ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 92
  • ຂ້ອຍ​ຈະ​ພົບ​ສາສະໜາ​ແທ້​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ພົບ​ສາສະໜາ​ແທ້​ໄດ້​ແນວ​ໃດ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ
  • ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ວິທີ​ພົບ​ສາສະໜາ​ແທ້
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ທ່ານ​ຈະ​ຮູ້ຈັກ​ການ​ນະມັດສະການ​ແທ້​ໄດ້​ແນວ​ໃດ?
    ຂ່າວດີຈາກພະເຈົ້າ!
  • ຈົ່ງ​ປະຕິເສດ​ສາສະໜາ​ປອມ!
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 92
ຜູ້​ຊາຍ​ຄົນ​ໜຶ່ງ​ຢືນ​ເບິ່ງ​ປ້າຍ​ຢູ່​ທາງ​ແຍກ

ຂ້ອຍ​ຈະ​ພົບ​ສາສະໜາ​ແທ້​ໄດ້​ແນວ​ໃດ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

ຄຳພີ​ໄບເບິນ​ໃຊ້​ຕົວຢ່າງ​ປຽບທຽບ​ເພື່ອ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ທີ່​ນັບຖື​ສາສະໜາ​ແທ້​ກັບ​ຄົນ​ທີ່​ບໍ່​ໄດ້​ນັບຖື​ໂດຍ​ເວົ້າ​ວ່າ: “ພວກ​ເຈົ້າ​ຈະ​ຮູ້​ຈັກ​ພວກ​ນີ້​ໄດ້​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ. ພວກ​ເຈົ້າ​ຈະ​ປິດ​ໝາກ​ລະແຊັງ​ຫຼື​ໝາກເດື່ອ​ຈາກ​ຕົ້ນ​ໜາມ​ໄດ້​ບໍ?” (ມັດທາຍ 7:16) ຄື​ກັບ​ທີ່​ເຈົ້າ​ຮູ້​ວ່າ​ຫງ່າ​ໃດ​ເປັນ​ຫງ່າ​ໝາກ​ລະແຊັງ​ໃນ​ຟຸ່ມ​ໜາມ ເຈົ້າ​ກໍ​ຮູ້​ໄດ້​ວ່າ​ສາສະໜາ​ໃດ​ເປັນ​ສາສະໜາ​ແທ້​ໂດຍ​ເບິ່ງ​ຈາກ​ໝາກ​ຜົນ​ຫຼື​ລັກສະນະ​ເດັ່ນ​ຂອງ​ສາສະໜາ​ນັ້ນ.

  1. ສາສະໜາ​ແທ້​ສອນ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ບໍ່​ແມ່ນ​ຈາກ​ທິດສະດີ​ຂອງ​ມະນຸດ. (ໂຢຮັນ 4:24; 17:17) ສອນ​ຄວາມ​ຈິງ​ວ່າ​ມະນຸດ​ບໍ່​ມີ​ວິນຍານ ແລະ​ສອນ​ເລື່ອງ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ທີ່​ງາມ​ໆ. (ເພງ​ສັນລະເສີນ 37:29; ເອຊາຢາ 35:5, 6; ເອເຊກຽນ 18:4) ສາສະໜາ​ແທ້​ຕ້ອງ​ເປີດໂປງ​ຄຳສອນ​ຕົວະ​ນຳ.—ມັດທາຍ 15:9; 23:27, 28

  2. ສາສະໜາ​ແທ້​ສອນ​ຄົນ​ໃຫ້​ຮູ້​ຈັກ​ພະເຈົ້າ​ແລະ​ສອນ​ວ່າ​ຊື່​ຂອງ​ເພິ່ນ​ແມ່ນ​ພະ​ເຢໂຫວາ. (ເພງ​ສັນລະເສີນ 83:18; ເອຊາຢາ 42:8; ໂຢຮັນ 17:3, 6) ສາສະໜາ​ແທ້​ບໍ່​ໄດ້​ສອນ​ວ່າ​ເລື່ອງ​ພະເຈົ້າ​ເປັນ​ເລື່ອງ​ທີ່​ຍາກ​ໂພດ​ທີ່​ຈະ​ເຂົ້າໃຈ ແຕ່​ສອນ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ.—ຢາໂກໂບ 4:8

  3. ສາສະໜາ​ແທ້​ສອນ​ວ່າ​ພະ​ເຢຊູ​ເປັນ​ຜູ້​ທີ່​ພະເຈົ້າ​ສົ່ງ​ມາ​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ລອດ. (ກິດຈະການ 4:10, 12) ຄົນ​ທີ່​ນັບຖື​ສາສະໜາ​ນີ້​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ແລະ​ພະຍາຍາມ​ຮຽນ​ແບບ​ເພິ່ນ.—ໂຢຮັນ 13:15; 15:14

  4. ສາສະໜາ​ແທ້​ເນັ້ນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ຄວາມ​ຫວັງ​ດຽວ​ຂອງ​ມະນຸດ. ຄົນ​ທີ່​ນັບຖື​ສາສະໜາ​ນີ້​ເຕັມໃຈ​ບອກ​ຄົນ​ອື່ນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.—ມັດທາຍ 10:7; 24:14

  5. ສາສະໜາ​ແທ້​ສົ່ງເສີມ​ໃຫ້​ຄົນ​ຮັກ​ກັນ​ແບບ​ບໍ່​ເຫັນ​ແກ່​ໂຕ. (ໂຢຮັນ 13:35) ສອນ​ໃຫ້​ນັບຖື​ຄົນ​ທຸກ​ຊົນ​ເຜົ່າ​ແລະ​ເປັນ​ໝູ່​ກັບ​ທຸກ​ຄົນ​ບໍ່​ວ່າ​ຈະ​ມາ​ຈາກ​ພູມ​ຫຼັງ ວັດທະນະທຳ ພາສາ ຫຼື​ເຊື້ອ​ຊາດ​ໃດ​ກໍ​ຕາມ. (ກິດຈະການ 10:34, 35) ຄົນ​ທີ່​ນັບຖື​ສາສະໜາ​ແທ້​ຈະ​ບໍ່​ເຮັດ​ສົງຄາມ​ຍ້ອນ​ເຂົາເຈົ້າ​ຮັກ​ຄົນ​ອື່ນ.—ມີກາ 4:3; 1 ໂຢຮັນ 3:11, 12

  6. ສາສະໜາ​ແທ້​ບໍ່​ມີ​ຄຸນ​ພໍ່​ທີ່​ໄດ້​ເງິນ​ເດືອນ​ແລະ​ບໍ່​ມີ​ຕຳແໜ່ງ​ທາງ​ສາສະໜາ​ທີ່​ຟັງ​ແລ້ວ​ເປັນ​ຄົນ​ສຳຄັນ.—ມັດທາຍ 23:8-12; 1 ເປໂຕ 5:2, 3

  7. ສາສະໜາ​ແທ້​ເປັນ​ກາງ​ແທ້​ໆ​ໃນ​ເລື່ອງ​ການເມືອງ. (ໂຢຮັນ 17:16; 18:36) ຄົນ​ທີ່​ນັບຖື​ສາສະໜາ​ແທ້​ນັບຖື​ແລະ​ເຊື່ອຟັງ​ລັດຖະບານ​ໃນ​ປະເທດ​ທີ່​ເຂົາເຈົ້າ​ຢູ່​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ທີ່​ວ່າ: “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ​ກໍ​ໃຫ້​ກາຍຊາ [ຕົວແທນ​ອຳນາດ​ຂອງ​ລັດຖະບານ] ແລະ​ສິ່ງ​ທີ່​ເປັນ​ຂອງ​ພະເຈົ້າ​ກໍ​ໃຫ້​ພະເຈົ້າ.”—ມາຣະໂກ 12:17; ໂຣມ 13:1, 2

  8. ສາສະໜາ​ແທ້​ເປັນ​ແນວ​ທາງ​ຊີວິດ ບໍ່​ແມ່ນ​ເປັນ​ແຕ່​ທຳນຽມ​ຫຼື​ການ​ເຮັດ​ພໍ​ເປັນ​ພິທີ. ຄົນ​ທີ່​ນັບຖື​ສາສະໜາ​ນີ້​ຍຶດ​ໝັ້ນ​ກັບ​ມາດຕະຖານ​ທາງ​ດ້ານ​ສິນລະທຳ​ຂອງ​ຄຳພີ​ໄບເບິນ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. (ເອເຟໂຊ 5:3-5; 1 ໂຢຮັນ 3:18) ການ​ນະມັດສະການ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສຸກ ບໍ່​ແມ່ນ​ເຮັດ​ໃຫ້​ທຸກໃຈ.—1 ຕີໂມທຽວ 1:11

  9. ຄົນ​ທີ່​ນັບຖື​ສາສະໜາ​ແທ້​ມີ​ໜ້ອຍ. (ມັດທາຍ 7:13, 14) ເຂົາເຈົ້າ​ມັກ​ຖືກ​ດູຖູກ ຖືກ​ເຍາະເຍີ້ຍ ແລະ​ຖືກ​ຂົ່ມເຫງ​ຍ້ອນ​ເຂົາເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ.—ມັດທາຍ 5:10-12

ສາສະໜາ​ແທ້​ບໍ່​ແມ່ນ​ສິ່ງ​ທີ່​ເຈົ້າ​ເລືອກ​ຕາມ​ຄວາມ​ຮູ້ສຶກ

ການ​ເລືອກ​ສາສະໜາ​ໂດຍ​ອາໄສ​ແຕ່​ຄວາມ​ມັກ​ເປັນ​ເລື່ອງ​ທີ່​ອັນຕະລາຍ​ຫຼາຍ. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ຍຸກ​ສະໄໝ​ໜຶ່ງ​ທີ່​ຄົນ​ຈະ “ລວບລວມ​ຄູ​ສອນ [ສາສະໜາ] ໄວ້​ຫຼາຍ​ໆ​ເພື່ອ​ໃຫ້​ສອນ​ເລື່ອງ​ທີ່​ເຂົາເຈົ້າ​ຢາກ​ຟັງ.” (2 ຕີໂມທຽວ 4:3) ກົງ​ກັນ​ຂ້າມ ຄຳພີ​ໄບເບິນ​ສະໜັບສະໜູນ​ເຮົາ​ໃຫ້​ເຮັດ​ຕາມ “ສາສະໜາ​ທີ່​ສະອາດ​ແລະ​ບໍລິສຸດ​ຕາມ​ຄວາມ​ຄິດ​ຂອງ​ພະເຈົ້າ​ພໍ່​ຂອງ​ພວກ​ເຮົາ” ເຖິງ​ວ່າ​ສາສະໜາ​ນັ້ນ​ຈະ​ບໍ່​ມີ​ຫຼາຍ​ຄົນ​ມັກ​ກໍ​ຕາມ.—ຢາໂກໂບ 1:27, ໄຂເງື່ອນ; ໂຢຮັນ 15:18, 19

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌