ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 10 ສິງຫາ
ອາທິດເລີ່ມຕົ້ນວັນທີ 10 ສິງຫາ
ເພງ 61 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 28 ຫຍໍ້ໜ້າ 18-21 ຂອບໜ້າ 289 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 1 ກະສັດ 21-22 (8 ນາທີ)
ທີ 1: 1 ກະສັດ 22:13-23 (ບໍ່ເກີນ 3 ນາທີ)
ທີ 2: ເຮົາຈະໃກ້ຊິດສະໜິດກັບພະເຈົ້າໄດ້ແນວໃດ?—ມຮຈ ໜ້າ 28 ຫຍໍ້ໜ້າ 1-4 (5 ນາທີ)
ທີ 3: ເດລີລາ—ການຮັກເງິນອາດນຳໄປສູ່ການທໍລະຍົດ—ຫ 15/4/12 ໜ້າ 8 ຫຍໍ້ໜ້າ 4 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ຝ່າຍຂ້ອຍກັບໄທເຮືອນຂອງຂ້ອຍກໍຈະບົວລະບັດພະເຢໂຫວາ.”—ຢຊວຍ. 24:15
ເພງ 41
10 ນາທີ: “ຝ່າຍຂ້ອຍກັບໄທເຮືອນຂອງຂ້ອຍກໍຈະບົວລະບັດພະເຢໂຫວາ.” ບັນລະຍາຍໂດຍອາໄສຫົວເລື່ອງຫຼັກຂອງເດືອນນີ້. ອ່ານແລະອະທິບາຍ ພະບັນຍັດ 6:6, 7; ໂຢຊວຍ 24:15 ແລະສຸພາສິດ 22:6. ເນັ້ນໃຫ້ເຫັນວ່າຜົວຕ້ອງເປັນຜູ້ນຳໜ້າທາງດ້ານຄວາມເຊື່ອໃຫ້ກັບເມຍແລະລູກ. ມີເຄື່ອງມືຫຼາຍຢ່າງທີ່ອົງການໄດ້ຈັດຕຽມໄວ້ເພື່ອຊ່ວຍຄອບຄົວ. ແນະນຳສ່ວນຕ່າງໆຂອງການປະຊຸມການຮັບໃຊ້ໂດຍບອກວ່າກ່ຽວຂ້ອງກັບຫົວເລື່ອງຫຼັກແນວໃດ.
20 ນາທີ: “ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ຝຶກສອນຄົນໃໝ່ໆໃນວຽກການປະກາດ.” ບັນລະຍາຍແລະຖາມຄວາມຄິດເຫັນ. ຖາມພີ່ນ້ອງວ່າພໍ່ແມ່ໃຊ້ຫຼັກການຄຳພີໄບເບິນທີ່ຍົກມາໃນບົດຄວາມນີ້ແນວໃດເມື່ອຊ່ວຍລູກໃຫ້ກ້າວໜ້າໃນຄວາມຈິງ. ມີການສາທິດຂອງພໍ່ທີ່ກຳລັງກຽມການສະເໜີກັບລູກຊາຍຫຼືລູກສາວຂອງລາວ.
ເພງ 93 ແລະການອະທິດຖານ