ຄຳພີໄບເບິນປ່ຽນຊີວິດ
“ຂ້ອຍບໍ່ເປັນທາດຄວາມຮຸນແຮງອີກຕໍ່ໄປ”
ເກີດປີ: 1956
ເກີດຢູ່ປະເທດ: ການາດາ
ອະດີດ: ເປັນຄົນໝົດຫວັງ ນອນນຳຜູ້ຍິງຫຼາຍຄົນ ແລະໃຊ້ຄວາມຮຸນແຮງ
ຊີວິດທີ່ຜ່ານມາ
ຂ້ອຍເກີດຢູ່ເມືອງແຄລກາຣີ ລັດອາເບີຕ້າ ປະເທດການາດາ. ຕອນທີ່ຂ້ອຍຍັງເປັນແອນ້ອຍ ພໍ່ກັບແມ່ກໍປະກັນ ແລະແມ່ພາຂ້ອຍໄປຢູ່ເຮືອນພໍ່ເຖົ້າແມ່ເຖົ້າ. ພໍ່ເຖົ້າແມ່ເຖົ້າຮັກຂ້ອຍກັບແມ່ ຂ້ອຍຈຶ່ງເປັນເດັກນ້ອຍທີ່ອາລົມດີ. ຂ້ອຍຍັງຈື່ໄດ້ວ່າຕອນນັ້ນຂ້ອຍມີຄວາມສຸກຫຼາຍແທ້ໆ.
ຕອນອາຍຸ 7 ປີ ຊີວິດຂ້ອຍກໍມາເຖິງຈຸດປ່ຽນແປງ. ແມ່ແຕ່ງດອງກັບພໍ່ຄືນ ແລະເຮົາຍ້າຍໄປຢູ່ເມືອງເຊນຫຼຸຍ ລັດມິຊູຣີ ປະເທດອາເມຣິກາ. ຕອນນັ້ນຂ້ອຍໄດ້ຮູ້ວ່າພໍ່ເປັນຄົນອາລົມຮ້າຍ. ຕົວຢ່າງເຊັ່ນ ຕອນໄປໂຮງຮຽນມື້ທຳອິດ ເມື່ອກັບເມືອເຮືອນພໍ່ເຫັນວ່າຂ້ອຍຖືກຂົ່ມເຫງແລະບໍ່ໄດ້ຕອບໂຕ້ຄືນ ພໍ່ກໍໃຈຮ້າຍຫຼາຍແລະຕີຂ້ອຍໜັກກວ່າຖືກຂົ່ມເຫງຢູ່ໂຮງຮຽນອີກ. ຂ້ອຍຈຶ່ງຈື່ຝັງໃຈວ່າຖ້າຖືກຂົ່ມເຫງອີກກໍຕ້ອງສູ້. ຂ້ອຍເລີ່ມຕີກັບເດັກນ້ອຍຄົນອື່ນຕອນທີ່ອາຍຸພຽງແຕ່ 7 ປີ.
ພໍ່ກັບແມ່ມີບັນຫາກັນເລື້ອຍໆຍ້ອນພໍ່ເປັນຄົນອາລົມຮ້ອນ. ພວກເພິ່ນມັກຜິດກັນສຽງດັງແລະຕົບຕີກັນ. ຕອນອາຍຸ 11 ຂ້ອຍກໍເລີ່ມກິນເຫຼົ້າແລະໃຊ້ຢາເສບຕິດ. ຫຼັງຈາກນັ້ນ ຂ້ອຍກໍນິດໄສເສຍຂຶ້ນເລື້ອຍໆແລະມີເລື່ອງຕີກັນກັບຄົນອື່ນໆຕະຫຼອດ. ເມື່ອຮຽນຈົບມັດທະຍົມຕອນປາຍ ຂ້ອຍກໍກາຍເປັນຄົນມັກຄວາມຮຸນແຮງເລີຍ.
ຕອນອາຍຸ 18 ປີ ຂ້ອຍສະໝັກເຂົ້າເປັນທະຫານໃນກອງທັບເຮືອຂອງອາເມຣິກາ. ຂ້ອຍໄດ້ຮຽນຮູ້ວິທີຂ້າຄົນ. ຫຼັງຈາກເປັນທະຫານໄດ້ 5 ປີ ຂ້ອຍກໍໄດ້ລາອອກໄປຮຽນຈິດຕະວິທະຍາຍ້ອນຢາກເຮັດວຽກກັບເອັບບີໄອ. ຕອນທຳອິດ ຂ້ອຍຮຽນຢູ່ອາເມຣິກາແລ້ວກໍຍ້າຍໄປຮຽນຢູ່ການາດາຍ້ອນຕ້ອງຍ້າຍໄປຢູ່ຫັ້ນ.
ຕອນຮຽນມະຫາວິທະຍາໄລ ຂ້ອຍຮູ້ສຶກໝົດຫວັງໃນໂຕຜູ້ຄົນແລະສິ່ງທີ່ເກີດຂຶ້ນໃນສັງຄົມ. ເບິ່ງຄືວ່າມີແຕ່ຄົນເຫັນແກ່ຕົວ ທຸກຢ່າງເບິ່ງຄືບໍ່ມີຫຍັງດີເລີຍ ບັນຫາທີ່ຄົນທົ່ວໄປເຈິເບິ່ງຄືວ່າບໍ່ມີທາງແກ້. ຂ້ອຍບໍ່ເຊື່ອອີກຕໍ່ໄປວ່າຄົນເຮົາຈະເຮັດໃຫ້ໂລກນີ້ດີຂຶ້ນໄດ້.
ເມື່ອໝົດຫວັງແບບນີ້ ຂ້ອຍກໍເລີຍເສບຢາ ກິນເຫຼົ້າ ຫາແຕ່ເງິນ ແລະມົ້ວສຸມໃນເລື່ອງເຊັກ. ຊີວິດຂ້ອຍມີແຕ່ປາຕີ້ແລະປ່ຽນຄູ່ນອນໄປເລື້ອຍໆ. ຂ້ອຍມັກມີເລື່ອງກັບຄົນອື່ນຍ້ອນໝັ້ນໃຈໃນຝີມືການຕໍ່ສູ້ທີ່ເຄີຍຝຶກມາ. ຂ້ອຍໝັ້ນໃຈວ່າໂຕເອງມີຄວາມຍຸຕິທຳກໍເລີຍຢາກຕີກັບຄົນທີ່ເອົາປຽບຄົນອື່ນ. ທີ່ຈິງ ມັນເຮັດໃຫ້ຂ້ອຍເປັນທາດຄວາມຮຸນແຮງຫຼາຍກວ່າເກົ່າ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ?
ມື້ໜຶ່ງ ຕອນທີ່ຂ້ອຍກັບໝູ່ກຳລັງເມົາຢາຢູ່ຫ້ອງໃຕ້ດິນໃນເຮືອນແລະກຳລັງກຽມເອົາກັນຊາໄປສົ່ງ. ໝູ່ກໍຖາມວ່າຂ້ອຍເຊື່ອໃນພະເຈົ້າບໍ່. ຂ້ອຍຕອບວ່າ: “ຖ້າພະເຈົ້າເປັນຕົ້ນເຫດຂອງຄວາມທຸກໃນໂລກນີ້ ຂ້ອຍກໍບໍ່ຢາກຮູ້ຈັກເພິ່ນດອກ!” ຕອນເຊົ້າຂອງມື້ຕໍ່ມາ ຂ້ອຍໄປເຮັດວຽກມື້ທຳອິດ ມີໝູ່ເຮັດວຽກນຳກັນທີ່ເປັນພະຍານພະເຢໂຫວາຖາມວ່າ: “ເຈົ້າຄິດວ່າພະເຈົ້າເປັນຕົ້ນເຫດຂອງຄວາມທຸກໃນໂລກນີ້ບໍ?” ຂ້ອຍແປກໃຈຫຼາຍທີ່ຕອນນັ້ນລາວຖາມເລື່ອງນີ້ພໍດີ ມັນຈຶ່ງເຮັດໃຫ້ຂ້ອຍສົນໃຈ. ໃນໄລຍະ 6 ເດືອນ ເຮົາລົມກັນຫຼາຍເລື່ອງ ແລະບາງເທື່ອຂ້ອຍກໍຖາມເລື່ອງຍາກໆກ່ຽວກັບຊີວິດ. ລາວກໍໃຫ້ຂ້ອຍເບິ່ງຄຳຕອບຈາກຄຳພີໄບເບິນ.
ຕອນນັ້ນຂ້ອຍຢູ່ກິນກັບຄູ່ໝັ້ນ. ລາວບໍ່ຢາກຮູ້ວ່າຂ້ອຍຮຽນຫຍັງໃນຄຳພີໄບເບິນ. ມື້ໜຶ່ງເປັນວັນອາທິດ ຂ້ອຍບອກລາວວ່າຂ້ອຍຊວນພະຍານພະເຢໂຫວາມາສອນຄຳພີໄບເບິນໃຫ້ເຮົາຢູ່ເຮືອນ. ມື້ຕໍ່ມາ ຂ້ອຍກັບມາແຕ່ເຮັດວຽກກໍເຫັນວ່າລາວຖິ້ມຂ້ອຍໄປແລ້ວແລະຍັງເອົາເຄື່ອງຂອງທຸກຢ່າງໃນເຮືອນໄປນຳ. ຂ້ອຍອອກໄປຮ້ອງໄຫ້ຢູ່ນອກເຮືອນ. ຂ້ອຍຍັງໄດ້ອະທິດຖານຂໍໃຫ້ພະເຈົ້າຊ່ວຍ. ນັ້ນເປັນເທື່ອທຳອິດທີ່ຂ້ອຍເວົ້າຊື່ຂອງພະເຢໂຫວາໃນຄຳອະທິດຖານ.—ເພງສັນລະເສີນ 83:18
ສອງມື້ຕໍ່ມາຂ້ອຍໄດ້ຮຽນຄຳພີໄບເບິນເປັນເທື່ອທຳອິດກັບຜົວເມຍຄູ່ໜຶ່ງທີ່ເປັນພະຍານພະເຢໂຫວາ. ຫຼັງຈາກເຂົາເຈົ້າກັບໄປແລ້ວ ຂ້ອຍກໍອ່ານປຶ້ມທ່ານຈະມີຊີວິດຢູ່ໄດ້ຕະຫຼອດໄປໃນອຸທິຍານເທິງແຜ່ນດິນໂລກຕໍ່ຈົນຈົບໃນຄືນນັ້ນ.a ຂ້ອຍປະທັບໃຈສິ່ງທີ່ໄດ້ຮຽນກ່ຽວກັບພະເຢໂຫວາພະເຈົ້າ ແລະພະເຢຊູລູກຊາຍຂອງເພິ່ນ. ຂ້ອຍໄດ້ຮູ້ວ່າພະເຢໂຫວາເປັນພະເຈົ້າທີ່ເຫັນອົກເຫັນໃຈ ແລະເພິ່ນເຈັບປວດທີ່ເຫັນເຮົາເຈິຄວາມທຸກ. (ເອຊາຢາ 63:9) ຂ້ອຍປະທັບໃຈຄວາມຮັກທີ່ພະເຢໂຫວາມີຕໍ່ຂ້ອຍແລະຄ່າໄຖ່ທີ່ລູກເພິ່ນໄດ້ສະຫຼະເພື່ອຂ້ອຍ. (1 ໂຢຮັນ 4:10) ສຸດທ້າຍຂ້ອຍໄດ້ຮູ້ວ່າພະເຢໂຫວາອົດທົນກັບຂ້ອຍ “ຍ້ອນບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ ແຕ່ຢາກໃຫ້ທຸກຄົນກັບໃຈ.” (2 ເປໂຕ 3:9) ຂ້ອຍຮູ້ເລີຍວ່າພະເຢໂຫວາກຳລັງຊັກນຳຂ້ອຍໃຫ້ມາເປັນໝູ່ກັບເພິ່ນ.—ໂຢຮັນ 6:44
ອາທິດນັ້ນຂ້ອຍກໍເລີ່ມໄປປະຊຸມເລີຍ. ຂ້ອຍຈົ່ງຜົມຍາວ ໃສ່ຕຸ້ມຫູ ແລະເບິ່ງເປັນຕາຢ້ານ ແຕ່ພະຍານພະເຢໂຫວາຕ້ອນຮັບຂ້ອຍຄືກັບເປັນຄົນໃນຄອບຄົວທີ່ບໍ່ໄດ້ເຈິກັນດົນແລ້ວ. ເຂົາເຈົ້າສະແດງຄວາມຮັກແບບຄລິດສະຕຽນແທ້. ຂ້ອຍຮູ້ສຶກຄືກັບໄດ້ກັບໄປຢູ່ນຳພໍ່ເຖົ້າແມ່ເຖົ້າອີກເທື່ອໜຶ່ງແຕ່ໃນບັນຍາກາດທີ່ອົບອຸ່ນກວ່າເກົ່າຫຼາຍ.
ບໍ່ດົນຫຼັງຈາກນັ້ນ ຂ້ອຍກໍເລີ່ມເຮັດຕາມສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນ. ຂ້ອຍຕັດຜົມສັ້ນ ເຊົາມົ້ວຜູ້ຍິງ ເຊົາກິນເຫຼົ້າ ແລະເຊົາໃຊ້ຢາເສບຕິດ. (1 ໂກຣິນໂທ 6:9, 10; 11:14) ຂ້ອຍຢາກເຮັດໃຫ້ພະເຢໂຫວາພໍໃຈ. ສະນັ້ນ ເມື່ອຮູ້ວ່າເພິ່ນບໍ່ມັກບາງຢ່າງທີ່ຂ້ອຍກຳລັງເຮັດ ຂ້ອຍກໍເຊົາເຮັດທັນທີໂດຍບໍ່ມີຂໍ້ອ້າງ. ຂ້ອຍຮູ້ສຶກວ່າສິ່ງທີ່ໄດ້ຮຽນແທງໃຈຂ້ອຍ. ຂ້ອຍບອກໂຕເອງວ່າ: ‘ຂ້ອຍຕ້ອງເຊົາເຮັດແບບນີ້.’ ຂ້ອຍຕັ້ງໃຈປ່ຽນແປງໂຕເອງທັງຄວາມຄິດແລະການກະທຳ. ຂ້ອຍຮູ້ສຶກວ່າຊີວິດດີຂຶ້ນເມື່ອເຮັດຕາມຄຳສອນຂອງພະເຢໂຫວາ. ຂ້ອຍຮັບບັບເຕມາເປັນພະຍານພະເຢໂຫວາໃນວັນທີ 29 ກໍລະກົດ 1989 ຫົກເດືອນຫຼັງຈາກຮຽນຄຳພີໄບເບິນມື້ທຳອິດ.
ປະໂຫຍດທີ່ໄດ້ຮັບ
ຄຳພີໄບເບິນປ່ຽນຂ້ອຍໃຫ້ເປັນຄົນໃໝ່. ແຕ່ກີ້ຂ້ອຍມັກຕອບໂຕ້ຄົນທີ່ເປັນສັດຕູດ້ວຍຄວາມຮຸນແຮງ. ແຕ່ຕອນນີ້ຂ້ອຍພະຍາຍາມຫຼາຍແທ້ໆທີ່ຈະ “ສ້າງຄວາມສະຫງົບສຸກກັບທຸກຄົນ.” (ໂຣມ 12:18) ຂ້ອຍປ່ຽນແປງໂຕເອງໄດ້ຂະໜາດນີ້ກໍຍ້ອນພະເຢໂຫວາ ເພິ່ນໃຫ້ຂ້ອຍໄດ້ຮຽນຄຳພີໄບເບິນແລະໃຫ້ພະລັງບໍລິສຸດກັບຂ້ອຍ.—ຄາລາເຕຍ 5:22, 23, ເຮັບເຣີ 4:12
ແທນທີ່ຈະເປັນທາດຢາເສບຕິດ ຄວາມຮຸນແຮງ ແລະການເຮັດຜິດສິນລະທຳ ຕອນນີ້ຂ້ອຍພະຍາຍາມເຮັດໃຫ້ພະເຢໂຫວາພໍໃຈແລະໃຫ້ສິ່ງທີ່ດີທີ່ສຸດກັບເພິ່ນ ລວມທັງຊ່ວຍໃຫ້ຄົນອື່ນຮູ້ຈັກເພິ່ນນຳ. ຫຼັງຈາກຮັບບັບເຕມາໄດ້ສອງສາມປີ ຂ້ອຍກໍຍ້າຍໄປຊ່ວຍປະເທດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ຕະຫຼອດຫຼາຍປີທີ່ຜ່ານມາ ຂ້ອຍມີຄວາມສຸກທີ່ໄດ້ສອນແລະໄດ້ເຫັນວ່າຄຳພີໄບເບິນຊ່ວຍໃຫ້ຊີວິດຂອງຫຼາຍຄົນດີຂຶ້ນ. ຂ້ອຍດີໃຈທີ່ແມ່ເຂົ້າມາເປັນພະຍານພະເຢໂຫວານຳຍ້ອນເຫັນວ່າຂ້ອຍປ່ຽນແປງໄປໃນທາງທີ່ດີຂຶ້ນທັງຄວາມຄິດແລະການກະທຳ.
ໃນປີ 1999 ຢູ່ປະເທດແອນຊານວາດໍ ຂ້ອຍຈົບຈາກໂຮງຮຽນທີ່ຕອນນີ້ເອີ້ນວ່າໂຮງຮຽນຜູ້ປະກາດການປົກຄອງຂອງພະເຈົ້າ. ໂຮງຮຽນນັ້ນໄດ້ຝຶກຂ້ອຍໃຫ້ພ້ອມນຳໜ້າໃນວຽກປະກາດ ໃຫ້ເປັນຜູ້ສອນທີ່ດີ ແລະເບິ່ງແຍງປະຊາຄົມ. ຕໍ່ມາໃນປີນັ້ນ ຂ້ອຍໄດ້ແຕ່ງດອງກັບເອອູຈີເນຍເຊິ່ງເປັນເມຍທີ່ຂ້ອຍຮັກຫຼາຍ. ເຮົາຮັບໃຊ້ເຕັມເວລານຳກັນຢູ່ປະເທດກົວເຕມາລາ.
ຕອນນີ້ ແທນທີ່ຈະໝົດຫວັງກັບຊີວິດ ຂ້ອຍພັດມີຄວາມສຸກຫຼາຍ. ການເຮັດຕາມຄຳສອນໃນຄຳພີໄບເບິນຊ່ວຍຂ້ອຍບໍ່ໃຫ້ເປັນທາດຂອງການເຮັດຜິດສິນລະທຳທາງເພດແລະຄວາມຮຸນແຮງ. ນອກຈາກນັ້ນ ມັນຍັງຊ່ວຍໃຫ້ຊີວິດຂ້ອຍເຕັມໄປດ້ວຍຄວາມຮັກແທ້ແລະຄວາມສຸກ.
a ຕອນນີ້ ປຶ້ມທີ່ພະຍານພະເຢໂຫວາໃຊ້ສອນຄຳພີໄບເບິນແມ່ນປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ!