ) ສາທິດ. ເລື່ອງ: ເຈົ້າ​ເຊື່ອ​ວ່າ​ສາສະໜາ​ທີ່​ເຈົ້າ​ນັບຖື​ເປັນ​ສາສະໜາ​ແທ້​ບໍ?—ijwfq-SI ບົດ​ຄວາມ 3 (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 3)

ຊີວິດ​ຄລິດສະຕຽນ

ເພງ​ທີ 21

8. ຮັບມື​ກັບ​ບັນຫາ​ທາງ​ເສດຖະກິດ​ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເຈົ້າ​ອຸກໃຈ​ບໍ​ທີ່​ຍັງ​ຫາ​ວຽກ​ບໍ່​ໄດ້ ຕົກ​ວຽກ ຫຼື​ຍັງ​ຫາ​ເງິນ​ບໍ່​ພໍ​ໃຊ້​ບໍ່​ພໍ​ຈ່າຍ​ໃນ​ຕອນນີ້​ຫຼື​ຕອນ​ທີ່​ເຖົ້າ? ລະບົບ​ເສດຖະກິດ​ໃນ​ໂລກ​ນີ້​ບໍ່​ໝັ້ນຄົງ. ແຕ່​ພະ​ເຢໂຫວາ​ຮັບຮອງ​ກັບ​ເຮົາ​ວ່າ​ຖ້າ​ເຮົາ​ໃຫ້​ເພິ່ນ​ສຳຄັນ​ທີ່​ສຸດ ເພິ່ນ​ຈະ​ເບິ່ງແຍງ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເຖິງ​ວ່າ​ເຮົາ​ເຈິ​ກັບ​ບັນຫາ​ທາງ​ເສດຖະກິດ​ໃນ​ແບບ​ທີ່​ບໍ່​ໄດ້​ຄາດ​ຄິດ.—ພສ 46:1-3; 127:2; ມທ 6:31-33

ສາກ​ເຫດການ​ຈາກ​ວິດີໂອ “ພະ​ເຢໂຫວາ​ບໍ່​ເຄີຍ​ເຮັດ​ໃຫ້​ຜິດ​ຫວັງ​ແທ້ໆ” ພີ່ນ້ອງ​ອັລວາຣາໂດ​ຈັບ​ມື​ຂອງ​ເມຍ​ຕອນ​ທີ່​ອະທິດຖານ​ເພື່ອ​ຄອບຄົວ​ຂອງ​ລາວ.

ເປີດ​ວິດີໂອ ພະ​ເຢໂຫວາ​ບໍ່​ເຄີຍ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ແທ້ໆ ແລ້ວ​ຖາມ​ວ່າ:

  •  ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ອັລວາຣາໂດ?

ອ່ານ 1 ຕີໂມທຽວ 5:8 ແລ້ວ​ຖາມ​ວ່າ:

  •  ຂໍ້​ຄຳພີ​ນີ້​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ໝັ້ນໃຈ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ຈະ​ເບິ່ງແຍງ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ?

ຂໍ​ໃຫ້​ມາ​ເບິ່ງ​ຫຼັກການ​ຕ່າງໆ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຈົ້າ​ຮັບມື​ກັບ​ບັນຫາ​ທາງ​ເສດຖະກິດ:

  •  ຈັດ​ຊີວິດ​ໃຫ້​ລຽບ​ງ່າຍ. ພະຍາຍາມ​ໃຊ້​ໜີ້​ໃຫ້​ໝົດ​ແລະ​ໃຊ້​ຈ່າຍ​ແຕ່​ສິ່ງ​ທີ່​ຈຳເປັນ​ເທົ່າ​ນັ້ນ.—ມທ 6:22

  •  ຕັດສິນໃຈ​ເລື່ອງ​ວຽກ​ແລະ​ເລື່ອງ​ການ​ຮຽນ​ໃນ​ແບບ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ນຳ.—ຟລປ 1:9-11

  •  ຖ່ອມ​ໂຕ​ແລະ​ປັບ​ປ່ຽນ. ຖ້າ​ເຈົ້າ​ບໍ່​ມີ​ວຽກ​ເຮັດ ບໍ່​ໃຫ້​ຕິ​ວຽກ. ໃຫ້​ຫາ​ວຽກ​ທີ່​ເຈົ້າ​ເຮັດ​ໄດ້​ເຖິງ​ວ່າ​ຊິ​ເປັນ​ວຽກ​ທີ່​ເບິ່ງ​ຄື​ວ່າ​ຕ່ຳຕ້ອຍ ຍ້ອນ​ວຽກ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ​ສຳລັບ​ຄອບຄົວ.—ສພສ 14:23

  •  ພ້ອມ​ທີ່​ຈະ​ແບ່ງ​ປັນ​ໃຫ້​ຄົນ​ອື່ນ​ເຖິງ​ວ່າ​ເຈົ້າ​ຈະ​ມີ​ບໍ່​ຫຼາຍ​ກໍ​ຕາມ.—ຮຣ 13:16

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 26 ຂໍ້ 1-8 ແລະ​ຂອບ​ໜ້າ 204, 208

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 57 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌