ຈຸດເດັ່ນຂອງການປະກາດ
ພວກເຮົາຍິນດີຈະແຈ້ງໃຫ້ຮູ້ລາຍງານທີ່ໜູນກຳລັງໃຈກ່ຽວກັບວຽກທີ່ພວກທ່ານຮັບໃຊ້ພະເຢໂຫວາຢ່າງກະຕືລືລົ້ນ ແລະການອວຍພອນຂອງພະອົງຕໍ່ວຽກນີ້ໃນເຂດຮັບຜິດຊອບຂອງສາຂາປະເທດໄທ. ໃນລະຫວ່າງເດືອນມັງກອນ 2015 ມີຜູ້ປະກາດ 4.236 ຄົນ ແລະໄພໂອເນຍປະຈຳ 1.246 ຄົນ. ນອກຈາກນັ້ນ ມີການກັບຢ້ຽມ 48.188 ຄົນ ແລະມີການສອນຄຳພີໄບເບິນໃຫ້ກັບ 6.928 ຄົນ. ນີ້ເປັນຍອດໃໝ່ສູງສຸດທີ່ເຄີຍມີ! ຄຳສອນຂອງພະເຢໂຫວາເຕີບໂຕແລະແຜ່ຂະຫຍາຍຕໍ່ໆໄປ ແລະທຸກຄົນທີ່ມີສ່ວນຮ່ວມໃນວຽກນີ້ທີ່ເຮັດໃຫ້ຄົນເປັນລູກສິດສາມາດໝັ້ນໃຈໄດ້ວ່າພະເຢໂຫວາພໍໃຈກັບວຽກງານທີ່ຜູ້ຮັບໃຊ້ຂອງພະອົງເຮັດ.—ເພງ. 149:4