ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ25 ມີນາ ໜ້າ 14-15
  • ວັນ​ທີ 28 ເມສາ–4 ພຶດສະພາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 28 ເມສາ–4 ພຶດສະພາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຄມປ25 ມີນາ ໜ້າ 14-15

ວັນ​ທີ 28 ເມສາ–4 ພຶດສະພາ

ສຸພາສິດ 11

ເພງ​ທີ 90 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ຢ່າ​ເວົ້າ​ເລື່ອງ​ແບບ​ນັ້ນ​ເດັດຂາດ!

(10 ນາທີ)

ຢ່າ​ເວົ້າ​ເລື່ອງ​ທີ່​ຈະ​ເຮັດ​ໃຫ້ “ເພື່ອນ​ບ້ານ” ເສຍໃຈ (ສພສ 11:9; w02-SI 15/5 ໜ້າ 26 ຫຍໍ້​ໜ້າ 4)

ຢ່າ​ເວົ້າ​ເລື່ອງ​ທີ່​ຈະ​ເຮັດ​ໃຫ້​ແຕກ​ແຍກ​ກັນ ເລື່ອງ​ທີ່​ເຮັດ​ໃຫ້​ທໍ້ໃຈ ຫຼື​ມັກ​ຈົ່ມ (ສພສ 11:11; w02-SI 15/5 ໜ້າ 27 ຫຍໍ້​ໜ້າ 2-3)

ຢ່າ​ເວົ້າ​ເລື່ອງ​ທີ່​ເປັນ​ຄວາມ​ລັບ (ສພສ 11:12, 13; w02-SI 15/5 ໜ້າ 27 ຫຍໍ້​ໜ້າ 5)

ພີ່ນ້ອງ​ຊາຍ 2 ຄົນ ກຳລັງ​ລົມ​ກັນ​ຢູ່​ຫໍປະຊຸມ. ຜູ້​ໜຶ່ງ​ເວົ້າ​ເຖິງ​ພີ່ນ້ອງ​ຊາຍ​ທີ່​ກຳລັງ​ຍ່າງ​ມາ​ຫາ​ເຂົາເຈົ້າ​ໃນ​ທາງ​ທີ່​ບໍ່​ດີ.

ສຳລັບ​ຄິດ​ຕຶກຕອງ: ເປັນ​ຫຍັງ​ການ​ເຮັດ​ຕາມ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ລູກາ 6:45 ຈຶ່ງ​ຊ່ວຍ​ເຮົາ​ບໍ່​ໃຫ້​ເວົ້າ​ແນວ​ທີ່​ບໍ່​ດີ?

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ສພສ 11:17—ການ​ເປັນ​ຄົນ​ໃຈ​ດີ​ເປັນ​ປະໂຫຍດ​ແນວ​ໃດ? (w18.11-SI ໜ້າ 30 ຫຍໍ້​ໜ້າ 4-6)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ສພສ 11:1-20 (ອສ ບົດ​ຮຽນ​ທີ 5)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຫາ​ໂອກາດ​ເວົ້າ​ກັບ​ບາງ​ຄົນ​ວ່າ​ເຈົ້າ​ໄດ້​ຮຽນ​ຫຍັງ​ແດ່​ຢູ່​ການ​ປະຊຸມ​ເມື່ອ​ບໍ່​ດົນ​ມາ​ນີ້. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 4)

5. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ໃຊ້​ວິດີໂອ​ທີ່​ຢູ່​ໃນ​ກ່ອງ​ເຄື່ອງມື​ຂອງ​ເຮົາ. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 3)

6. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(4 ນາທີ) ໃນ​ບ່ອນ​ສາທາລະນະ. ຊວນ​ຄົນ​ທີ່​ເຈົ້າ​ລົມ​ນຳ​ຮຽນ​ຄຳພີ​ໄບເບິນ ແລະ​ເຮັດ​ໃຫ້​ລາວ​ເບິ່ງ​ວ່າ​ຮຽນ​ຄຳພີ​ໄບເບິນ​ເຮັດ​ຈັ່ງ​ໃດ.(ສດຮ ບົດ​ຮຽນ​ທີ 10 ຈຸດ​ທີ 3)

ຊີວິດ​ຄລິດສະຕຽນ

ເພງ​ທີ 157

7. ຢ່າ​ໃຫ້​ຄຳເວົ້າ​ຂອງ​ເຈົ້າ​ທຳລາຍ​ສັນຕິສຸກ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຍ້ອນ​ເຮົາ​ບໍ່​ສົມບູນແບບ ເຮົາ​ຈຶ່ງ​ຜິດ​ພາດ​ທາງ​ຄຳເວົ້າ​ໄດ້. (ຢກບ. 3:8) ແຕ່​ຖ້າ​ເຮົາ​ຄິດ​ກ່ອນ​ວ່າ​ເມື່ອ​ເວົ້າ​ໄປ​ແລ້ວ​ມັນ​ຈະ​ມີ​ຜົນ​ເສຍ ເຮົາ​ກໍ​ຈະ​ບໍ່​ເວົ້າ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ເສຍໃຈ​ນຳ​ຫຼັງ. ຄຳເວົ້າ​ຕໍ່​ໄປ​ນີ້​ສາມາດ​ທຳລາຍ​ຄວາມ​ສະຫງົບສຸກ​ພາຍ​ໃນ​ປະຊາຄົມ​ໄດ້​ເຊັ່ນ:

  •  ຄວາມ​ພູມໃຈ​ໃນ​ໂຕເອງ​ຫຼາຍ​ໂພດ: ຄຳເວົ້າ​ປະເພດ​ນີ້​ເປັນ​ຄຳເວົ້າ​ທີ່​ຍົກຍ້ອງ​ໂຕເອງ. ມັນ​ຈະ​ກະຕຸ້ນ​ຄົນ​ອື່ນ​ໃຫ້​ຢາກ​ແຂ່ງ​ຂັນ​ກັບ​ເຮົາ​ແລະ​ເຮັດ​ໃຫ້​ເຂົາເຈົ້າ​ອິດສາ.—ສພສ. 27:2

  •  ຄຳເວົ້າ​ທີ່​ບໍ່​ສັດຊື່. ຄຳເວົ້າ​ປະເພດ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ແຕ່​ຄຳເວົ້າ​ຕົວະ ແຕ່​ຍັງ​ລວມ​ເຖິງ​ຄຳເວົ້າ​ທີ່​ຕັ້ງໃຈ​ເຮັດ​ໃຫ້​ຄົນ​ອື່ນ​ເຂົ້າໃຈ​ຜິດ​ນຳ. ຄວາມ​ບໍ່​ສັດຊື່​ພຽງ​ແຕ່​ໜ້ອຍ​ດຽວ​ກໍ​ສາມາດ​ທຳລາຍ​ຄວາມ​ໄວ້ໃຈ​ແລະ​ຊື່​ສຽງ​ທີ່​ດີ​ຂອງ​ເຮົາ​ໄດ້.—ປຍຈ. 10:1

  •  ເວົ້າ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ບໍ່​ດີ. ຄຳເວົ້າ​ປະເພດ​ນີ້​ແມ່ນ​ການ​ເວົ້າ​ເລື່ອງ​ຄົນ​ອື່ນ​ແລະ​ເລື່ອງ​ຊີວິດ​ຂອງ​ຄົນ​ອື່ນ​ໃນ​ທາງ​ທີ່​ບໍ່​ດີ ແລະ​ເວົ້າ​ເລື່ອງ​ທີ່​ບໍ່​ໄດ້​ເປັນ​ຄວາມ​ຈິງ ຫຼື​ເວົ້າ​ເລື່ອງ​ທີ່​ເປັນ​ຄວາມ​ລັບ ຫຼື​ເລື່ອງ​ສ່ວນຕົວ​ຂອງ​ຄົນ​ອື່ນ. (1ຕມ. 5:13) ຄຳເວົ້າ​ແບບ​ນີ້​ອາດ​ເຮັດ​ໃຫ້​ມີ​ການ​ຜິດ​ຖຽງ​ກັນ​ແລະ​ສ້າງ​ຄວາມ​ແຕກ​ແຍກ​ກັນ​ໄດ້.

  •  ຄຳເວົ້າ​ທີ່​ຫຍາບ​ຄາຍ. ຄຳເວົ້າ​ປະເພດ​ນີ້​ແມ່ນ​ຄຳເວົ້າ​ທັ່ງ​ໃສ່​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ. (ອຟຊ. 4:26) ເປັນ​ຄຳເວົ້າ​ທີ່​ເຮັດ​ໃຫ້​ຜູ້​ທີ່​ຟັງ​ຮູ້ສຶກ​ເຈັບ​ໃຈ.—ສພສ 29:22

ສາກ​ເຫດການ​ຈາກ​ວິດີໂອ “‘ຖິ້ມ’ ນິດໄສ​ທີ່​ທຳລາຍ​ສັນຕິສຸກ.” 1. ເອມິລີ​ກັບ​ຊີ​ເລຍ​ນັ່ງ​ປິ່ນ​ໜ້າ​ໃສ່​ກັນ​ຢູ່​ຮ້ານ​ກາເຟ. ຊີ​ເລຍ​ເບິ່ງ​ຮູບ​ຂອງ​ເຮລີ​ທີ່​ລາວ​ເອົາ​ລົງ​ສື່​ສັງຄົມ​ອອນລາຍ​ໃນ​ໂທລະສັບ. 2. ເຮລີ​ລະເບີດ​ອາລົມ​ໃສ່​ຊີ​ເລຍ​ຕອນ​ຢູ່​ເດີ່ນ​ຂອງ​ຫໍປະຊຸມ.

ເປີດ​ວິດີໂອ​ສັ້ນ “ຖິ້ມ” ນິດໄສ​ທີ່​ທຳລາຍ​ສັນຕິສຸກ ແລ້ວ​ຖາມ​ວ່າ:

  •  ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ​ເມື່ອ​ຮູ້​ວ່າ​ມັນ​ງ່າຍ​ແທ້ໆ​ທີ່​ຈະ​ເວົ້າ ແນວ​ທີ່​ຈະ​ທຳລາຍ​ສັນຕິສຸກ​ໃນ​ປະຊາຄົມ?

ເພື່ອ​ຈະ​ມີ​ສັນຕິສຸກ​ນຳ​ກັນ​ໄດ້​ຄື​ເກົ່າ​ຂໍ​ໃຫ້​ເບິ່ງ​ວິດີໂອ “ສ້າງ​ສັນຕິ​ແລະ​ພະຍາຍາມ​ຮັກສາ​ໄວ້.”

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 25 ຂໍ້ 14-21

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 65 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌