ອີກຈັກໜ້ອຍອົງສັກສິດຈະເຮັດໃຫ້ຄວາມທຸກລຳບາກໝົດໄປ
“ພະເຢໂຫວາເອີ້ຍ ລູກຕ້ອງຮ້ອງຂໍໃຫ້ພະອົງຊ່ວຍອີກດົນປານໃດ ພະອົງຈຶ່ງຈະຊ່ວຍ? ລູກຕ້ອງຮ້ອງຂໍອີກດົນປານໃດ ພະອົງຈຶ່ງຈະຟັງ ພະອົງຈຶ່ງຈະຊ່ວຍລູກໃຫ້ພົ້ນຈາກຄົນທີ່ຮຸນແຮງ?” (ຮາບາກຸກ 1:2, 3) ນີ້ແມ່ນຄຳເວົ້າຂອງຮາບາກຸກ ຜູ້ຊາຍຄົນໜຶ່ງທີ່ເປັນຄົນດີໃນສາຍຕາຂອງພະເຢໂຫວາພະເຈົ້າ. ຄຳອ້ອນວອນຂອງລາວສະແດງວ່າລາວຂາດຄວາມເຊື່ອໃນພະເຢໂຫວາແລ້ວບໍ? ບໍ່ແມ່ນ! ພະເຢໂຫວາຮັບຮອງກັບຮາບາກຸກວ່າເພິ່ນໄດ້ກຳນົດເວລາໄວ້ແລ້ວວ່າຈະໃຫ້ຄວາມທຸກລຳບາກຈົບລົງຕອນໃດ.—ຮາບາກຸກ 2:2, 3
ເມື່ອເຈົ້າຫຼືຄົນໃກ້ຊິດເຈິກັບຄວາມທຸກລຳບາກ ເຈົ້າອາດຮູ້ສຶກວ່າພະເຈົ້າຊັກຊ້າແລະບໍ່ລົງມືຈັດການກັບເລື່ອງນີ້ຈັກເທື່ອ. ແຕ່ຄຳພີໄບເບິນຮັບຮອງກັບເຮົາວ່າ: “ພະເຢໂຫວາບໍ່ໄດ້ຊ້າທີ່ຈະເຮັດຕາມຄຳສັນຍາຂອງເພິ່ນແບບທີ່ບາງຄົນຄິດ. ເພິ່ນອົດທົນກັບພວກເຈົ້າຍ້ອນບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ ແຕ່ຢາກໃຫ້ທຸກຄົນກັບໃຈ.”—2 ເປໂຕ 3:9
ພະເຢໂຫວາຈະຈັດການກັບຄວາມທຸກລຳບາກຕອນໃດ?
ພະເຢໂຫວາຈະຈັດການໃນໄວໆນີ້! ພະເຢຊູບອກວ່າຈະມີຄົນລຸ້ນໜຶ່ງໄດ້ເຫັນເຫດການຕ່າງໆທີ່ເປັນສັນຍະລັກຂອງ “ສະໄໝສຸດທ້າຍຂອງໂລກນີ້.” (ມັດທາຍ 24:3-42) ສິ່ງທີ່ພະເຢຊູບອກໄວ້ລ່ວງໜ້າກຳລັງເກີດຂຶ້ນແທ້ໃນສະໄໝຂອງເຮົາ ເຊິ່ງເຮັດໃຫ້ຮູ້ວ່າເວລາທີ່ພະເຢໂຫວາຈະເຂົ້າແຊກແຊງການປົກຄອງຂອງມະນຸດໃກ້ຈະມາຮອດແລ້ວ.a
ແຕ່ພະເຢໂຫວາພະເຈົ້າຈະກຳຈັດຄວາມທຸກລຳບາກໂດຍວິທີໃດ? ຕອນທີ່ພະເຢຊູມີຊີວິດຢູ່ໃນໂລກນີ້ ເພິ່ນເຮັດໃຫ້ເຫັນເປັນຕົວຢ່າງວ່າພະເຢໂຫວາມີລິດເດດທີ່ຈະກຳຈັດຄວາມທຸກລຳບາກທຸກຢ່າງຂອງມະນຸດໃຫ້ໝົດໄປ. ຂໍໃຫ້ເບິ່ງບາງຕົວຢ່າງນຳກັນ.
ໄພທຳມະຊາດ: ຕອນທີ່ພະເຢຊູກັບພວກລູກສິດຢູ່ໃນເຮືອໃນທະເລຄາລີເລ ມີພາຍຸຮຸນແຮງຈົນເຮັດໃຫ້ເຮືອຂອງເຂົາເຈົ້າເກືອບຈົມ. ແຕ່ພະເຢຊູເຮັດໃຫ້ເຫັນວ່າເພິ່ນກັບພໍ່ຂອງເພິ່ນສາມາດຄວບຄຸມພະລັງທຳມະຊາດໄດ້. (ໂກໂລຊາຍ 1:15, 16) ພະເຢຊູມີແຕ່ເວົ້າວ່າ: “ສະຫງົບດຽວນີ້!” ແລ້ວ “ລົມພາຍຸກໍເຊົາແລະທຸກຢ່າງກໍສະຫງົບເປັນປົກກະຕິ.”—ມາຣະໂກ 4:35-39
ຄວາມເຈັບປ່ວຍ: ຄົນໃນສະໄໝຂອງພະເຢຊູຮູ້ຈັກດີວ່າເພິ່ນມີຄວາມສາມາດທີ່ຈະປົວຄົນຕາບອດແລະຄົນເປັນລ່ອຍ ລວມທັງຄົນເປັນບ້າໝູ ຄົນຂີ້ທູດ ແລະພະຍາດອື່ນໆ. ທີ່ຈິງ ພະເຢຊູ “ປົວທຸກຄົນທີ່ເຈັບປ່ວຍ.”—ມັດທາຍ 4:23, 24; 8:16; 11:2-5
ຄວາມອຶດຢາກ: ພະເຢຊູເຄີຍໃຊ້ລິດເດດທີ່ພະເຢໂຫວາພໍ່ຂອງເພິ່ນເອົາໃຫ້ເພິ່ນເພື່ອເຮັດໃຫ້ຂອງກິນທີ່ມີແຕ່ໜ້ອຍດຽວເພີ່ມຂຶ້ນບັກຫຼາຍໆ. ຄຳພີໄບເບິນບອກວ່າຕອນທີ່ພະເຢຊູເຮັດວຽກຮັບໃຊ້ຢູ່ໂລກນີ້ ມີ 2 ເທື່ອທີ່ເພິ່ນໄດ້ລ້ຽງອາຫານຫຼາຍພັນຄົນ.—ມັດທາຍ 14:14-21; 15:32-38
ຄວາມຕາຍ: ເຮົາຮູ້ວ່າພະເຢໂຫວາພະເຈົ້າມີລິດເດດທີ່ຈະເຮັດໃຫ້ຄວາມຕາຍໝົດໄປຍ້ອນມີການຂຽນໄວ້ໃນຄຳພີໄບເບິນວ່າພະເຢຊູເຄີຍປຸກຄົນຕາຍ 3 ເທື່ອ. ຜູ້ໜຶ່ງທີ່ເພິ່ນປຸກໃຫ້ຟື້ນຄືນມາແມ່ນຕາຍໄດ້ 4 ມື້ແລ້ວ.—ມາຣະໂກ 5:35-42; ລູກາ 7:11-16; ໂຢຮັນ 11:3-44
a ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສະໄໝສຸດທ້າຍ ຂໍໃຫ້ເບິ່ງບົດທີ 32 ໃນປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ທີ່ຈັດພິມໂດຍພະຍານພະເຢໂຫວາແລະສາມາດດາວໂຫຼດປຶ້ມນີ້ໄດ້ຟຣີໃນເວັບໄຊ jw.org.