ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ກໍລະກົດ ໜ້າ 31
  • ກັບ​ມາ​ຄືນດີ​ກັນ​ໃຫ້​ໄວ​ທີ່​ສຸດ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກັບ​ມາ​ຄືນດີ​ກັນ​ໃຫ້​ໄວ​ທີ່​ສຸດ!
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ໝູ່​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ເຈັບ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • “ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ເຈົ້າ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ກໍລະກົດ ໜ້າ 31
ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຂໍໂທດ​ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ຈາກ​ໃຈ. ເຂົາເຈົ້າ​ຢູ່​ໃນ​ເຮືອນ​ຫຼັງ​ໜຶ່ງ.

ກັບ​ມາ​ຄືນດີ​ກັນ​ໃຫ້​ໄວ​ທີ່​ສຸດ!

ເຈົ້າ​ເຄີຍ​ຄຽດ​ໃຫ້​ພີ່ນ້ອງ​ແຮງ​ຈົນ​ບໍ່​ຢາກ​ເປັນ​ໝູ່​ກັບ​ລາວ​ເລີຍ​ບໍ? ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ເຈົ້າ​ຈັດການ​ເລື່ອງ​ນັ້ນ​ໃຫ້​ໄວ​ທີ່​ສຸດ​ແລະ​ເຮັດ​ດ້ວຍ​ເຈດຕະນາ​ທີ່​ຖືກຕ້ອງ​ເພື່ອ​ຈະ​ຄືນດີ​ກັນ​ແລະ​ກັບ​ມາ​ເປັນ​ໝູ່​ກັນ​ຄື​ເກົ່າ.a

ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້. ຕອນ​ທີ່​ກະດູກ​ຫັກ ເຮົາ​ຊິ​ຮູ້ສຶກ​ເຈັບ​ແຮງ. ຖ້າ​ຢາກ​ເຊົາ​ເຈັບ ເຮົາ​ກໍ​ຕ້ອງ​ໄປ​ປົວ. ແຕ່​ຖ້າ​ເຮົາ​ບໍ່​ຟ້າວ​ໄປ​ປົວ​ໃຫ້​ໄວ ເຮົາ​ກໍ​ຊິ​ເຈັບ​ແບບ​ນັ້ນ​ໄປ​ເລື້ອຍໆ. ຮ້າຍ​ແຮງ​ກວ່າ​ນັ້ນ​ກະດູກ​ກໍ​ຈະ​ບິດ​ຈະ​ບ້ຽວ​ແລະ​ເຮັດ​ວຽກ​ໄດ້​ບໍ່​ດີ​ຄື​ເກົ່າ.

ຄື​ກັບ​ເລື່ອງ​ກະດູກ​ຫັກ ຖ້າ​ເຮົາ​ກັບ​ພີ່ນ້ອງ​ມີ​ເລື່ອງ​ຜິດ​ໃຈ​ກັນ ເຮົາ​ກໍ​ຕ້ອງ​ຟ້າວ​ຈັດການ​ເລື່ອງ​ນັ້ນ​ໃຫ້​ໄວ​ທີ່​ສຸດ. ຄັນບໍ່ຊັ້ນ ເຮົາ​ກໍ​ຈະ​ຮູ້ສຶກ​ເຈັບ​ໃຈ​ໄປ​ເລື້ອຍໆ. ເຮົາ​ອາດ​ຈະ​ຄຽດ​ແຮງ​ແລະ​ເຖິງຂັ້ນ​ເຊົາ​ເປັນ​ໝູ່​ກັບ​ພີ່ນ້ອງ​ຄົນ​ນັ້ນ​ເລີຍ. ພະ​ເຢຊູ​ບອກ​ວ່າ​ຖ້າ​ເຮົາ​ມີ​ເລື່ອງ​ຜິດ​ໃຈ​ກັນ​ກໍ “ໃຫ້​ຟ້າວ​ຕົກ​ລົງ” ກັນ. (ມທ. 5:25) ສະນັ້ນ ໃຫ້​ເຈົ້າ​ເປັນ​ຝ່າຍ​ໄປ​ຫາ​ພີ່ນ້ອງ​ຄົນ​ນັ້ນ ແລະ​ໃຫ້​ເວົ້າ​ແບບ​ເປີດ​ໃຈ​ກ່ຽວກັບ​ບັນຫາ​ຢ່າງ​ກະລຸນາ. ແຕ່​ການ​ເຮັດ​ແບບ​ນີ້​ອາດ​ຈະ​ບໍ່​ງ່າຍ. ຍ້ອນຫຍັງ? ໃຫ້​ເຮົາ​ມາ​ເບິ່ງ 2 ເຫດຜົນ​ນຳ​ກັນ.

ເຫດຜົນ​ທຳອິດ ເຈົ້າ​ອາດ​ຈະ​ຢາກ​ປ່ອຍ​ບັນຫາ​ໄວ້​ແບບ​ນັ້ນ​ເພາະ​ມັນ​ເຮັດ​ໃຫ້​ອຶດ​ອັດ​ໃຈ​ຖ້າ​ຈະ​ເວົ້າ​ເຖິງ​ເລື່ອງ​ນັ້ນ​ອີກ.b ລອງ​ຄິດ​ເຖິງ​ເລື່ອງ​ຂອງ​ຢູໂອເດຍ​ແລະ​ຊີນຕີເຂ. ພີ່ນ້ອງ​ຍິງ 2 ຄົນ​ນີ້​ມີ​ບັນຫາ​ກັນ ແລະ​ເບິ່ງ​ຄື​ວ່າ​ບັນຫາ​ຂອງ​ເຂົາເຈົ້າ​ມັນ​ແກ່​ຍາວ. ແມ່ນ​ແຕ່​ໂປໂລ​ທີ່​ຢູ່​ໄກ​ຮອດ​ໂຣມ​ກໍ​ໄດ້​ຍິນ​ເລື່ອງ​ທີ່​ເຂົາເຈົ້າ​ຜິດ​ກັນ. ລາວ​ເລີຍ​ເຕືອນ​ໃຫ້​ເຂົາເຈົ້າ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ຄືນດີ​ກັນ​ໃຫ້​ໄວ​ທີ່​ສຸດ. (ຟລປ. 4:2) ຖ້າ​ທັງ​ສອງ​ຄົນ​ຖ່ອມ​ໂຕ ລົມ​ກັນ​ດີໆ​ແລະ​ຍົກໂທດ​ໃຫ້​ກັນ​ແທ້ໆ​ເຂົາເຈົ້າ​ກໍ​ຈະ​ຍັງ​ເປັນ​ໝູ່​ກັນ​ໄດ້​ຄື​ເກົ່າ.

ເຫດຜົນ​ທີ 2 ເຈົ້າ​ອາດ​ຈະ​ຄິດ​ວ່າ​ພີ່ນ້ອງ​ຄົນ​ນັ້ນ​ຄວນ​ຈະ​ຍອມຮັບ​ວ່າ​ລາວ​ເປັນ​ຝ່າຍ​ຜິດ. ແຕ່​ຢ່າ​ລືມ​ວ່າ​ເປົ້າໝາຍ​ຂອງ​ເຈົ້າ​ແມ່ນ​ຢາກ​ຈະ​ກັບ​ມາ​ຄືນດີ​ກັນ​ຄື​ເກົ່າ ບໍ່​ແມ່ນ​ຢາກ​ພິສູດ​ວ່າ​ໃຜ​ຜິດ​ໃຜ​ຖືກ. ໝໍ​ທີ່​ປົວ​ກະດູກ​ຫັກ​ຈະ​ສົນໃຈ​ແຕ່​ເລື່ອງ​ການ​ປົວ​ກະດູກ ບໍ່​ແມ່ນ​ສົນໃຈ​ຢາກ​ຮູ້​ລາຍລະອຽດ​ທີ່​ເຮັດ​ໃຫ້​ກະດູກ​ຫັກ. ຄ້າຍຄື​ກັນ ຕອນ​ທີ່​ໄປ​ລົມ​ກັບ​ພີ່ນ້ອງ ເຈົ້າ​ກໍ​ບໍ່​ຕ້ອງ​ສົນໃຈ​ວ່າ​ຜູ້​ໃດ​ຜິດ​ຜູ້​ໃດ​ຖືກ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ໃຫ້​ຈື່​ວ່າ​ສາຍ​ສຳພັນ​ຂອງ​ທັງ​ສອງ​ຄົນ​ມີ​ຄ່າ​ຫຼາຍ ແລະ​ໃຫ້​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ກັບ​ມາ​ຄືນດີ​ກັນ​ຄື​ເກົ່າ.

ຖ້າ​ເຈົ້າ​ກຳລັງ​ມີ​ບັນຫາ​ກັບ​ພີ່ນ້ອງ ລອງ​ໄປ​ລົມ​ກັບ​ລາວ​ມື້​ນີ້​ເບິ່ງ​ເພື່ອ​ຈະ​ກັບ​ມາ​ດີ​ກັນ​ຄື​ເກົ່າ. ຄຳພີ​ໄບເບິນ​ແນະນຳ​ວ່າ: “ຢ່າ​ໃຈ​ຮ້າຍ​ຈົນ​ຮອດ​ຕາເວັນ​ຕົກ​ດິນ.” (ອຟຊ. 4:26) ຖ້າ​ເຈົ້າ​ພະຍາຍາມ​ຈະ​ຄືນດີ​ກັບ​ພີ່ນ້ອງ​ໃຫ້​ໄວ​ທີ່​ສຸດ ເຈົ້າ​ກໍ​ກຳລັງ​ຮັກສາ “ສັນຕິສຸກ​ທີ່​ຜູກພັນ​ຄົນ​ເຮົາ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”—ອຟຊ. 4:1-3

a ຖ້າ​ພີ່ນ້ອງ​ມີ​ບັນຫາ​ກັນ​ໃນ​ເລື່ອງ​ເລັກໆ​ນ້ອຍໆ​ກໍ​ຄວນ​ໄປ​ລົມ​ກັນ​ເປັນ​ສ່ວນ​ໂຕ​ແລະ​ຍົກໂທດ​ໃຫ້​ກັນ​ຢ່າງ​ໃຈ​ກວ້າງ. (ມທ. 5:23, 24) ຖ້າ ເປັນ​ເລື່ອງ​ໃຫຍ່ ລາວ​ອາດ​ຈະ​ຂໍ​ໃຫ້​ຜູ້​ເບິ່ງແຍງ​ຊ່ວຍ. (ມທ. 18:17) ແຕ່​ລາວ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ມັດທາຍ 18:15, 16 ກ່ອນ.

b ຖ້າ​ພີ່ນ້ອງ​ຄລິດສະຕຽນ​ເຮັດ​ໃຫ້​ເຮົາ​ຄຽດ ແຕ່​ບໍ່​ເຖິງຂັ້ນ​ບໍ່​ຢາກ​ເປັນ​ໝູ່​ກັນ ເຮົາ​ອາດ​ຈະ​ເລືອກ​ທີ່​ຈະ​ເບິ່ງ​ຂ້າມ​ຄວາມ​ຜິດ​ນັ້ນ​ລະ​ກະ​ແລ້ວ.—ສພສ. 26:20

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌