ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຕົ້ນເດີມ 48-50
ຜູ້ສູງອາຍຸມີສິ່ງດີໆຫຼາຍຢ່າງທີ່ຈະບອກເຮົາ
ເມື່ອໄດ້ຟັງຜູ້ສູງອາຍຸທີ່ຮັບໃຊ້ມາດົນບອກປະສົບການກ່ຽວກັບຜົນງານທີ່ “ອັດສະຈັນ” ທີ່ພະເຢໂຫວາເຮັດໃນຊ່ວງສະໄໝສຸດທ້າຍ ເຮົາກໍຈະເຊື່ອໃນພະເຢໂຫວາແລະຄຳສັນຍາຂອງພະອົງຫຼາຍຂຶ້ນ. (ເພງ 71:17, 18) ຖ້າໃນປະຊາຄົມຂອງເຈົ້າມີພີ່ນ້ອງສູງອາຍຸ ລອງຖາມພວກເຂົາວ່າ
ພະເຢໂຫວາຊ່ວຍພວກເຂົາແນວໃດໃຫ້ເອົາຊະນະບັນຫາຕ່າງໆ ເພື່ອຈະຮັບໃຊ້ພະອົງໄດ້ຕໍ່ໆໄປ?
ຮູ້ສຶກແນວໃດທີ່ເຫັນວ່າມີຜູ້ປະກາດຫຼາຍຂຶ້ນໃນຊ່ວງຫຼາຍປີທີ່ຜ່ານມາ?
ຮູ້ສຶກແນວໃດເມື່ອອົງການປັບປ່ຽນຄວາມຮູ້ໃນຄຳພີໄບເບິນໃຫ້ແຈ້ງຂຶ້ນ?
ຮູ້ສຶກແນວໃດທີ່ເຫັນການປັບປ່ຽນຫຼາຍຢ່າງໃຫ້ດີຂຶ້ນໃນອົງການຂອງພະເຢໂຫວາ?