ເຄັດລັບການຄົ້ນຄວ້າ
ກຽມຄວາມຄິດເຫັນທີ່ໃຫ້ກຳລັງໃຈ
ເມື່ອໄປປະຊຸມປະຈຳປະຊາຄົມ ເຮົາມີໂອກາດອອກຄວາມຄິດເຫັນທີ່ເຮັດໃຫ້ພີ່ນ້ອງໄດ້ກຳລັງໃຈ. (ຮຣ. 10:24, 25) ຄັນຊັ້ນ ເຮົາຈະກຽມຄວາມຄິດເຫັນແນວໃດຈຶ່ງຈະໃຫ້ກຳລັງໃຈພີ່ນ້ອງ?
ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍ. ໃຫ້ຂໍພະເຢໂຫວາຊ່ວຍເຈົ້າໃຫ້ອອກຄວາມຄິດເຫັນໃນແບບທີ່ໃຫ້ກຽດເພິ່ນແລະໃຫ້ກຳລັງໃຈພີ່ນ້ອງ.—ພສ. 35:18
ພະຍາຍາມບໍ່ຕອບແບບອ່ານເອົາ. ເມື່ອເຈົ້າຕອບເປັນຄຳເວົ້າຂອງໂຕເອງ ຜູ້ຟັງຈະໄດ້ກຳລັງໃຈທີ່ໄດ້ຍິນເຈົ້າເວົ້າເຖິງຄວາມເຊື່ອຂອງເຈົ້າ.
ຕອບສັ້ນໆ. ຄຳຕອບທີ່ງ່າຍແລະກະທັດຮັດທີ່ໄດ້ໃຈຄວາມມັກເຮັດໃຫ້ຜູ້ຟັງໄດ້ກຳລັງໃຈ ແລະເປີດໂອກາດໃຫ້ຄົນອື່ນໄດ້ຕອບນຳ.—ສພສ. 10:19
ອອກຄວາມຄິດເຫັນໃນແງ່ບວກ. ຢ່າອອກຄວາມຄິດເຫັນທີ່ເຮັດໃຫ້ຜູ້ຟັງຮູ້ສຶກວ່າເຈົ້າໃຫ້ຄຳແນະນຳຫຼືເວົ້າໃຫ້ພີ່ນ້ອງ.
ເຖິງວ່າເຈົ້າຍົກມືແລ້ວແຕ່ບໍ່ໄດ້ຖືກເອີ້ນໃຫ້ຕອບ ເຈົ້າກໍຍັງໃຫ້ກຳລັງໃຈຄົນອື່ນໄດ້. ຂໍໃຫ້ຕັ້ງໃຈຟັງຄົນອື່ນຕອບແລະຊົມເຊີຍເຂົາເຈົ້າຈາກໃຈຈິງ.—ສພສ. 10:21