ຈົດຈໍ່ຢູ່ສະເໝີກັບການເຮັດໃຫ້ຄົນເປັນລູກສິດ
1. ອັນໃດເປັນສິ່ງຈຳເປັນທີ່ຈະຊ່ວຍຜູ້ຄົນໃຫ້ໄດ້ຮັບຄວາມລອດ?
1 ລາຍງານການຮັບໃຊ້ປະຈຳປີ 2014 ເຮັດໃຫ້ເຫັນເຖິງຄວາມກະຕືລືລົ້ນແລະຄວາມຕັ້ງໃຈແນ່ວແນ່ຂອງຜູ້ຮັບໃຊ້ພະເຈົ້າໃນການປະກາດຂ່າວດີເລື່ອງລາຊະອານາຈັກ. (ມັດ. 24:14) ໂດຍການປະກາດຕາມບ້ານເຮືອນ ໂຄງການພິເສດເພື່ອແຈກຢາຍແຜ່ນພັບແລະໃບເຊີນ ແລະການປະກາດຕາມທີ່ສາທາລະນະ ເຮົາກຳລັງເຂົ້າເຖິງຜູ້ຟັງດ້ວຍຂ່າວສານຈາກຄຳພີໄບເບິນທີ່ບໍ່ເຄີຍເຮັດມາກ່ອນ. ເຖິງຢ່າງໃດກໍຕາມ ເພື່ອຈະໄດ້ຮັບຄວາມລອດ ເຮົາຈຳເປັນຕ້ອງຊ່ວຍເຂົາເຈົ້າໃຫ້ມາເປັນລູກສິດຂອງພະເຍຊູໂດຍການສຶກສາຄຳພີໄບເບິນກັບເຂົາເຈົ້າ.—1 ຕີໂມ. 2:4
2. ເຮົາຄວນຖາມຕົວເອງວ່າ ຄຳຖາມອັນໃດທີ່ຈະຊ່ວຍເຮົາໃຫ້ພ້ອມສະເໝີທີ່ຈະສະເໜີການສຶກສາຄຳພີໄບເບິນ?
2 ພ້ອມສະເໝີທີ່ຈະສະເໜີການສຶກສາຄຳພີໄບເບິນ: ເມື່ອມີຄົນສະແດງຄວາມສົນໃຈໃນເລື່ອງຂ່າວດີ ເຈົ້າໄດ້ຂໍຂໍ້ມູນຕິດຕໍ່ແລະໄປຢາມທັນທີໂດຍມີເປົ້າໝາຍເພື່ອເລີ່ມສຶກສາຄຳພີໄບເບິນບໍ? ເມື່ອໃດເປັນຄັ້ງສຸດທ້າຍທີ່ເຈົ້າໄດ້ສາທິດການສຶກສາຄຳພີໄບເບິນກັບຄົນທີ່ເຈົ້າໄປຢາມ? ເມື່ອໃດເປັນຄັ້ງສຸດທ້າຍທີ່ເຈົ້າໄດ້ສະເໜີການສຶກສາຄຳພີໄບເບິນກັບສາຍວຽນສົ່ງວາລະສານ? ເຈົ້າໄດ້ເປີດວິດີໂອເປັນຫຍັງຈຶ່ງສຶກສາຄຳພີໄບເບິນ? ແລະພວກເຮົາສຶກສາຄຳພີໄບເບິນແນວໃດ? ໃຫ້ໝູ່ຢູ່ບ່ອນເຮັດວຽກ ໝູ່ທີ່ຮຽນນຳກັນ ເພື່ອນບ້ານ ຍາດຕິພີ່ນ້ອງ ແລະຄົນທີ່ຮູ້ຈັກເບິ່ງແລ້ວບໍ? ເມື່ອປະກາດໂດຍການວາງສັບພະໜັງສື ເຈົ້າໄດ້ພະຍາຍາມບອກຜູ້ທີ່ເອົາໜັງສືບໍວ່າມີການສຶກສາຄຳພີໄບເບິນໃຫ້ຟຣີ?
3. ເຮົາຕ້ອງເຮັດອັນໃດເພື່ອຈະສອນຄວາມຈິງໄດ້ຢ່າງປະສົບຜົນສຳເລັດ?
3 ຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາແລະພະເຍຊູ: ໂດຍເລີ່ມຈາກຄຳສັ່ງຂອງພະເຍຊູທີ່ວ່າ “ກະທຳໃຫ້ເປັນລູກສິດ” ແລະຄຳວ່າ “ໄປ” ພະເຍຊູສະແດງໃຫ້ເຫັນວ່າເຮົາຈຳເປັນຕ້ອງອອກຄວາມພະຍາຍາມແລະເປັນຝ່າຍລິເລີ່ມທີ່ຈະເຮັດ. ເຖິງຢ່າງໃດກໍຕາມ ພະອົງບໍ່ໄດ້ປ່ອຍໃຫ້ເຮົາເຮັດຕາມລຳພັງແຕ່ໄດ້ສັນຍາວ່າຈະຢູ່ກັບເຮົາ. (ມັດ. 28:19, 20) ນອກຈາກນັ້ນ ພະເຢໂຫວາຍັງໃຫ້ພະລັງບໍລິສຸດຂອງພະອົງພ້ອມທັງເຄື່ອງມືຕ່າງໆແລະການຝຶກອົບຮົມທີ່ຈຳເປັນເພື່ອຈະສອນຄວາມຈິງໃຫ້ແກ່ຄົນອື່ນໆ. (ຊກາ. 4:6; 2 ໂກ. 4:7) ເຮົາສາມາດອະທິດຖານຂໍໃຫ້ເຮົາມີ ‘ນ້ຳໃຈແລະລົງມື’ ເຮັດວຽກທີ່ສຳຄັນນີ້.—ຟີລິບ 2:13
4. ເປັນຫຍັງເຮົາຄວນຈົດຈໍ່ຢູ່ສະເໝີກັບການເຮັດໃຫ້ຄົນເປັນລູກສິດ?
4 ການປະກາດຂ່າວດີເຮັດໃຫ້ເຮົາມີຄວາມສຸກຫຼາຍ. ເຮົາຈະມີຄວາມສຸກຫຼາຍຂຶ້ນເມື່ອເຮົາສອນຄວາມຈິງໃຫ້ກັບຄົນອື່ນ ແລະຊ່ວຍເຂົາເຈົ້າເຂົ້າມາຮ່ວມກັບເຮົາໃນ “ທາງ . . . ທີ່ນຳໄປເຖິງຊີວິດ.” (ມັດ. 7:14; 1 ເທ. 2:19, 20) ສິ່ງສຳຄັນກວ່າແມ່ນເຮົາຈົດຈໍ່ຢູ່ກັບການເຮັດໃຫ້ຄົນເປັນລູກສິດ ເຮົາເຮັດໃຫ້ພະເຢໂຫວາພໍໃຈ ເພາະພະອົງເປັນຜູ້ທີ່ “ບໍ່ຢາກໃຫ້ຄົນໜຶ່ງຄົນໃດຈິບຫາຍ ແຕ່ວ່າຈະໃຫ້ຄົນທັງປວງປະໃຈເກົ່າເອົາໃຈໃໝ່.”—2 ເປ. 3:9