ຄຳພີໄບເບິນປ່ຽນຊີວິດ
ຍິງສາວທີ່ບໍ່ເຄີຍສົນໃຈເລື່ອງພະເຈົ້າແລະມີໂອກາດກ້າວໜ້າໃນວຽກອາຊີບທີ່ມີກຽດມາພົບຈຸດມຸ່ງໝາຍໃນຊີວິດໄດ້ແນວໃດ? ຊາຍໜຸ່ມທີ່ເປັນກາໂຕລິກໄດ້ຮຽນຮູ້ຫຍັງກ່ຽວກັບຄວາມຕາຍເຊິ່ງເຮັດໃຫ້ລາວປ່ຽນແນວທາງຊີວິດ? ແລະຊາຍໜຸ່ມຄົນໜຶ່ງທີ່ເຄີຍຜິດຫວັງກ່ຽວກັບຊີວິດໄດ້ຮຽນຮູ້ຫຍັງໃນເລື່ອງພະເຈົ້າເຊິ່ງເຮັດໃຫ້ລາວປ່ຽນມາເປັນຜູ້ປະກາດຂ່າວດີ? ຂໍໃຫ້ອ່ານເລື່ອງທີ່ເຂົາເຈົ້າຈະເລົ່າ.
“ຂ້ອຍສົງໄສມາຕະຫຼອດວ່າເຮົາເກີດມາເຮັດຫຍັງ?’”—ໂຣຊາລິນ ຈອນ
ເກີດປີ: 1963
ເກີດຢູ່ປະເທດ: ອັງກິດ
ອະດີດ: ມີອາຊີບທີ່ມີກຽດ
ຊີວິດທີ່ຜ່ານມາ:
ຂ້ອຍເກີດຢູ່ຄອຍດອນເມືອງນ້ອຍໆຢູ່ທາງໃຕ້ຂອງລອນດອນ ແລະເປັນລູກຜູ້ທີ 6 ໃນຄອບຄົວທີ່ມີອ້າຍເອື້ອຍນ້ອງ 9 ຄົນ. ພໍ່ແມ່ຂອງຂ້ອຍຍ້າຍມາຈາກເກາະເຊນວິນເຊັນໃນໝູ່ເກາະຄາເລບຽນ. ແມ່ຂ້ອຍໄປໂບດເມທໍດິດສ໌. ຂ້ອຍບໍ່ສົນໃຈທີ່ຈະຮຽນຮູ້ເລື່ອງພະເຈົ້າເລີຍເຖິງວ່ານິດໄສສ່ວນໂຕຂ້ອຍເປັນຄົນມັກການຮຽນຮູ້. ຕອນປິດເທີມຂ້ອຍມັກຢືມປຶ້ມຫຼາຍໆຫົວຢູ່ຫ້ອງສະໝຸດໄປອ່ານຢູ່ທະເລສາບໃກ້ເຮືອນ.
ຫຼາຍປີຫຼັງຈາກຮຽນຈົບຊັ້ນມັດທະຍົມຕອນປາຍ ຂ້ອຍກໍເຫັນວ່າໃນໃຈແທ້ໆຂ້ອຍຢາກຊ່ວຍເຫຼືອຄົນດ້ອຍໂອກາດ. ຂ້ອຍເລີ່ມເຮັດວຽກກັບອົງການທີ່ຊ່ວຍເຫຼືອຄົນບໍ່ມີເຮືອນຢູ່ ຄົນພິການ ແລະຄົນທີ່ມີຂໍ້ບົກພ່ອງດ້ານການຮຽນຮູ້. ຕອນນັ້ນຂ້ອຍໄປຮຽນດ້ານວິທະຍາສາດສຸຂະພາບຢູ່ມະຫາວິທະຍາໄລແຫ່ງໜຶ່ງ. ຫຼັງຈາກຮຽນຈົບ ຂ້ອຍຖືກເລື່ອນຕຳແໜ່ງສູງຂຶ້ນເລື້ອຍໆໂດຍບໍ່ຄິດບໍ່ຝັນມາກ່ອນ ແລະເລີ່ມໃຊ້ຊີວິດແບບຫຼູຫຼາຟູມເຟືອຍ. ຂ້ອຍເປັນທີ່ປຶກສາດ້ານການບໍລິຫານແລະເປັນນັກວິໄຈສັງຄົມທີ່ເຮັດວຽກແບບອິດສະຫຼະ. ສະນັ້ນ ຂ້ອຍຈຶ່ງເຮັດວຽກຢູ່ໃສກໍໄດ້ພຽງແຕ່ມີຄອມພິວເຕີແລັບທ໋ອບກັບສັນຍານອິນເຕີເນັດ. ຂ້ອຍມັກເດີນທາງໄປຕ່າງປະເທດເທື່ອລະສອງສາມອາທິດ ພັກໃນໂຮງແຮມທີ່ຫຼູໆທີ່ຂ້ອຍມັກ ແລະເຂົ້າສະປາກັບຟິດເນັດເພື່ອເຮັດໃຫ້ຫຸ່ນດີແລະສຸຂະພາບແຂງແຮງຢູ່ສະເໝີ. ຂ້ອຍຄິດວ່ານີ້ແຫຼະຄືຄວາມສຸກຂອງຊີວິດ. ແຕ່ຂ້ອຍກໍຍັງເປັນຫ່ວງເພື່ອນມະນຸດທີ່ທຸກຍາກແລະຖືກກົດຂີ່.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ຂ້ອຍສົງໄສມາຕະຫຼອດວ່າ ‘ເຮົາເກີດມາເຮັດຫຍັງ ແລະອັນໃດແມ່ນຈຸດມຸ່ງໝາຍຂອງຊີວິດ?’ ແຕ່ຂ້ອຍບໍ່ເຄີຍຄິດທີ່ຈະຊອກຫາຄຳຕອບຈາກຄຳພີໄບເບິນ. ມື້ໜຶ່ງໃນປີ 1999 ນ້ອງສາວຂອງຂ້ອຍຊື່ມາກາເຣັດທີ່ເປັນພະຍານພະເຢໂຫວາມາຢາມຂ້ອຍ. ໝູ່ທີ່ມາກັບນ້ອງສາວຖາມເລື່ອງຂອງຂ້ອຍດ້ວຍຄວາມສົນໃຈ. ຂ້ອຍຕົກລົງຮຽນຄຳພີໄບເບິນກັບລາວ. ແຕ່ຂ້ອຍກ້າວໜ້າຊ້າຫຼາຍຍ້ອນວຽກອາຊີບແລະຮູບແບບຊີວິດຂອງຂ້ອຍເຮັດໃຫ້ບໍ່ມີເວລາຫຼາຍປານໃດ.
ຕອນຍາມຮ້ອນໃນປີ 2002 ຂ້ອຍຍ້າຍໄປຢູ່ທາງເວັນຕົກສ່ຽງໃຕ້ຂອງອັງກິດ. ຂ້ອຍເລີ່ມຮຽນຕໍ່ໃນລະດັບປະລິນຍາໂທດ້ານການວິໄຈສັງຄົມ ແລະມີເປົ້າໝາຍທີ່ຈະຮຽນຈົນຈົບປະລິນຍາເອກ. ຂ້ອຍເລີ່ມເຂົ້າຮ່ວມການປະຊຸມຂອງພະຍານພະເຢໂຫວາຢູ່ບ່ອນປະຊຸມທ້ອງຖິ່ນຫຼາຍຂຶ້ນແລະພາລູກຊາຍທີ່ຍັງນ້ອຍໄປນຳ. ເຖິງວ່າຈະມີຄວາມສຸກກັບການຮຽນຢູ່ມະຫາວິທະຍາໄລ ແຕ່ການຮຽນຄຳພີໄບເບິນຊ່ວຍຂ້ອຍໃຫ້ເຂົ້າໃຈບັນຫາຊີວິດໄດ້ດີກວ່າແລະຍັງຮູ້ວິທີແກ້ບັນຫາເຫຼົ່ານັ້ນນຳ. ຂ້ອຍເຫັນວ່າຄຳເວົ້າໃນມັດທາຍ 6:24 ເປັນຄວາມຈິງຍ້ອນໃນຂໍ້ນັ້ນບອກວ່າ ເຮົາບໍ່ສາມາດເປັນທາດຂອງນາຍສອງຄົນໄດ້. ເຮົາຕ້ອງເລືອກວ່າຈະເປັນທາດຂອງພະເຈົ້າຫຼືທາດຂອງເງິນຄຳ. ຂ້ອຍຮູ້ວ່າຂ້ອຍຕ້ອງຕັດສິນໃຈວ່າຈະໃຫ້ອັນໃດສຳຄັນທີ່ສຸດໃນຊີວິດ.
ກ່ອນໜ້ານັ້ນໜຶ່ງປີ ຂ້ອຍມັກຈະໄປຮຽນຄຳພີໄບເບິນຢູ່ເຮືອນຂອງພະຍານພະເຢໂຫວາເຊິ່ງຈັດເປັນກຸ່ມນ້ອຍໆໂດຍໃຊ້ປຶ້ມຜູ້ສ້າງທີ່ສົນໃຈໃນໂຕເຈົ້າມີບໍ?a ຂ້ອຍເລີ່ມເຊື່ອວ່າມີພຽງພະເຢໂຫວາຜູ້ສ້າງອົງດຽວເທົ່ານັ້ນທີ່ຮູ້ວິທີແກ້ໄຂບັນຫາຕ່າງໆຂອງມະນຸດ. ແຕ່ຢູ່ມະຫາວິທະຍາໄລສອນວ່າບໍ່ຈຳເປັນຕ້ອງເຊື່ອເລື່ອງຜູ້ສ້າງເພື່ອຈະເຂົ້າໃຈຄວາມໝາຍເລື່ອງຊີວິດ. ຂ້ອຍໃຈຮ້າຍຫຼາຍ. ສອງເດືອນຕໍ່ມາ ຂ້ອຍລາອອກຈາກມະຫາວິທະຍາໄລແລະຕັດສິນໃຈທຸ່ມເທເວລາໃຫ້ກັບການຮຽນຄຳພີໄບເບິນຫຼາຍຂຶ້ນ.
ຂໍ້ພະຄຳພີທີ່ກະຕຸ້ນໃຈຂ້ອຍໃຫ້ປ່ຽນແປງຮູບແບບຊີວິດແມ່ນສຸພາສິດ 3:5, 6 ທີ່ບອກວ່າ: “ໃຫ້ໄວ້ວາງໃຈພະເຢໂຫວາສຸດຫົວໃຈຂອງລູກແລະຢ່າເພິ່ງຄວາມເຂົ້າໃຈຂອງໂຕເອງ. ບໍ່ວ່າລູກຈະເຮັດຫຍັງກໍໃຫ້ຄິດເຖິງເພິ່ນສະເໝີ ແລ້ວເພິ່ນຈະບອກທາງທີ່ຖືກຕ້ອງໃຫ້ລູກ.” ການຮຽນຮູ້ກ່ຽວກັບພະເຈົ້າຜູ້ທີ່ມີຄວາມຮັກເຮັດໃຫ້ມີຄວາມສຸກຫຼາຍກວ່າການມີຖານະຮັ່ງມີຫຼືມີກຽດຍ້ອນຈົບດ໋ອກເຕີ້. ແຮ່ງໄດ້ຮຽນຮູ້ກ່ຽວກັບຄວາມຕ້ອງການຂອງພະເຢໂຫວາກ່ຽວກັບໂລກນີ້ແລະບົດບາດຂອງພະເຢຊູທີ່ໄດ້ເສຍສະຫຼະຊີວິດເພື່ອພວກເຮົາ ຂ້ອຍກໍແຮ່ງຢາກອຸທິດຊີວິດຂອງຂ້ອຍໃຫ້ຜູ້ສ້າງ. ຂ້ອຍຮັບບັບເຕມາເດືອນເມສາ ປີ 2003. ຫຼັງຈາກນັ້ນ ຂ້ອຍກໍຄ່ອຍໆປັບປ່ຽນຊີວິດໃຫ້ຮຽບງ່າຍຂຶ້ນ.
ປະໂຫຍດທີ່ໄດ້ຮັບ:
ການເປັນໝູ່ກັບພະເຢໂຫວາເປັນສິດທິພິເສດທີ່ບໍ່ມີຫຍັງທຽບໄດ້. ການໄດ້ຮູ້ຈັກເພິ່ນເຮັດໃຫ້ຂ້ອຍມີໃຈທີ່ສະຫງົບແລະມີຄວາມຍິນດີ. ນອກຈາກນີ້ ຂ້ອຍມີຄວາມສຸກຫຼາຍທີ່ໄດ້ຄົບຫາກັບຜູ້ທີ່ນະມັດສະການພະເຈົ້າແທ້ໆ.
ຂ້ອຍຍັງມັກຮຽນຮູ້ເລື່ອງໃໝ່ໆຢູ່ສະເໝີ ແລະຂ້ອຍໄດ້ຮັບຄວາມຮູ້ແບບຈຸໃຈເມື່ອຮຽນຄຳພີໄບເບິນແລະເຂົ້າຮ່ວມການປະຊຸມ. ຂ້ອຍມັກບອກຄົນອື່ນກ່ຽວກັບຄວາມເຊື່ອຂອງຂ້ອຍ. ການປະກາດກາຍເປັນວຽກຫຼັກຂອງຂ້ອຍ. ວຽກນີ້ເຮັດໃຫ້ຂ້ອຍສາມາດຊ່ວຍຄົນອື່ນໃຫ້ມີຊີວິດທີ່ດີຂຶ້ນໄດ້ຢ່າງແທ້ຈິງແລະມີຄວາມຫວັງທີ່ດີກ່ຽວກັບຊີວິດໃນໂລກໃໝ່. ຕັ້ງແຕ່ເດືອນມິຖຸນາ ປີ 2008 ຂ້ອຍເລີ່ມຮັບໃຊ້ເຕັມເວລາ ແລະວຽກນີ້ເຮັດໃຫ້ຂ້ອຍມີຄວາມສຸກແລະອີ່ມໃຈພໍໃຈຫຼາຍກວ່າແຕ່ກ່ອນ. ຂ້ອຍໄດ້ພົບຈຸດມຸ່ງໝາຍທີ່ແທ້ຈິງຂອງຊີວິດ ຍ້ອນແນວນີ້ຂ້ອຍຈຶ່ງຮູ້ສຶກຂອບໃຈພະເຢໂຫວາຫຼາຍແທ້ໆ.
“ການຕາຍຂອງໝູ່ເຮັດໃຫ້ຂ້ອຍສະເທືອນໃຈຫຼາຍ.”—ໂຣມັນ ອີເນດສ໌ເບີເກີ້
ເກີດປີ: 1973
ເກີດຢູ່ປະເທດ: ອົດສະຕຣາລີ
ອະດີດ: ນັກພະນັນ
ຊີວິດທີ່ຜ່ານມາ:
ຂ້ອຍໃຫຍ່ຢູ່ໃນບຣາວນາວເມືອງນ້ອຍໆຂອງອົດສະຕຣາລີ. ເຮືອນຂອງເຮົາຢູ່ເຂດຄົນລວຍແລະບໍ່ຄ່ອຍມີການລັກແລະປຸ້ນຈີ້. ຄອບຄົວຂ້ອຍເປັນກາໂຕລິກ ຂ້ອຍຈຶ່ງນັບຖືສາສະໜານີ້ມາຕັ້ງແຕ່ເກີດ.
ຕອນເປັນເດັກນ້ອຍ ມີເຫດການໜຶ່ງທີ່ສົ່ງຜົນກະທົບຕໍ່ຊີວິດຂ້ອຍຫຼາຍ. ມື້ໜຶ່ງໃນປີ 1984 ຕອນນັ້ນຂ້ອຍໄດ້ 11 ປີ. ຂ້ອຍຈື່ໄດ້ວ່າຂ້ອຍຫຼິ້ນເຕະບານກັບໝູ່ສະໜິດຄົນໜຶ່ງ ແລ້ວຕອນບ່າຍມື້ນັ້ນລາວກໍເສຍຊີວິດຍ້ອນອຸບັດຕິເຫດທາງລົດ. ການຕາຍຂອງໝູ່ເຮັດໃຫ້ຂ້ອຍສະເທືອນໃຈຫຼາຍ. ຫຼາຍປີຫຼັງຈາກອຸບັດຕິເຫດເທື່ອນັ້ນ ຂ້ອຍກໍຍັງຄິດຢູ່ວ່າເກີດຫຍັງຂຶ້ນເມື່ອຄົນເຮົາຕາຍ.
ຫຼັງຈາກຮຽນຈົບຂ້ອຍໄດ້ເຮັດວຽກເປັນຊ່າງໄຟຟ້າ. ເຖິງວ່າຂ້ອຍຈະຕິດການພະນັນເອົາແທ້ເອົາວ່າແລະລົງເງິນເທື່ອລະຫຼາຍໆ ແຕ່ຂ້ອຍກໍບໍ່ເຄີຍມີບັນຫາເລື່ອງເງິນ. ຂ້ອຍມັກຫຼິ້ນກິລາຫຼາຍແລະເລີ່ມຫຼົງໄຫຼດົນຕີເຮວີເມໂທ້ກັບພັງຣ໋ອກ. ຂ້ອຍມັກໄປເທັກກັບງານປາຕີ້ເປັນຊີວິດຈິດໃຈ. ຂ້ອຍໃຊ້ຊີວິດແບບສະໜຸກສະໜານແລະບໍ່ມີສິນທຳ ແຕ່ຊີວິດຂ້ອຍກໍຍັງວ່າງເປົ່າບໍ່ມີຈຸດມຸ່ງໝາຍ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ໃນປີ 1995 ພະຍານພະເຢໂຫວາທີ່ສູງອາຍຸຄົນໜຶ່ງໄດ້ມາເຄາະປະຕູເຮືອນຂ້ອຍແລະໄດ້ສະເໜີປຶ້ມຫົວໜຶ່ງທີ່ມີຄຳຕອບມາຈາກຄຳພີໄບເບິນສຳລັບຄຳຖາມທີ່ວ່າເມື່ອເຮົາຕາຍແລ້ວເປັນແນວໃດ? ການຕາຍຂອງໝູ່ຮັກຕອນທີ່ຂ້ອຍຍັງນ້ອຍຍັງຝັງໃຈຂ້ອຍຢູ່ ຂ້ອຍຈຶ່ງຮັບເອົາປຶ້ມນັ້ນມາອ່ານ. ຂ້ອຍອ່ານປຶ້ມຫົວນັ້ນຕັ້ງແຕ່ຕົ້ນຈົນຈົບ ບໍ່ແມ່ນສະເພາະບົດທີ່ເວົ້າເຖິງຄວາມຕາຍເທົ່ານັ້ນ.
ຂ້ອຍໄດ້ຄຳຕອບກ່ຽວກັບຄວາມຕາຍຈາກປຶ້ມຫົວນັ້ນ. ແຕ່ຂ້ອຍໄດ້ຮຽນຮູ້ຫຼາຍກວ່ານັ້ນອີກ. ຍ້ອນຂ້ອຍໃຫຍ່ໃນຄອບຄົວທີ່ເປັນກາໂຕລິກ ພະເຢຊູຈຶ່ງເປັນຄົນສຳຄັນໃນຄວາມເຊື່ອຂອງຂ້ອຍ. ແນວໃດກໍຕາມ ການຮຽນຄຳພີໄບເບິນແບບລະອຽດຊ່ວຍຂ້ອຍພັດທະນາສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາຜູ້ເປັນພໍ່ຂອງພະເຢຊູ. ຂ້ອຍປະທັບໃຈທີ່ໄດ້ຮູ້ວ່າພະເຢໂຫວາບໍ່ແມ່ນພະເຈົ້າທີ່ລຶກລັບຫຼືຢູ່ຫ່າງໄກຈາກມະນຸດ ແຕ່ເພິ່ນເຕັມໃຈເປີດເຜີຍໂຕເອງໃຫ້ຄົນທີ່ຊອກຫາເພິ່ນໄດ້ຮູ້ຈັກ. (ມັດທາຍ 7:7-11) ຂ້ອຍໄດ້ຮຽນຮູ້ວ່າພະເຢໂຫວາມີຄວາມຮູ້ສຶກ ແລະເພິ່ນເຮັດຕາມທີ່ເວົ້າໄວ້ສະເໝີ. ເລື່ອງນີ້ເຮັດໃຫ້ຂ້ອຍສົນໃຈຮຽນຄຳພະຍາກອນໃນຄຳພີໄບເບິນຢ່າງຈິງຈັງ ແລະຄົ້ນຄວ້າວ່າຄຳພະຍາກອນເຫຼົ່ານັ້ນໄດ້ເກີດຂຶ້ນແທ້ແນວໃດ. ການສຶກສາຄົ້ນຄວ້າແບບນັ້ນເຮັດໃຫ້ຂ້ອຍມີຄວາມເຊື່ອໃນພະເຢໂຫວາຫຼາຍຂຶ້ນ.
ບໍ່ດົນ ຂ້ອຍກໍເຫັນວ່າມີພະຍານພະເຢໂຫວາພຽງກຸ່ມດຽວເທົ່ານັ້ນທີ່ສົນໃຈແລະຢາກຊ່ວຍຄົນອື່ນໃຫ້ເຂົ້າໃຈຄຳພີໄບເບິນແທ້ໆ. ຂ້ອຍຈົດຂໍ້ພະຄຳພີທີ່ເວົ້າເຖິງໃນປຶ້ມຕ່າງໆຂອງພະຍານພະເຢໂຫວາ ແລະເປີດເບິ່ງໃນພະຄຳພີກາໂຕລິກຂອງຂ້ອຍ. ແຮ່ງສຶກສາຄົ້ນຄວ້າຫຼາຍເທົ່າໃດ ຂ້ອຍກໍແຮ່ງໝັ້ນໃຈວ່າໄດ້ພົບຄວາມຈິງແລ້ວ.
ການຮຽນຄຳພີໄບເບິນເຮັດໃຫ້ຂ້ອຍຮູ້ວ່າພະເຢໂຫວາຢາກໃຫ້ຂ້ອຍໃຊ້ຊີວິດຕາມມາດຕະຖານຂອງເພິ່ນ. ເມື່ອອ່ານເອເຟໂຊ 4:22-24 ຂ້ອຍໄດ້ເຫັນວ່າຂ້ອຍຕ້ອງປະຖິ້ມ “ນິດໄສເກົ່າ” ທີ່ເປັນ “ແບບທີ່ເຄີຍໃຊ້ຊີວິດແຕ່ກີ້” ແລະຂ້ອຍຕ້ອງ “ປູກຝັງນິດໄສໃໝ່ທີ່ຖືກສ້າງຂຶ້ນຕາມທີ່ພະເຈົ້າຕ້ອງການ.” ຂ້ອຍຈຶ່ງເຊົາໃຊ້ຊີວິດແບບຜິດສິນລະທຳ. ນອກຈາກນັ້ນ ຂ້ອຍຮູ້ວ່າຕ້ອງເຊົາຫຼິ້ນການພະນັນຍ້ອນນິດໄສແບບນັ້ນເຮັດໃຫ້ຂ້ອຍກາຍເປັນຄົນໂລບແລະນິຍົມວັດຖຸ. (1 ໂກຣິນໂທ 6:9, 10) ຂ້ອຍຮູ້ວ່າຖ້າຈະເຊົານິດໄສເຫຼົ່ານີ້ ຂ້ອຍຕ້ອງເຊົາຫຼິ້ນກັບໝູ່ເກົ່າ ແລະຊອກໝູ່ໃໝ່ທີ່ມີມາດຕະຖານຊີວິດແບບດຽວກັນ.
ບໍ່ງ່າຍເລີຍທີ່ຈະປ່ຽນແປງໂຕເອງແບບນັ້ນ. ແຕ່ຂ້ອຍເລີ່ມເຂົ້າຮ່ວມປະຊຸມກັບພະຍານພະເຢໂຫວາຢູ່ບ່ອນປະຊຸມແລະຄົບຫາກັບໝູ່ໃໝ່ໃນປະຊາຄົມ. ນອກຈາກນັ້ນ ຂ້ອຍຍັງຮຽນຄຳພີໄບເບິນເປັນສ່ວນໂຕຢ່າງຈິງຈັງຕໍ່ໄປ. ທັງໝົດນີ້ເຮັດໃຫ້ຂ້ອຍປ່ຽນຄວາມມັກໃນເລື່ອງດົນຕີ ປ່ຽນເປົ້າໝາຍໃນຊີວິດ ແລະການແຕ່ງໂຕສຸພາບຮຽບຮ້ອຍຂຶ້ນ ໃນປີ 1995 ຂ້ອຍໄດ້ຮັບບັບເຕມາເປັນພະຍານພະເຢໂຫວາ.
ປະໂຫຍດທີ່ໄດ້ຮັບ:
ຕອນນີ້ຂ້ອຍມີຄວາມຄິດທີ່ສົມດຸນໃນເລື່ອງເງິນແລະຊັບສົມບັດວັດຖຸ. ຂ້ອຍເຄີຍເປັນຄົນໃຈຮ້ອນ ແຕ່ຕອນນີ້ໃຈເຢັນລົງຫຼາຍ ແລະຂ້ອຍບໍ່ອຸກໃຈກັບອະນາຄົດຄືແຕ່ກີ້.
ຂ້ອຍດີໃຈທີ່ໄດ້ເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງຢູ່ທົ່ວໂລກທີ່ກຳລັງຮັບໃຊ້ພະເຢໂຫວາ. ພີ່ນ້ອງຫຼາຍຄົນຕ້ອງຕໍ່ສູ້ກັບບັນຫາຫຼາຍຢ່າງ ແຕ່ເຂົາເຈົ້າກໍຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່. ຂ້ອຍມີຄວາມສຸກຫຼາຍທີ່ຕອນນີ້ຂ້ອຍໃຊ້ເວລາແລະເຫື່ອແຮງທັງໝົດເພື່ອນະມັດສະການພະເຢໂຫວາແລະເຮັດສິ່ງທີ່ເປັນປະໂຫຍດຕໍ່ຄົນອື່ນແທນທີ່ຈະສະໜອງຄວາມຕ້ອງການຂອງໂຕເອງ.
“ໃນທີ່ສຸດຂ້ອຍກໍພົບຈຸດມຸ່ງໝາຍຂອງຊີວິດ.”—ອຽນ ຄິງ
ເກີດປີ: 1963
ເກີດຢູ່ປະເທດ: ອັງກິດ
ອະດີດ: ຜິດຫວັງກັບຊີວິດ
ຊີວິດທີ່ຜ່ານມາ:
ຂ້ອຍເກີດຢູ່ອັງກິດ ແຕ່ຕອນອາຍຸ 7 ປີ ຄອບຄົວຂອງຂ້ອຍໄດ້ຍ້າຍໄປຢູ່ອົດສະຕຣາລີ. ເຮົາຕັ້ງຖິ່ນຖານຢູ່ເມືອງໂກລໂຄດສ໌ທີ່ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລັດຄວີນສະແລນ ປະເທດອົດສະຕຣາລີ. ຄອບຄົວຂອງເຮົາບໍ່ໄດ້ລວຍ ແຕ່ເຮົາກໍບໍ່ເຄີຍຂາດສິ່ງຈຳເປັນໃນຊີວິດ.
ເຖິງວ່າຂ້ອຍເຕີບໃຫຍ່ມາແບບສຸກສະບາຍ ແຕ່ຂ້ອຍກໍບໍ່ເຄີຍມີຄວາມສຸກແທ້ໆ. ຂ້ອຍຮູ້ສຶກຜິດຫວັງກັບຊີວິດ. ພໍ່ຂ້ອຍມັກກິນເຫຼົ້າ. ຂ້ອຍບໍ່ຮັກພໍ່ປານໃດຍ້ອນເພິ່ນມັກກິນເຫຼົ້າແລະໃຊ້ຄວາມຮຸນແຮງກັບແມ່. ແຕ່ເມື່ອຂ້ອຍໄດ້ຮູ້ນຳຫຼັງວ່າພໍ່ເຄີຍຜ່ານປະສົບການທີ່ໂຫດຮ້າຍຫຼາຍຢ່າງຕອນທີ່ເປັນທະຫານຢູ່ມາລາຢາ ຂ້ອຍຈຶ່ງເຂົ້າວ່າເປັນຫຍັງເພິ່ນຈຶ່ງເປັນຄົນແນວນັ້ນ.
ຂ້ອຍເລີ່ມມີນິດໄສກິນເຫຼົ້າຫຼາຍຕອນຮຽນຢູ່ມັດທະຍົມຕອນປາຍ. ຕອນອາຍຸ 16 ປີ ຂ້ອຍກໍອອກໂຮງຮຽນໄປເປັນທະຫານໃນກອງທັບເຮືອ. ຂ້ອຍລອງເສບຢາຫຼາຍຊະນິດແລະເລີ່ມຕິດຢາສູບ. ຂ້ອຍຕິດເຫຼົ້າຫຼາຍຂຶ້ນເລື້ອຍໆຈົນເກືອບຂາດບໍ່ໄດ້. ຈາກທີ່ເຄີຍກິນຈົນເມົາສະເພາະແຕ່ວັນເສົາວັນທິດກໍກາຍເປັນກິນທຸກມື້.
ຕອນກຳລັງຊິກາຍໄວລຸ້ນຈົນຮອດອາຍຸ 20 ປີຕົ້ນໆ ຂ້ອຍເລີ່ມສົງໄສວ່າພະເຈົ້າມີແທ້ບໍ. ຂ້ອຍຄິດວ່າ ‘ຖ້າພະເຈົ້າມີແທ້ ເປັນຫຍັງເພິ່ນຍອມໃຫ້ມີຄວາມທຸກ ແລະເປັນຫຍັງຄົນເຮົາຕ້ອງຕາຍ?’ ຂ້ອຍເຮັດເຖິງຂັ້ນແຕ່ງກອນຕຳໜິພະເຈົ້າທີ່ປ່ອຍໃຫ້ມີຄວາມຊົ່ວຮ້າຍເກີດຂຶ້ນໃນໂລກ.
ຂ້ອຍລາອອກຈາກກອງທັບເຮືອຕອນອາຍຸ 23 ປີ. ຫຼັງຈາກນັ້ນ ຂ້ອຍປ່ຽນວຽກເລື້ອຍໆແລະເຖິງຂັ້ນເດີນທາງໄປທ່ຽວຕ່າງປະເທດເປັນເວລາ 1 ປີ ແຕ່ຂ້ອຍກໍຍັງຮູ້ສຶກຜິດຫວັງກັບຊີວິດຢູ່. ຂ້ອຍບໍ່ເຄີຍຄິດຈະຕັ້ງເປົ້າໝາຍຫຼືຢາກປະສົບຜົນສຳເລັດໃນຊີວິດ. ບໍ່ມີຫຍັງເຮັດໃຫ້ຂ້ອຍຕື່ນເຕັ້ນແລະມີຄວາມສຸກໄດ້ແທ້ໆ. ຄວາມຄິດທີ່ຈະມີເຮືອນເປັນຂອງໂຕເອງ ມີວຽກທີ່ໝັ້ນຄົງ ແລະໄດ້ເລື່ອນຕຳແໜ່ງສູງໆ ເປັນເລື່ອງທີ່ບໍ່ມີປະໂຫຍດສຳລັບຂ້ອຍ. ມີແຕ່ເຫຼົ້າແລະສຽງເພງເທົ່ານັ້ນທີ່ເຮັດໃຫ້ຂ້ອຍ “ມີຄວາມສຸກ.”
ຂ້ອຍຍັງຈື່ເຫດການຕອນນັ້ນໄດ້ທີ່ເຮັດໃຫ້ຂ້ອຍຢາກຄົ້ນຫາຈຸດມຸ່ງໝາຍຂອງຊີວິດ. ຂ້ອຍຢູ່ໂປໂລຍ ກຳລັງເບິ່ງຄ້າຍກັກກັນທີ່ມີຊື່ສຽງເລື່ອງຄວາມໂຫດຮ້າຍໃນເມືອງເອົາສ໌ວິດ. ຂ້ອຍເຄີຍອ່ານເລື່ອງການທໍລະມານນັກໂທດໃນຄ້າຍນີ້. ແຕ່ເມື່ອຂ້ອຍໄດ້ມາຢືນຢູ່ບ່ອນນີ້ແລະເຫັນວ່າຄ້າຍນີ້ໃຫຍ່ຫຼາຍສ່ຳໃດ ຂ້ອຍຮູ້ສຶກສະເທືອນໃຈຈົນເວົ້າບໍ່ອອກ ຂ້ອຍບໍ່ເຂົ້າໃຈເລີຍວ່າມະນຸດເຮັດສິ່ງທີ່ໂຫດຮ້າຍແບບນັ້ນຕໍ່ມະນຸດໄດ້ແນວໃດ. ຂ້ອຍຈື່ໄດ້ວ່າຂ້ອຍນ້ຳຕາຫຸ້ມປໍ້ຕອນທີ່ຍ່າງອ້ອມຄ້າຍນັ້ນ ແລະຖາມໂຕເອງວ່າ ‘ເປັນຫຍັງ?’
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ໃນປີ 1993 ເມື່ອກັບມາຈາກຕ່າງປະເທດແລ້ວ. ຂ້ອຍເລີ່ມອ່ານຄຳພີໄບເບິນເພື່ອຄົ້ນຫາຄຳຕອບ. ຫຼັງຈາກນັ້ນບໍ່ດົນ ພະຍານພະເຢໂຫວາ 2 ຄົນມາເຮືອນຂ້ອຍ ແລະຊວນຂ້ອຍໄປຮ່ວມການປະຊຸມໃຫຍ່ທີ່ຈັດຢູ່ສະໜາມກິລາໃກ້ເຮືອນ. ຂ້ອຍຕັດສິນໃຈວ່າຈະໄປ.
ຂ້ອຍເຄີຍໄປເບິ່ງການແຂ່ງຂັນຢູ່ສະໜາມກິລານັ້ນຕອນສອງສາມເດືອນກ່ອນ ແຕ່ບັນຍາກາດຕອນນັ້ນກັບຕອນນີ້ຕ່າງກັນຫຼາຍ. ພະຍານພະເຢໂຫວາສຸພາບແລະແຕ່ງໂຕຮຽບຮ້ອຍ ແລະເດັກນ້ອຍກໍມີມາລະຍາດດີ. ແຕ່ພາບທີ່ຂ້ອຍເຫັນຕອນພັກທ່ຽງເຮັດໃຫ້ຂ້ອຍຮູ້ສຶກປະທັບໃຈຫຼາຍ. ພະຍານພະເຢໂຫວາຫຼາຍຮ້ອຍຄົນນັ່ງກິນເຂົ້ານຳກັນຢູ່ໃນເດີ່ນ ແຕ່ເມື່ອເຂົາເຈົ້າລຸກອອກໄປຂ້ອຍບໍ່ເຫັນຂີ້ເຫຍື້ອແມ່ນແຕ່ອັນດຽວຢູ່ໃນເດີ່ນນັ້ນ! ສຳຄັນແມ່ນ ທຸກຄົນທີ່ຢູ່ຫັ້ນເບິ່ງມີຄວາມສຸກແລະສະຫງົບໃຈເຊິ່ງເປັນສິ່ງທີ່ຂ້ອຍຊອກຫາມາຕະຫຼອດຊີວິດ. ຂ້ອຍຈື່ຄຳບັນລະຍາຍທີ່ໄດ້ຟັງໃນມື້ນັ້ນບໍ່ໄດ້ເລີຍ ແຕ່ຄວາມປະພຶດທີ່ດີງາມຂອງພະຍານພະເຢໂຫວາຍັງປະທັບໃຈຂ້ອຍຈົນຮອດທຸກມື້ນີ້.
ຕອນຄ່ຳມື້ນັ້ນ ຂ້ອຍຄິດເຖິງລູກອ້າຍລູກນ້ອງຄົນໜຶ່ງທີ່ມັກອ່ານຄຳພີໄບເບິນແລະຮຽນຫຼາຍສາສະໜາ. ຫຼາຍປີກ່ອນ ລາວບອກຂ້ອຍວ່າພະເຢຊູບອກເວົ້າວ່າ ເຮົາຈະຮູ້ຈັກສາສະໜາແທ້ໄດ້ໂດຍເບິ່ງຈາກສິ່ງທີ່ເຂົາເຈົ້າເຮັດ. (ມັດທາຍ 7:15-20) ຂ້ອຍຄິດວ່າຂ້ອຍໜ້າຈະລອງຮຽນເບິ່ງຈັກໜ້ອຍວ່າອັນໃດເຮັດໃຫ້ພະຍານພະເຢໂຫວາຕ່າງກັນຫຼາຍຈາກສາສະໜາອື່ນ. ນັ້ນເປັນເທື່ອທຳອິດທີ່ຂ້ອຍເລີ່ມເບິ່ງຊີວິດໃນແງ່ດີແລະມີຄວາມຫວັງຂຶ້ນມາ.
ອາທິດຕໍ່ມາ ພະຍານພະເຢໂຫວາ 2 ຄົນທີ່ຊວນຂ້ອຍໄປການປະຊຸມໃຫຍ່ໄດ້ກັບມາຢາມຂ້ອຍອີກ. ເຂົາເຈົ້າຊວນຂ້ອຍຮຽນຄຳພີໄບເບິນແລະຂ້ອຍກໍຕອບຕົກລົງ. ຂ້ອຍເລີ່ມເຂົ້າຮ່ວມການປະຊຸມກັບເຂົາເຈົ້ານຳ.
ການຮຽນຄຳພີໄບເບິນເຮັດໃຫ້ຄວາມຄິດທີ່ຂ້ອຍມີຕໍ່ພະເຈົ້າປ່ຽນໄປແທ້ໆ. ຂ້ອຍໄດ້ຮູ້ວ່າເພິ່ນບໍ່ໄດ້ເປັນຕົ້ນເຫດຂອງຄວາມຊົ່ວຮ້າຍຫຼືຄວາມທຸກ ແລະເພິ່ນເອງກໍເຈັບປວດໃຈເມື່ອເຫັນມະນຸດເຮັດສິ່ງຊົ່ວຮ້າຍ. (ປະຖົມມະການ 6:6, ເພງສັນລະເສີນ 78:40, 41) ຂ້ອຍຕັ້ງໃຈວ່າຈະພະຍາຍາມບໍ່ເຮັດຫຍັງໃຫ້ພະເຢໂຫວາເສຍໃຈ. ຂ້ອຍຢາກເຮັດໃຫ້ເພິ່ນມີຄວາມຍິນດີ. (ສຸພາສິດ 27:11) ຂ້ອຍເຊົາກິນເຫຼົ້າ ເຊົາສູບຢາ ແລະເຊົາໃຊ້ຊີວິດແບບຜິດສິນລະທຳ. ຂ້ອຍຮັບບັບເຕມາເປັນພະຍານພະເຢໂຫວາໃນປີ 1994.
ປະໂຫຍດທີ່ໄດ້ຮັບ:
ຕອນນີ້ຂ້ອຍມີຄວາມສຸກແລະອີ່ມອົກອີ່ມໃຈແທ້ໆ. ຂ້ອຍບໍ່ໄປເພິ່ງເຫຼົ້າເພື່ອແກ້ບັນຫາຊີວິດອີກຕໍ່ໄປ. ແທນທີ່ຈະເຮັດແບບນັ້ນ ຂ້ອຍຮຽນຮູ້ທີ່ຈະຝາກພາລະໄວ້ກັບພະເຢໂຫວາ.—ເພງສັນລະເສີນ 55:22
ສິບປີມາແລ້ວທີ່ຂ້ອຍໄດ້ແຕ່ງດອງກັບພະຍານພະເຢໂຫວາທີ່ໜ້າຮັກຊື່ຄາເຣັນ ແລະມີລູກລ້ຽງທີ່ໜ້າຮັກຊື່ເນລາ. ເຮົາ 3 ຄົນມີຄວາມສຸກທີ່ໄດ້ໄປປະກາດນຳກັນເປັນປະຈຳ ແລະຊ່ວຍຄົນອື່ນໃຫ້ຮຽນຮູ້ຄວາມຈິງກ່ຽວກັບພະເຈົ້າ. ໃນທີ່ສຸດ ຂ້ອຍກໍພົບຈຸດມຸ່ງໝາຍຂອງຊີວິດ.
a ຈັດພິມໂດຍພະຍານພະເຢໂຫວາ