ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 13 ກໍລະກົດ
ອາທິດເລີ່ມຕົ້ນວັນທີ 13 ກໍລະກົດ
ເພງ 75 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 27 ຫຍໍ້ໜ້າ 10-18 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 1 ກະສັດ 9-11 (8 ນາທີ)
ທີ 1: 1 ກະສັດ 9:24–10:3 (ບໍ່ເກີນ 3 ນາທີ)
ທີ 2: ລົດຄວາມກັງວົນໂດຍຕັ້ງໃຈເອົາຄຳສອນຂອງພະເຈົ້າໄປໃຊ້—ມຮຈ ໜ້າ 24 ຫຍໍ້ໜ້າ 4-ໜ້າ 25 ຫຍໍ້ໜ້າ 2 (5 ນາທີ)
ທີ 3: ຊີຣຶດຊ—ຄຳຂອງພະເຢໂຫວາເປັນຈິງສະເໝີ—ຫ 1/6/06 ໜ້າ 21-23 ຫຍໍ້ໜ້າ 1-7 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: ‘ຈົ່ງໄປແລະກະທຳໃຫ້ເປັນລູກສິດ.’—ມັດ. 28:19, 20
ເພງ 17
10 ນາທີ: ຈົ່ງໄປແລະກະທຳໃຫ້ເປັນລູກສິດ. ບັນລະຍາຍໂດຍອາໄສຫົວເລື່ອງຫຼັກຂອງເດືອນນີ້. ເວົ້າຈຸດສຳຄັນຈາກປຶ້ມ “ຕາມເຮົາໄປເຖີ້ນ” ໜ້າ 87-89. ແນະນຳສ່ວນຕ່າງໆຂອງການປະຊຸມການຮັບໃຊ້ແລະພິຈາລະນາວ່າກ່ຽວຂ້ອງກັບຫົວເລື່ອງຫຼັກແນວໃດ.
10 ນາທີ: ເຂົາເຈົ້າຕື່ນຕົວຢູ່ສະເໝີທີ່ຈະເລີ່ມການສຶກສາຄຳພີໄບເບິນ. ບັນລະຍາຍແລະຖາມຄວາມຄິດເຫັນພີ່ນ້ອງວ່າໄດ້ບົດຮຽນຫຍັງຈາກເລື່ອງໃນປຶ້ມປະຈຳປີ 2015 ໜ້າ 55 ຫຍໍ້ໜ້າ 1 ຫາໜ້າ 56 ຫຍໍ້ໜ້າ 1 ແລະໜ້າ 69 ຫຍໍ້ໜ້າ 2-5.
10 ນາທີ: “ຈົດຈໍ່ຢູ່ສະເໝີກັບການເຮັດໃຫ້ຄົນເປັນລູກສິດ.” ຖາມ-ຕອບ. ສຳພາດພີ່ນ້ອງໜຶ່ງຫຼືສອງຄົນສັ້ນໆທີ່ເລີ່ມແລະນຳການສຶກສາຄຳພີໄບເບິນໄດ້ຢ່າງເກີດຜົນ. ຄວາມສຸກອັນໃດທີ່ເຂົາເຈົ້າໄດ້ຮັບຈາກການຊ່ວຍຜູ້ຄົນໃຫ້ເຂົ້າມາໃນຄວາມຈິງ?
ເພງ 16 ແລະການອະທິດຖານ