ກ່ອງບັນຫາ
◼ ຜູ້ປະກາດຄວນໃຊ້ອິນເຕີເນັດໃນວຽກປະກາດຫຼືສຶກສາກັບຄົນແປກໜ້າທີ່ອາໄສຢູ່ປະເທດອື່ນໆບໍ?
ຜູ້ປະກາດບາງຄົນໄດ້ໃຊ້ອິນເຕີເນັດສຶກສາຄຳພີໄບເບິນໃນຫຼາຍປະເທດທີ່ຖືກຈຳກັດໃນວຽກປະກາດຫຼືປະເທດທີ່ມີຜູ້ປະກາດໜ້ອຍ. ໃນບາງກໍລະນີກໍປະສົບຜົນສຳເລັດ ແຕ່ກໍຍັງເປັນອັນຕະລາຍເມື່ອຜູ້ປະກາດໄດ້ມີການແລກປ່ຽນຄວາມຄິດເຫັນທາງອີເມວຫຼືເຂົ້າຮ່ວມລົມກັບຄົນແປກໜ້າໃນຫ້ອງສົນທະນາ. (ຂໍໃຫ້ເບິ່ງ ພະລາຊະກິດຂອງເຮົາ ໃນພາສາໄທ ເດືອນກໍລະກົດ 2007 ໜ້າ 3) ໃນຂະນະທີ່ພະຍາຍາມເຂົ້າເຖິງຫົວໃຈຂອງຜູ້ຄົນດ້ວຍຂ່າວດີເລື່ອງລາຊະອານາຈັກ ການສົນທະນາອາດຈະພາໃຫ້ພີ່ນ້ອງຊາຍຫຼືຍິງຕົກເຂົ້າສູ່ການຄົບຫາທີ່ບໍ່ດີ ເຊິ່ງອາດຈະລວມມີຜູ້ອອກຫາກ. (1 ໂກ. 1:19-25; ໂກໂລ. 2:8) ນອກຈາກນັ້ນ ໃນຫຼາຍປະເທດທີ່ຖືກຈຳກັດຫຼືຖືກສັ່ງຫ້າມໃນວຽກປະກາດຂອງເຮົາ ການຕິດຕໍ່ກັນທາງຈົດໝາຍອາດຖືກກວດສອບໂດຍເຈົ້າໜ້າທີ່ແລະອາດເປັນອັນຕະລາຍຕໍ່ພີ່ນ້ອງຊາຍ-ຍິງໃນທ້ອງຖິ່ນ. ດັ່ງນັ້ນ ຜູ້ປະກາດບໍ່ຄວນຊອກຫາຜູ້ຄົນທາງອອນລາຍທີ່ຢູ່ຕ່າງປະເທດເພື່ອປະກາດຂ່າວດີ.
ຖ້າເຮົາປະກາດຢ່າງບໍ່ເປັນທາງການກັບນັກທ່ອງທ່ຽວທີ່ມາຈາກປະເທດອື່ນ ໃຫ້ພະຍາຍາມປູກຝັງສິ່ງທີ່ລາວສົນໃຈກ່ອນທີ່ລາວຈະກັບປະເທດ. ເຮົາສາມາດບອກວິທີໃຊ້ jw.org ກັບລາວເພື່ອຈະໄດ້ຮັບຂໍ້ມູນເພີ່ມເຕີມຫຼືວິທີທີ່ລາວຈະສາມາດຕິດຕໍ່ສຳນັກງານສາຂາໃນປະເທດທີ່ລາວຢູ່. ນອກຈາກນີ້ ເຮົາຍັງສາມາດກະຕຸ້ນລາວໃຫ້ໄປຢ້ຽມຢາມຫໍປະຊຸມທີ່ຢູ່ໃກ້ບ້ານຂອງລາວ. ແນ່ນອນ ບາງປະເທດກໍບໍ່ມີຫໍປະຊຸມລາຊະອານາຈັກ ຖ້າລາວຢາກໃຫ້ພີ່ນ້ອງໄປຢາມໃນເຂດທີ່ລາວອາໄສຢູ່ ເຮົາຄວນຂຽນແບບຟອມໂປດຕິດຕາມ (S-43) ແລະສົ່ງໃຫ້ເລຂາເພື່ອລາວຈະສົ່ງຕໍ່ໂດຍໃຊ້ປ່ອງຂອງ “ປະຊາຄົມ” ໃນເວັບໄຊ jw.org. ສຳນັກງານສາຂາທີ່ຮັບຜິດຊອບວຽກໃນປະເທດທີ່ຜູ້ສົນໃຈອາໄສຢູ່ຈະຄຸ້ນເຄີຍກັບສະພາບການແລະເຂົາເຈົ້າຢູ່ໃນຖານະທີ່ດີທີ່ສຸດໃນການຈັດຕຽມຄວາມຊ່ວຍເຫຼືອໃນເລື່ອງຄວາມຈິງ. ເບິ່ງງານຮັບໃຊ້ພະເຈົ້າ (ພາສາໄທ) ເດືອນມິຖຸນາ 2014 ໜ້າ 7 ແລະ ພະລາຊະກິດຂອງເຮົາ (ພາສາໄທ) ເດືອນພະຈິກ 2011 ໜ້າ 2.
ຖ້າວ່າຄົນທີ່ເຮົາໄປຢາມໄດ້ຍ້າຍໄປຢູ່ຕ່າງປະເທດ ຫຼືຖ້າເຮົາກຳລັງສຶກສາກັບຄົນທີ່ຢູ່ຕ່າງປະເທດທີ່ເຮົາຮູ້ຈັກໂດຍທາງອິນເຕີເນັດເທົ່ານັ້ນ ເຮົາຄວນເຮັດຕາມຄຳແນະນຳທີ່ຢູ່ຂ້າງເທິງ. ຢ່າງໃດກໍຕາມ ເຮົາອາດຈະປູກຝັງຄວາມສົນໃຈຂອງຄົນນັ້ນຕໍ່ໆໄປຈົນກວ່າຈະມີຜູ້ປະກາດໃນທ້ອງຖິ່ນນັ້ນສາມາດເຮັດຕໍ່ຈາກເຮົາ. ແຕ່ຖ້າຄົນນັ້ນອາໄສຢູ່ປະເທດທີ່ຖືກຈຳກັດຫຼືຖືກສັ່ງຫ້າມວຽກປະກາດຂອງເຮົາ ເຮົາຄວນລະວັງເປັນພິເສດເມື່ອລົມກັນເລື່ອງຄຳພີໄບເບິນໂດຍທາງຈົດໝາຍ ໂທລະສັບ ຫຼືເຄື່ອງມືສື່ສານອື່ນໆ.—ມັດ. 10:16