ຄຳພີໄບເບິນປ່ຽນຊີວິດຄົນ
ເປັນຫຍັງຜູ້ຍິງອາຍຸ 60 ປີຄົນໜຶ່ງຈຶ່ງເຊົານະມັດສະການຮູບບູຊາ? ອັນໃດເຮັດໃຫ້ນັກບວດໃນສາສະໜາຊິນໂຕຄົນໜຶ່ງລາອອກມາເປັນຄລິດສະຕຽນຜູ້ເຜີຍແຜ່? ຜູ້ຍິງທີ່ຖືກລ້ຽງດ້ວຍພໍ່ແມ່ບຸນທຳຕັ້ງແຕ່ເກີດເອົາຊະນະຄວາມຮູ້ສຶກທີ່ຖືກປະຖິ້ມໄດ້ແນວໃດ? ຂໍເຊີນອ່ານເລື່ອງລາວທີ່ເຂົາເຈົ້າຈະເຫຼົ່າຕໍ່ໄປນີ້.
“ຂ້ອຍບໍ່ເປັນທາດຮູບບູຊາອີກຕໍ່ໄປ.”—ອາບາ ດັນຊູ
ເກີດປີ: 1938
ເກີດທີ່ປະເທດ: ເບນິນ
ປະຫວັດ: ຜູ້ນະມັດສະການຮູບບູຊາ
ຊີວິດທີ່ຜ່ານມາ: ຂ້ອຍເຕີບໃຫຍ່ຂຶ້ນທີ່ໝູ່ບ້ານໂຊ-ຊາຮູວີ ເຊິ່ງຢູ່ໃນທີ່ບ່ອນຊຸ່ມຊື່ນ ແລະໃກ້ທະເລສາບ. ຄົນໃນໝູ່ບ້ານຂອງຂ້ອຍຫາລ້ຽງຊີບດ້ວຍການຫາປາ ລ້ຽງງົວ ລວມເຖິງແບ້ ແກະ ໝູ ແລະນົກນຳ. ໃນເຂດທີ່ຂ້ອຍຢູ່ບໍ່ມີຫົນທາງຜູ້ຄົນຈຶ່ງໄປໃສມາໃສດ້ວຍເຮືອ ແລະເຮືອພາຍ. ບ້ານເຮືອນສວນໃຫຍ່ສ້າງດ້ວຍໄມ້ ແລະຫຍ້າແຕ່ກໍມີບ້ານບາງຫຼັງທີ່ສ້າງດ້ວຍດິນຈີ່. ຊາວບ້ານສ່ວນໃຫຍ່ມີຖານະຍາກຈົນ. ແຕ່ເຖິງຈະເປັນແນວນັ້ນກໍບໍ່ມີອາຊະຍາກຳຫຼາຍຄືກັບໃນເມືອງໃຫຍ່ໆ.
ຕອນເປັນເດັກນ້ອຍ ພໍ່ສົ່ງຂ້ອຍກັບເອື້ອຍໄປຢູ່ໂຮງຮຽນປະຈຳທີ່ສອນສາສະໜາ ເຮົາຈຶ່ງຖືກສອນໃຫ້ບູຊາຮູບບູຊາ ແລະເຄື່ອງລາງຕ່າງໆ. ເມື່ອໃຫຍ່ຂຶ້ນ ຂ້ອຍກໍບູຊາເທບດູດູອາ (ໂອດູດູວາ) ຂອງຊາວໂຢຮູບາ. ຂ້ອຍສ້າງບ່ອນຢູ່ໃຫ້ເທບອົງນີ້ ແລະເອົາເຄື່ອງໄປບູຊາເປັນປະຈຳດ້ວຍສິ່ງຂອງຕ່າງໆເຊັ່ນ ມັນເທດ ນ້ຳມັນປາ ຫອຍທາກ ໄກ່ ນົກເຂົາ ແລະສັດອີກຫຼາຍຊະນິດ. ເຄື່ອງບູຊາເຫຼົ່ານີ້ມີລາຄາແພງຫຼາຍ ແລະຫຼາຍເທື່ອກໍເຮັດໃຫ້ຂ້ອຍເກືອບໝົດໂຕ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ເມື່ອຂ້ອຍເລີ່ມສຶກສາຄຳພີໄບເບິນ ຂ້ອຍໄດ້ຮູ້ວ່າພະເຢໂຫວາເປັນພະເຈົ້າທ່ຽງແທ້ອົງດຽວ. ຂ້ອຍຍັງໄດ້ຮຽນຮູ້ນຳວ່າເພິ່ນບໍ່ຍອມຮັບການນະມັດສະການທີ່ໃຊ້ຮູບບູຊາ. (ອົບພະຍົບ 20:4, 5, 1 ໂກຣິນໂທ 10:14) ຂ້ອຍຮູ້ໂຕດີວ່າຂ້ອຍຕ້ອງເຮັດແນວໃດ. ຂ້ອຍຈຶ່ງເອົາຮູບບູຊາທັງໝົດໄປຖິ້ມ ແລະກຳຈັດທຸກສິ່ງທີ່ກ່ຽວຂ້ອງກັບການບູຊາຮູບນັ້ນອອກໄປຈາກເຮືອນ. ຂ້ອຍເຊົາໄປປຶກສາພວກໝໍດູ ແລະເຊົາເຂົ້າຮ່ວມພິທີກຳທາງສາສະໜາລວມທັງພິທີງານສົບຂອງຄົນໃນໝູ່ບ້ານ.
ການປ່ຽນແປງທັງໝົດນີ້ບໍ່ແມ່ນເລື່ອງງ່າຍສຳລັບຜູ້ຍິງທີ່ອາຍຸ 60 ປີ ແບບຂ້ອຍ. ໝູ່ຄູ່ ຍາດພີ່ນ້ອງ ແລະເພື່ອນບ້ານຕ່າງກໍຕໍ່ຕ້ານແລະເຍາະເຍີ້ຍຂ້ອຍ. ແຕ່ຂ້ອຍອະທິດຖານຂໍກຳລັງຈາກພະເຢໂຫວາເພື່ອຈະເຮັດສິ່ງທີ່ຖືກຕ້ອງ. ຂ້ອຍໄດ້ຮັບກຳລັງໃຈຈາກຖ້ອຍຄຳໃນສຸພາສິດ 18:10 ທີ່ບອກວ່າ: “ຊື່ຂອງພະເຢໂຫວາເປັນປ້ອມທີ່ແຂງແຮງ. ຄົນທີ່ເຮັດສິ່ງທີ່ຖືກຕ້ອງແລ່ນເຂົ້າໄປໃນຫັ້ນແລະໄດ້ຮັບການປົກປ້ອງ.”
ອີກສິ່ງໜຶ່ງທີ່ຊ່ວຍຂ້ອຍຄືການເຂົ້າຮ່ວມປະຊຸມກັບພະຍານພະເຢໂຫວາ. ຢູ່ຫໍປະຊຸມ ຂ້ອຍໄດ້ເຫັນຄວາມຮັກແບບຄລິດສະຕຽນ ແລະຂ້ອຍປະທັບໃຈທີ່ຜູ້ຄົນເຫຼົ່ານີ້ພະຍາຍາມໃຊ້ຊີວິດຕາມມາດຕະຖານສິນລະທຳອັນສູງສົ່ງຂອງຄຳພີໄບເບິນ. ສິ່ງທີ່ໄດ້ເຫັນເຮັດໃຫ້ຂ້ອຍໝັ້ນໃຈວ່າພະຍານພະເຢໂຫວາຄືກຸ່ມທີ່ນັບຖືສາສະໜາແທ້.
ປະໂຫຍດທີ່ໄດ້ຮັບ: ການໃຊ້ຫຼັກການໃນຄຳພີໄບເບິນຊ່ວຍໃຫ້ຂ້ອຍກັບລູກໃກ້ຊິດກັນຫຼາຍຂຶ້ນ. ນອກຈາກນັ້ນ ຂ້ອຍຍັງຮູ້ສຶກໂລ່ງໃຈທີ່ບໍ່ຕ້ອງແບກພາລະທີ່ເຄີຍແບກມາດົນອີກຕໍ່ໄປ. ຂ້ອຍເຄີຍເສຍເງິນຫຼາຍໄປກັບຮູບບູຊາທີ່ຊ່ວຍຫຍັງບໍ່ໄດ້ເລີຍ. ຕອນນີ້ຂ້ອຍນະມັດສະການພະເຢໂຫວາຜູ້ທີ່ສາມາດແກ້ບັນຫາຂອງມະນຸດທຸກຄົນໄດ້ຢ່າງຖາວອນ. (ພະນິມິດ 21:3, 4) ຂ້ອຍມີຄວາມສຸກຫຼາຍແທ້ໆທີ່ບໍ່ຕ້ອງເປັນທາດຮູບບູຊາອີກຕໍ່ໄປແຕ່ເປັນທາດຂອງພະເຢໂຫວາແທນ! ເພິ່ນເປັນຜູ້ທີ່ໃຫ້ການປົກປ້ອງຄຸ້ມຄອງ ແລະຊ່ວຍໃຫ້ຂ້ອຍຮູ້ສຶກປອດໄພຢ່າງແທ້ຈິງ.
“ຂ້ອຍສະແຫວງຫາພະເຈົ້າຕັ້ງແຕ່ຍັງນ້ອຍ.”—ຊິນຈິ ຊາໂຕະ
ເກີດປີ: 1951
ເກີດທີ່ປະເທດ: ຍີ່ປຸ່ນ
ປະຫວັດ: ນັກບວດຊິນໂຕ
ຊີວິດທີ່ຜ່ານມາ: ຂ້ອຍເຕີບໃຫຍ່ໃນເມືອງໜຶ່ງແຖວຊົນນະບົດຂອງແຂວງຟູກູໂອກະ. ພໍ່ແມ່ຂ້ອຍເປັນຄົນເຄັ່ງສາສະໜາຫຼາຍ ແລະຕັ້ງແຕ່ຍັງນ້ອຍເພິ່ນສອນຂ້ອຍໃຫ້ເຫຼື້ອມໃສໃນເທບພະເຈົ້າຂອງຊິນໂຕ. ຕອນເປັນເດັກນ້ອຍຂ້ອຍມັກຄິດເລື້ອຍໆວ່າເຮັດແນວໃດຈຶ່ງຈະຫຼຸດພົ້ນຈາກຄວາມທຸກ ແລະຂ້ອຍຢາກຊ່ວຍຜູ້ຄົນໃຫ້ຫຼຸດພົ້ນຈາກຄວາມທຸກຄືກັນ. ຂ້ອຍຍັງຈື່ໄດ້ວ່າເທື່ອໜຶ່ງຕອນທີ່ຂ້ອຍຮຽນຢູ່ປະຖົມຄູຖາມນັກຮຽນໃນຫ້ອງວ່າຢາກເຮັດຫຍັງເມື່ອໃຫຍ່ຂຶ້ນ. ໝູ່ໃນຫ້ອງກໍພາກັນເວົ້າເຖິງເປົ້າໝາຍທີ່ແນ່ນອນຂອງໂຕເອງເຊັ່ນ: ຢາກເປັນນັກວິທະຍາສາດ. ແຕ່ຂ້ອຍບອກວ່າຂ້ອຍຢາກຮັບໃຊ້ພະເຈົ້າ. ແລ້ວທຸກຄົນກໍຫົວຂວັນຂ້ອຍ.
ຫຼັງຈາກຈົບມັດທະຍົມຕອນປາຍ ຂ້ອຍໄປເຂົ້າໂຮງຮຽນນັກບຸນເພື່ອຈະເປັນຄູສອນສາສະໜາ. ໃນຊ່ວງນັ້ນຂ້ອຍໄດ້ເຈິກັບນັກບວດຊິນໂຕຄົນໜຶ່ງທີ່ມັກອ່ານປຶ້ມປົກດຳຍາມວ່າງ. ມື້ໜຶ່ງນັກບວດຄົນນັ້ນຖາມຂ້ອຍວ່າ: “ຊາໂຕະ ເຈົ້າຮູ້ບໍວ່ານີ້ແມ່ນປຶ້ມຫຍັງ?” ຂ້ອຍເຄີຍເຫັນຊື່ເທິງໜ້າປົກຂອງປຶ້ມນັ້ນມາແລ້ວ ຂ້ອຍຈຶ່ງຕອບວ່າ “ຄຳພີໄບເບິນ.” ລາວບອກວ່າ: “ທຸກຄົນທີ່ຢາກເປັນນັກບວດຊິນໂຕຄວນອ່ານປຶ້ມນີ້.”
ຂ້ອຍຟ້າວໄປຊື້ຄຳພີໄບເບິນມາທັນທີ. ຂ້ອຍປະຄຳພີໄບເບິນໄວ້ຢູ່ຊັ້ນວາງປຶ້ມບ່ອນທີ່ຈະເຫັນໄດ້ດີທີ່ສຸດແລະເບິ່ງແຍງຢ່າງດີ. ແຕ່ຂ້ອຍບໍ່ມີເວລາອ່ານພະຄຳພີເລີຍເພາະຂ້ອຍຮຽນໜັກຫຼາຍ. ເມື່ອຮຽນຈົບ ຂ້ອຍເລີ່ມເຮັດວຽກເປັນນັກບວດຊິນໂຕໃນສານເຈົ້າແຫ່ງໜຶ່ງ. ຄວາມຝັນຂອງຂ້ອຍໃນຕອນຍັງນ້ອຍກາຍເປັນຈິງແລ້ວ.
ແຕ່ຕໍ່ມາບໍ່ດົນ ຂ້ອຍກໍພົບວ່າການເປັນນັກບວດຊິນໂຕບໍ່ໄດ້ເປັນແບບທີ່ຂ້ອຍຄິດ. ນັກບວດສ່ວນໃຫຍ່ບໍ່ຄ່ອຍສະແດງຄວາມຮັກແລະບໍ່ເປັນຫ່ວງຄົນອື່ນ. ນອກຈາກນັ້ນ ຫຼາຍຄົນຍັງຂາດຄວາມເຊື່ອນຳ. ນັກບວດທີ່ອາວຸໂສກວ່າຄົນໜຶ່ງເຖິງຂັ້ນບອກຂ້ອຍວ່າ: “ຖ້າເຈົ້າຢາກເປັນນັກບວດທີ່ມີຊື່ສຽງທີ່ດີ ເຈົ້າຕ້ອງເວົ້າແຕ່ເລື່ອງປັດຊະຍາເທົ່ານັ້ນ. ຢ່າເວົ້າເຖິງຄວາມເຊື່ອເດັດຂາດ.”
ຄຳເວົ້າຂອງລາວເຮັດໃຫ້ຂ້ອຍຜິດຫວັງກັບສາສະໜາຊິນໂຕ. ເຖິງຂ້ອຍຍັງເຮັດວຽກຢູ່ສານເຈົ້າ ຂ້ອຍກໍເລີ່ມກວດສອບສາສະໜາອື່ນໆນຳ. ແຕ່ສາສະໜາອື່ນກໍເບິ່ງຄືວ່າຈະເປັນຄືກັນໄປໝົດ. ແຮ່ງກວດສອບຫຼາຍສາສະໜາ ຂ້ອຍກໍແຮ່ງທໍ້ໃຈຫຼາຍຂຶ້ນ. ຂ້ອຍຮູ້ສຶກວ່າບໍ່ມີສາສະໜາໃດເລີຍທີ່ສອນຄວາມຈິງ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ເມື່ອຮອດປີ 1988 ຂ້ອຍໄດ້ເຈິຊາວພຸດຄົນໜຶ່ງທີ່ແນະນຳໃຫ້ຂ້ອຍອ່ານຄຳພີໄບເບິນ. ຂ້ອຍຄິດເຖິງນັກບວດຊິນໂຕຄົນນັ້ນທີ່ບອກໃຫ້ຂ້ອຍເຮັດແບບດຽວກັນເມື່ອຫຼາຍປີກ່ອນ. ຂ້ອຍຕັດສິນໃຈເຮັດຕາມທີ່ລາວແນະນຳ. ທັນທີທີ່ຂ້ອຍເລີ່ມອ່ານຄຳພີໄບເບິນ ຂ້ອຍກໍຕິດໃຈຈົນວາງປຶ້ມບໍ່ລົງ. ບາງເທື່ອຂ້ອຍກໍອ່ານພະຄຳພີຕັ້ງແຕ່ຕອນກາງຄືນຮອດຕອນເຊົ້າຈົນແສງອາທິດສອດສ່ອງເຂົ້າມາທາງປ່ອງຢ້ຽມ.
ສິ່ງທີ່ຂ້ອຍໄດ້ອ່ານເຮັດໃຫ້ຂ້ອຍຢາກອະທິດຖານເຖິງພະເຈົ້າທີ່ຢູ່ໃນຄຳພີໄບເບິນ. ຂ້ອຍເລີ່ມທ່ອງຕາມຄຳອະທິດຖານແບບຢ່າງທີ່ມັດທາຍ 6:9-13 ຂ້ອຍທ່ອງຄຳອະທິດຖານນີ້ທຸກສອງຊົ່ວໂມງແມ່ນແຕ່ຕອນທີ່ກຳລັງປະກອບພິທີສາສະໜາຢູ່ໃນສານເຈົ້າ.
ຂ້ອຍມີຄຳຖາມຫຼາຍຢ່າງກ່ຽວກັບເລື່ອງທີ່ອ່ານ. ຕອນນັ້ນຂ້ອຍແຕ່ງດອງແລ້ວ ແລະຂ້ອຍຮູ້ວ່າພະຍານພະເຢໂຫວາສອນຜູ້ຄົນກ່ຽວກັບຄຳພີໄບເບິນເພາະເຂົາເຈົ້າເຄີຍມາຢາມເມຍຂອງຂ້ອຍ. ຂ້ອຍພະຍາຍາມຕິດຕໍ່ກັບພະຍານຄົນໜຶ່ງ ແລະຖາມຄຳຖາມລາວຫຼາຍຂໍ້. ຂ້ອຍປະທັບໃຈທີ່ລາວໃຊ້ຄຳພີໄບເບິນຕອບຄຳຖາມຂ້ອຍທຸກຂໍ້. ລາວຂໍໃຫ້ພະຍານອີກຄົນໜຶ່ງມາສອນຄຳພີໄບເບິນໃຫ້ຂ້ອຍ.
ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍເຂົ້າຮ່ວມການປະຊຸມຂອງພະຍານພະເຢໂຫວາ. ຕອນທຳອິດຂ້ອຍບໍ່ຮູ້ວ່າໃນຫໍປະຊຸມນັ້ນມີພະຍານບາງຄົນທີ່ຂ້ອຍເຄີຍສະແດງກິລິຍາຫຍາບຄາຍຕໍ່ເຂົາເຈົ້າ. ແຕ່ເຂົາເຈົ້າກໍເຂົ້າມາທັກທາຍຂ້ອຍຢ່າງເປັນກັນເອງ ແລະນັ້ນເຮັດໃຫ້ຂ້ອຍຮູ້ສຶກວ່າໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ.
ຢູ່ການປະຊຸມ ຂ້ອຍໄດ້ຮູ້ວ່າພະເຢໂຫວາຄາດໝາຍໃຫ້ຜົວສະແດງຄວາມຮັກແລະໃຫ້ກຽດທຸກຄົນໃນຄອບຄົວ. ຕະຫຼອດເວລາທີ່ຜ່ານມາ ຂ້ອຍມົວແຕ່ໝົກມຸ້ນຢູ່ກັບການເຮັດໜ້າທີ່ນັກບວດຈົນບໍ່ໄດ້ໃສ່ໃຈເມຍ ແລະລູກທັງສອງຄົນ. ຂ້ອຍມາຄິດໄດ້ວ່າເມື່ອມີຄົນມາຂໍຄຳປຶກສາຈາກຂ້ອຍທີ່ສານເຈົ້າ ຂ້ອຍຈະຕັ້ງໃຈຟັງເຂົາເຈົ້າຢ່າງດີ ແຕ່ຂ້ອຍພັດບໍ່ເຄີຍສົນໃຈຟັງເມຍເວົ້າເລີຍຈັກເທື່ອ.
ເມື່ອສຶກສາຫຼາຍຂຶ້ນ ສິ່ງທີ່ຂ້ອຍໄດ້ຮຽນຮູ້ກ່ຽວກັບພະເຢໂຫວາເຮັດໃຫ້ຂ້ອຍຢາກໃກ້ຊິດເພິ່ນ. ຂ້ອຍປະທັບໃຈເປັນພິເສດເມື່ອໄດ້ອ່ານໂຣມ 10:13: ທີ່ບອກວ່າ: “ທຸກຄົນທີ່ອ້ອນວອນໂດຍອອກຊື່ຂອງພະເຢໂຫວາຈະລອດ.” ຂ້ອຍສະແຫວງຫາພະເຈົ້າຕັ້ງແຕ່ຍັງນ້ອຍ ແລະໃນທີ່ສຸດຂ້ອຍກໍໄດ້ເຈິເພິ່ນ!
ຂ້ອຍເລີ່ມຮູ້ສຶກວ່າຂ້ອຍບໍ່ຄວນເຮັດວຽກໃນສານເຈົ້າອີກຕໍ່ໄປ. ຕອນທຳອິດຂ້ອຍກັງວົນວ່າຄົນອື່ນຈະຄິດແນວໃດຖ້າຂ້ອຍອອກຈາກສານຊິນໂຕ. ແຕ່ຂ້ອຍເຄີຍບອກກັບໂຕເອງສະເໝີວ່າຖ້າຂ້ອຍເຈິພະເຈົ້າທ່ຽງແທ້ເມື່ອໃດ ຂ້ອຍຈະໄປຈາກສາສະໜານີ້ທັນທີ. ດັ່ງນັ້ນ ໃນລະດູໃບໄມ້ປົ່ງປີ 1989 ຂ້ອຍຈຶ່ງຕັດສິນໃຈເຮັດສິ່ງທີ່ຂ້ອຍຄວນເຮັດ. ຂ້ອຍລາອອກຈາກສາສະໜາຊິນໂຕ ແລະຝາກຊີວິດໄວ້ໃນມືຂອງພະເຢໂຫວາ.
ການປ່ຽນສາສະໜາບໍ່ແມ່ນເລື່ອງງ່າຍເລີຍ. ນັກບວດທີ່ອາວຸໂສກວ່າພາກັນດ່າແລະເວົ້າໃຫ້ຂ້ອຍ ແລະເຮັດທຸກວິທີທາງເພື່ອບໍ່ໃຫ້ຂ້ອຍລາອອກ. ແຕ່ສິ່ງທີ່ຍາກກວ່ານັ້ນແມ່ນການບອກໃຫ້ພໍ່ແມ່ຮູ້ເລື່ອງການຕັດສິນໃຈຂອງຂ້ອຍ. ລະຫວ່າງທີ່ກຳລັງໄປບ້ານພໍ່ແມ່ ຂ້ອຍຮູ້ສຶກເຄັ່ງຕຶງແລະກັງວົນຫຼາຍຈົນແໜ້ນໜ້າເອິກ ແລະຂາກໍອ່ອນເປ້ຍໄປໝົດ! ຂ້ອຍຕ້ອງຢຸດຫຼາຍເທື່ອເພື່ອອະທິດຖານຂໍກຳລັງຈາກພະເຢໂຫວາ.
ເມື່ອມາຮອດບ້ານພໍ່ແມ່ ຂ້ອຍຮູ້ສຶກຢ້ານຫຼາຍຈົນບໍ່ກ້າເວົ້າເຖິງເລື່ອງນັ້ນ. ຫຼັງຈາກຜ່ານໄປຫຼາຍຊົ່ວໂມງແລະອະທິດຖານໄປຫຼາຍເທື່ອ ໃນທີ່ສຸດ ຂ້ອຍກໍກ້າອະທິບາຍເລື່ອງທັງໝົດໃຫ້ພໍ່ຟັງ. ຂ້ອຍບອກເພິ່ນວ່າຂ້ອຍໄດ້ເຈິພະເຈົ້າທ່ຽງແທ້ແລ້ວ ແລະຂ້ອຍກຳລັງຈະລາອອກຈາກສາສະໜາຊິນໂຕເພື່ອໄປຮັບໃຊ້ເພິ່ນ. ພໍ່ຕົກໃຈແລະເສຍໃຈຫຼາຍ. ຍາດຕິພີ່ນ້ອງຫຼາຍຄົນມາບ້ານແລະພະຍາຍາມເກ້ຍກ່ອມໃຫ້ຂ້ອຍປ່ຽນໃຈ. ຂ້ອຍບໍ່ຢາກເຮັດໃຫ້ຄອບຄົວເສຍໃຈ ແຕ່ໃນຂະນະດຽວກັນ ຂ້ອຍກໍຮູ້ວ່າການຮັບໃຊ້ພະເຢໂຫວາເປັນສິ່ງທີ່ຖືກຕ້ອງແລະຄວນເຮັດຫຼາຍແທ້ໆ. ໃນເວລາຕໍ່ມາ ຄອບຄົວກໍຍອມຮັບການຕັດສິນໃຈຂອງຂ້ອຍ.
ເຖິງວ່າຂ້ອຍຈະບໍ່ໄດ້ເປັນນັກບວດໃນສາສະໜາຊິນໂຕແລ້ວ ແຕ່ຂ້ອຍກໍຍັງຕ້ອງໃຊ້ເວລາອີກດົນກວ່າຈະປັບປ່ຽນຄວາມຄິດໄດ້. ຂ້ອຍລຶ້ງກັບການໃຊ້ຊີວິດແບບນັກບວດມາດົນ. ຂ້ອຍພະຍາຍາມຢ່າງໜັກເພື່ອຈະລືມ ແຕ່ບໍ່ວ່າຈະແນມໄປທາງໃດກໍມີແຕ່ສິ່ງທີ່ຄ່ອຍເຕືອນໃຫ້ຄິດເຖິງຊີວິດໃນອະດີດ.
ມີສອງຢ່າງທີ່ຊ່ວຍຂ້ອຍກຳຈັດອິດທິພົນເກົ່າໆໃຫ້ໝົດໄປ. ຢ່າງທຳອິດ ຂ້ອຍຄົ້ນເບິ່ງທົ່ວເຮືອນວ່າມີຫຍັງທີ່ກ່ຽວຂ້ອງກັບສາສະໜາເກົ່າທີ່ຍັງຫຼົງເຫຼືອຢູ່. ແລ້ວຂ້ອຍກໍຈູດທຸກຢ່າງຖິ້ມ ທັງປຶ້ມ ຮູບພາບ ແມ່ນແຕ່ຂອງທີ່ມີຄ່າແລະລາຄາແພງ. ຢ່າງທີສອງ ຂ້ອຍຫາໂອກາດໃຊ້ເວລາກັບພະຍານພະເຢໂຫວາໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ມິດຕະພາບແລະຄວາມຊ່ວຍເຫຼືອຈາກເຂົາເຈົ້າຊ່ວຍຂ້ອຍຫຼາຍແທ້ໆ. ແລ້ວຊີວິດແບບເກົ່າກໍຄ່ອຍໆຫາຍໄປຈາກຄວາມຊົງຈຳຂອງຂ້ອຍ.
ປະໂຫຍດທີ່ໄດ້ຮັບ: ຂ້ອຍເຄີຍປ່ອຍປະລະເລີຍເມຍແລະລູກໆເຮັດໃຫ້ເຂົາເຈົ້າຮູ້ສຶກຖືກຖິ້ມ. ແຕ່ເມື່ອຂ້ອຍເລີ່ມໃຫ້ເວລາກັບຄອບຄົວຫຼາຍຂຶ້ນຕາມຄຳແນະນຳໃນຄຳພີໄບເບິນທີ່ໃຫ້ກັບຜົວ ພວກເຮົາກໍໃກ້ຊິດກັນຫຼາຍຂຶ້ນ. ຕໍ່ມາ ເມຍຂອງຂ້ອຍກໍມາຮັບໃຊ້ພະເຢໂຫວານຳ. ຕອນນີ້ທຸກຄົນໃນຄອບຄົວຂອງເຮົາ ທັງລູກຊາຍ ລູກສາວ ແລະຜົວຂອງເຂົາເຈົ້າກໍມາເປັນຜູ້ນະມັດສະການແທ້ຄືກັນ.
ເມື່ອເບິ່ງຄືນຫຼັງເຖິງຄວາມຝັນໃນຕອນຍັງນ້ອຍທີ່ຢາກຮັບໃຊ້ພະເຈົ້າ ແລະຊ່ວຍເຫຼືອຄົນອື່ນ ຂ້ອຍເຫັນແລ້ວວ່າຂ້ອຍໄດ້ທຸກສິ່ງທີ່ສະແຫວງຫາ ແລະຍັງໄດ້ຫຼາຍກວ່ານັ້ນດ້ວຍຊ້ຳ. ຂ້ອຍຊາບຊຶ້ງໃນຄວາມກະລຸນາຂອງພະເຢໂຫວາຫຼາຍຈົນບໍ່ອາດພັນລະນາເປັນຄຳເວົ້າໄດ້.
“ຂ້ອຍຮູ້ວ່າມີຫຍັງບາງຢ່າງຂາດຫາຍໄປ.”—ລີເນດ ຮ໋ອບຕິງ
ເກີດປີ: 1958
ເກີດທີ່ປະເທດ: ອາຟຣິກາໃຕ້
ປະຫວັດ: ຮູ້ສຶກຖືກຖິ້ມ
ຊີວິດທີ່ຜ່ານມາ: ຂ້ອຍເກີດທີ່ເຈິມິຕັນ ເມືອງຂອງຊົນຊັ້ນກາງທີ່ມີການເຮັດເໝືອງແຮ່ ແລະເປັນເມືອງທີ່ບໍ່ຄ່ອຍມີອາດຊະຍາກຳ. ພໍ່ແມ່ຕັດສິນໃຈຍົກຂ້ອຍໃຫ້ຄົນອື່ນເພາະຄິດວ່າບໍ່ສາມາດລ້ຽງຂ້ອຍໄດ້. ເມື່ອອາຍຸໄດ້ແຕ່ 14 ມື້ ກໍມີຄູ່ແຕ່ງດອງທີ່ໃຈດີຄູ່ໜຶ່ງມາຮັບຂ້ອຍໄປລ້ຽງ. ແຕ່ຫຼັງຈາກໄດ້ຮູ້ເລື່ອງລາວຂອງໂຕເອງ ຂ້ອຍກໍຮູ້ສຶກຂົມຂື່ນທີ່ຖືກພໍ່ແມ່ຖິ້ມ. ຂ້ອຍເລີ່ມຮູ້ສຶກວ່າຂ້ອຍບໍ່ແມ່ນສ່ວນໜຶ່ງຂອງຄອບຄົວນີ້ ແລະພໍ່ແມ່ບຸນທຳກໍບໍ່ເຂົ້າໃຈຂ້ອຍ.
ເມື່ອອາຍຸປະມານ 16 ປີ ຂ້ອຍເລີ່ມອອກໄປທ່ຽວກັບໝູ່ຢູ່ເທັກຢູ່ບາ ເຕັ້ນລຳແລະຟັງດົນຕີສົດ. ຂ້ອຍເລີ່ມສູບຢາຕອນອາຍຸ 17 ປີ ແລະຂ້ອຍກໍຢາກຈ່ອຍຄືກັບນາງແບບໃນໂຄສະນາຢາສູບ. ຕອນອາຍຸ 19 ປີ ຂ້ອຍຍ້າຍໄປເຮັດວຽກຢູ່ເມືອງໂຈຮັນເນສເບີກແລະເລີ່ມຄົບກັບໝູ່ທີ່ບໍ່ດີ. ບໍ່ດົນ ຂ້ອຍກໍເລີ່ມເວົ້າຫຍາບຄາຍ ຕິດຢາສູບ ແລະກິນເຫຼົ້າທຸກໆທ້າຍອາທິດ.
ເຖິງຈະເຮັດໂຕແບບນີ້ ຂ້ອຍກໍຍັງເປັນຄົນທີ່ແຂງແຮງ. ຂ້ອຍເຕັ້ນແອໂຣບິກ ໄປເຕະບານ ແລະຫຼິ້ນກິລາອື່ນໆເປັນປະຈຳ. ນອກຈາກນັ້ນ ຂ້ອຍຍັງເຮັດວຽກໜັກຫຼາຍຈົນເລີ່ມມີຊື່ສຽງໃນແວດວົງຄອມພິວເຕີ. ຂ້ອຍມີເງິນໃຊ້ຈ່າຍຢ່າງເຫຼືອເຟືອ ແລະຫຼາຍຄົນກໍບອກວ່າຂ້ອຍປະສົບຄວາມສຳເລັດແລ້ວ. ແຕ່ແທ້ໆແລ້ວຂ້ອຍບໍ່ມີຄວາມສຸກເລີຍ ຂ້ອຍຮູ້ສຶກສັບສົນແລະຜິດຫວັງກັບຊີວິດ. ເຊົາໆໃນໃຈຂ້ອຍຮູ້ວ່າຍັງມີຫຍັງບາງຢ່າງທີ່ຂາດຫາຍໄປ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ເມື່ອເລີ່ມສຶກສາຄຳພີໄບເບິນ ຂ້ອຍກໍໄດ້ຮູ້ວ່າພະເຢໂຫວາເປັນພະເຈົ້າແຫ່ງຄວາມຮັກ. ຂ້ອຍຍັງໄດ້ຮູ້ນຳວ່າເພິ່ນເຊິ່ງສະແດງຄວາມຮັກໂດຍໃຫ້ຄຳພີໄບເບິນທີ່ເປັນຖ້ອຍຄຳຂອງເພິ່ນກັບເຮົາ. ພະຄຳພີເປັນຄືກັບຈົດໝາຍທີ່ເພິ່ນຂຽນເຖິງເຮົາເປັນສ່ວນໂຕເພື່ອແນະນຳແນວທາງຊີວິດໃຫ້ເຮົາ. (ເອຊາຢາ 48:17, 18) ຂ້ອຍຄິດໜັກວ່າຖ້າຂ້ອຍຢາກໄດ້ຮັບປະໂຫຍດຈາກການຊີ້ນຳດ້ວຍຄວາມຮັກຂອງພະເຢໂຫວາ ຂ້ອຍຕ້ອງໄດ້ປ່ຽນແປງຊີວິດຂະໜາດໃຫຍ່.
ເລື່ອງໜຶ່ງທີ່ຂ້ອຍຈຳເປັນຕ້ອງປ່ຽນຄືເລື່ອງໝູ່. ຂໍ້ພະຄຳພີທີ່ກະຕຸ້ນໃຈຂ້ອຍແມ່ນສຸພາສິດ 13:20 ທີ່ບອກວ່າ: “ຄົນທີ່ຄົບກັບຄົນສະຫຼາດຈະສະຫຼາດ ແຕ່ຄົນທີ່ຄົບກັບຄົນໂງ່ຈະເດືອດຮ້ອນ.” ຫຼັກການຂໍ້ນີ້ກະຕຸ້ນຂ້ອຍໃຫ້ເຊົາຄົບຫາກັບໝູ່ເກົ່າໆ ແລະປ່ຽນມາຄົບຫາກັບໝູ່ທີ່ເປັນພະຍານພະເຢໂຫວາ.
ເລື່ອງທີ່ຍາກທີ່ສຸດສຳລັບຂ້ອຍແມ່ນການເຊົາສູບຢາ ເພາະຂ້ອຍຕິດຢາສູບຫຼາຍ. ຕອນທີ່ຂ້ອຍພະຍາຍາມເຊົາ ຂ້ອຍກໍຕ້ອງເຈິກັບບັນຫາອີກຢ່າງໜຶ່ງ. ການເຊົາສູບຢາເຮັດໃຫ້ນ້ຳໜັກຂອງຂ້ອຍເພີ່ມຂຶ້ນປະມານ 13,6 ກິໂລ! ເລື່ອງນີ້ເຮັດໃຫ້ຂ້ອຍບໍ່ໝັ້ນໃຈໃນໂຕເອງຫຼາຍ ແລະຕ້ອງໃຊ້ເວລາດົນເກືອບສິບປີກວ່າຈະຫຼຸດນ້ຳໜັກໄດ້ສ່ຳເກົ່າ. ແຕ່ຂ້ອຍກໍຮູ້ວ່າການເຊົາສູບຢາເປັນສິ່ງທີ່ຖືກຕ້ອງ. ຂ້ອຍອະທິດຖານເຖິງພະເຢໂຫວາສະເໝີ ແລະເພິ່ນກໍໃຫ້ກຳລັງຂ້ອຍຈົນເຊົາສູບຢາໄດ້ສຳເລັດ.
ປະໂຫຍດທີ່ໄດ້ຮັບ: ຕອນນີ້ຂ້ອຍມີສຸຂະພາບດີຂຶ້ນ. ນອກຈາກນັ້ນ ຂ້ອຍຍັງອີ່ມໃຈພໍໃຈກັບຊີວິດ. ຂ້ອຍເຊົາຊອກຫາຄວາມສຸກຈອມປອມທີ່ເຄີຍຄິດວ່າຈະໄດ້ຈາກໜ້າທີ່ວຽກງານ ຖານະທາງສັງຄົມ ແລະຄວາມລ່ຳລວຍ. ຕອນນີ້ຂ້ອຍມີຄວາມສຸກທີ່ໄດ້ບອກຄົນອື່ນໆໃຫ້ຮູ້ຄວາມຈິງຈາກຄຳພີໄບເບິນ. ຜົນກໍຄື ໝູ່ສາມຄົນທີ່ເຄີຍເຮັດວຽກນຳກັນໄດ້ເຂົ້າມາຮັບໃຊ້ພະເຢໂຫວາຮ່ວມກັບຂ້ອຍ ແລະຜົວ. ກ່ອນທີ່ພໍ່ແມ່ບຸນທຳຈະເສຍຊີວິດ ຂ້ອຍໄດ້ມີໂອກາດບອກພວກເພິ່ນກ່ຽວກັບຄຳສັນຍາໃນຄຳພີໄບເບິນເລື່ອງການຄືນມາຈາກຕາຍໃນອຸທິຍານເທິງໂລກ.
ການເຂົ້າມາໃກ້ຊິດກັບພະເຢໂຫວາຊ່ວຍຂ້ອຍໃຫ້ເອົາຊະນະຄວາມຮູ້ສຶກທີ່ຖືກປະຖິ້ມ. ເພິ່ນຊ່ວຍໃຫ້ຂ້ອຍຮູ້ສຶກອົບອຸ່ນທີ່ໄດ້ເປັນສ່ວນໜຶ່ງຂອງຄອບຄົວຄລິດສະຕຽນທົ່ວໂລກ. ໃນຄອບຄົວນີ້ຂ້ອຍມີພໍ່ແມ່ ແລະພີ່ນ້ອງຊາຍຍິງຫຼາຍຄົນ.—ມາຣະໂກ 10:29, 30
[ຮູບພາບ]
ຂ້ອຍໄດ້ເຫັນຄວາມຮັກແບບຄລິດສະຕຽນທ່າມກາງພະຍານພະເຢໂຫວາ
[ຮູບພາບ]
ສານເຈົ້າຊິນໂຕທີ່ເຄີຍເປັນສະຖານທີ່ນະມັດສະການຂອງຂ້ອຍ.