ພວກເຂົາກະຕືລືລົ້ນທີ່ຈະເລີ່ມການສຶກສາຄຳພີໄບເບິນ
(ຈາກປຶ້ມປະຈຳປີ 2015 ໜ້າ 55 ຫຍໍ້ໜ້າ 1 ຫາໜ້າ 56 ຫຍໍ້ໜ້າ 1)
ກາບີເອວຊ່ວຍພໍ່ຕູ້ຂອງລາວ
ໃນຂະນະທີ່ເດີນທາງກັບບ້ານຈາກໄປຮ່ວມປະຊຸມໃຫຍ່ຢູ່ປາຣາກວາຍ ເດັກຊາຍກາບີເອວທີ່ອາຍຸ 6 ປີ ຄິດກ່ຽວກັບການປະກາດຂ່າວດີເລື່ອງລາຊະອານາຈັກແລະຮູ້ວ່ານີ້ເປັນວຽກທີ່ສຳຄັນຫຼາຍ. ລາວເລີຍຄິດໄດ້ວ່າມີຄົນພິເສດຄົນໜຶ່ງທີ່ຢາກໃຫ້ຢູ່ນຳກັນໃນອຸທິຍານ ຄົນນັ້ນແມ່ນພໍ່ຕູ້ຂອງລາວ. ແຕ່ພໍ່ຕູ້ບໍ່ສົນໃຈຄວາມຈິງເລີຍແຖມຍັງຕໍ່ຕ້ານເມຍແລະລູກໆທີ່ເປັນພະຍານພະເຢໂຫວານຳອີກ.
ໃນມື້ນັ້ນ ລາວໄດ້ຂໍພໍ່ແມ່ໂທໄປຫາພໍ່ຕູ້ທີ່ຢູ່ປະເທດອາກຊັງຕີນໂດຍໃຊ້ອິນເຕີເນັດ ລາວອະທິບາຍໃຫ້ພໍ່ຕູ້ຟັງວ່າເປັນຫຍັງການສຶກສາຄຳພີໄບເບິນຈຶ່ງສຳຄັນຫຼາຍ ແລ້ວລາວກໍຖາມພໍ່ຕູ້ກົງໆວ່າ: “ພໍ່ຕູ້ຢາກສຶກສາຄຳພີໄບເບິບກັບຫຼານບໍ?” ພໍ່ຕູ້ຕອບຕົກລົງ. ກາບີເອວບອກວ່າເຂົາເຈົ້າຄວນສຶກສາຈຸນລະສານເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ. ຫຼາຍເດືອນຕໍ່ມາ ລາວກັບພໍ່ຕູ້ກໍສຶກສາຈຸນລະສານເຫຼັ້ມນັ້ນນຳກັນ ເນື່ອງຈາກທັງສອງຄົນອ່ານໜັງສືບໍ່ເກັ່ງ ດັງນັ້ນເຂົາເຈົ້າເລີຍຕ້ອງຝຶກອ່ານລ່ວງໜ້າ ກາບີເອວຈະກຽມຕົວກ່ອນການສຶກສາທຸກຄັ້ງ ລາວຈະໃສ່ເສື້ອເຊີດແລະມັດກາລະວັດ.
ຕໍ່ມາ ພໍ່ຕູ້ພະຍາຍາມມາຢາມຄອບຄົວຂອງກາບີເອວປະມານ 2-3 ອາທິດ ໃນຕອນນັ້ນພໍ່ຕູ້ກໍໄປປະຊຸມນຳ. ເມື່ອພໍ່ຕູ້ກັບໄປອາກຊັງຕີນ ລາວໄດ້ສຶກສາຄຳພີໄບເບິນກັບພີ່ນ້ອງທ້ອງຖິ່ນແລະກ້າວໜ້າເປັນຜູ້ປະກາດທີ່ຍັງບໍ່ທັນຮັບບັບເຕມາ. ຕອນນີ້ ພໍ່ຕູ້ກັບແມ່ຕູ້ຂອງກາບີເອວອະທິດຖານນຳກັນທຸກມື້ ສ່ວນກາບີເອວກໍກ້າວໜ້າເປັນຢ່າງດີ ແລະເປັນຜູ້ປະກາດທີ່ຍັງບໍ່ທັນຮັບບັບເຕມາຄືກັນ. ພໍ່ຕູ້ຂອງກາບີເອວບອກລາວວ່າຢາກອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ.
(ຈາກປຶ້ມປະຈຳປີ 2015 ໜ້າ 69 ຫຍໍ້ໜ້າ 2-5)
ການສຶກສາຄຳພີໄບເບິນ “ໃນປ່າ”
ທຸກໆເຊົ້າ ມາເກັຣດມັກພາໝາຂອງລາວໄປຍ່າງຫຼິ້ນໃນປ່າແຫ່ງໜຶ່ງຂອງປະເທດເຢຍລະມັນ ລາວບອກວ່າ: “ຂ້ອຍພະຍາຍາມລົມກັບຄົນທີ່ຜ່ານໄປມາ ຖ້າເຂົາເຈົ້າບໍ່ຟ້າວແລະຍິນດີລົມນຳ ຂ້ອຍກໍຈະລົມເລື່ອງຄຳພີໄບເບິນກັບເຂົາເຈົ້າ.”
ມື້ໜຶ່ງມາເກັຣດໄດ້ພົບຜູ້ຍິງຄົນໜຶ່ງອາຍຸປະມານ 70 ປີ ເຊິ່ງພາໝາມາຍ່າງຫຼິ້ນ ມາເກັຣດຈຶ່ງເຂົ້າໄປລົມນຳ ຜູ້ຍິງຄົນນັ້ນມັກລົມເລື່ອງນີ້ຫຼາຍລາວບອກໃຫ້ມາເກັຣດອະທິດຖານເຖິງພະເຈົ້າແລະອ່ານຄຳພີໄບເບິນທຸກມື້. ຕັ້ງແຕ່ນັ້ນມາ ເຂົາເຈົ້າກໍພົບກັນເປັນປະຈຳເພື່ອລົມກ່ຽວກັບເລື່ອງຕ່າງໆໃນຄຳພີໄບເບິນ. ມື້ໜຶ່ງຜູ້ຍິງຄົນນັ້ນຖາມມາເກັຣດວ່າ: “ເຈົ້າຮູ້ເລື່ອງຄຳພີໄບເບິນຫຼາຍປານນີ້ໄດ້ແນວໃດ?” ມາເກັຣດຈຶ່ງບອກວ່າລາວເປັນພະຍານພະເຢໂຫວາ.
ມາເກັຣດສະເໜີການສຶກສາຄຳພີໄບເບິນຢູ່ບ້ານໃຫ້ກັບລາວຫຼາຍຄັ້ງ ລາວບໍ່ເຄີຍຕອບຕົກລົງ ແຕ່ທັງສອງກໍຍັງລົມກັນຕໍ່ໄປ. ຫຼາຍເດືອນຕໍ່ມາ ມາເກັຣດສະເໜີການສຶກສາຄຳພີໄບເບິນຢູ່ບ້ານອີກຄັ້ງ ແລ້ວຜູ້ຍິງຄົນນັ້ນກໍບອກມາເກັຣດວ່າລາວບໍ່ກ້າຕອບຕົກລົງ ເພາະຜູ້ຊາຍທີ່ລາວຢູ່ນຳບໍ່ມັກພະຍານພະເຢໂຫວາ.
ຕໍ່ມາ ມາເກັຣດໄປຍ່າງຫຼິ້ນໃນປ່າ ລາວເອົາຄຳພີໄບເບິນແລະປຶ້ມໄບເບິນສອນໄປນຳ ເມື່ອພົບຜູ້ຍິງຄົນນັ້ນ ມາເກັຣດກໍເວົ້າວ່າ: “ເທື່ອນີ້ຂ້ອຍຈະບໍ່ສະເໜີການສຶກສາຄຳພີໄບເບິນຢູ່ບ້ານ ແຕ່ຈະສະເໜີການສຶກສາຄຳພີໄບເບິນ ‘ຢູ່ປ່າ’” ຜູ້ຍິງຄົນນັ້ນມີນ້ຳຕາໄຫຼອອກມາແລະຟ້າວຕອບຕົກລົງທັນທີ. ລາວມາສຶກສາຄຳພີໄບເບິນ “ໃນປ່າ” ອາທິດລະ 6 ມື້ ບໍ່ວ່າຝົນຈະຕົກຫຼືແດດຈະອອກ ລາວກໍມາ ບາງຄັ້ງມາເກັຣດກໍຕ້ອງນຳການສຶກສາບໍ່ວ່າຈະຖືຄັນຮົ່ມຫຼືໄຟສາຍ.