ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ມິຖຸນາ ໜ້າ 5
  • ເຈົ້າຮຽນຫຍັງໄດ້ຈາກພີ່ນ້ອງທີ່ຮັບໃຊ້ມາດົນ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າຮຽນຫຍັງໄດ້ຈາກພີ່ນ້ອງທີ່ຮັບໃຊ້ມາດົນ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຈາກ​ຜູ້​ປະກາດ​ທີ່​ມີ​ປະສົບການ​ຫຼາຍ​ກວ່າ
    ວຽກຮັບໃຊ້ພະເຈົ້າ—2015
  • ນະມັດສະການ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ຖືກ​ສັ່ງ​ຫ້າມ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ອົງການ​ຂອງ​ເພິ່ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ເດັກນ້ອຍແລະໄວຮຸ່ນ—‘ຂໍໃຫ້ເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ມິຖຸນາ ໜ້າ 5
ພີ່ນ້ອງ​ຍິງ​ໜຸ່ມ​ກອດ​ແຂນ​ພີ່ນ້ອງ​ຍິງ​ສູງ​ອາຍຸ.

ຊີວິດ​ຄລິດສະຕຽນ

ເຈົ້າ​ຮຽນ​ຫຍັງ​ໄດ້​ຈາກ​ພີ່ນ້ອງ​ທີ່​ຮັບໃຊ້​ມາ​ດົນ?

ມີ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ​ໃນ​ຫຼາຍ​ປະຊາຄົມ. ເຮົາ​ຮຽນ​ຈາກ​ຕົວຢ່າງ​ຂອງ​ພວກ​ເຂົາ​ໄດ້​ໃນ​ເລື່ອງ​ການ​ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ. ເຮົາ​ຍັງ​ຖາມ​ພວກ​ເຂົາ​ໄດ້​ອີກ​ກ່ຽວ​ກັບ​ປະຫວັດ​ຂອງ​ອົງການ​ແລະ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ພວກ​ເຂົາ​ໃຫ້​ເອົາ​ຊະນະ​ບັນຫາ​ຕ່າງໆ. ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ ເຮົາ​ອາດ​ເຊີນ​ພວກ​ເຂົາ​ມາ​ເລົ່າ​ປະສົບການ​ໃຫ້​ຟັງ.

ຖ້າ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ ຂໍ​ໃຫ້​ເຈົ້າ​ເລົ່າ​ປະສົບການ​ຂອງ​ເຈົ້າ​ໃຫ້​ພີ່ນ້ອງ​ໃໝ່ໆຟັງ. ຢາໂຄບ​ກັບ​ໂຢເຊັບ​ເລົ່າ​ປະສົບການ​ຂອງ​ພວກ​ເຂົາ​ໃຫ້​ລູກ​ຫຼານ​ຟັງ. (ຕົ້ນ 48:21, 22; 50:24, 25) ຕໍ່​ມາ​ພະ​ເຢໂຫວາ​ໃຫ້​ຫົວ​ໜ້າ​ຄອບຄົວ​ສອນ​ລູກ​ກ່ຽວ​ກັບ​ການ​ອັດສະຈັນ​ທີ່​ພະອົງ​ເຮັດ. (ບັນຍັດ 4:9, 10; ເພງ 78:4-7) ໃນ​ທຸກ​ມື້​ນີ້ ພໍ່​ແມ່​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ສາມາດ​ເລົ່າ​ໃຫ້​ຄົນ​ລຸ້ນ​ຫຼັງ​ຟັງ​ກ່ຽວ​ກັບ​ສິ່ງ​ທີ່​ອັດສະຈັນ​ຕ່າງໆທີ່​ພະ​ເຢໂຫວາ​ເຮັດ​ຜ່ານ​ທາງ​ອົງການ​ຂອງ​ພະອົງ.

ເບິ່ງ​ວິດີໂອ​ຮັກສາ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ເມື່ອ​ວຽກ​ຖືກ​ສັ່ງ​ຫ້າມ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາຂາ​ໂອຕຣິດ​ຊ່ວຍ​ພີ່ນ້ອງ​ໃນ​ບາງ​ປະເທດ​ທີ່​ວຽກ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ​ແນວ​ໃດ?

  • ພີ່ນ້ອງ​ໃນ​ປະເທດ​ທີ່​ວຽກ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ?

  • ເປັນ​ຫຍັງ​ຜູ້​ປະກາດ​ຫຼາຍ​ຄົນ​ໃນ​ຣູມານີ​ຈຶ່ງ​ແຍກ​ຕົວ​ອອກ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ ແລະ​ພວກ​ເຂົາ​ເຮັດ​ແນວ​ໃດ​ຈຶ່ງ​ໄດ້​ກັບ​ເຂົ້າ​ມາ​ໃນ​ອົງການ​ອີກ?

  • ປະສົບການ​ເຫຼົ່າ​ນີ້​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ຂຶ້ນ​ແນວ​ໃດ?

ຮູບ​ພາບ: ຮູບ​ຈາກ​ວິດີໂອ ‘ຮັກສາ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ເມື່ອ​ວຽກ​ຖືກ​ສັ່ງ​ຫ້າມ’ 1. ແຜ່ນ​ທີ່​ຂອງ​ປະເທດ​ຕ່າງໆ​ໃນ​ເອີຣົບ​ຕາເວັນ​ອອກ​ທີ່​ວຽກ​ປະກາດ​ຖືກ​ສັ່ງ​ຫ້າມ. 2. ເຄື່ອງ​ພິມ​ນ້ອຍ. 3. ພີ່ນ້ອງ​ຣູມານີ​ກອດ​ກັນ.

ໃຫ້​ເຮົາ​ຮຽນ​ຈາກ​ປະສົບການ​ທີ່​ດີ​ຂອງ​ພີ່ນ້ອງ​ທີ່​ຮັບໃຊ້​ມາ​ດົນ!

ເຈົ້າ​ຈະ​ຟັງ​ປະສົບການ​ໄດ້​ຈາກ​ໃສ​ຖ້າ​ພີ່ນ້ອງ​ສ່ວນ​ຫຼາຍ​ໃນ​ປະຊາຄົມ​ຫາ​ກໍ່​ເລີ່ມ​ຮັບໃຊ້​ໄດ້​ບໍ່​ດົນ? ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ທີ່​ຮັບໃຊ້​ມາ​ດົນ​ຈາກ​ວິດີໂອ​ໃນ​ເວັບໄຊ jw.org ສ່ວນ “ສື່​ແລະ​ສິ່ງ​ພິມ” ຫຼື​ຂຽນ​ຄຳ​ວ່າ “ເລື່ອງ​ລາວ​ຊີວິດ​ຈິງ” ໃນ​ປ່ອງ​ຊອກ​ຫາ​ຂອງ​ຫ້ອງ​ສະໝຸດ​ອອນລາຍ​ຂອງ​ວັອດສ໌ທາວເວີ້ (ພາສາ​ໄທ).

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌