ອົງສັກສິດຮູ້ສຶກແນວໃດຕໍ່ກັບຄວາມທຸກລຳບາກທີ່ເຈົ້າເຈິ?
ບາງຄົນເວົ້າວ່າພະເຈົ້າບໍ່ເຫັນແລະບໍ່ສົນໃຈດອກວ່າເຮົາເຈິກັບຄວາມທຸກລຳບາກຫຍັງແດ່.
ຄຳພີໄບເບິນເວົ້າແນວໃດ?
ພະເຢໂຫວາເຫັນແລະສົນໃຈເຈົ້າ
“ພະເຢໂຫວາເຫັນວ່າມະນຸດຢູ່ເທິງໂລກຊົ່ວຫຼາຍ . . . ເພິ່ນເຈັບປວດໃຈຫຼາຍ.”—ປະຖົມມະການ 6:5, 6
ພະເຢໂຫວາຈະເຮັດໃຫ້ຄວາມທຸກລຳບາກໝົດໄປ
“ອີກຈັກໜ້ອຍກໍຈະບໍ່ມີຄົນຊົ່ວແລ້ວ. ເຈົ້າຈະແນມເບິ່ງບ່ອນທີ່ເຂົາເຈົ້າຢູ່ ແຕ່ເຈົ້າຈະບໍ່ເຫັນເຂົາເຈົ້າ. ແຕ່ຄົນທີ່ຖ່ອມໂຕຈະໄດ້ຮັບແຜ່ນດິນເປັນມໍລະດົກ. ເຂົາເຈົ້າຈະມີຄວາມຍິນດີຫຼາຍ ຍ້ອນຄວາມສະຫງົບສຸກຈະມີຢູ່ຕະຫຼອດໄປ.”—ເພງສັນລະເສີນ 37:10, 11
ພະເຢໂຫວາຢາກໃຫ້ເຈົ້າມີຄວາມສຸກ
“ພະເຢໂຫວາເວົ້າວ່າ: ‘ເຮົາຮູ້ວ່າເຮົາຕັ້ງໃຈຈະໃຫ້ຫຍັງກັບພວກເຈົ້າ. ເຮົາຢາກໃຫ້ພວກເຈົ້າມີຊີວິດທີ່ສະຫງົບສຸກແລະບໍ່ຢາກໃຫ້ພວກເຈົ້າເຈິແນວບໍ່ດີ. ເຮົາຈະໃຫ້ພວກເຈົ້າມີອະນາຄົດທີ່ດີແລະມີຄວາມຫວັງ. ພວກເຈົ້າຈະເອີ້ນເຮົາແລະຈະມາອະທິດຖານຫາເຮົາ ແລະເຮົາຈະຟັງພວກເຈົ້າ.’”—ເຢເຣມີຢາ 29:11, 12
“ໃຫ້ໃກ້ຊິດກັບພະເຈົ້າ ແລ້ວເພິ່ນຈະໃກ້ຊິດກັບພວກເຈົ້າ.”—ຢາໂກໂບ 4:8