ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ25 ມີນາ ໜ້າ 11
  • ວັນ​ທີ 14-20 ເມສາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 14-20 ເມສາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຄມປ25 ມີນາ ໜ້າ 11

ວັນ​ທີ 14-20 ເມສາ

ສຸພາສິດ 9

ເພງ​ທີ 56 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ໃຫ້​ເປັນ​ຄົນ​ສະຫຼາດ ຢ່າ​ເປັນ​ຄົນ​ທີ່​ເຍາະເຍີ້ຍ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ

(10 ນາທີ)

ຄົນ​ທີ່​ມັກ​ເຍາະເຍີ້ຍ​ຈະ​ບໍ່​ຍອມຮັບ​ຄຳ​ແນະນຳ​ທີ່​ມາ​ຈາກ​ຄວາມ​ຮັກ ແລະ​ຍັງ​ມັກ​ຄຽດ​ໃຫ້​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ລາວ (ສພສ 9:7, 8ກ; ຫ22.02 ໜ້າ 9 ຂໍ້ 4)

ຄົນ​ທີ່​ສະຫຼາດ​ຈະ​ດີ​ໃຈ​ທີ່​ໄດ້​ຮັບ​ຄຳ​ແນະນຳ​ແລະ​ຮູ້ສຶກ​ຂອບໃຈ​ຕໍ່​ຜູ້​ທີ່​ໃຫ້​ຄຳ​ແນະນຳ (ສພສ 9:8ຂ, 9; ຫ22.02 ໜ້າ 12 ຂໍ້ 12-14; w01-SI 15/5 ໜ້າ 30 ຫຍໍ້​ໜ້າ 1-2)

ຄົນ​ທີ່​ສະຫຼາດ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ ແຕ່​ຄົນ​ທີ່​ມັກ​ເຍາະເຍີ້ຍ​ຈະ​ໄດ້​ຮັບ​ຄວາມ​ເສຍຫາຍ (ສພສ 9:12; w01-SI 15/5 ໜ້າ 30 ຫຍໍ້​ໜ້າ 5)

ພີ່ນ້ອງ​ຍິງ​ທີ່​ເປັນ​ສາວ​ກຳລັງ​ຟັງ​ຄຳ​ແນະນຳ​ຂອງ​ພີ່ນ້ອງ​ຍິງ​ທີ່​ອາຍຸ​ຫຼາຍ​ແລ້ວ​ຕອນ​ທີ່​ກິນ​ເຂົ້າ​ນຳ​ກັນ​ຢູ່​ຮ້ານ​ອາຫານ.

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ສພສ. 9:17—“ນ້ຳ​ທີ່​ລັກ​ມາ” ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ມັນ​ຈຶ່ງ “ຫວານ”? (ຫ23.06 ໜ້າ 22-23 ຂໍ້ 9-10)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ສພສ 9:1-18 (ອສ ບົດ​ຮຽນ​ທີ 5)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ຕິດຕາມ

(4 ນາທີ) ຕາມ​ບ້ານ​ເຮືອນ. ກັບ​ໄປ​ຫາ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 3)

5. ຕິດຕາມ

(4 ນາທີ) ໃນ​ບ່ອນ​ສາທາລະນະ. ກັບ​ໄປ​ຫາ​ຄົນ​ທີ່​ເທື່ອ​ແລ້ວ​ນີ້​ເຈົ້າ​ຊ່ວຍ​ໃຫ້​ຮູ້​ວ່າ​ຈະ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ​ໄດ້​ຢູ່​ໃສ​ໃນ​ເຂດ​ທີ່​ໃກ້​ບ່ອນ​ທີ່​ລາວ​ຢູ່. (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 4)

6. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ກັບ​ໄປ​ຫາ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ທີ່​ເທື່ອ​ແລ້ວ​ນີ້​ເຈົ້າ​ຊ່ວຍ​ໃຫ້​ຮູ້​ວ່າ​ຈະ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ​ໄດ້​ຢູ່​ໃສ​ໃນ​ເຂດ​ທີ່​ໃກ້​ບ່ອນ​ທີ່​ລາວ​ຢູ່. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 4)

ຊີວິດ​ຄລິດສະຕຽນ

ເພງ​ທີ 84

7. ສິດທິ​ພິເສດ​ເຮັດ​ໃຫ້​ເຈົ້າ​ພິເສດ​ກວ່າ​ຄົນ​ອື່ນ​ບໍ?

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເປີດ​ວິດີໂອ ແລ້ວ​ຖາມ​ວ່າ:

  • ຄຳ​ວ່າ “ສິດທິ​ພິເສດ” ໝາຍ​ເຖິງ​ຫຍັງ?

  • ຜູ້​ທີ່​ມີ​ສິດທິ​ພິເສດ​ໃນ​ປະຊາຄົມ​ຄວນ​ເບິ່ງ​ໂຕເອງ​ແນວ​ໃດ?

  • ເປັນ​ຫຍັງ​ສິດທິ​ພິເສດ​ໃນ​ການ​ຮັບໃຊ້​ຄົນ​ອື່ນ​ຈຶ່ງ​ສຳຄັນ​ກວ່າ​ຕຳແໜ່ງ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 25 ຂໍ້ 5-7 ແລະ​ຂອບ​ໜ້າ 200

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 42 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌