ຕາຕະລາງສຳຫຼັບອາທິດຂອງວັນທີ 18 ພຶດສະພາ
ອາທິດເລີ່ມຕົ້ນວັນທີ 18 ພຶດສະພາ
ເພງ 50 ແລະອະທິດຖານ
ການສຶກສາຄຳພີປະຈຳປະຊາຄົມ
ຂກ ບົດ 24 ຫຍໍ້ໜ້າ 18-21 ຂອບໜ້າ 249 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບການຂອງພະເຈົ້າ
ການອ່ານພະຄຳພີ 2 ຊາເມືອນ 9-12 (8 ນາທີ)
ທີ 1: 2 ຊາເມືອນ 10:13–11:4 (ບໍ່ເກີນ 3 ນາທີ)
ທີ 2: ເບນາຢາ—ສັດຊື່ແລະກ້າຫານ—1 ຂ່າວ. 11:22-25; 1 ກະ. 1:32-40 (5 ນາທີ)
ທີ 3: ຄົນທີ່ຕາຍໄປແລ້ວມີຄວາມຫວັງອັນໃດ?—ມຮຈ ໜ້າ 19 ຫຍໍ້ໜ້າ 1-3 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: ຊ່ວຍຄົນທຸກປະເພດໃຫ້ມາຮັບຄວາມຮູ້ອັນຖ້ອງແທ້ເລື່ອງຄວາມຈິງ—1 ຕີໂມ. 2:3, 4
ເພງ 73
10 ນາທີ: ວິທີທີ່ໂປໂລຊ່ວຍຄົນເກັຣກໃຫ້ຮັບຄວາມຮູ້ຖ້ອງແທ້ເລື່ອງຄວາມຈິງ. ບັນລະຍາຍແລະຖາມຄວາມຄິດເຫັນ. ອ່ານ ກິດຈະການ 17:22-31. ພິຈາລະນາເບິ່ງວ່າຂໍ້ເຫຼົ່ານີ້ຊ່ວຍເຮົາແນວໃດໃນວຽກປະກາດ ໂດຍສະເພາະເມື່ອປະກາດກັບຄົນທີ່ນັບຖືສາສະໜາພຸດ.
20 ນາທີ: ພະເຢໂຫວາຈະຊ່ວຍເຈົ້າໃຫ້ກ້າຫານ. ບັນລະຍາຍແລະຖາມຄວາມຄິດເຫັນ. ເປີດວິດີໂອ ພະເຢໂຫວາຈະຊ່ວຍໃຫ້ຂ້ອຍມີຄວາມກ້າ (ເຂົ້າເວັບໄຊ jw.org/th ເບິ່ງຫົວຂໍ້ ຄຳສອນຂອງຄຳພີໄບເບິນ > ເດັກ > ມາເປັນໝູ່ກັບພະເຢໂຫວານຳກັນ) ເຊີນພີ່ນ້ອງໃຫ້ອອກຄວາມຄິດເຫັນວ່າໄດ້ບົດຮຽນຫຍັງຈາກວິດີໂອນີ້. ຂໍເດັກນ້ອຍທີ່ເປັນນັກຮຽນໃຫ້ເລົ່າວ່າວິດີໂອນີ້ຊ່ວຍເຂົາເຈົ້າແນວໃດໃຫ້ປະກາດກັບຄູແລະໝູ່ຢູ່ໂຮງຮຽນ. ໃຫ້ມີການເລົ່າຄືນປະສົບການໜຶ່ງທີ່ເດັ່ນໆຂອງເດັກນ້ອຍເມື່ອປະກາດຢູ່ໂຮງຮຽນ.
ເພງ 60 ແລະອະທິດຖານ