ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 27 ກໍລະກົດ
ອາທິດເລີ່ມຕົ້ນວັນທີ 27 ກໍລະກົດ
ເພງ 18 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 28 ຫຍໍ້ໜ້າ 1-9 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 1 ກະສັດ 15-17 (8 ນາທີ)
ທີ 1: 1 ກະສັດ 15:16-24 (ບໍ່ເກີນ 3 ນາທີ)
ທີ 2: ຄຳແນະນຳໃນຄຳພີໄບເບິນຊ່ວຍຄົນທີ່ເປັນເມຍໄດ້ແນວໃດ?—ມຮຈ ໜ້າ 26 ຫຍໍ້ໜ້າ 3-4 (5 ນາທີ)
ທີ 3: ດາວິດ—ໜຸ່ມສາວ ໃຫ້ຕຽມຕົວຕັ້ງແຕ່ດຽວນີ້ເພື່ອຮັບໃຊ້ພະເຢໂຫວາຢ່າງກ້າຫານ (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: ‘ຈົ່ງໄປແລະກະທຳໃຫ້ເປັນລູກສິດ.’—ມັດ. 28:19, 20
ເພງ 65
10 ນາທີ: ເຮົາປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາແລ້ວບໍ? ບັນລະຍາຍ. ທວນຄືນພະລາຊະກິດຂອງເຮົາ (ພາສາໄທ) ເດືອນກຸມພາ 2014 ຫຍໍ້ໜ້າ 1 ທີ່ເວົ້າເຖິງຈຸດປະສົງຂອງບົດຄວາມຊຸດ “ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ” ທວນຄືນສັ້ນໆກ່ຽວກັບບາງຫົວເລື່ອງທີ່ເຄີຍສະເໜີຜ່ານມາ. ເຊີນພີ່ນ້ອງເລົ່າປະໂຫຍດທີ່ເຂົາເຈົ້າໄດ້ຮັບຈາກບົດຄວາມຊຸດນີ້. ກະຕຸ້ນພີ່ນ້ອງໃຫ້ເອົາໃຈໃສ່ເປັນພິເສດຕໍ່ກັບຄວາມສາມາດທີ່ເນັ້ນໃນແຕ່ລະເດືອນໂດຍໃຊ້ຄຳແນະນຳຕ່າງໆໃນຫົວຂໍ້ຍ່ອຍ “ລອງເຮັດໃນເດືອນນີ້.”
10 ນາທີ: ໃຊ້ປຶ້ມ “ມາຮູ້ຈັກພະຄຳຂອງພະເຈົ້າ”—ຊ່ວຍນັກສຶກສາຂອງເຈົ້າ. ບັນລະຍາຍແລະຖາມຄວາມຄິດເຫັນ. ພິຈາລະນາວິທີໃຊ້ປຶ້ມນີ້ເພື່ອຊ່ວຍນັກສຶກສາໃຊ້ຄຳພີໄບເບິນຢ່າງເກີດຜົນເຊັ່ນ: (1) “ເຮົາຈະຫາຂໍ້ຄຳພີຕ່າງໆໄດ້ແນວໃດ” (2) ຄຳຖາມ 19: “ໜັງສືຕ່າງໆໃນຄຳພີໄບເບິນມີເລື່ອງຫຍັງແດ່?” (3) ຄຳຖາມ 20: “ເຮົາຈະຮັບປະໂຫຍດເຕັມທີຈາກການອ່ານຄຳພີໄບເບິນໄດ້ແນວໃດ?” ມີການສາທິດສັ້ນໆຂອງພີ່ນ້ອງທີ່ກຳລັງພິຈາລະນາຈຸດໜຶ່ງກັບນັກສຶກສາເຊິ່ງໃກ້ຈະຈົບການສຶກສາ.
10 ນາທີ: “ກ່ອງເຄື່ອງມືສຳລັບການສອນ.” ຖາມ-ຕອບ.
ເພງ 125 ແລະການອະທິດຖານ