ບາບີໂລນໃຫຍ່ແມ່ນຫຍັງ?
ຄຳຕອບຈາກຄຳພີໄບເບິນ
ປຶ້ມພະນິມິດເວົ້າເຖິງ “ຜູ້ຍິງຄົນໜຶ່ງ” ທີ່ເປັນ “ແມ່ຈ້າງ” ແລະມີ “ຊື່ເລິກລັບຂຽນວ່າ: ‘ບາບີໂລນໃຫຍ່.’” (ພະນິມິດ 17:1, 3, 5) ຜູ້ຍິງຄົນນີ້ແມ່ນສາສະໜາປອມທັງໝົດໃນໂລກທີ່ “ເອົາຄວາມຈິງກ່ຽວກັບພະເຈົ້າໄປແລກກັບຄວາມຕົວະ.”a (ໂຣມ 1:25) ເຖິງວ່າສາສະໜາເຫຼົ່ານີ້ຈະມີຫຼາຍຢ່າງແຕກຕ່າງກັນ ແຕ່ໂດຍວິທີໃດວິທີໜຶ່ງສາສະໜາເຫຼົ່ານີ້ເຮັດໃຫ້ຄົນບໍ່ໄດ້ນະມັດສະການພະເຢໂຫວາພະເຈົ້າທ່ຽງແທ້.—ພະບັນຍັດ 4:35
ສິ່ງສຳຄັນໃນການລະບຸໂຕບາບີໂລນໃຫຍ່
ບາບີໂລນໃຫຍ່ເປັນສັນຍະລັກ. ປຶ້ມພະນິມິດໃຊ້ຄຳທີ່ເປັນສັນຍະລັກ ມັນຈຶ່ງມີເຫດຜົນທີ່ຈະເວົ້າວ່າບາບີໂລນໃຫຍ່ເປັນສັນຍະລັກ ບໍ່ແມ່ນຜູ້ຍິງແທ້ໆ. (ພະນິມິດ 1:1) ນອກຈາກນັ້ນ ບາບີໂລນໃຫຍ່ຍັງ “ນັ່ງເທິງແມ່ນ້ຳຕ່າງໆ” ເຊິ່ງໝາຍເຖິງ “ຊົນຊາດ ປະຊາຊົນ ປະເທດ ແລະພາສາຕ່າງໆ.” (ພະນິມິດ 17:1, 15) ຜູ້ຍິງທີ່ເປັນຄົນແທ້ໆເຮັດແບບນັ້ນບໍ່ໄດ້.
ບາບີໂລນໃຫຍ່ເປັນອົງການທີ່ມີອິດທິພົນຢູ່ທົ່ວໂລກ. ບາບີໂລນໃຫຍ່ຖືກເອີ້ນວ່າ: “ເມືອງໃຫຍ່ທີ່ມີອຳນາດປົກຄອງພວກກະສັດຂອງໂລກ.” (ພະນິມິດ 17:18) ຍ້ອນແນວນີ້ ບາບີໂລນໃຫຍ່ຈຶ່ງມີເຂດແດນແລະອິດທິພົນຄວບຄຸມຢູ່ທົ່ວໂລກ.
ບາບີໂລນໃຫຍ່ເປັນອົງການສາສະໜາ ບໍ່ແມ່ນອົງການການເມືອງຫຼືການຄ້າ. ເມືອງບາບີໂລນສະໄໝບູຮານເປັນເມືອງທີ່ເຕັມໄປດ້ວຍຄວາມເຊື່ອທາງສາສະໜາແລະມີຊື່ສຽງໃນການຫຼິ້ນໄສຍະສາດ ໃຊ້ “ມົນ” ແລະ “ຄາຖາອາຄົມ.” (ເອຊາຢາ 47:1, 12, 13; ເຢເຣມີຢາ 50:1, 2, 38) ທີ່ຈິງ ຄົນໃນເມືອງນັ້ນເຮັດສິ່ງທີ່ກ່ຽວຂ້ອງກັບສາສະໜາປອມເຊິ່ງຜິດຕໍ່ພະເຢໂຫວາພະເຈົ້າທ່ຽງແທ້. (ປະຖົມມະການ 10:8, 9; 11:2-4, 8) ຄົນທີ່ປົກຄອງບາບີໂລນກໍຈອງຫອງໂດຍຍົກຍ້ອງໂຕເອງຢູ່ເໜືອພະເຢໂຫວາແລະໄດ້ເຮັດສິ່ງທີ່ດູຖູກການນະມັດສະການເພິ່ນ. (ເອຊາຢາ 14:4, 13, 14; ດານີເອນ 5:2-4, 23) ບາບີໂລນໃຫຍ່ຍັງມີຊື່ສຽງໃນເລື່ອງ “ການຫຼິ້ນໄສຍະສາດ.” ນີ້ສະແດງໃຫ້ເຫັນວ່າບາບີໂລນໃຫຍ່ເປັນອົງການສາສະໜາ.—ພະນິມິດ 18:23
ບາບີໂລນໃຫຍ່ບໍ່ແມ່ນອົງການທາງການເມືອງ ຍ້ອນ “ກະສັດໃນໂລກ” ຮ້ອງໄຫ້ເສຍໃຈທີ່ມັນຖືກທຳລາຍ. (ພະນິມິດ 17:1, 2; 18:9) ບາບີໂລນໃຫຍ່ກໍບໍ່ແມ່ນອົງການທີ່ມີອິດທິພົນທາງການຄ້າ ຍ້ອນຄຳພີໄບເບິນແຍກໃຫ້ເຫັນວ່າເມືອງນີ້ກັບ “ພວກພໍ່ຄ້າໃນໂລກ” ເປັນຄົນລະສ່ວນກັນ—ພະນິມິດ 18:11, 15
ບາບີໂລນໃຫຍ່ເປັນສັນຍະລັກທີ່ເໝາະກັບສາສະໜາປອມ. ສາສະໜາປອມບໍ່ໄດ້ສອນຄົນໃຫ້ໃກ້ຊິດກັບພະເຢໂຫວາພະເຈົ້າທ່ຽງແທ້ ແຕ່ພັດພາຄົນໄປນະມັດສະການພະເຈົ້າອື່ນ. ຄຳພີໄບເບິນເອີ້ນການກະທຳແບບນີ້ວ່າ “ບໍ່ສັດຊື່” ຕໍ່ພະເຢໂຫວາ. (ລະບຽບພວກເລວີ 20:6; ອົບພະຍົບ 34:15, 16) ສາສະໜາປອມຫຼາຍສາສະໜາຍັງສອນເລື່ອງແບບດຽວກັບທີ່ບາບີໂລນສະໄໝບູຮານສອນ ເຊັ່ນ: ເລື່ອງພະເຈົ້າ 3 ອົງໃນອົງດຽວ (ຕີເອການຸພາບ) ວິນຍານທີ່ເປັນອະມະຕະ ແລະການໃຊ້ຮູບບູຊາໃນການນະມັດສະການ. ສາສະໜາເຫຼົ່ານີ້ຍັງເອົາສິ່ງທີ່ຄົນໃນໂລກນີ້ມັກມາປະສົມປະສານກັບການນະມັດສະການຂອງເຂົາເຈົ້າເຊິ່ງເປັນສິ່ງທີ່ພະເຢໂຫວາບໍ່ມັກ. ຄຳພີໄບເບິນເອີ້ນການບໍ່ສັດຊື່ແບບນີ້ວ່າເປັນການຫຼິ້ນຊູ້ທາງສາສະໜາ.—ຢາໂກໂບ 4:4
ການໂອ້ອວດຄວາມຮັ່ງມີຂອງສາສະໜາປອມກົງກັບພາບຂອງບາບີໂລນໃຫຍ່ໃນຄຳພີໄບເບິນ ເຊິ່ງ “ນຸ່ງເຄື່ອງສີມ່ວງກັບສີແດງສົດ” ແລະ “ໃສ່ເຄື່ອງປະດັບທີ່ເປັນຄຳ ເພັດພອຍ ແລະໄຂ່ມຸກ.” (ພະນິມິດ 17:4) ບາບີໂລນໃຫຍ່ເປັນແຫຼ່ງກຳເນີດຂອງ “ສິ່ງທີ່ເປັນຕາຂີ້ດຽດ” ໃນໂລກ ເຊິ່ງກໍຄືຄຳສອນແລະການກະທຳທີ່ບໍ່ໄດ້ໃຫ້ກຽດພະເຢໂຫວາພະເຈົ້າ. (ພະນິມິດ 17:5) ສະມາຊິກຂອງສາສະໜາປອມກໍແມ່ນ “ຊົນຊາດ ປະຊາຊົນ ປະເທດ ແລະພາສາຕ່າງໆ” ທີ່ສະໜັບສະໜູນບາບີໂລນໃຫຍ່.—ພະນິມິດ 17:15
Photograph taken by courtesy of the British Museum
ສິລາຈາລຶກຂອງນະໂບໄນດັດກະສັດຂອງບາບີໂລນທີ່ມີສັນຍະລັກຂອງເທບພະເຈົ້າ 3 ອົງ ນັ້ນຄື: ຊິນ ອິດຊະທາ ແລະຊາມາ
ບາບີໂລນໃຫຍ່ຕ້ອງຮັບຜິດຊອບຕໍ່ການຕາຍຂອງ “ຄົນທີ່ຖືກຂ້າໃນໂລກ.” (ພະນິມິດ 18:24) ຕະຫຼອດປະຫວັດສາດ ສາສະໜາປອມບໍ່ໄດ້ເປັນພຽງຕົ້ນເຫດຂອງສົງຄາມແລະກະຕຸ້ນໃຫ້ມີການກໍ່ການຮ້າຍເທົ່ານັ້ນ ແຕ່ຍັງບໍ່ໄດ້ສອນຄົນໃຫ້ຮູ້ຄວາມຈິງກ່ຽວກັບພະເຢໂຫວາພະເຈົ້າທີ່ເປັນຄວາມຮັກ. (1 ໂຢຮັນ 4:8) ເລື່ອງນີ້ເຮັດໃຫ້ມີຄົນຈຳນວນຫຼາຍຕ້ອງຕາຍ.
ພະເຢໂຫວາພະເຈົ້າຄິດແນວໃດກັບບາບີໂລນໃຫຍ່?
ໃນສາຍຕາຂອງພະເຢໂຫວາ “ຄວາມຜິດ” ຂອງບາບີໂລນໃຫຍ່ “ກອງສູງຮອດສະຫວັນແລ້ວ.” (ພະນິມິດ 18:4, 5) ພະເຢໂຫວາໃຈຮ້າຍໃຫ້ສາສະໜາປອມເຫຼົ່ານີ້ຍ້ອນເຂົາເຈົ້າສອນຜິດໆກ່ຽວກັບເພິ່ນແລະເຮັດບໍ່ດີກັບຄົນຂອງເພິ່ນ.
ຈະເກີດຫຍັງຂຶ້ນກັບບາບີໂລນໃຫຍ່?
ຄຳພີໄບເບິນບອກວ່າ ບາບີໂລນໃຫຍ່ຈະຖືກ “ພະເຈົ້າຕັດສິນລົງໂທດ.” (ພະນິມິດ 18:20) ຄຳພີໄບເບິນຍັງບອກລ່ວງໜ້າໂດຍໃຊ້ຄຳເວົ້າໃນແງ່ສັນຍະລັກວ່າ ພະເຢໂຫວາພະເຈົ້າຈະທຳລາຍສາສະໜາປອມທັງໝົດ. (ພະນິມິດ 18:8) ພະເຢໂຫວາຈະກະຕຸ້ນສັດຮ້າຍສີແດງສົດເຊິ່ງໝາຍເຖິງອົງການທາງການເມືອງໃຫ້ໂຈມຕີແລະທຳລາຍສາສະໜາປອມໃຫ້ໝົດໄປຈົນບໍ່ເຫຼືອຫຍັງເລີຍ. (ພະນິມິດ 17:16, 17) “ບາບີໂລນເມືອງໃຫຍ່ຈະຖືກຖິ້ມລົງໄວໆແບບນີ້ແຫຼະ ແລະຈະບໍ່ມີໃຜໄດ້ເຫັນເມືອງນີ້ອີກເລີຍ.” (ພະນິມິດ 18:21) ຄົນທີ່ຢາກເຮັດໃຫ້ພະເຢໂຫວາພໍໃຈຕ້ອງ “ອອກມາຈາກເຂົາເຈົ້າແລະແຍກຢູ່ຕ່າງຫາກ” ຈາກສາສະໜາປອມ.—2 ໂກຣິນໂທ 6:14-17
a ຂໍໃຫ້ເບິ່ງບົດຄວາມ “ຂ້ອຍຈະພົບສາສະໜາແທ້ໄດ້ແນວໃດ?”