ເຂົາເຈົ້າພົບສິ່ງທີ່ດີກວ່າ
ຄລິດສະຕຽນຫຼາຍລ້ານຄົນບໍ່ສະຫຼອງຄລິດສະມາດ. ເຂົາເຈົ້າຮູ້ສຶກແນວໃດທີ່ໄດ້ຕັດສິນໃຈແບບນັ້ນ? ເຂົາເຈົ້າພາດຫຍັງໄປບໍ? ລູກຂອງເຂົາເຈົ້າຮູ້ສຶກຂາດບາງສິ່ງບາງຢ່າງບໍ? ຂໍໃຫ້ອ່ານເບິ່ງວ່າພະຍານພະເຢໂຫວາໃນຫຼາຍປະເທດເວົ້າແນວໃດກ່ຽວກັບເລື່ອງນີ້.
ອີບ
ລະນຶກເຖິງພະເຢຊູຄລິດ: “ກ່ອນທີ່ຂ້ອຍຈະມາເປັນພະຍານພະເຢໂຫວາ ຂ້ອຍບໍ່ຄ່ອຍໄດ້ໄປໂບດເລີຍ. ຂ້ອຍໄປໂບດໃນວັນຄລິດສະມາດຫຼືວັນອິດສະເຕີ້. ເຖິງຈະເປັນແນວນັ້ນ ຂ້ອຍກໍບໍ່ໄດ້ຄິດຫຍັງກ່ຽວກັບພະເຢຊູ. ຕອນນີ້ຂ້ອຍເຊົາສະຫຼອງຄລິດສະມາດແລ້ວ ແຕ່ຂ້ອຍໄປຮ່ວມການປະຊຸມຄລິດສະຕຽນອາທິດລະ 2 ເທື່ອແລະບອກຄົນອື່ນໃຫ້ຮູ້ວ່າຄຳພີໄບເບິນສອນຫຍັງກ່ຽວກັບພະເຢຊູ.”—ອີບ ຈາກອົດສະຕາລີ
ຣູເບັນ
ມີຄວາມສຸກໃນການໃຫ້: “ຂ້ອຍດີໃຈຫຼາຍທີ່ຢູ່ຊື່ໆກໍມີຄົນເອົາຂອງຂວັນໃຫ້. ມັນຕື່ນເຕັ້ນດີ! ນອກຈາກນັ້ນ ຂ້ອຍຍັງມັກເຮັດກາດ ແລະແຕ້ມຮູບລະບາຍສີໃຫ້ຄົນອື່ນ ຍ້ອນມັນເຮັດໃຫ້ເຂົາເຈົ້າຍິ້ມໄດ້ ແລະຂ້ອຍເອງກໍມີຄວາມສຸກນຳ.”—ຣູເບັນ ຈາກໄອແລນເໜືອ
ເອມິລີ
ຊ່ວຍເຫຼືອຄົນທີ່ທຸກຍາກຂາດເຂີນ: “ຄອບຄົວຂອງເຮົາມັກເຮັດຂອງກິນໄປໃຫ້ຄົນທີ່ບໍ່ສະບາຍ.ບາງເທື່ອເຮົາເອົາດອກໄມ້ ເຂົ້າໜົມ ຫຼືຂອງຂວັນເລັກໆນ້ອຍໆໄປຕ້ອນເພື່ອໃຫ້ກຳລັງໃຈເຂົາເຈົ້າ. ເຮົາມັກເຮັດແບບນີ້ຍ້ອນວ່າເຮົາສາມາດໄປຢາມເຂົາເຈົ້າໄດ້ຕະຫຼອດປີ.”—ເອມິລີ ຈາກອົດສະຕາລີ
ເວັນດີ້
ຄອບຄົວຢູ່ພ້ອມໜ້າກັນ: “ເວລາທີ່ເຮົາສັງສັນກັບຍາດຕິພີ່ນ້ອງ ເດັກນ້ອຍກໍຮູ້ຈັກລຸງປ້າອາວອາ ປູ່ຍ່າ ພໍ່ເຖົ້າແມ່ເຖົ້າ ລວມທັງລູກອ້າຍລູກນ້ອງຂອງເຂົາເຈົ້າໃນບັນຍາກາດທີ່ຜ່ອນຄາຍ. ຍ້ອນເຮົາບໍ່ຈຳເປັນຕ້ອງມາຫາກັນສະເພາະຍາມເທດສະການເທົ່ານັ້ນ ເຮົາຈຶ່ງບໍ່ຮູ້ສຶກກົດດັນ ແລະຄອບຄົວຂອງເຮົາກໍຮູ້ວ່າເຮົາໄປຢາມເຂົາເຈົ້າຍ້ອນຮັກເຂົາເຈົ້າ.”—ເວັນດີ້ ຈາກໝູ່ເກາະເຄແມນ
ຊັນດຣາ
ຄວາມສະຫງົບສຸກ: “ໃນຍາມຄລິດສະມາດ ເບິ່ງຄືວ່າຄົນຈະມີວຽກຫຍຸ້ງຫຼາຍຈົນບໍ່ມີເວລາຄິດເລື່ອງຄວາມສະຫງົບສຸກ. ເມື່ອຂ້ອຍໄດ້ມາຮຽນຮູ້ວ່າຄຳພີໄບເບິນມີຄຳສັນຍາຫຍັງສຳລັບມະນຸດ ຂ້ອຍກໍບໍ່ກັງວົນກ່ຽວກັບເລື່ອງນີ້ອີກຕໍ່ໄປ. ຕອນນີ້ຂ້ອຍຮູ້ແລ້ວວ່າລູກຂອງຂ້ອຍຈະມີອະນາຄົດທີ່ດີແນ່ນອນ.”—ຊັນດຣາ ຈາກສະເປນ