ຕອນ 5
ເລື່ອງເງິນ
ເພື່ອຈະມີຄວາມສຸກ ເຈົ້າຈຳເປັນຕ້ອງມີເງິນບໍ?
□ ບໍ່ຈຳເປັນ
□ ຈຳເປັນບາງເທື່ອ
□ ຈຳເປັນຫຼາຍ
ເຈົ້າເວົ້າເຖິງເລື່ອງເງິນຫຼືການຊື້ເຄື່ອງເລື້ອຍສ່ຳໃດ?
□ ບໍ່ຄ່ອຍເວົ້າ
□ ດົນໆເທື່ອ
□ ເລື້ອຍໆ
ພໍ່ແມ່ຄືຊິເວົ້າໃສ່ຫູເຈົ້າທຸກມື້ວ່າເງິນມັນຫາຍາກ. ນີ້ຈຶ່ງເປັນເຫດຜົນທີ່ເຈົ້າຕ້ອງຮູ້ຈັກໃຊ້ເງິນ. ເຖິງເງິນຈະສຳຄັນ ແຕ່ມັນອາດເຮັດໃຫ້ເຈົ້າກັງວົນ ເຮັດໃຫ້ໝູ່ແຕກແຍກ ແລະທຳລາຍສາຍສຳພັນຂອງເຈົ້າກັບພະເຈົ້າ. ແນ່ນອນວ່າ ຄວາມຄິດໃນເລື່ອງເງິນມີຜົນຕໍ່ເຈົ້າຫຼາຍ. ໃນບົດທີ 18-20 ຈະຊ່ວຍເຈົ້າໃຫ້ມີຄວາມຄິດທີ່ສົມດຸນໃນເລື່ອງນີ້.
[ຮູບພາບເຕັມໜ້າ 148, 149]