ການລ້ຽງລູກຕັ້ງແຕ່ເກີດຈົນເປັນໄວຮຸ່ນ
“ກ່ອນອາຍຸໄດ້ຫ້າປີ ລູກຢູ່ໃນສະພາບຄອບຄົວທີ່ປອດໄພ ຈຶ່ງງ່າຍທີ່ຈະປູກຝັງນິດໄສທີ່ດີໃຫ້ລູກ. ແຕ່ເມື່ອເຂົ້າໂຮງຮຽນ ລູກຈະເຫັນການປະຕິບັດແລະການເວົ້າທີ່ແຕກຕ່າງຈາກຄົນໃນຄອບຄົວ.”—ທ. ວໍເຕີ ຈາກປະເທດອີຕາລີ.
ເມື່ອໃຫຍ່ຂຶ້ນ ໂລກຂອງເດັກນ້ອຍກໍກວ້າງຂຶ້ນ. ເດັກນ້ອຍເລີ່ມມີການພົວພັນກັບຄົນອື່ນຫຼາຍຂຶ້ນເຊັ່ນ ມີໝູ່ຫຼິ້ນ ໝູ່ຮຽນ ແລະຍາດພີ່ນ້ອງ. ດັ່ງທີ່ທ້າວວໍເຕີໄດ້ເວົ້າ ຕັ້ງແຕ່ນີ້ໄປບໍ່ແມ່ນພໍ່ແມ່ເທົ່ານັ້ນທີ່ຈະຫຼໍ່ຫຼອມຊີວິດຂອງລູກ. ຖືວ່າສຳຄັນຫຼາຍທີ່ພໍ່ແມ່ຕ້ອງສອນລູກໃຫ້ເຊື່ອຟັງແລະມີມາລະຍາດທີ່ດີຕັ້ງແຕ່ຍັງນ້ອຍ. ການຊີ້ນຳໃນສິ່ງທີ່ຖືກແລະສິ່ງທີ່ຜິດກໍຍັງເປັນເລື່ອງທີ່ສຳຄັນ.
ນິດໄສເຫຼົ່ານີ້ບໍ່ໄດ້ສອນງ່າຍໆແລະບໍ່ໄດ້ເກີດຂຶ້ນເອງໃນຕົວເດັກນ້ອຍ. ພໍ່ແມ່ຈຳເປັນຕ້ອງໄດ້ “ຊັກຊວນດ້ວຍເຫດແລະຜົນ . . . ຕຳໜິຕິຕຽນແລະຊູໃຈ ໂດຍສັ່ງສອນດ້ວຍຄວາມອົດທົນທຸກຢ່າງ.” (2 ຕີໂມເຕ 4:2, ທ.ປ.) ໃນກົດໝາຍຂອງພະເຢໂຫວາ ມີການສັ່ງພໍ່ແມ່ຊາວອິດສະລາແອນວ່າ: “ຈົ່ງສອນແກ່ພວກລູກຂອງເຈົ້າແລະຈົ່ງປາກແຕ່ຄຳນັ້ນເມື່ອນັ່ງຢູ່ເຮືອນ ແລະເມື່ອທຽວທາງ ແລະເມື່ອນອນ ແລະເມື່ອລຸກແຕ່ນອນ.” (ພະບັນຍັດ 6:6, 7) ດັ່ງທີ່ຂໍ້ພະຄຳພີນີ້ບອກໄວ້ ການສອນຢ່າງຕໍ່ເນື່ອງເປັນເລື່ອງທີ່ສຳຄັນຫຼາຍ.
ການລ້ຽງລູກມີຂໍ້ທ້າທາຍຫຼາຍຢ່າງ. ໃຫ້ເຮົາພິຈາລະນາເບິ່ງບາງຈຸດ.
ເວລາທີ່ຈະຟັງ
ເຖິງແມ່ນຄຳພີໄບເບິນບອກວ່າ “ມີເວລາເວົ້າ” ແຕ່ກໍມີເວລາທີ່ຈະຟັງນຳອີກ. (ຜູ້ເທສະໜາປ່າວປະກາດ 3:7) ໃນຂະນະທີ່ຄົນອື່ນຫຼືພໍ່ແມ່ກຳລັງເວົ້າ ຈະສອນລູກແນວໃດເພື່ອໃຫ້ຕັ້ງໃຈຟັງ? ວິທີໜຶ່ງກໍຄືພໍ່ແມ່ຕ້ອງເປັນແບບຢ່າງ. ພໍ່ແມ່ໄດ້ຕັ້ງໃຈຟັງເມື່ອລູກຫຼືຄົນອື່ນເວົ້າບໍ?
ເດັກນ້ອຍຈະວອກແວກໄດ້ງ່າຍ ແລະແນ່ນອນວ່າພໍ່ແມ່ຈະຕ້ອງຄວບຄຸມອາລົມເພື່ອຈະເວົ້າກັບລູກ. ລູກແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ພໍ່ແມ່ຕ້ອງສັງເກດເບິ່ງວ່າຈະໃຊ້ວິທີໃດຈຶ່ງດີທີ່ສຸດທີ່ຈະເວົ້າກັບລູກ. ຕົວຢ່າງເຊັ່ນ ທ້າວ ດາວິດທີ່ຢູ່ປະເທດອັງກິດບອກວ່າ: “ຂ້ອຍຈະໃຫ້ລູກສາວເວົ້າຄືນໃນສິ່ງທີ່ຂ້ອຍຫາກໍເວົ້າເປັນຄຳເວົ້າຂອງລາວເອງ. ດັ່ງນັ້ນ ເມື່ອລູກໃຫຍ່ຂຶ້ນລູກຈຶ່ງຕັ້ງໃຈຟັງຄົນອື່ນຫຼາຍຂຶ້ນ.”
ເມື່ອສອນລູກສິດ ພະເຍຊູບອກເຂົາເຈົ້າວ່າ: “ຈົ່ງລະວັງໃຫ້ດີທ່ານທັງຫຼາຍໄດ້ຍິນຢ່າງໃດ.” (ລືກາ 8:18) ຖ້າຜູ້ໃຫຍ່ຕ້ອງໄດ້ຕັ້ງໃຈຟັງ ເດັກນ້ອຍກໍແຮ່ງຕ້ອງໄດ້ຕັ້ງໃຈຟັງຫຼາຍກວ່ານັ້ນອີກ!
“ຍົກໂທດໃຫ້ກັນແລະກັນ”
ຄຳພີໄບເບິນກ່າວວ່າ: “ຈົ່ງອົດກັ້ນ . . . ກັນແລະກັນ ແລະຍົກໂທດໃຫ້ກັນແລະກັນຖ້າແມ່ນຜູ້ໃດມີຂໍ້ຄວາມຟ້ອງຕໍ່ຄົນອື່ນ.” (ໂກໂລດ 3:13) ພໍ່ແມ່ສາມາດສອນລູກໃຫ້ຮູ້ຈັກໃຫ້ອະໄພຄົນອື່ນ. ໂດຍວິທີໃດ?
ຄືດັ່ງທີ່ໄດ້ກ່າວໄປແລ້ວເລື່ອງການເປັນຜູ້ຟັງທີ່ດີ ພໍ່ແມ່ຕ້ອງວາງຕົວຢ່າງໃຫ້ລູກ. ເຮັດໃຫ້ລູກເຫັນວ່າພໍ່ແມ່ພ້ອມຈະໃຫ້ອະໄພຄົນອື່ນ. ນາງ ມາລິນາທີ່ຢູ່ປະເທດຣັດເຊຍພະຍາຍາມເຮັດແນວນັ້ນ. ລາວເວົ້າວ່າ: “ເຮົາພະຍາຍາມວາງຕົວຢ່າງທີ່ດີໃຫ້ລູກໃນເລື່ອງການໃຫ້ອະໄພຄົນອື່ນ ການຍິນຍອມ ແລະບໍ່ຄຽດງ່າຍ. ຂ້ອຍຂໍໂທດລູກເມື່ອເຮັດຜິດ ຂ້ອຍຢາກໃຫ້ລູກເຮັດແບບດຽວກັນນີ້ກັບຄົນອື່ນ.”
ການຮູ້ວິທີແກ້ໄຂຂໍ້ຂັດແຍ່ງແລະພ້ອມຈະໃຫ້ອະໄພເປັນສິ່ງທີ່ສຳຄັນສຳລັບລູກເມື່ອເປັນຜູ້ໃຫຍ່. ຈົ່ງສອນລູກຕັ້ງແຕ່ດຽວນີ້ໃຫ້ຄຶດເຖິງຄົນອື່ນແລະຮູ້ຈັກຍອມຮັບຜິດ. ການເຮັດແນວນັ້ນຈະເປັນຂອງຂວັນອັນມີຄ່າເຊິ່ງເປັນປະໂຫຍດຕໍ່ລູກຫຼາຍໃນຂະນະທີ່ເຕີບໃຫຍ່ຂຶ້ນ.
ສະແດງຄວາມຂອບໃຈ
ໃນສະໄໝທີ່ “ໜ້າກົວໜ້າຢ້ານ” ຫຼາຍຄົນ “ຈະຮັກແຕ່ຕົວເອງ.” (2 ຕີໂມເຕ 3:1, 2) ພໍ່ແມ່ຄວນສອນລູກຕັ້ງແຕ່ຍັງນ້ອຍໃຫ້ຮູ້ຈັກຂອບໃຈ. ອັກຄະສາວົກໂປໂລກ່າວວ່າ: “ຈົ່ງຂອບພະຄຸນ.”—ໂກໂລດ 3:15, ທ.ປ.
ເຖິງວ່າເປັນເດັກນ້ອຍ ແຕ່ກໍສາມາດຮຽນຮູ້ທີ່ຈະມີມາລະຍາດທີ່ດີແລະຄຶດເຖິງຄົນອື່ນໄດ້. ໂດຍວິທີໃດ? ສາດສະດາຈານໄຄ ພຣູເອດ ກ່າວໃນວາລະສານ Parents ວ່າ: “ວິທີດີສຸດທີ່ຈະສອນລູກໃຫ້ຮູ້ຈັກຂອບໃຈ ກໍໂດຍທີ່ພໍ່ແມ່ເວົ້າຄຳວ່າຂອບໃຈເລື້ອຍໆເມື່ອຢູ່ເຮືອນ.” ລາວກ່າວຕື່ມວ່າ: “ເລື່ອງນີ້ໝາຍຄວາມວ່າພໍ່ແມ່ຄວນມີນິດໄສທີ່ຈະເວົ້າຄຳວ່າຂອບໃຈ ເມື່ອຄົນອື່ນເຮັດບາງຢ່າງໃຫ້ຫຼືສະແດງນ້ຳໃຈຕໍ່ເຂົາເຈົ້າ . . . ເລື່ອງນີ້ຕ້ອງໄດ້ໃຊ້ເວລາຝຶກຝົນ.”
ທ້າວຣິຊາດທີ່ຢູ່ປະເທດອັງກິດພະຍາຍາມເຮັດແບບນັ້ນ. ລາວເວົ້າວ່າ: “ຂ້ອຍກັບເມຍເຮັດໃຫ້ລູກເຫັນວ່າເຮົາຂອບໃຈຄົນອື່ນທີ່ຊ່ວຍເຫຼືອເຮົາເຊັ່ນ ນາຍຄູຢູ່ໂຮງຮຽນຫຼືຜູ້ສູງອາຍຸໃນຄອບຄົວ.” ລາວເວົ້າຕື່ມວ່າ: “ເມື່ອຖືກເຊີນໄປກິນເຂົ້າ ພວກເຮົາຈະຂຽນຄຳຂອບໃຈແລະລູກທຸກຄົນກໍຈະຂຽນຊື່ຫຼືວ່າແຕ້ມຮູບໃສ່.” ການເປັນຄົນສຸພາບແລະຮູ້ຈັກຂອບໃຈຈະຊ່ວຍໃຫ້ເດັກນ້ອຍພັດທະນາສາຍສຳພັນທີ່ໃກ້ຊິດແລະຢັ້ງຢືນກັບຜູ້ອື່ນເມື່ອໃຫຍ່ຂຶ້ນ.
“ການຕີສອນ . . . ຢ່າລະເວັ້ນ”
ໃນຂະນະທີ່ເຕີບໃຫຍ່ ເປັນເລື່ອງສຳຄັນທີ່ເດັກນ້ອຍຈະຮຽນຮູ້ວ່າການກະທຳຂອງລາວຕ້ອງມີຜົນທີ່ຕາມມາ. ເຖິງວ່າເປັນເດັກນ້ອຍແຕ່ກໍຕ້ອງຮັບຜິດຊອບໃນການກະທຳຂອງຕົນຕໍ່ຜູ້ມີສິດອຳນາດ ທັງຢູ່ໃນເຮືອນ ໃນໂຮງຮຽນ ແລະໃນສັງຄົມ. ພໍ່ແມ່ສາມາດສອນລູກໃຫ້ເຂົ້າໃຈວ່າເຮົາຕ້ອງຮັບຜົນສຳລັບການກະທຳຂອງເຮົາ. (ຄາລາຊີ 6:7) ສອນໂດຍວິທີໃດ?
ຄຳພີໄບເບິນກ່າວວ່າ: “ການຕີສອນ . . . ຢ່າລະເວັ້ນ.” (ສຸພາສິດ 23:13) ຖ້າພໍ່ແມ່ອະທິບາຍຢ່າງຈະແຈ້ງແລ້ວວ່າຜົນຈະເປັນແນວໃດຖ້າລູກເຮັດຜິດ ກໍຢ່າຢ້ານທີ່ຈະເຮັດຕາມສິ່ງທີ່ເວົ້າ. ນາງນໍມາທີ່ຢູ່ປະເທດອາກຊັງຕິນເວົ້າວ່າ: “ຄວາມສະເໝີຕົ້ນສະເໝີປາຍເປັນສິ່ງສຳຄັນຫຼາຍ ຖ້າບໍ່ເຮັດແນວນັ້ນລູກກໍຈະສວຍໂອກາດເຮັດຕາມທີ່ຕົນຕ້ອງການ.”
ຖ້າພໍ່ແມ່ບອກໃຫ້ລູກເຂົ້າໃຈຢ່າງຈະແຈ້ງກ່ອນ ວ່າຜົນຈະເປັນແນວໃດຫາກບໍ່ເຊື່ອຟັງ ພໍ່ແມ່ກໍຈະຫຼີກເວັ້ນການຖຽງກັບລູກແບບບໍ່ຈົບສິ້ນຫຼັງຈາກ ທີ່ລູກເຮັດຜິດແລ້ວ. ເດັກນ້ອຍຈະບໍ່ລະເມີດກົດລະບຽບຖ້າຮູ້ວ່າຈະເກີດຫຍັງຂຶ້ນເມື່ອເຮັດແບບນັ້ນ ແລະຮູ້ວ່າການລົງໂທດແມ່ນຕໍ່ລອງບໍ່ໄດ້.
ເພື່ອການລົງໂທດຈະໄດ້ຜົນ ບໍ່ຄວນເຮັດດ້ວຍຄວາມໃຈຮ້າຍ. ຄຳພີໄບເບິນກ່າວວ່າ: “ໃຈເຜັດຮ້ອນແລະຄວາມຂັດເຄືອງແຄ້ນກັນ ແລະຄວາມຮ້າຍ ແລະການຮ້ອງຖຽງກັນ ແລະຄວາມປ້ອຍດ່າ ກັບຄວາມປອງຮ້າຍທຸກຢ່າງຈົ່ງຖິ້ມເສຍຈາກທ່າມກາງທ່ານທັງຫຼາຍ.” (ເອເຟດ 4:31) ການລົງໂທດບໍ່ຄວນເປັນແບບໂຫດຮ້າຍແລະຮຸນແຮງຕໍ່ຮ່າງກາຍຫຼືຈິດໃຈຂອງລູກ.
ແຕ່ວ່າຈະຄວບຄຸມອາລົມແນວໃດຖ້າລູກເຮັດໃຫ້ພໍ່ແມ່ໃຈຮ້າຍແທ້ໆ? ທ້າວ ປີເຕີທີ່ຢູ່ປະເທດນິວຊີແລນຍອມຮັບວ່າ: “ການຄວບຄຸມອາລົມບໍ່ງ່າຍສະເໝີໄປ. ແຕ່ລູກຕ້ອງຮູ້ວ່າຖືກລົງໂທດກໍຍ້ອນການກະທຳຂອງຕົນບໍ່ແມ່ນຍ້ອນພໍ່ແມ່ຄວບຄຸມອາລົມບໍ່ໄດ້.”
ທ້າວ ປີເຕີແລະເມຍພະຍາຍາມຊ່ວຍລູກໃຫ້ເຫັນປະໂຫຍດໃນໄລຍະຍາວຂອງການແກ້ໄຂຕັກເຕືອນ. ລາວບອກວ່າ: “ແມ່ນແຕ່ຕອນທີ່ລູກເຮັດຜິດຮ້າຍແຮງ ເຮົາບອກລູກວ່າຄວນປະພຶດແບບໃດແທນທີ່ຈະເວົ້າເຖິງຄວາມຜິດທີ່ລູກຫາກໍເຮັດ.”
“ຄວາມອ່ອນຫວານ [ຄວາມມີເຫດຜົນ] ຂອງທ່ານທັງຫຼາຍຈົ່ງໃຫ້ປາກົດແກ່ຄົນທັງປວງ”
ພະເຢໂຫວາກ່າວເຖິງການແກ້ໄຂຕັກເຕືອນທີ່ເຮັດກັບປະຊາຊົນຂອງພະອົງວ່າ: “ເຮົາຈະຕີສອນເຈົ້າຕາມກຳນົດ.” (ເຢເຣມີ 46:28) ພໍ່ແມ່ຈະໄດ້ຮັບຜົນດີທີ່ສຸດຖ້າແກ້ໄຂຕັກເຕືອນຢ່າງຍຸຕິທຳແລະເໝາະສົມກັບຄວາມຜິດ. ໂປໂລຂຽນເຖິງຄລິດສະຕຽນວ່າ “ຄວາມອ່ອນຫວານ [ຄວາມມີເຫດຜົນ] ຂອງທ່ານທັງຫຼາຍຈົ່ງໃຫ້ປາກົດແກ່ຄົນທັງປວງ.”—ຟິລິບ 4:5
ການມີເຫດຜົນໝາຍເຖິງການແກ້ໄຂຕັກເຕືອນໃນວິທີທີ່ບໍ່ເຮັດໃຫ້ລູກຂາຍໜ້າ. ທ້າວ ສັນຕິທີ່ຢູ່ປະເທດອີຕາລີເວົ້າວ່າ: “ຂ້ອຍບໍ່ເຄີຍດູຖູກລູກ. ແທນທີ່ຈະເຮັດແບບນັ້ນ ຂ້ອຍພະຍາຍາມຊອກຫາຕົ້ນເຫດຂອງບັນຫາແລະແກ້ໄຂເລື່ອງນັ້ນ. ຂ້ອຍຈະບໍ່ລົງໂທດລູກຕໍ່ໜ້າຄົນອື່ນ ແມ່ນແຕ່ຕໍ່ໜ້າອ້າຍເອື້ອຍນ້ອງຂອງລາວ. ຂ້ອຍບໍ່ເອົາເລື່ອງທີ່ລູກເຮັດຜິດໄປເລົ່າເປັນເລື່ອງຕະຫຼົກໃຫ້ຜູ້ອື່ນຟັງຫຼືເວົ້າຢອກພາຍໃນຄອບຄົວ.”
ທ້າວ ຣິຊາດທີ່ກ່າວເຖິງກ່ອນໜ້ານີ້ຍັງເຫັນວ່າເປັນເລື່ອງເໝາະສົມທີ່ຈະມີເຫດຜົນ. ລາວເວົ້າວ່າ “ການລົງໂທດບໍ່ຄວນເພີ່ມຂຶ້ນເມື່ອລູກເຮັດຜິດເທື່ອໜ້າ. ພາຍຫຼັງທີ່ຕີສອນແລ້ວ ເປັນເລື່ອງທີ່ດີທີ່ຈະບໍ່ເວົ້າເຖິງຄວາມຜິດຂອງລູກອີກ.”
ການລ້ຽງລູກເປັນວຽກໜັກເຊິ່ງຕ້ອງເສຍສະລະຕົວເອງ ແຕ່ກໍໄດ້ຜົນຕອບແທນທີ່ຄຸ້ມຄ່າ. ນາງ ເຢເຣນາທີ່ຢູ່ປະເທດຣັດເຊຍຮູ້ສຶກແບບນັ້ນ. ລາວເວົ້າວ່າ: “ຂ້ອຍເລືອກເຮັດວຽກບໍ່ເຕັມເວລາເພື່ອຈະຢູ່ກັບລູກຫຼາຍຂຶ້ນ. ເລື່ອງນີ້ຕ້ອງໃຊ້ຄວາມພະຍາຍາມແລະຕ້ອງເສຍລາຍໄດ້ໄປສ່ວນໜຶ່ງ ແຕ່ຄຸ້ມຄ່າທີ່ເຮັດແບບນັ້ນ ເພາະລູກມີຄວາມສຸກຫຼາຍແລະເຮົາກໍໃກ້ຊິດກັນຫຼາຍຂຶ້ນ.”
[ຮູບພາບໜ້າ 11]
ເດັກນ້ອຍສາມາດຮຽນຮູ້ທີ່ຈະຄຶດເຖິງຄົນອື່ນ
[ຮູບພາບໜ້າ 12]
ແກ້ໄຂຕັກເຕືອນໃນວິທີທີ່ບໍ່ເຮັດໃຫ້ລູກຂາຍໜ້າ