ວັນທີ 21-27 ເມສາ
ສຸພາສິດ 10
ເພງທີ 76 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. ແມ່ນຫຍັງຈະເຮັດໃຫ້ເຮົາເປັນຄົນຮັ່ງແທ້ໆ?
(10 ນາທີ)
ຖ້າເຮົາ “ດຸໝັ່ນ” ໃນການຊ່ວຍຄົນອື່ນໃຫ້ມາຮູ້ຈັກພະເຢໂຫວາ ເຮົາກໍຈະເປັນຄົນຮັ່ງແທ້ໆ (ສພສ 10:4, 5; w01-SI 15/7 ໜ້າ 25 ຫຍໍ້ໜ້າ 1-3)
ການເຮັດສິ່ງທີ່ຖືກຕ້ອງດີກວ່າການເປັນຄົນລວຍທາງວັດຖຸເງິນຄຳ (ສພສ 10:15, 16; w01-SI 15/9 ໜ້າ 24 ຫຍໍ້ໜ້າ 3-4)
ຄວາມຮັ່ງແທ້ໆແມ່ນມາຈາກການອວຍພອນຂອງພະເຢໂຫວາ (ສພສ 10:22; it-1-E ໜ້າ 340)
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
ສພສ 10:22—ພອນຈາກພະເຢໂຫວາບໍ່ໄດ້ເຮັດໃຫ້ເຈິກັບຄວາມຍາກລຳບາກ ແຕ່ເປັນຫຍັງຜູ້ຮັບໃຊ້ຂອງເພິ່ນຈຶ່ງເຈິກັບຄວາມທຸກຫຼາຍຢ່າງ? (w06-SI 15/5 ໜ້າ 30 ຂໍ້ 18)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ສພສ 10:1-19 (ອສ ບົດຮຽນທີ 10)
4. ເລີ່ມລົມ
(4 ນາທີ) ຕາມບ້ານເຮືອນ. ລົມກັບຄົນທີ່ບໍ່ເຊື່ອວ່າມີພະເຈົ້າ. (ສດຮ ບົດຮຽນທີ 4 ຈຸດທີ 3)
5. ເລີ່ມລົມ
(4 ນາທີ) ແບບບໍ່ເປັນທາງການ. ຊວນຄົນທີ່ເຈົ້າລົມນຳໃຫ້ຮຽນຄຳພີໄບເບິນ. (ສດຮ ບົດຮຽນທີ 4 ຈຸດທີ 4)
6. ຕິດຕາມ
(4 ນາທີ) ແບບບໍ່ເປັນທາງການ. ບອກວິທີໃຫ້ຄົນທີ່ເຈົ້າລົມນຳຮູ້ວ່າລາວຈະຊອກຂໍ້ມູນກ່ຽວກັບເລື່ອງທີ່ລາວສົນໃຈໃນເວັບໄຊ jw.org ໄດ້ແນວໃດ. (ສດຮ ບົດຮຽນທີ 9 ຈຸດທີ 4)
ເພງທີ 111
7. ມີພອນຫຍັງແດ່ທີ່ເຮັດໃຫ້ຜູ້ຮັບໃຊ້ຂອງພະເຈົ້າເປັນຄົນຮັ່ງແທ້ໆ?
(7 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ພະເຢໂຫວາອວຍພອນຜູ້ຮັບໃຊ້ຂອງເພິ່ນຢ່າງລົ້ນເຫຼືອເພື່ອຊ່ວຍເຂົາເຈົ້າໃຫ້ຮັບມືກັບຄວາມຍາກລຳບາກໃນສະໄໝສຸດທ້າຍແລະມີຄວາມສຸກຫຼາຍຂຶ້ນ. (ພສ 4:3; ສພສ 10:22) ອ່ານຂໍ້ຄຳພີເຫຼົ່ານີ້ ແລ້ວຖາມວ່າພອນຈາກພະເຢໂຫວາເຮັດໃຫ້ເຮົາເປັນຄົນຮັ່ງແນວໃດ.
ບາງຄົນສາມາດຮັບໃຊ້ພະເຢໂຫວາໄດ້ຫຼາຍຂຶ້ນແລະມີຄວາມສຸກຫຼາຍຂຶ້ນ.
ເປີດວິດີໂອ ໄວລຸ້ນ—ຂໍໃຫ້ເລືອກທາງທີ່ເຮັດໃຫ້ເຈົ້າມີສັນຕິສຸກ! ແລ້ວຖາມວ່າ:
ເຈົ້າໄດ້ບົດຮຽນຫຍັງຈາກປະສົບການຂອງຮາລີ ອັນຈິວ ແລະຄາລີ?
8. ລາຍງານຄວາມກ້າວໜ້າຂອງພະແນກອອກແບບ/ກໍ່ສ້າງທ້ອງຖິ່ນປີ 2025
(8 ນາທີ) ບັນລະຍາຍ. ເປີດວິດີໂອ.
9. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ຖຖ ບົດທີ 25 ຂໍ້ 8-13 ແລະຂອບໜ້າ 201