ຕາຕະລາງສຳຫຼັບອາທິດຂອງວັນທີ 25 ພຶດສະພາ
ອາທິດເລີ່ມຕົ້ນວັນທີ 25 ພຶດສະພາ
ເພງ 56 ແລະອະທິດຖານ
ການສຶກສາຄຳພີປະຈຳປະຊາຄົມ
ຂກ ບົດ 25 ຫຍໍ້ໜ້າ 1-8 ( 30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບການຂອງພະເຈົ້າ
ການອ່ານພະຄຳພີ 2 ຊາເມືອນ 13-15 (8 ນາທີ)
ທີ 1: 2 ຊາເມືອນ 13:34–14:7 (ບໍ່ເກີນ 3 ນາທີ)
ທີ 2: ຄຳພີໄບເບິນເວົ້າແນວໃດກ່ຽວກັບການເຮັດວຽກ?—ມຮຈ ໜ້າ 20 ຫຍໍ້ໜ້າ 1-3 (5 ນາທີ)
ທີ 3: ເບດຊາເລເອນ—ພະລັງຂອງພະເຢໂຫວາຊ່ວຍຜູ້ຮັບໃຊ້ຂອງພະອົງໃຫ້ເຮັດວຽກມອບໝາຍທຸກຢ່າງ—ຫ 15/12/11 ໜ້າ 18-19 ຫຍໍ້ໜ້າ 6-8 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: ຊ່ວຍຄົນທຸກປະເພດໃຫ້ມາຮັບຄວາມຮູ້ອັນຖ້ອງແທ້ເລື່ອງຄວາມຈິງ—1 ຕີໂມ. 2:3, 4
ເພງ 121
10 ນາທີ: ສຳພາດຜູ້ດູແລກຸ່ມການປະກາດ. ວຽກມອບໝາຍຂອງເຈົ້າຕ້ອງເບິ່ງແຍງໃນເລື່ອງຫຍັງແດ່? ເຈົ້າໄດ້ພະຍາຍາມແນວໃດເພື່ອບຳລຸງລ້ຽງພີ່ນ້ອງໃນກຸ່ມແລະຊ່ວຍເຂົາເຈົ້າໃນວຽກປະກາດ? ເປັນຫຍັງຈຶ່ງສຳຄັນທີ່ພີ່ນ້ອງຕ້ອງບອກໃຫ້ເຈົ້າຮູ້ຖ້າເຂົາເຈົ້າປ່ຽນທີ່ຢູ່ຫຼືຂໍ້ມູນເພື່ອຕິດຕໍ່? ເປັນຫຍັງຜູ້ເຖົ້າແກ່ຈຶ່ງຈັດໃຫ້ມີການແຍກເປັນຫຼາຍກຸ່ມເພື່ອອອກປະກາດແທນທີ່ຈະພົບກັນຢູ່ບ່ອນດຽວ?
20 ນາທີ: “ຊ່ວຍຄົນຕາບອດໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາ.” ຖາມ-ຕອບ. ໃຫ້ມີການສາທິດໜຶ່ງເຫດການ.
ເພງ 96 ແລະອະທິດຖານ