ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈລ-1110 ໜ້າ 13-15
  • ພໍ່​ແມ່​ບາງ​ຄົນ​ເວົ້າ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພໍ່​ແມ່​ບາງ​ຄົນ​ເວົ້າ​ແນວ​ໃດ?
  • ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ເລື່ອງທີ່ຄ້າຍກັນ
  • ການ​ລ້ຽງ​ລູກ​ຕັ້ງ​ແຕ່​ເກີດ​ຈົນ​ເປັນ​ໄວຮຸ່ນ
    ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ວິທີ​ອົບຮົມ​ສັ່ງ​ສອນ​ລູກ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຈົ່ງ​ຝຶກ​ອົບຮົມ​ລູກ​ຂອງ​ເຈົ້າ​ຕັ້ງ​ແຕ່​ເປັນ​ທາລົກ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ຜູ້​ທີ່​ເປັນ​ພໍ່​ແມ່ ຂໍ​ເຈົ້າ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ເບິ່ງຕື່ມ
ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
ຈລ-1110 ໜ້າ 13-15

ພໍ່​ແມ່​ບາງ​ຄົນ​ເວົ້າ​ແນວ​ໃດ?

ເມື່ອ​ລູກ​ເຕີບ​ໃຫຍ່ ທ່ານ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຮຽນ​ຮູ້​ຄຸນຄ່າ​ຂອງ​ການ​ເຊື່ອ​ຟັງ? ທ່ານ​ຈະ​ສອນ​ລູກ​ແນວ​ໃດ​ໃຫ້​ມີ​ຄວາມ​ສາມາດ​ທີ່​ເປັນ​ປະໂຫຍດ​ເມື່ອ​ກ້າວ​ເຂົ້າ​ສູ່​ໄວ​ຜູ້​ໃຫຍ່? ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ພໍ່​ແມ່​ບາງ​ຄົນ​ຈາກ​ທົ່ວ​ໂລກ​ໄດ້​ເວົ້າ.

ການ​ຢູ່​ຮ່ວມ​ກັບ​ຄົນ​ອື່ນ​ແລະ​ການ​ເບິ່ງ​ແຍງ​ເຮືອນ​ຊານ

“ໃນ​ຕອນ​ທີ່​ກິນ​ເຂົ້າ​ແລະ​ລົມ​ກັນ​ເຖິງ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ແຕ່​ລະ​ມື້ ລູກ​ແຕ່​ລະ​ຄົນ​ຈຶ່ງ​ໄດ້​ຮຽນ​ຮູ້​ທີ່​ຈະ​ຟັງ​ຄົນ​ອື່ນ. ເມື່ອ​ລູກ​ເຫັນ​ວ່າ​ພໍ່​ແມ່​ອົດ​ທົນ​ຟັງ ກໍ​ເຮັດ​ໃຫ້​ລູກ​ນັບຖື​ກັນ​ແລະ​ກັນ​ແລະ​ນັບຖື​ຕົວ​ເອງ​ນຳ.”—ທ .ຣິຊາດ ຈາກ​ປະເທດ​ອັງກິດ.

“ເປັນ​ເລື່ອງ​ຊື່ນ​ໃຈ​ທີ່​ເຫັນ​ລູກ​ປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ນັບຖື​ແລະ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ຕົວ​ເອງ​ໂດຍ​ບໍ່​ຕ້ອງ​ໃຫ້​ພໍ່​ແມ່​ເຂົ້າ​ໄປ​ຊ່ວຍ. ນອກ​ຈາກ​ນັ້ນ ລູກ​ຍັງ​ສາມາດ​ເວົ້າ​ກັບ​ຜູ້​ໃຫຍ່​ຄົນ​ອື່ນໆດ້ວຍ​ຄວາມ​ໝັ້ນ​ໃຈ.”—ທ. ຈອນ ຈາກ​ປະເທດ​ອາຝຼິກກາ​ໃຕ້.

“ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ສົມບູນ​ພ້ອມ ບາງ​ຄັ້ງ​ຂ້ອຍ​ທຳ​ຮ້າຍ​ຄວາມ​ຮູ້ສຶກ​ຂອງ​ລູກ​ແບບ​ບໍ່​ໄດ້​ຕັ້ງ​ໃຈ. ເມື່ອ​ເປັນ​ແບບ​ນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຂໍ​ໂທດ​ລູກ.”—ນ. ເຈ​ແນນ ຈາກ​ປະເທດ​ອົດສະຕຣາລີ.

“ເຮົາ​ສອນ​ລູກ​ໃຫ້​ຮູ້ຈັກ​ເຮັດ​ວຽກ​ເຮືອນ. ການ​ທີ່​ລູກ​ຮູ້​ເຮັດ​ວຽກ​ຊ່ວຍ​ຄົນ​ອື່ນ​ເຮັດ​ໃຫ້​ທຸກ​ຢ່າງ​ໃນ​ຄອບຄົວ​ເປັນ​ລະບຽບ ແລະ​ຍັງ​ເຮັດ​ໃຫ້​ລູກ​ຮູ້ສຶກ​ພູມ​ໃຈ.”—ທ. ຄາຍ ຈາກ​ປະເທດ​ອົດສະຕຣາລີ.

“ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ກໍ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ສອນ​ລູກ​ໃຫ້​ເຂົ້າ​ໃຈ ນັບຖື ແລະ​ໃຫ້​ອະໄພ​ກັນ​ແລະ​ກັນ.”— ນ. ຢູໂກະ ຈາກ​ປະເທດ​ຍີ່ປຸ່ນ.

ສຸຂະ​ອະນາໄມ​ແລະ​ສຸຂະພາບ

“ເມື່ອ​ຍັງ​ນ້ອຍ ເຮົາ​ສອນ​ລູກ​ໃຫ້​ອາບ​ນ້ຳ​ເອງ​ແລະ​ເພື່ອ​ໃຫ້​ມ່ວນ​ເຮົາ​ໃຫ້​ລູກ​ຫຼິ້ນ​ຟອງ​ສະບູ ໃຊ້​ຢາ​ສະ​ຜົມ​ທີ່​ມີ​ຂວດ​ເປັນ​ຮູບ​ກະຕູນ ແລະ​ໃຊ້​ຟອງ​ນ້ຳ​ທີ່​ເປັນ​ຮູບ​ສັດ​ໂຕ​ນ້ອຍໆ.”—ທ. ເອັດ​ກ້າ ຈາກ​ປະເທດ​ເມັກຊິກ.

“ເມື່ອ​ເຮົາ​ອາໄສ​ຢູ່​ເຂດ​ທີ່​ບໍ່​ມີ​ນ້ຳ​ປະ​ປາ ຂ້ອຍ​ຕັ້ງ​ຄຸ​ນ້ຳ​ແລະ​ສະບູ​ໄວ້​ໃນ​ເຮືອນ​ໃນ​ບ່ອນ​ທີ່​ຈັບ​ເອົາ​ໄດ້​ງ່າຍ​ເພື່ອ​ລ້າງ​ມື​ຕອນ​ເຂົ້າ​ມາ​ໃນ​ເຮືອນ.”—ທ. ເອັນດູເຣັນ ຈາກ​ປະເທດ​ນີເຊເຣຍ.

“ເຮົາ​ເຮັດ​ຂອງ​ກິນ​ທີ່​ມີ​ປະໂຫຍດ​ໃຫ້​ລູກ​ທຸກ​ມື້ ແລະ​ບອກ​ລູກ​ໃຫ້​ຮູ້​ວ່າ​ການ​ກິນ​ອາຫານ​ທີ່​ມີ​ຄຸນຄ່າ​ຄົບ​ຖ້ວນ​ເປັນ​ເລື່ອງ​ສຳຄັນ. ລູກ​ຢາກ​ຮູ້​ເຄື່ອງ​ປຸງ​ຂອງ​ອາຫານ​ປະເພດ​ຕ່າງໆ ດັ່ງ​ນັ້ນ​ຂ້ອຍ​ຈຶ່ງ​ໃຫ້​ລູກ​ຊ່ວຍ​ແຕ່ງ​ກິນ. ການ​ແຕ່ງ​ກິນ​ນຳ​ກັນ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ເວົ້າ​ລົມ​ກັນ​ຫຼາຍ​ຂຶ້ນ.”—ນ. ຊານດຣາ ຈາກ​ປະເທດ​ອັງກິດ.

“ການ​ອອກ​ກຳລັງ​ກາຍ​ເປັນ​ເລື່ອງ​ສຳຄັນ ແລະ​ເຮົາ​ທີ່​ເປັນ​ພໍ່​ແມ່​ຈຶ່ງ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ. ລູກ​ມັກ​ອອກ​ກຳລັງ​ກາຍ​ນຳ​ກັນ​ເປັນ​ຄອບຄົວ​ເຊັ່ນ ແລ່ນ​ຊ້າໆ ລອຍ​ນ້ຳ ຕີ​ເຕັນນິດສ ຫຼິ້ນ​ບານ​ບ້ວງ ຫຼື​ຂີ່​ລົດ​ຖີບ. ລູກ​ເຫັນ​ໄດ້​ວ່າ​ການ​ອອກ​ກຳລັງ​ກາຍ​ທັງ​ສຳຄັນ​ແລະ​ກໍ​ມ່ວນ​ນຳ​ອີກ.”—ນ. ເຄເຣັນ ຈາກ​ປະເທດ​ອົດສະຕຣາລີ.

“ລູກ​ຕ້ອງການ​ເວລາ​ຢູ່​ນຳ​ພໍ່​ແມ່​ຫຼາຍ​ທີ່​ສຸດ. ບໍ່​ມີ​ຫຍັງ​ທີ່​ຈະ​ທົດ​ແທນ​ໄດ້ ບໍ່​ວ່າ​ຈະ​ເປັນ​ເງິນ​ຄຳ ຂອງ​ຂວັນ ຫຼື​ການ​ໄປ​ທ່ຽວ​ຫຼິ້ນ. ເມື່ອ​ລູກ​ເຂົ້າ​ໂຮງ​ຮຽນ ຂ້ອຍ​ເຮັດ​ວຽກ​ແຕ່​ຕອນ​ເຊົ້າ​ແລ້ວ​ຕອນ​ສວາຍ​ຂ້ອຍ​ຢູ່​ເຮືອນ​ກັບ​ລູກ.”—ນ. ໂຣມິນາ ຈາກ​ປະເທດ​ອີຕາລີ.

ການ​ສັ່ງ​ສອນ

“ພວກ​ເຮົາ​ພົບ​ວ່າ​ບໍ່​ມີ​ວິທີ​ສັ່ງ​ສອນ​ວິທີ​ໃດ​ວິທີ​ໜຶ່ງ​ເຊິ່ງ​ໃຊ້​ໄດ້​ຜົນ​ດີ​ທີ່​ສຸດ ທຸກ​ຢ່າງ​ຂຶ້ນ​ກັບ​ສະພາບການ. ບາງ​ຄັ້ງ​ການ​ສັ່ງ​ສອນ​ໝາຍ​ເຖິງ​ການ​ເວົ້າ​ລົມ​ແບບ​ເປີດ​ໃຈ​ຕໍ່​ກັນ ແລະ​ບາງ​ຄັ້ງ​ກໍ​ໝາຍ​ເຖິງ​ການ​ຖອນ​ສິດ​ບາງ​ຢ່າງ​ຂອງ​ລູກ.”—ທ. ອ໋ອກປິຕິ ຈາກ​ປະເທດ​ນີເຊເຣຍ.

“ເຮົາ​ບອກ​ໃຫ້​ລູກ​ເວົ້າ​ຄືນ​ຄຳ​ສັ່ງ​ເພື່ອ​ຈະ​ແນ່​ໃຈ​ວ່າ​ລູກ​ເຂົ້າ​ໃຈ​ແທ້ໆ. ຈາກ​ນັ້ນ​ກໍ​ເຮັດ​ຕາມ​ທີ່​ເວົ້າ. ຖ້າ​ຢາກ​ໃຫ້​ລູກ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ເວົ້າ​ເມື່ອ​ລູກ​ບໍ່​ເຊື່ອ​ຟັງ.”—ທ. ຄາຍ ຈາກ​ປະເທດ​ອົດສະຕຣາລີ.

“ເມື່ອ​ແກ້ໄຂ​ຕັກ​ເຕືອນ​ລູກ ຂ້ອຍ​ເຫັນ​ວ່າ​ໄດ້​ຜົນ​ດີ​ທີ່​ຈະ​ຫຍໍ້​ໂຕ​ລົງ​ເພື່ອ​ໃຫ້​ຢູ່​ໃນ​ລະດັບ​ດຽວ​ກັບ​ລູກ. ການ​ເຮັດ​ແນວ​ນັ້ນ​ຊ່ວຍ​ໃຫ້​ລູກ​ຕັ້ງ​ໃຈ​ຟັງ​ແລະ​ເຫັນ​ສີ​ໜ້າ​ຂອງ​ຂ້ອຍ​ທີ່​ບົ່ງ​ບອກ​ຫຼາຍໆຢ່າງ​ເທົ່າ​ກັບ​ຄຳ​ເວົ້າ.”—ນ. ເຈັນນີເຟີ ຈາກ​ປະເທດ​ອົດສະຕຣາລີ.

“ເຮົາ​ພະຍາຍາມ​ທີ່​ຈະ​ບໍ່​ເວົ້າ​ວ່າ ‘ລູກ​ບໍ່​ເຄີຍ​ຟັງ​ຄວາມ’ ເຖິງ​ແມ່ນ​ເບິ່ງ​ຄື​ວ່າ​ເປັນ​ແບບ​ນັ້ນ​ແທ້ໆ. ນອກ​ຈາກ​ນັ້ນ ເຮົາ​ຈະ​ບໍ່​ຕຳໜິ​ລູກ​ຕໍ່​ໜ້າ​ເດັກ​ນ້ອຍ​ຄົນ​ອື່ນ. ເຮົາ​ຈະ​ຊຶ່ມ​ໃສ່​ຫູ​ລູກ​ຫຼື​ພາ​ລູກ​ອອກ​ໄປ​ທາງ​ນອກ​ເພື່ອ​ຈະ​ເວົ້າ​ກັບ​ລູກ​ສອງ​ຕໍ່​ສອງ.”—ທ. ຣູດີ ຈາກ​ປະເທດ​ໂມຊຳບິກ.

“ເດັກ​ນ້ອຍ​ໄດ້​ຮັບ​ຜົນ​ກະທົບ​ງ່າຍ​ຫຼາຍ​ຈາກ​ສິ່ງ​ອ້ອມ​ຂ້າງ ແລະ​ເຂົາ​ເຈົ້າ​ມັກ​ຮຽນ​ແບບ​ຄົນ​ອື່ນ. ຍ້ອນ​ແນວ​ນັ້ນ ເຮົາ​ຈຶ່ງ​ຕ້ອງ​ແກ້ໄຂ​ອິດທິພົນ​ທີ່​ບໍ່​ດີ​ຂອງ​ໝູ່​ນັກ​ຮຽນ ສື່​ຕ່າງໆ ແລະ​ສະພາບ​ສັງຄົມ ແລະ​ຊ່ວຍ​ລູກ​ໃຫ້​ມີ​ສິນລະທຳ​ໂດຍ​ອາໄສ​ຫຼັກ​ການ​ທີ່​ດີ. ຫຼັກ​ການ​ທີ່​ດີ​ນັ້ນ​ຊ່ວຍ​ລູກ​ໃຫ້​ປະຕິເສດ​ສິ່ງ​ໃດ​ກໍ​ຕາມ​ທີ່​ກໍ່​ຜົນ​ເສຍຫາຍ.”—ທ. ເກ​ກົວ ຈາກ​ສາທາລະນະ​ລັດ ປະຊາທິປະໄຕ​ກົງໂກ

“ການ​ສັ່ງ​ສອນ​ຕ້ອງ​ໜັກແໜ້ນ ຍຸຕິທຳ ແລະ​ສະເໝີ​ຕົ້ນ​ສະເໝີ​ປາຍ. ລູກ​ຕ້ອງ​ເຂົ້າ​ໃຈ​ຜົນ​ຂອງ​ການ​ເຮັດ​ຜິດ ແລະ​ຮູ້​ວ່າ​ພໍ່​ແມ່​ເວົ້າ​ແທ້​ແລະ​ກໍ​ເຮັດ​ແທ້.”—ທ. ໂອ​ເວັນ ຈາກ​ປະເທດ​ອັງກິດ.

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 14]

“ຢ່າ​ກະທຳ​ລູກ​ທັງ​ຫຼາຍ​ແຫ່ງ​ຕົນ​ໃຫ້​ເຄືອງ​ໃຈ​ຢ້ານ​ວ່າ​ເຂົາ​ຈະ​ເສຍໃຈ.”—ໂກໂລດ 3:21

[ຂອບ/ຮູບ​ພາບ​ໜ້າ 15]

ປະສົບການ​ຂອງ​ຄອບຄົວ

ປະສົບ​ຜົນ​ສຳເລັດ​ໄດ້​ໃນ​ຖານະ​ເປັນ​ພໍ່​ແມ່​ທີ່​ຂາດ​ຄູ່

ການ​ສຳ​ພາດ​ນ. ລູຊິນດາ ຟອດສະເຕີ

ເຈົ້າ​ຄຶດ​ວ່າ​ອັນ​ໃດ​ເປັນ​ເລື່ອງ​ຍາກ​ທີ່​ສຸດ​ໃນ​ການ​ເປັນ​ແມ່​ທີ່​ຂາດ​ຄູ່?

ການ​ເປັນ​ແມ່​ກໍ​ຍາກ​ພໍ​ແຮງ​ແລ້ວ ແຕ່​ການ​ເປັນ​ແມ່​ທີ່​ຂາດ​ຄູ່​ເຮັດ​ໃຫ້​ຂ້ອຍ​ເກືອບ​ບໍ່​ມີ​ເວລາ​ແລະ​ກຳລັງ​ພຽງ​ພໍ​ເພື່ອ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ຕ້ອງ​ເຮັດ. ການ​ສອນ​ຫຼັກ​ການ​ແລະ​ຫຼັກ​ສິນລະທຳ​ໃຫ້​ລູກ​ຕ້ອງ​ໄດ້​ໃຊ້​ເວລາ ແລະ​ຕ້ອງ​ມີ​ເວລາ​ເພື່ອ​ພັກຜ່ອນ​ແລະ​ເພື່ອ​ມ່ວນ​ຊື່ນ​ກັບ​ລູກ. ຂ້ອຍ​ໄດ້​ຍາດ​ເອົາ​ເວລາ​ທີ່​ຕົນ​ເອງ​ຈະ​ພັກຜ່ອນ​ມາ​ເຮັດ​ວຽກ​ເຮືອນ​ໃຫ້​ແລ້ວ.

ເຈົ້າ​ຮັກສາ​ການ​ເວົ້າ​ລົມ​ທີ່​ດີ​ກັບ​ລູກ​ໄວ້​ແນວ​ໃດ?

ຫຼັງ​ຈາກ​ທີ່​ພໍ່​ແມ່​ຢ່າ​ຮ້າງ​ກັນ ລູກ​ອາດ​ຮູ້ສຶກ​ກັງວົນ​ແລະ​ບໍ່​ພໍ​ໃຈ. ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ ຂ້ອຍ​ເຫັນ​ວ່າ​ຈຳເປັນ​ແທ້ໆທີ່​ຕ້ອງ​ເບິ່ງ​ຕາ​ລູກ​ແລະ​ເວົ້າ​ແບບ​ໃຈ​ເຢັນໆ. ຂ້ອຍ​ຖ້າ​ຈົນ​ເຮົາ​ອາລົມ​ເຢັນ​ລົງ ແລ້ວ​ຈຶ່ງ​ເວົ້າ​ເລື່ອງ​ທີ່​ເປັນ​ຫ່ວງ​ໂດຍ​ບໍ່​ເຮັດ​ໃຫ້​ເປັນ​ເລື່ອງ​ໃຫຍ່. ຂ້ອຍ​ຖາມ​ຄວາມ​ຄິດ​ເຫັນ​ຂອງ​ລູກ ແລ້ວ​ກໍ​ຕັ້ງ​ໃຈ​ຟັງ ແລະ​ໃສ່​ໃຈ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ. ຂ້ອຍ​ສົນ​ໃຈ​ການ​ຮຽນ​ຂອງ​ລູກ​ແລະ​ຊົມ​ເຊີຍ​ເມື່ອ​ລູກ​ເຮັດ​ໄດ້​ດີ. ເຮົາ​ກິນ​ເຂົ້າ​ນຳ​ກັນ​ໃນ​ບັນຍາກາດ​ທີ່​ຜ່ອນຄາຍ. ນອກ​ຈາກ​ນັ້ນ ຂ້ອຍ​ບອກ​ລູກ​ສະເໝີ​ວ່າ​ຮັກ​ເຂົາ​ເຈົ້າ.

ເຈົ້າ​ຕີ​ສອນ​ລູກ​ແນວ​ໃດ?

ເດັກ​ນ້ອຍ​ຈຳເປັນ​ຕ້ອງ​ມີ​ກົດ​ລະບຽບ​ທີ່​ຈະ​ແຈ້ງ​ແລະ​ສະເໝີ​ຕົ້ນ​ສະເໝີ​ປາຍ. ຂ້ອຍ​ຕັ້ງ​ໃຈ​ທີ່​ຈະ​ເປັນ​ແມ່​ທີ່​ໃຈ​ດີ​ແຕ່​ວ່າ​ໜັກແໜ້ນ. ຂ້ອຍ​ຕ້ອງ​ຫາ​ເຫດຜົນ​ກັບ​ລູກ​ແລະ​ອະທິບາຍ​ວ່າ​ເປັນ​ຫຍັງ​ການ​ກະທຳ​ບາງ​ຢ່າງ​ຈຶ່ງ​ຜິດ. ເພື່ອ​ຮູ້​ເຫດຜົນ​ໃນ​ການ​ຕີ​ສອນ​ລູກ ຂ້ອຍ​ຕ້ອງ​ຮູ້​ກ່ຽວ​ກັບ​ຄວາມ​ຄຶດ​ແລະ​ຄວາມ​ຮູ້ສຶກ​ຂອງ​ລູກ​ກ່ອນ. ຖ້າ​ຂ້ອຍ​ເປັນ​ຝ່າຍ​ຜິດ​ເຊັ່ນ ເຂົ້າ​ໃຈ​ເລື່ອງ​ນັ້ນ​ຜິດ ຂ້ອຍ​ກໍ​ຈະ​ຂໍ​ໂທດ​ລູກ.

ເຈົ້າ​ສອນ​ລູກ​ແນວ​ໃດ​ໃຫ້​ນັບຖື​ຄົນ​ອື່ນ?

ຂ້ອຍ​ໃຫ້​ລູກ​ຄຶດ​ເຖິງ​ຄຳ​ສອນ​ຂອງ​ພະ​ເຍຊູ​ທີ່​ວ່າ ໃຫ້​ປະຕິບັດ​ກັບ​ຄົນ​ອື່ນ​ແບບ​ດຽວ​ກັບ​ທີ່​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ປະຕິບັດ​ຕໍ່​ເຮົາ. (ລືກາ 6:31) ຂ້ອຍ​ແນະນຳ​ລູກ​ໃຫ້​ແກ້ໄຂ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ເຂົາ​ເຈົ້າ​ດ້ວຍ​ຕົວ​ເອງ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ແລະ​ສອນ​ລູກ​ໃຫ້​ມີ​ທ່າທີ​ທີ່​ອ່ອນ​ໂຍນ​ແລະ​ກະລຸນາ​ເຖິງ​ວ່າ​ກຳລັງ​ໃຈ​ຮ້າຍ.

ເຈົ້າ​ເຮັດ​ຫຍັງ​ເພື່ອ​ພັກຜ່ອນ?

ບາງ​ຄັ້ງ​ເຮົາ​ມີ​ເງິນ​ບໍ່​ພໍ​ທີ່​ຈະ​ໄປ​ທ່ຽວ​ໄກໆ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ເບິ່ງ​ໃນ​ໜັງສື​ພິມ​ວ່າ​ມີ​ກິດຈະກຳ​ອັນ​ໃດ​ແດ່​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ບໍ່​ແພງ. ມີ​ບາງ​ເທື່ອ​ເຮົາ​ເອົາ​ເຂົ້າ​ໄປ​ກິນ​ຢູ່​ສວນ​ສາທາລະນະ​ແລະ​ໄປ​ຍ່າງ​ຫຼິ້ນ​ຢູ່​ສວນ​ກ້າ​ເບ້ຍ​ໄມ້​ນຳ​ກັນ. ເຮົາ​ພາ​ກັນ​ເຮັດ​ສວນ​ຄົວ​ແລະ​ມ່ວນ​ກັບ​ການ​ເກັບ​ຜັກ​ມາ​ແຕ່ງ​ກິນ. ການ​ພັກຜ່ອນ​ເປັນ​ເລື່ອງ​ສຳຄັນ ເຖິງ​ວ່າ​ຈະ​ພຽງ​ແຕ່​ຍ່າງ​ຫຼິ້ນ​ຢູ່​ສວນ​ສາທາລະນະ​ໃກ້​ເຮືອນ​ກໍ​ຕາມ.

ເຈົ້າ​ໄດ້​ຮັບ​ຄວາມ​ຍິນດີ​ແລະ​ບຳເໜັດ​ແນວ​ໃດ?

ການ​ເປັນ​ຄອບຄົວ​ເຊິ່ງ​ມີ​ແມ່​ທີ່​ຂາດ​ຄູ່​ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳລັບ​ເຮົາ ແຕ່​ເຮົາ​ໃກ້​ຊິດ​ກັນ​ຫຼາຍ ແລະ​ເຮົາ​ຮູ້ສຶກ​ຂອບໃຈ​ພະເຈົ້າ​ໃນ​ສິ່ງ​ດີ​ຕ່າງໆທີ່​ເຮົາ​ໄດ້​ຮັບ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ເຫັນ​ລູກ​ແຕ່​ລະ​ຄົນ​ເຕີບ​ໃຫຍ່​ຈົນ​ມີ​ບຸກຄະລິກ​ເປັນ​ຂອງ​ຕົວ​ເອງ. ຕອນ​ອາຍຸ​ສ່ຳ​ນີ້ ລູກ​ມັກ​ຢູ່​ກັບ​ຂ້ອຍ​ແລະ​ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ມີ​ເຂົາ​ເຈົ້າ​ເປັນ​ໝູ່. ລູກ​ສັງເກດ​ເຫັນ​ອາລົມ​ຂອງ​ຂ້ອຍ​ແລະ​ບາງ​ຄັ້ງ​ກໍ​ມາ​ກອດ​ເພື່ອ​ໃຫ້​ກຳລັງ​ໃຈ. ການ​ສະແດງ​ຄວາມ​ຮັກ​ຂອງ​ລູກ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ. ສຳຄັນ​ທີ່​ສຸດ ເຮົາ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ຜູ້​ສ້າງ​ທີ່​ປ່ຽມ​ດ້ວຍ​ຄວາມ​ຫ່ວງໃຍ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ພົ້ນ​ສະພາບການ​ຕ່າງໆທີ່​ຍາກ​ລຳບາກ​ຫຼາຍ​ຄັ້ງ​ແລ້ວ. ຄຳພີ​ໄບເບິນ​ຊ່ວຍ​ຂ້ອຍ​ໃຫ້​ມີ​ກຳລັງ​ທີ່​ຈະ​ເປັນ​ແມ່​ທີ່​ດີ​ຕໍ່ໆໄປ.—ເອຊາອີ 41:13

[ຮູບ​ພາບ]

ນາງ ລູຊິນດາ​ກັບ​ລູກ​ສາວ​ຊື່​ນາງ ບຣີ​ແລະ​ນາງ ເຊ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌