ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 18 ໜ້າ 150-155
  • ຂ້ອຍ​ຈະ​ຫາ​ເງິນ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ຫາ​ເງິນ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ວິທີ​ຫາ​ວຽກ
  • ຮັກສາ​ສົມດຸນ
  • ຂ້ອຍ​ຈະ​ບໍລິຫານ​ເງິນ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ວິທີ​ໃຊ້​ວິທີ​ປະຢັດ​ເງິນ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ​ບໍ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຂ້ອຍ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຍ້າຍ​ອອກ​ຈາກ​ເຮືອນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 18 ໜ້າ 150-155

ບົດ​ທີ 18

ຂ້ອຍ​ຈະ​ຫາ​ເງິນ​ໄດ້​ແນວ​ໃດ?

“ຂ້ອຍ​ຢາກ​ມີ​ເງິນ​ຊື້​ລົດ​ໃຫຍ່.”—ເຊີ​ຈີໂອ

“ຂ້ອຍ​ມັກ​ຊື້​ເຄື່ອງ.”—ລໍຣີ​ແອນ

“ມີ​ບາງ​ຢ່າງ​ທີ່​ຂ້ອຍ​ມັກ​ແລະ​ກໍ​ຢາກ​ໄດ້ ແຕ່​ພໍ່​ແມ່​ບໍ່​ມີ​ເງິນ​ຊື້​ໃຫ້.”—ໄມ

ເຈົ້າ​ອາດ​ຢາກ​ຫາ​ເງິນ​ດ້ວຍ​ເຫດຜົນ​ຄ້າຍໆ​ກັນ ຫຼື​ເຈົ້າ​ອາດ​ຢາກ​ແບ່ງ​ເບົາ​ພາລະ​ພໍ່​ແມ່​ໃນ​ການ​ຊື້​ເຄື່ອງນຸ່ງ​ຫຼື​ເຄື່ອງ​ໃຊ້​ສ່ວນ​ໂຕ​ຂອງ​ໂຕເອງ. ບາງ​ທີ​ເຈົ້າ​ອາດ​ຢາກ​ຫາ​ເງິນ​ເພື່ອ​ມາ​ເບິ່ງແຍງ​ຄອບຄົວ.

ບໍ່​ວ່າ​ຈະ​ຍ້ອນ​ເຫດຜົນ​ຫຍັງ ການ​ຊື້​ເຄື່ອງ​ສຳລັບ​ໂຕ​ເຈົ້າ​ເອງ​ຫຼື​ຄອບຄົວ​ກໍ​ຕ້ອງ​ໃຊ້​ເງິນ. ເຖິງ​ພະ​ເຢຊູ​ຈະ​ສັນຍາ​ວ່າ​ພະເຈົ້າ​ຈະ​ເບິ່ງແຍງ​ຄົນ​ທີ່ ‘ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ’ ແຕ່​ຄລິດສະຕຽນ​ກໍ​ຍັງ​ຕ້ອງ​ເຮັດ​ວຽກ​ຫາ​ລ້ຽງ​ໂຕເອງ. (ມັດທາຍ 6:33; ກິດຈະການ 18:1-3; 2 ເທຊະໂລນິກ 3:10) ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ຈະ​ຫາ​ເງິນ​ໄດ້​ແນວ​ໃດ? ແລະ​ທີ່​ສຳຄັນ​ກວ່າ​ນັ້ນ ເຈົ້າ​ຈະ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ເງິນ​ໄດ້​ແນວ​ໃດ?

ວິທີ​ຫາ​ວຽກ

ຖ້າ​ເຈົ້າ​ຢາກ​ໄດ້​ເຄື່ອງ​ທີ່​ລາຄາ​ແພງ​ເກີນ​ກວ່າ​ທີ່​ພໍ່​ແມ່​ຈະ​ຈ່າຍ​ໄຫວ ເຈົ້າ​ອາດ​ຕ້ອງ​ຫາ​ວຽກ​ເຮັດ​ເພື່ອ​ຈະ​ມີ​ເງິນ​ມາ​ຊື້​ເອງ​ໄດ້. ໃຫ້​ລົມ​ເລື່ອງ​ນີ້​ກັບ​ພໍ່​ແມ່. ເຂົາເຈົ້າ​ອາດ​ຊົມເຊີຍ​ເຈົ້າ​ທີ່​ຢາກ​ຫາ​ວຽກ​ເຮັດ. ຖ້າ​ເຂົາເຈົ້າ​ເຫັນດີ​ແລະ​ເຈົ້າ​ເອງ​ກໍ​ໃຫຍ່​ພໍ​ທີ່​ຈະ​ເຮັດ​ວຽກ​ໄດ້​ຕາມ​ກົດໝາຍ ຂໍ​ໃຫ້​ເບິ່ງ​ຄຳ​ແນະນຳ​ສີ່​ຢ່າງ​ຕໍ່​ໄປ​ນີ້.

ເວົ້າ​ໃຫ້​ຄົນ​ອື່ນ​ຟັງ​ວ່າ​ເຈົ້າ​ກຳລັງ​ຊອກ​ຫາ​ວຽກ. ໃຫ້​ບອກ​ເພື່ອນ​ບ້ານ ຄູ ແລະ​ຍາດ​ພີ່ນ້ອງ​ວ່າ​ເຈົ້າ​ກຳລັງ​ຊອກ​ຫາ​ວຽກ. ຖ້າ​ເຈົ້າ​ຮູ້ສຶກ​ອາຍ​ທີ່​ຈະ​ຖາມ​ໂດຍ​ກົງ ກໍ​ໃຫ້​ຖາມ​ເຂົາເຈົ້າ​ວ່າ​ຕອນ​ທີ່​ເຂົາເຈົ້າ​ອາຍຸ​ສ່ຳ​ເຈົ້າ ເຂົາເຈົ້າ​ເຮັດ​ວຽກ​ຫຍັງ. ຖ້າ​ມີ​ຄົນ​ຮູ້​ວ່າ​ເຈົ້າ​ກຳລັງ​ຊອກ​ຫາ​ວຽກ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ຈະ​ມີ​ໂອກາດ​ໄດ້​ວຽກ​ເຮັດ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

ຊອກ​ຫາ​ທຸກ​ຊ່ອງ​ທາງ. ໃຫ້​ເບິ່ງ​ປະກາດ​ຮັບ​ສະໝັກ​ວຽກ​ໃນ​ໜັງສື​ພິມ ອິນເຕີເນັດ ໂຮງຮຽນ​ຕ່າງໆ ຮ້ານ​ຄ້າ​ແລະ​ບ່ອນ​ຈັດ​ຫາ​ວຽກ. ໄວລຸ້ນ​ຄົນ​ໜຶ່ງ​ຊື່​ເດບ​ບອກ​ວ່າ: “ວິທີ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ວຽກ​ເຮັດ. ຂ້ອຍ​ເຫັນ​ປະກາດ​ຮັບ​ສະໝັກ​ວຽກ​ໃນ​ໜັງສື​ພິມ ຂ້ອຍ​ຈຶ່ງ​ສົ່ງ​ປະຫວັດ​ຫຍໍ້​ຂອງ​ຂ້ອຍ​ໃຫ້​ກັບ​ບໍລິສັດ​ແລະ​ໂທ​ຫາ​ເຂົາເຈົ້າ.” ຖ້າ​ເຮັດ​ວິທີ​ນີ້​ແລ້ວ​ຍັງ​ບໍ່​ໄດ້​ຜົນ ກໍ​ໃຫ້​ໄປ​ຕິດຕໍ່​ຕາມ​ບໍລິສັດ​ຕ່າງໆ​ແລະ​ອະທິບາຍ​ວ່າ​ເຈົ້າ​ມີ​ຄວາມ​ສາມາດ​ພິເສດ​ໃນ​ເລື່ອງ​ຫຍັງ​ແດ່​ເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ເຂົາເຈົ້າ.

ຂຽນ​ແລະ​ແຈກ​ຢາຍ​ປະຫວັດ​ຫຍໍ້. ໃຫ້​ຂຽນ​ທີ່​ຢູ່ ຄວາມ​ສາມາດ​ແລະ​ປະສົບການ​ການ​ເຮັດ​ວຽກ​ຂອງ​ເຈົ້າ. ແຕ່​ເຈົ້າ​ອາດ​ຄິດ​ວ່າ​ໂຕເອງ​ບໍ່​ມີ​ຄວາມ​ສາມາດ​ຫຼື​ປະສົບການ​ຫຍັງ​ທີ່​ຈະ​ຂຽນ​ລົງ​ໄປ​ແມ່ນ​ບໍ? ລອງ​ຄິດ​ທົບທວນ​ເລື່ອງ​ນີ້​ເບິ່ງ. ເຈົ້າ​ເຄີຍ​ເບິ່ງແຍງ​ນ້ອງ​ຕອນ​ທີ່​ພໍ່​ແມ່​ບໍ່​ຢູ່ ຫຼື​ເຄີຍ​ເບິ່ງແຍງ​ລູກ​ຂອງ​ຄົນ​ອື່ນ​ບໍ? ນີ້​ສະແດງ​ວ່າ​ເຈົ້າ​ມີ​ຄວາມ​ຮັບ​ຜິດ​ຊອບ. ເຈົ້າ​ເຄີຍ​ຊ່ວຍ​ພໍ່​ແປງ​ລົດ​ບໍ? ສະແດງ​ວ່າ​ເຈົ້າ​ອາດ​ມີ​ພອນ​ສະຫວັນ​ໃນ​ການ​ສ້ອມ​ແປງ. ເຈົ້າ​ຮູ້​ວິທີ​ພິມ​ຫຼື​ໃຊ້​ຄອມພິວເຕີ​ບໍ? ຫຼື​ຕອນ​ຢູ່​ໂຮງຮຽນ​ເຈົ້າ​ໄດ້​ຄະແນນ​ດີ​ຍ້ອນ​ມີ​ຄວາມ​ຄິດ​ສ້າງ​ສັນ​ໃນ​ການ​ເຮັດ​ໂຄງ​ການ​ບາງ​ຢ່າງ​ບໍ? ສິ່ງ​ເຫຼົ່າ​ນີ້​ເປັນ​ຄຸນສົມບັດ​ທີ່​ນາຍ​ຈ້າງ​ຕ້ອງການ​ເຊິ່ງ​ເຈົ້າ​ອາດ​ຈະ​ຂຽນ​ໃສ່​ໃນ​ປະຫວັດ​ຫຍໍ້​ຂອງ​ເຈົ້າ. ເມື່ອ​ຂຽນ​ແລ້ວ ກໍ​ໃຫ້​ເຈົ້າ​ສົ່ງ​ປະຫວັດ​ຫຍໍ້​ນີ້​ໃຫ້​ກັບ​ນາຍ​ຈ້າງ ຫຼື​ຂໍ​ໃຫ້​ໝູ່​ແລະ​ຍາດ​ພີ່ນ້ອງ​ຊ່ວຍ​ສົ່ງ​ໃຫ້​ໃຜ​ກໍ​ໄດ້​ທີ່​ເຂົາເຈົ້າ​ຮູ້​ວ່າ​ກຳລັງ​ຊອກ​ຫາ​ຄົນ​ເຮັດ​ວຽກ.

ເຮັດ​ວຽກ​ອິດສະຫຼະ. ຄິດ​ເຖິງ​ແຖວໆ​ເຮືອນ​ເຈົ້າ. ເຂົາເຈົ້າ​ຢາກ​ໄດ້​ສິນ​ຄ້າ​ຫຼື​ການ​ບໍລິການ​ຫຍັງ​ບໍ? ຕົວຢ່າງ​ເຊັ່ນ ຖ້າ​ເຈົ້າ​ເປັນ​ຄົນ​ຮັກ​ສັດ. ເຈົ້າ​ອາດ​ຮັບຈ້າງ​ອາບ​ນ້ຳ​ຫຼື​ຕັດ​ຂົນ​ສັດ​ໃຫ້​ເພື່ອນ​ບ້ານ​ໄດ້. ຫຼື​ຖ້າ​ເຈົ້າ​ຫຼິ້ນ​ດົນຕີ ເຈົ້າ​ອາດ​ຮັບ​ສອນ​ດົນຕີ​ກໍ​ໄດ້. ເຈົ້າ​ອາດ​ຮັບຈ້າງ​ຊັກ​ລີດ​ເຄື່ອງ​ຫຼື​ອະນາໄມ​ເຮືອນ​ເຊິ່ງ​ເປັນ​ວຽກ​ທີ່​ຄົນ​ສ່ວນ​ຫຼາຍ​ບໍ່​ຢາກ​ເຮັດ. ຄລິດສະຕຽນ​ບໍ່​ຄວນ​ອາຍ​ທີ່​ຈະ​ເຮັດ​ວຽກ​ທີ່​ໃຊ້​ແຮງງານ. (ເອເຟໂຊ 4:28) ແນ່ນອນ​ວ່າ ການ​ຫາ​ວຽກ​ທີ່​ອິດສະຫຼະ​ນັ້ນ​ຕ້ອງ​ມີ​ຄວາມ​ຄິດ​ລິເລີ່ມ​ແລະ​ຕັ້ງໃຈ​ເຮັດ​ແທ້ໆ.

ສິ່ງ​ທີ່​ຕ້ອງ​ລະວັງ​ແມ່ນ: ຢ່າ​ຟ້າວຟັ່ງ. ເຈົ້າ​ຕ້ອງ​ສຶກສາ​ຂໍ້ມູນ​ໃຫ້​ຮອບຄອບ​ລວມ​ທັງ​ຜົນ​ໄດ້​ຜົນ​ເສຍ. (ລູກາ 14:28-30) ທຳອິດ ໃຫ້​ໄປ​ປຶກສາ​ພໍ່​ແມ່​ກ່ອນ. ແລ້ວ​ລົມ​ກັບ​ຄົນ​ອື່ນ​ທີ່​ເຄີຍ​ເຮັດ​ວຽກ​ຄ້າຍໆ​ກັນ​ນຳ. ເຈົ້າ​ຈະ​ຕ້ອງ​ເສຍ​ພາສີ​ບໍ? ຕ້ອງ​ມີ​ໃບ​ອະນຸຍາດ​ບໍ? ກວດ​ສອບ​ຂໍ້ມູນ​ຕ່າງໆ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ເພື່ອ​ເບິ່ງ​ລາຍລະອຽດ.—ໂຣມ 13:1

ຮັກສາ​ສົມດຸນ

ລອງ​ນຶກພາບ​ວ່າ ເຈົ້າ​ກຳລັງ​ຂີ່​ລົດ​ຖີບ​ແລະ​ພະຍາຍາມ​ເອົາ​ເຄື່ອງ​ຂອງ​ຫຼາຍ​ຢ່າງ​ໄປ​ນຳ ເຊັ່ນ ຖົງ​ປຶ້ມ ໝາກ​ບານ ແລະ​ຂອງກິນ​ຂອງ​ໃຊ້. ແຮ່ງ​ເຈົ້າ​ມີ​ເຄື່ອງ​ຂອງ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ຈະ​ຄຶງ​ລົດ​ຖີບ​ໄດ້​ຍາກ​ຍ້ອນ​ມັນ​ບໍ່​ສົມດຸນ! ການ​ເຮັດ​ວຽກ​ຫຼາຍ​ເກີນ​ໄປ​ກໍ​ຈະ​ເຮັດ​ໃຫ້​ມີ​ບັນຫາ​ຄ້າຍໆ​ກັນ. ຖ້າ​ເຈົ້າ​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ​ເກີນ​ໄປ​ກັບ​ການ​ເຮັດ​ວຽກ​ຫຼັງ​ເລີກ​ຮຽນ ມັນ​ກໍ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸຂະພາບ​ແລະ​ຜົນ​ການ​ຮຽນ​ຂອງ​ເຈົ້າ. ນອກ​ຈາກ​ນັ້ນ ເຈົ້າ​ຈະ​ມີ​ບໍ່​ມີ​ເວລາ​ໄປ​ປະຊຸມ ໄປ​ປະກາດ ແລະ​ສຶກສາ​ຄຳພີ​ໄບເບິນ. ໄວລຸ້ນ​ຄົນ​ໜຶ່ງ​ຊື່​ມິເຊວ​ຍອມຮັບ​ວ່າ: “ບາງ​ເທື່ອ​ຂ້ອຍ​ກໍ​ບໍ່​ໄດ້​ໄປ​ປະຊຸມ ເພາະ​ຫຼັງ​ເລີກ​ຮຽນ​ຂ້ອຍ​ຕ້ອງ​ໄປ​ເຮັດ​ວຽກ ແລ້ວ​ຂ້ອຍ​ກໍ​ເມື່ອຍ.”

ຢ່າ​ປ່ອຍ​ໃຫ້​ຄວາມ​ຕ້ອງການ​ທີ່​ຈະ​ມີ​ເງິນ​ກາຍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ໂດຍ​ເຮັດ​ວຽກ​ໜັກ​ເກີນ​ໄປ! ພະ​ເຢຊູ​ບອກ​ວ່າ​ຄົນ​ທີ່ “ຮູ້​ໂຕ​ວ່າ​ຕ້ອງ​ໃຫ້​ພະເຈົ້າ​ຊີ້ນຳ” ຈະ​ມີ​ຄວາມ​ສຸກ​ແທ້. (ມັດທາຍ 5:3) ເພິ່ນ​ຍັງ​ບອກ​ອີກ​ວ່າ: “ເຖິງ​ວ່າ​ຄົນ​ຜູ້​ໜຶ່ງ​ມີ​ຊັບ​ສົມບັດ​ຫຼາຍໆ ແຕ່​ມັນ​ກໍ​ໃຫ້​ຊີວິດ​ລາວ​ບໍ່​ໄດ້.” (ລູກາ 12:15) ໄວລຸ້ນ​ຄົນ​ໜຶ່ງ​ຊື່​ມໍຣີນ​ເຮັດ​ຕາມ​ຄຳ​ແນະນຳ​ນີ້. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ຢາກ​ໝົກມຸ້ນ​ຢູ່​ກັບ​ວັດຖຸ​ສິ່ງ​ຂອງ ເພາະ​ຂ້ອຍ​ຮູ້​ດີ​ວ່າ​ຖ້າ​ມົວ​ແຕ່​ຫາ​ເງິນ ຂ້ອຍ​ຈະ​ສູນ​ເສຍ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ.”

ແມ່ນ​ຢູ່ ໃນ​ບາງ​ປະເທດ​ໜຸ່ມ​ສາວ​ຈຳເປັນ​ຕ້ອງ​ເຮັດ​ວຽກ​ຫຼາຍ​ຊົ່ວໂມງ​ເພື່ອ​ຊ່ວຍ​ໃຫ້​ຄອບຄົວ​ຢູ່​ລອດ. ແຕ່​ຖ້າ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ສະພາບ​ແບບ​ນັ້ນ ແລ້ວ​ຈະ​ເຮັດ​ວຽກ​ໄປ​ເຮັດ​ຫຍັງ? ນັກ​ວິໄຈ​ສ່ວນ​ໃຫຍ່​ບອກ​ວ່າ ການ​ເຮັດ​ວຽກ​ຫຼາຍ​ກວ່າ 20 ຊົ່ວໂມງ​ຕໍ່​ອາທິດ​ໃນ​ຂະນະ​ທີ່​ຕ້ອງ​ຮຽນ​ໜັງສື​ໄປ​ນຳ ເປັນ​ການ​ເຮັດ​ຫຼາຍ​ເກີນ​ໄປ​ແລະ​ມີ​ແຕ່​ຜົນ​ເສຍ. ຜູ້​ຊ່ຽວຊານ​ບາງ​ຄົນ​ແນະນຳ​ໃຫ້​ເຮັດ​ວຽກ​ບໍ່​ເກີນ​ແປດ​ຫາ​ສິບ​ຊົ່ວໂມງ​ຕໍ່​ອາທິດ. ກະສັດ​ໂຊໂລໂມນ​ທີ່​ສະຫຼາດ​ຫຼັກແຫຼມ​ບອກ​ວ່າ: “ການ​ໄດ້​ພັກຜ່ອນ​ຈັກ​ໜ້ອຍ​ໜຶ່ງ​ກໍ​ດີ​ກວ່າ​ການ​ເຮັດ​ວຽກ​ໜັກ​ແລະ​ແລ່ນ​ໄລ່​ຕາມ​ລົມ.”—ປັນຍາຈານ 4:6

ຂໍ​ຈື່​ໄວ້​ວ່າ “ຄວາມ​ຫຼົງ​ໄຫຼ​ໃນ​ຊັບ​ສົມບັດ” ຈະ​ເຮັດ​ໃຫ້​ເຈົ້າ​ບໍ່​ມີ​ເວລາ​ສົນໃຈ​ເລື່ອງ​ພະເຈົ້າ​ແລະ​ຄ່ອຍໆ​ເຊົາ​ໄປ​ປະຊຸມ ໄປ​ປະກາດ​ແລະ​ສຶກສາ​ຄຳພີ​ໄບເບິນ. (ມາຣະໂກ 4:19) ດັ່ງນັ້ນ ຖ້າ​ເຈົ້າ​ຕ້ອງ​ເຮັດ​ວຽກ​ຫຼັງ​ເລີກ​ຮຽນ​ເພື່ອ​ຫາ​ລາຍ​ໄດ້ ກໍ​ໃຫ້​ຈັດ​ຕາຕະລາງ​ດີໆ​ໂດຍ​ໃຫ້​ຄວາມ​ສຳຄັນ​ກັບ​ເລື່ອງ​ຂອງ​ພະເຈົ້າ​ກ່ອນ. ໃຫ້​ອະທິດຖານ​ເລື່ອງ​ນີ້​ກັບ​ພະ​ເຢໂຫວາ. ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ເພື່ອ​ຮັບມື​ກັບ​ສະພາບການ​ແບບ​ນີ້​ໄດ້ ແລະ​ຍັງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສົມດຸນ​ເພື່ອ​ຈະ​ຮັບໃຊ້​ເພິ່ນ​ໄດ້​ຕໍ່ໆ​ໄປ.

ອ່ານ​ເພີ່ມເຕີມ​ກ່ຽວກັບ​ຫົວຂໍ້​ນີ້​ໃນ​ເຫຼັ້ມ​ທີ 1 ບົດ​ທີ 21

ໃນ​ບົດ​ຕໍ່​ໄປ

ເຈົ້າ​ຄວບຄຸມ​ເງິນ​ຫຼື​ເງິນ​ຄວບຄຸມ​ເຈົ້າ? ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ຄວບຄຸມ​ມັນ​ໄດ້​ແນວ​ໃດ.

ຂໍ້​ຄຳພີ​ຫຼັກ

“ຄົນ​ຂີ້​ຄ້ານ​ຢາກ​ໄດ້​ນັ້ນ​ຢາກ​ໄດ້​ນີ້​ແຕ່​ກໍ​ບໍ່​ໄດ້​ຫຍັງ​ຈັກ​ຢ່າງ ແຕ່​ຄົນ​ດຸ​ໝັ່ນ​ຢາກ​ໄດ້​ຫຍັງ​ກໍ​ສົມ​ຫວັງ.”—ສຸພາສິດ 13:4

ຄຳ​ແນະນຳ

ສົ່ງ​ປະຫວັດ​ຫຍໍ້​ຂອງ​ເຈົ້າ​ໃຫ້​ກັບ​ບໍລິສັດ​ຕ່າງໆ​ໂດຍ​ບໍ່​ຕ້ອງ​ຖ້າ​ໃຫ້​ເຂົາເຈົ້າ​ປະກາດ​ຮັບ​ສະໝັກ​ວຽກ.

ເຈົ້າ​ຮູ້​ບໍ . . . ?

ໃນ​ບາງ​ບ່ອນ ມີ​ວຽກ​ຕັ້ງ 85 ເປີເຊັນ​ທີ່​ບໍ່​ມີ​ການ​ປະກາດ​ຮັບ​ສະໝັກ​ວຽກ.

ແຜນ​ພາກ​ປະຕິບັດ!

ເພື່ອ​ຈະ​ຫາ​ວຽກ​ງ່າຍ​ຂຶ້ນ ຂ້ອຍ​ຈະ ․․․․․

ຂ້ອຍ​ຈະ​ເຮັດ​ວຽກ​ພຽງ ․․․․․

ຊົ່ວໂມງ​ໃນ​ແຕ່​ລະ​ອາທິດ. ․․․․․ ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ

ເຈົ້າ​ຄິດ​ແນວ​ໃດ?

● ເປັນ​ຫຍັງ​ເຈົ້າ​ຕ້ອງ​ຫາ​ເງິນ?

● ຖ້າ​ເຈົ້າ​ຫາ​ວຽກ​ເຮັດ ເຈົ້າ​ຈະ​ເຈິ​ບັນຫາ​ຫຍັງ​ແດ່?

● ເຈົ້າ​ຈະ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ເງິນ​ໄດ້​ແນວ​ໃດ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 153]

“ຖ້າ​ຄວາມ​ສຸກ​ຂອງ​ເຈົ້າ​ຂຶ້ນ​ຢູ່​ກັບ​ການ​ມີ​ວັດຖຸ​ສິ່ງ​ຂອງ ເຈົ້າ​ກໍ​ຈະ​ບໍ່​ມີ​ທາງ​ທີ່​ຈະ​ມີ​ຄວາມ​ສຸກ​ເລີຍ ເພາະ​ສິ່ງ​ຂອງ​ຈະ​ມີ​ມາ​ໃໝ່​ຕະຫຼອດ. ເຈົ້າ​ຕ້ອງ​ຮູ້​ຈັກ​ພໍໃຈ​ໃນ​ສິ່ງ​ທີ່​ມີ​ຢູ່.”—ໂຈນາທານ

[ຂອບ​ໜ້າ 155]

ຮູ້​ຄ່າ​ຂອງ​ເງິນ ແຕ່​ຢ່າ​ຮັກ​ເງິນ

ສຳລັບ​ພໍ່​ຄົວ​ແລ້ວ ມີດ​ຄົມໆ​ເປັນ​ເຄື່ອງມື​ທີ່​ມີ​ປະໂຫຍດ​ຫຼາຍ. ແຕ່​ຖ້າ​ຄົນ​ທີ່​ບໍ່​ມີ​ປະສົບການ​ຫຼື​ຄົນ​ທີ່​ບໍ່​ຄ່ອຍ​ລະວັງ​ມາ​ໃຊ້​ມີດ​ຄົມໆ​ນັ້ນ​ກໍ​ອາດ​ເຮັດ​ໃຫ້​ບາດເຈັບ​ໄດ້. ເງິນ​ກໍ​ຄື​ກັບ​ມີດ​ຄົມໆ. ຖ້າ​ເຈົ້າ​ຮູ້​ຈັກ​ໃຊ້​ເງິນ ມັນ​ກໍ​ມີ​ປະໂຫຍດ​ຫຼາຍ. ແຕ່​ຖ້າ​ເຈົ້າ​ບໍ່​ລະວັງ ມັນ​ອາດ​ເຮັດ​ໃຫ້​ເຈົ້າ​ເຈັບ​ໂຕ​ໄດ້! ອັກຄະສາວົກ​ໂປໂລ​ເຕືອນ​ວ່າ​ຢ່າ​ຮັກ​ເງິນ. ບາງ​ຄົນ​ທີ່​ຢາກ​ລ່ຳ​ລວຍ​ກໍ​ຍອມ​ເສຍ​ໝູ່ ເສຍ​ຄອບຄົວ ແລະ​ສາຍ​ສຳພັນ​ກັບ​ພະເຈົ້າ. ຜົນ​ກໍ​ຄື ເຂົາເຈົ້າ ‘ຕ້ອງ​ເຈັບ​ປວດ​ໃຈ​ຫຼາຍ​ອີ່ຫຼີ.’ (1 ຕີໂມທຽວ 6:9, 10) ຍ້ອນ​ແນວ​ນີ້​ເຮົາ​ຕ້ອງ​ຮູ້​ຈັກ​ໃຊ້​ເງິນ​ແລະ​ຮູ້​ຄ່າ​ຂອງ​ເງິນ ແຕ່​ຢ່າ​ຮັກ​ເງິນ!

[ຮູບ​ພາບ​ໜ້າ 153]

ການ​ເຮັດ​ຫຼາຍ​ຢ່າງ​ໃນ​ເວລາ​ດຽວ​ກັນ​ເຮັດ​ໃຫ້​ເຈົ້າ​ຮັກສາ​ຄວາມ​ສົມດຸນ​ໄດ້​ຍາກ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌