ວັນທີ 3-9 ສິງຫາ 2026
ເພງທີ 113 ສັນຕິສຸກຂອງພວກເຮົາ
ໃຫ້ເຄົາລົບການຕັດສິນໃຈຂອງຄົນອື່ນ
“ຢ່າຕັດສິນລາວໃນເລື່ອງຄວາມເຫັນສ່ວນໂຕ.”—ຣມ. 14:1
ຈຸດສຳຄັນ
ເຮົາຈະສະແດງຄວາມນັບຖືຕໍ່ພີ່ນ້ອງແນວໃດຕອນທີ່ເຂົາເຈົ້າຕັດສິນໃຈບາງຢ່າງທີ່ເຮົາບໍ່ເຫັນດີນຳ.
1-2. ເປັນຫຍັງບາງເທື່ອການຕັດສິນໃຈຂອງເຮົາບໍ່ຄືກັບພີ່ນ້ອງຄົນອື່ນ?
ເຈົ້າເຄີຍຖືກຄົນອື່ນຕັດສິນແບບບໍ່ຍຸຕິທຳຍ້ອນການຕັດສິນໃຈຂອງເຈົ້າບໍ? ເຈົ້າເຄີຍຕັດສິນພີ່ນ້ອງຍ້ອນການຕັດສິນໃຈຂອງລາວບໍ? ເຮົາສ່ວນຫຼາຍຄືຊິຕອບ 2 ຄຳຖາມນີ້ວ່າເຄີຍ.
2 ເຮົາບໍ່ຄວນແປກໃຈທີ່ບາງເທື່ອການຕັດສິນໃຈຂອງເຮົາບໍ່ຄືກັບພີ່ນ້ອງຄົນອື່ນ. ຍ້ອນຫຍັງ? ຍ້ອນເຮົາທຸກຄົນແຕກຕ່າງກັນ. ເຮົາແຕ່ລະຄົນມີຄວາມຄິດເປັນຂອງໂຕເອງ. ຄວາມຄິດຂອງເຮົາໄດ້ຮັບອິດທິພົນຈາກວັດທະນະທຳ ການຖືກລ້ຽງໃນຄອບຄົວ ແລະປະສົບການສ່ວນໂຕ. ແຕ່ເຮົາບໍ່ຄວນໃຫ້ຄວາມຄິດເຫັນທີ່ແຕກຕ່າງກັນນີ້ມາເຮັດໃຫ້ປະຊາຄົມບໍ່ມີຄວາມສະຫງົບສຸກແລະບໍ່ເປັນນ້ຳໜຶ່ງໃຈດຽວກັນ.—ອຟຊ. 4:3
3. ເຮົາອາດຢາກເຮັດຫຍັງເມື່ອເຮົາບໍ່ເຫັນດີກັບການຕັດສິນໃຈຂອງພີ່ນ້ອງ?
3 ເມື່ອເຮົາບໍ່ເຫັນດີກັບການຕັດສິນໃຈຂອງພີ່ນ້ອງ ເຮົາອາດຮູ້ສຶກວ່າຕ້ອງໄປເວົ້າຫຍັງບາງຢ່າງກັບລາວເພື່ອໃຫ້ລາວປ່ຽນໃຈຫຼືເຮົາອາດເວົ້າສິ່ງທີ່ເຮົາເປັນຫ່ວງກ່ຽວກັບການຕັດສິນໃຈຂອງລາວໃຫ້ຄົນອື່ນຟັງ. ທີ່ຈິງ ເຮົາເຮັດແບບນັ້ນກໍຍ້ອນເຮົາຫວັງດີ. ເຮົາຮັກພີ່ນ້ອງ ແລະເຮົາຢາກໃຫ້ເຂົາເຈົ້າໄດ້ສິ່ງທີ່ດີທີ່ສຸດ. (ສພສ. 17:17) ສະນັ້ນ ເຮົາຈຶ່ງບໍ່ຢາກເຫັນເຂົາເຈົ້າຕັດສິນໃຈແລ້ວມາເສຍໃຈພາຍຫຼັງ ຫຼືຕັດສິນໃຈໃນແບບທີ່ເປັນອັນຕະລາຍຕໍ່ຄວາມເຊື່ອຂອງເຂົາເຈົ້າ.
4-5. ເຮົາຄວນເຮັດແນວໃດຖ້າສິ່ງທີ່ພີ່ນ້ອງຕັດສິນໃຈຈະເຮັດຕ່າງຈາກຄວາມຄິດຂອງເຮົາ?
4 ຖ້າເຮົາບໍ່ເຫັນດີກັບການຕັດສິນໃຈຂອງພີ່ນ້ອງ ເຮົາຄວນໄປລົມກັບລາວບໍ? ຂຶ້ນກັບແຕ່ລະກໍລະນີ. ຕົວຢ່າງເຊັ່ນ: ຖ້າເຮົາຮູ້ວ່າພີ່ນ້ອງຄົນໜຶ່ງຄິດທີ່ຈະເຮັດຫຍັງບາງຢ່າງທີ່ຂັດກັບຄຳສອນໃນຄຳພີໄບເບິນ ເຮົາຄວນຊ່ວຍລາວໃຫ້ຮູ້ວ່າສິ່ງທີ່ລາວກຳລັງຈະເຮັດມັນເປັນສິ່ງທີ່ຜິດ. ເຮົາເຮັດແບບນີ້ຍ້ອນເຮົາຮັກລາວ. (ສພສ. 27:5, 6) ແຕ່ຖ້າສິ່ງທີ່ພີ່ນ້ອງຕັດສິນໃຈຈະເຮັດບໍ່ໄດ້ຂັດກັບຄຳສອນໃນຄຳພີໄບເບິນ ແຕ່ມັນບໍ່ຄືກັບຄວາມຄິດຂອງເຮົາຊື່ໆເຮົາຄວນເຮັດແນວໃດ? ຄຳຕອບແມ່ນຢູ່ໃນຂໍ້ພະຄຳພີຫຼັກຂອງບົດນີ້ ນັ້ນກໍຄື ເຮົາບໍ່ຄວນ “ຕັດສິນລາວໃນເລື່ອງຄວາມເຫັນສ່ວນໂຕ.”—ຣມ. 14:1
5 ແຕ່ບາງເທື່ອເຮົາອາດຮູ້ສຶກວ່າຍາກທີ່ຈະເຄົາລົບການຕັດສິນໃຈຂອງພີ່ນ້ອງ. ໃນບົດນີ້ ເຮົາຈະເບິ່ງວ່າເປັນຫຍັງເຮົາຄວນເຄົາລົບການຕັດສິນໃຈຂອງຄົນອື່ນ ແລະເຮົາຈະເຮັດແບບນັ້ນໄດ້ແນວໃດ? ທຳອິດ ໃຫ້ເຮົາມາເບິ່ງບາງສະຖານະການທີ່ເປັນການຕັດສິນໃຈສ່ວນໂຕເຊິ່ງອາດເຮັດໃຫ້ເຮົາໄປຕັດສິນພີ່ນ້ອງ.
ການຕັດສິນໃຈສ່ວນໂຕແບບໃດແດ່ທີ່ອາດເຮັດໃຫ້ເຮົາຕັດສິນຄົນອື່ນ?
6-7. ມີສະຖານະການໃດແດ່ທີ່ອາດເຮັດໃຫ້ເຮົາຕັດສິນຄົນອື່ນ?
6 ຄືກັບທີ່ເຮົາໄດ້ເວົ້າມາແລ້ວ ພູມຫຼັງຫຼືປະສົບການໃນຊີວິດອາດເຮັດໃຫ້ເຮົາຄິດວ່າບາງເລື່ອງຕ້ອງຕັດສິນໃຈແບບໃດແບບໜຶ່ງເທົ່ານັ້ນ. ເຮົາອາດຄິດວ່າຄົນອື່ນຄືຊິຄິດຄືກັບເຮົາ. ແຕ່ມັນບໍ່ໄດ້ເປັນແບບນັ້ນສະເໝີໄປ. ໃຫ້ເຮົາມາເບິ່ງບາງສະຖານະການນຳກັນ. ສະຖານະການທີ 1: ກ່ອນຮຽນຄວາມຈິງ ພີ່ນ້ອງຊາຍຄົນໜຶ່ງໃຫຍ່ມາໃນຄອບຄົວທີ່ພໍ່ຂອງລາວຕິດເຫຼົ້າຮຸນແຮງ. ເມື່ອພີ່ນ້ອງຊາຍຄົນນີ້ເຫັນພີ່ນ້ອງຄົນອື່ນໆດື່ມເຄື່ອງດື່ມມຶນເມົາຕອນທີ່ສັງສັນກັນ. ລາວຮູ້ສຶກຜິດຫວັງແລະບອກກັບພີ່ນ້ອງເຫຼົ່ານັ້ນວ່າສິ່ງທີ່ເຂົາເຈົ້າເຮັດມັນຜິດ. ສະຖານະການທີ 2: ພີ່ນ້ອງຍິງຄົນໜຶ່ງເຊົາປ່ວຍຈາກພະຍາດຮ້າຍແຮງ. ຕໍ່ມາ ລາວຮູ້ວ່າມີພີ່ນ້ອງຍິງອີກຄົນໜຶ່ງເປັນພະຍາດດຽວກັນກັບລາວ. ຍ້ອນລາວຢາກຊ່ວຍ ລາວຈຶ່ງກົດດັນພີ່ນ້ອງຄົນນີ້ໃຫ້ປິ່ນປົວແບບດຽວກັບລາວ ບໍ່ວ່າຈະເປັນການກິນອາຫານບາງຢ່າງ ການໃຊ້ຢາບາງຊະນິດ ຫຼືການປິ່ນປົວແບບທຳມະຊາດ. ສະຖານະການທີ 3: ພີ່ນ້ອງຊາຍຄົນໜຶ່ງເຄີຍເປັນສະມາຊິກຂອງສາສະໜາປອມ. ລາວບໍ່ຢາກຫຍຸ້ງກ່ຽວກັບອັນໃດກໍຕາມທີ່ກ່ຽວຂ້ອງກັບສາສະໜານີ້ອີກ. ເມື່ອລາວຮູ້ວ່າພີ່ນ້ອງໄປງານສົບຢູ່ໂບດ ລາວກໍຮູ້ສຶກບໍ່ພໍໃຈຫຼາຍ.a
7 ໃຫ້ເຮົາມາເບິ່ງສະຖານະການອື່ນອີກ. ສະຖານະການທີ 4: ພີ່ນ້ອງຊາຍຄົນໜຶ່ງໃຫຍ່ມາໃນຊ່ວງທີ່ຫຼາຍຄົນຮູ້ສຶກວ່າເປັນເລື່ອງທີ່ບໍ່ເໝາະສົມທີ່ພີ່ນ້ອງຊາຍຈົ່ງໜວດ ຫຼືພີ່ນ້ອງຍິງໃສ່ໂສ້ງສຸພາບໄປປະຊຸມແລະໄປປະກາດ. ເຖິງວ່າພີ່ນ້ອງຊາຍຄົນນີ້ຮູ້ກ່ຽວກັບການປັບປ່ຽນໃໝ່ໃນເລື່ອງນີ້ ແຕ່ລາວກໍຍັງເວົ້າກັບຄົນອື່ນເລື້ອຍໆວ່າພີ່ນ້ອງຊາຍບໍ່ຄວນຈົ່ງໜວດແລະພີ່ນ້ອງຍິງຄວນໃສ່ກະໂປ່ງຕອນໄປປະກາດແລະໄປປະຊຸມ. ສະຖານະການທີ 5: ຜູ້ເບິ່ງແຍງຄົນໜຶ່ງຮູ້ຈັກພີ່ນ້ອງຊາຍທີ່ຕັດສິນໃຈຮຽນຕໍ່ແລ້ວຕໍ່ມາພີ່ນ້ອງຊາຍຄົນນັ້ນກໍເຊົາຮັບໃຊ້ພະເຢໂຫວາ. ຕອນນີ້ມີພີ່ນ້ອງຊາຍຄົນໜຶ່ງທີ່ເປັນໄວລຸ້ນຢູ່ປະຊາຄົມດຽວກັນກັບລາວໄດ້ຕັດສິນໃຈວ່າຈະຮຽນຕໍ່. ຜູ້ເບິ່ງແຍງຮູ້ສຶກເປັນຫ່ວງຫຼາຍຈຶ່ງໄດ້ພະຍາຍາມໂນ້ມນ້າວພີ່ນ້ອງຊາຍຄົນນີ້ແລະພໍ່ແມ່ຂອງລາວໃຫ້ປ່ຽນໃຈ.
8. (ກ) ອັນໃດອາດເຮັດໃຫ້ຜູ້ທີ່ເປັນພໍ່ແມ່ຕັດສິນພໍ່ແມ່ຄົນອື່ນໆ? (ຂ) ອາດເກີດຫຍັງຂຶ້ນຖ້າເຮົາຄິດໃນແງ່ລົບແລະຕັດສິນພີ່ນ້ອງ?
8 ຍັງມີອີກສະຖານະການໜຶ່ງທີ່ອາດສົ່ງຜົນຕໍ່ຜູ້ທີ່ເປັນພໍ່ແມ່. ສະຖານະການທີ 6: ໃນຖານະທີ່ເປັນພໍ່ແມ່ ເຈົ້າພະຍາຍາມລ້ຽງລູກ “ດ້ວຍຫຼັກການແລະຄຳສອນຂອງພະເຢໂຫວາ.” (ອຟຊ. 6:4) ແຕ່ເບິ່ງຄືວ່າພໍ່ແມ່ທີ່ເປັນພະຍານຄົນອື່ນໆຕາມໃຈລູກຂອງເຂົາເຈົ້າຫຼາຍກວ່າເຈົ້າ. ຕົວຢ່າງເຊັ່ນ: ເຂົາເຈົ້າຍອມໃຫ້ລູກກັບບ້ານເດິກໄດ້ ຫຼິ້ນວິດີໂອເກມທີ່ບໍ່ຮຸນແຮງໄດ້ ຫຼືຊື້ໂທລະສັບໃຫ້ລູກຕັ້ງແຕ່ລູກຍັງນ້ອຍ. ຍ້ອນແນວນີ້ ລູກຂອງເຈົ້າຈຶ່ງຮູ້ສຶກວ່າເຈົ້າເຄັ່ງຄັດໂພດ. ລູກອາດຖາມເຈົ້າວ່າ: “ເປັນຫຍັງພໍ່ກັບແມ່ຄືບໍ່ເປັນຄືກັບພໍ່ແມ່ຂອງຄົນອື່ນ?” ໃນສະຖານະການແບບນີ້ອາດເຮັດໃຫ້ເຈົ້າຕັດສິນພໍ່ແມ່ຄົນອື່ນໆ. ແນ່ນອນວ່າເມື່ອພີ່ນ້ອງຄົນອື່ນຕັດສິນໃຈບາງຢ່າງທີ່ເຮົາບໍ່ເຫັນດີນຳ ເຮົາອາດຄິດໃນແງ່ລົບແລະຕັດສິນເຂົາເຈົ້າ. ຕົວຢ່າງເຊັ່ນ: ເຮົາອາດບໍ່ເຫັນດີກັບວິທີການໃຊ້ເງິນຂອງເຂົາເຈົ້າ ຮູ້ສຶກວ່າເຂົາເຈົ້າໄປທ່ຽວດຸໂພດ ຫຼືບໍ່ເຫັນດີກັບຄວາມບັນເທີງທີ່ເຂົາເຈົ້າເລືອກ. ແຕ່ເຮົາຕ້ອງບໍ່ປ່ອຍໃຫ້ຄວາມຮູ້ສຶກຂອງເຮົາສຳຄັນຫຼາຍກວ່າຄວາມເປັນນ້ຳໜຶ່ງໃຈດຽວກັນໃນປະຊາຄົມ.
9. ເປົ້າໝາຍຂອງເຮົາທຸກຄົນແມ່ນຫຍັງ ແລະເຮົາຄວນລະວັງຫຍັງ? (ເບິ່ງຮູບນຳ)
9 ເຖິງວ່າການຕັດສິນໃຈຂອງພີ່ນ້ອງຄົນໜຶ່ງບໍ່ຄືກັບການຕັດສິນໃຈຂອງພີ່ນ້ອງອີກຄົນໜຶ່ງ ແຕ່ກໍບໍ່ໄດ້ໝາຍຄວາມວ່າການຕັດສິນໃຈຂອງຄົນໜຶ່ງຖືກແລະຂອງອີກຄົນໜຶ່ງຜິດ. (ຣມ. 14:5) ເມື່ອຄຳພີໄບເບິນບອກໃຫ້ເຮົາ “ຄິດໃຫ້ສອດຄ່ອງກັນ” ນີ້ໝາຍຄວາມວ່າເຮົາທຸກຄົນຕ້ອງເຮັດຕາມມາດຕະຖານຂອງພະເຢໂຫວາ ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາຕ້ອງຄິດຄືກັນໃນທຸກເລື່ອງ. (2ກຣ. 13:11) ເຮົາອາດປຽບທຽບການຕັດສິນໃຈສ່ວນໂຕຂອງເຮົາເປັນຄືກັບການເລືອກເສັ້ນທາງເພື່ອເດີນທາງໄປບ່ອນໃດບ່ອນໜຶ່ງ. ປົກກະຕິແລ້ວມີຫຼາຍວິທີແລະຫຼາຍເສັ້ນທາງທີ່ຈະພາໄປຮອດຈຸດໝາຍປາຍທາງບ່ອນດຽວກັນ. ເຮົາມັກຈະເລືອກທາງທີ່ເຮົາມັກແລະດີທີ່ສຸດສຳລັບເຮົາ. ຄ້າຍຄືກັນ ພີ່ນ້ອງອາດຕັດສິນໃຈຕ່າງຈາກເຮົາໃນເລື່ອງສ່ວນໂຕ ແຕ່ເປົ້າໝາຍຂອງພວກເຮົາຄືກັນ ນັ້ນແມ່ນການເຮັດໃຫ້ພະເຢໂຫວາພໍໃຈ. ສະນັ້ນ ເຮົາຈະບໍ່ຕັດສິນຄົນອື່ນກ່ຽວກັບການຕັດສິນໃຈໃນເລື່ອງສ່ວນໂຕຂອງເຂົາເຈົ້າ.—ມທ. 7:1; 1ທຊ. 4:11
ເພື່ອຈະໄປເຖິງຈຸດໝາຍປາຍທາງດຽວກັນ ນັກເດີນທາງແຕ່ລະຄົນອາດເລືອກວິທີເດີນທາງຕ່າງກັນ. ຄ້າຍຄືກັນ ຜູ້ຮັບໃຊ້ຂອງພະເຢໂຫວາແຕ່ລະຄົນກໍອາດຕັດສິນໃຈຕ່າງກັນໃນເລື່ອງສ່ວນໂຕ (ເບິ່ງຂໍ້ 9)
ເປັນຫຍັງເຮົາຄວນເຄົາລົບການຕັດສິນໃຈຂອງຄົນອື່ນໃນເລື່ອງສ່ວນໂຕ?
10. ຕາມຢາໂກໂບ 4:12 ເຮົາບໍ່ມີສິດເຮັດຫຍັງ ແລະຍ້ອນຫຍັງ?
10 ຄຳພີໄບເບິນໃຫ້ເຫດຜົນຫຼາຍຢ່າງວ່າເປັນຫຍັງເຮົາຄວນເຄົາລົບການຕັດສິນໃຈຂອງຄົນອື່ນໃນເລື່ອງສ່ວນໂຕ. ໃຫ້ເຮົາມາເບິ່ງບາງເຫດຜົນນຳກັນ. ເຮົາບໍ່ມີສິດທີ່ຈະຕັດສິນຄົນອື່ນໃນເລື່ອງສ່ວນໂຕ. (ອ່ານຢາໂກໂບ 4:12) ພະເຢໂຫວາເປັນຜູ້ຕັ້ງກົດໝາຍແລະເປັນຜູ້ຕັດສິນທີ່ຍຸຕິທຳ. ມີແຕ່ເພິ່ນເທົ່ານັ້ນທີ່ມີສິດຕັ້ງກົດແລະຕັ້ງມາດຕະຖານໃຫ້ເຮົາ. ສະນັ້ນ ພີ່ນ້ອງຈະຮັບຜິດຊອບການຕັດສິນໃຈຂອງເຂົາເຈົ້າຕໍ່ພະເຢໂຫວາເອງ ບໍ່ແມ່ນຕໍ່ເຮົາ. (ຣມ. 14:10) ເຮົາບໍ່ມີສິດໄປເວົ້າໃຫ້ຄົນອື່ນຫຼືຕັດສິນກ່ຽວກັບການຕັດສິນໃຈຂອງເຂົາເຈົ້າຕາມມາດຕະຖານແລະຄວາມຄິດຂອງເຮົາເອງ.b
11. ເຮົາຈະມີສ່ວນເຮັດໃຫ້ປະຊາຄົມເປັນນ້ຳໜຶ່ງໃຈດຽວກັນໄດ້ແນວໃດ? (ເບິ່ງຮູບນຳ)
11 ພະເຢໂຫວາຢາກໃຫ້ຜູ້ຮັບໃຊ້ຂອງເພິ່ນເປັນນ້ຳໜຶ່ງໃຈດຽວກັນ ບໍ່ແມ່ນຄືກັນໝົດທຸກຢ່າງ. ທີ່ຈິງ ພະເຢໂຫວາມັກຄວາມຫຼາກຫຼາຍ. ເຮົາເຫັນເລື່ອງນີ້ໄດ້ຈາກສິ່ງທີ່ເພິ່ນສ້າງ. ຕົວຢ່າງເຊັ່ນ: ຂະໜາດໃບໄມ້ 2 ໃບທີ່ມາຈາກຕົ້ນດຽວກັນ ກໍຍັງບໍ່ມີທາງທີ່ມັນຈະຄືກັນໄດ້ຮ້ອຍເປີເຊັນ. ໃຫ້ຄິດເບິ່ງວ່າມະນຸດຢູ່ເທິງໂລກມີຫຼາຍກວ່າ 8 ຕື້ຄົນ ແຕ່ກໍບໍ່ມີໃຜທີ່ມີຮູບຮ່າງໜ້າຕາຫຼືບຸກຄະລິກຄືກັນເປະໆ. ພະເຢໂຫວາສ້າງເຮົາໃຫ້ແຕກຕ່າງກັນ. ເພິ່ນບໍ່ໄດ້ຢາກໃຫ້ເຮົາຄິດຄືກັນຫຼືເປັນແບບດຽວກັນໝົດທຸກຢ່າງ. ແຕ່ເພິ່ນຢາກໃຫ້ເຮົາເປັນນ້ຳໜຶ່ງໃຈດຽວກັນ. ສະນັ້ນ ແທນທີ່ຈະໃຫ້ຄວາມແຕກຕ່າງເຮັດໃຫ້ເຮົາແຕກແຍກກັນ ໃຫ້ເຮົາຊ່ວຍກັນຮັກສາສັນຕິສຸກ. ເຮົາໃຫ້ຄວາມສຳຄັນກັບຄວາມເປັນນ້ຳໜຶ່ງໃຈດຽວກັນໃນປະຊາຄົມຫຼາຍກວ່າຄວາມມັກແລະຄວາມຄິດເຫັນສ່ວນໂຕຂອງເຮົາ.—ຣມ. 14:19
ພະເຢໂຫວາສ້າງເຮົາໃຫ້ມີຄວາມແຕກຕ່າງກັນ ແຕ່ເພິ່ນບໍ່ຢາກໃຫ້ເຮົາແຕກແຍກກັນ (ເບິ່ງຂໍ້ 11)
ເຮົາຈະເຄົາລົບການຕັດສິນໃຈຂອງຄົນອື່ນແນວໃດ?
12-13. ເຮົາຄວນຈື່ຫຍັງໄວ້ຖ້າເຮົາຮູ້ສຶກວ່າບາງຄົນກຳລັງ “ໄປຜິດທາງ”? (ຄາລາເຕຍ 6:1; ເບິ່ງຂອບ “ເມື່ອເຈົ້າບໍ່ເຫັນດີກັບການຕັດສິນໃຈຂອງຄົນອື່ນ” ນຳ)
12 ຕອນທີ່ຄົນອື່ນຕັດສິນໃຈໃນເລື່ອງສ່ວນໂຕ. ໃຫ້ຖາມໂຕເອງວ່າ: ‘ລາວກຳລັງ “ໄປຜິດທາງ” ບໍ ຫຼືລາວພຽງແຕ່ຕັດສິນໃຈຕ່າງຈາກຂ້ອຍຊື່ໆ?’ ຖ້າລາວກຳລັງໄປຜິດທາງແທ້ໆເຊິ່ງໝາຍເຖິງລາວເຮັດສິ່ງທີ່ຂັດກັບຄຳສອນໃນຄຳພີໄບເບິນ ໃຫ້ຖາມໂຕເອງວ່າ: ‘ຂ້ອຍເປັນຄົນທີ່ມີຄຸນສົມບັດຕາມຫຼັກພະຄຳພີທີ່ຈະຊ່ວຍລາວໃຫ້ກັບມາໃນທາງທີ່ຖືກຕ້ອງບໍ ຫຼືມີຄົນອື່ນທີ່ເໝາະສົມກວ່າຂ້ອຍ?’ ຖ້າເຈົ້າເປັນຄົນທີ່ເໝາະສົມທີ່ຈະໄປລົມກັບລາວ ກໍໃຫ້ພະຍາຍາມລົມກັບລາວດ້ວຍເຫດຜົນແລະດ້ວຍຄວາມອ່ອນໂຍນ. (ອ່ານຄາລາເຕຍ 6:1) ແຕ່ຫຼາຍເທື່ອເຈົ້າອາດຈະເຫັນວ່າລາວບໍ່ໄດ້ເຮັດຫຍັງຜິດ ລາວພຽງແຕ່ຕັດສິນໃຈຕ່າງຈາກເຈົ້າຊື່ໆ. ຖ້າເປັນແບບນັ້ນ ກໍບໍ່ຕ້ອງໄປເວົ້າໃຫ້ລາວຫຼືສົງໄສກ່ຽວກັບການຕັດສິນໃຈຂອງລາວ. ໃຫ້ເຄົາລົບສິດຂອງລາວທີ່ຈະຕັດສິນໃຈດ້ວຍໂຕເອງ ແລະບໍ່ຄວນຕັດສິນລາວ.—ຣມ. 14:2-4
13 ໃຫ້ຄິດເຖິງຕົວຢ່າງນີ້: ຖ້າເຈົ້າໄປຮ້ານອາຫານກັບໝູ່ ເຈົ້າຈະບັງຄັບລາວໃຫ້ສັ່ງອາຫານແບບດຽວກັບທີ່ເຈົ້າສັ່ງບໍ? ຄືຊິບໍ່. ເຈົ້າຈະເຄົາລົບສິດຂອງລາວທີ່ຈະເລືອກອາຫານດ້ວຍໂຕເອງ. ເຖິງວ່າເຈົ້າບໍ່ມັກອາຫານທີ່ລາວເລືອກ ແຕ່ມັນກໍເກືອບຈະບໍ່ມີຜົນກະທົບຫຍັງຕໍ່ເຈົ້າເລີຍ. ໃນທາງກົງກັນຂ້າມ ເຈົ້າກໍຄືຊິບໍ່ຢາກໃຫ້ໝູ່ສັ່ງອາຫານທີ່ລາວມັກໃຫ້ເຈົ້າ. ຄ້າຍຄືກັນ ເຮົາສະແດງຄວາມນັບຖືຕໍ່ຄົນອື່ນໂດຍໃຫ້ລາວຕັດສິນໃຈໃນເລື່ອງສ່ວນໂຕດ້ວຍໂຕເອງແລະບໍ່ຕ້ອງບັງຄັບລາວໃຫ້ເຮັດຕາມຄວາມຄິດຂອງເຮົາ.
14. ເຈົ້າຈະຊ່ວຍປະຊາຄົມໃຫ້ເປັນນ້ຳໜຶ່ງໃຈດຽວກັນໄດ້ແນວໃດເມື່ອຕັດສິນໃຈໃນເລື່ອງສ່ວນໂຕ? (1 ໂກຣິນໂທ 8:12, 13)
14 ຕອນທີ່ເຈົ້າຕັດສິນໃຈໃນເລື່ອງສ່ວນໂຕ. ເຈົ້າສາມາດຊ່ວຍໃຫ້ປະຊາຄົມເປັນນ້ຳໜຶ່ງໃຈດຽວກັນໄດ້ໂດຍພະຍາຍາມເຕັມທີທີ່ຈະບໍ່ເຮັດໃຫ້ຄົນອື່ນບໍ່ສະບາຍໃຈ. (ອ່ານ 1 ໂກຣິນໂທ 8:12, 13) ບາງເທື່ອເຈົ້າກໍຮູ້ວ່າການຕັດສິນໃຈຂອງເຈົ້າເປັນສິ່ງທີ່ເຮັດໄດ້ “ບໍ່ມີຂໍ້ຫ້າມ” ແຕ່ຖ້າມັນເຮັດໃຫ້ພີ່ນ້ອງບໍ່ສະບາຍໃຈ ມັນຈະ “ເປັນປະໂຫຍດ” ແທ້ໆບໍ?c (1ກຣ. 10:23, 24) ໃນກໍລະນີແບບນັ້ນ ແທນທີ່ຈະຄິດແຕ່ວ່າ “ຂ້ອຍມີສິດເຮັດຫຍັງກໍໄດ້ຕາມທີ່ຂ້ອຍຢາກເຮັດ” ມັນຈະດີກວ່າຖ້າເຮົາຄິດເຖິງຄວາມຮູ້ສຶກຂອງຄົນອື່ນນຳ. (ຣມ. 15:1) ຄືກັບທີ່ເຮົາໄດ້ຮຽນມາແລ້ວວ່າເຮົາຄວນເຄົາລົບການຕັດສິນໃຈຂອງຄົນອື່ນໃນເລື່ອງສ່ວນຕົວ ແລະເຂົາເຈົ້າກໍຄວນເຄົາລົບກັນຕັດສິນໃຈຂອງເຮົາຄືກັນ. ແຕ່ເຮົາຄວນຄິດເຖິງຫຼັກການໃນໂຣມ 12:18 ນຳທີ່ບອກວ່າ: “ໃຫ້ພວກເຈົ້າພະຍາຍາມຫຼາຍທີ່ສຸດເພື່ອຈະສ້າງຄວາມສະຫງົບສຸກກັບທຸກຄົນ.” ສະນັ້ນ ເຮົາຕ້ອງພະຍາຍາມເຕັມທີທີ່ຈະຮັກສາສັນຕິສຸກກັບຄົນອື່ນແລະບໍ່ເຮັດໃຫ້ເຂົາເຈົ້າບໍ່ສະບາຍໃຈ.
15. ຜູ້ເບິ່ງແຍງຈະຊ່ວຍປະຊາຄົມໃຫ້ເປັນນ້ຳໜຶ່ງໃຈດຽວກັນໄດ້ແນວໃດ? (1 ໂກຣິນໂທ 4:6)
15 ຜູ້ເບິ່ງແຍງຄວນເຄົາລົບການຕັດສິນໃຈຂອງຄົນອື່ນ. ຜູ້ເບິ່ງແຍງສາມາດຊ່ວຍປະຊາຄົມໃຫ້ເປັນນ້ຳໜຶ່ງໃຈດຽວກັນໄດ້ໂດຍບໍ່ຕັ້ງກົດໃນເລື່ອງສ່ວນໂຕແລະບໍ່ເຮັດ “ກາຍຂອບເຂດທີ່ຂຽນໄວ້” ໃນຄຳພີໄບເບິນ. (ອ່ານ 1 ໂກຣິນໂທ 4:6) ນີ້ຍັງລວມເຖິງເຂົາເຈົ້າຈະບໍ່ເຮັດຫຍັງກາຍຂອບເຂດຂອງຄຳແນະນຳທີ່ຢູ່ໃນປຶ້ມຕ່າງໆຂອງອົງການ. ນອກຈາກນັ້ນ ເມື່ອພີ່ນ້ອງມາຂໍຄວາມຊ່ວຍເຫຼືອ ຜູ້ເບິ່ງແຍງຕ້ອງລະວັງທີ່ຈະບໍ່ໃຫ້ຄຳແນະນຳໂດຍອາໄສປະສົບການຂອງໂຕເອງເທົ່ານັ້ນ. ແທນທີ່ຈະເຮັດແນວນັ້ນ ເຂົາເຈົ້າຈະໃຫ້ຄຳແນະນຳໂດຍອາໄສຫຼັກການໃນຄຳພີໄບເບິນເປັນຫຼັກ.—ອຊຢ. 48:17, 18
16. ຜູ້ເບິ່ງແຍງຈະເຄົາລົບການຕັດສິນໃຈຂອງຄະນະຜູ້ເບິ່ງແຍງໄດ້ແນວໃດ?
16 ນອກຈາກນັ້ນ ຜູ້ເບິ່ງແຍງແຕ່ລະຄົນຄວນເຄົາລົບການຕັດສິນໃຈຂອງຄະນະຜູ້ເບິ່ງແຍງ. ເມື່ອຄະນະຜູ້ເບິ່ງແຍງອະທິດຖານຂໍພະລັງບໍລິສຸດ ທົບທວນຄຳແນະນຳໃນຄຳພີໄບເບິນ ລົມກັນວ່າຈະໃຊ້ຫຼັກການເຫຼົ່ານັ້ນແນວໃດ ແລະເຮັດການຕັດສິນໃຈນຳກັນແລ້ວ ຜູ້ເບິ່ງແຍງແຕ່ລະຄົນຄວນສະໜັບສະໜູນການຕັດສິນໃຈນັ້ນເຖິງວ່າລາວຈະບໍ່ເຫັນດີກັບຜູ້ເບິ່ງແຍງສ່ວນຫຼາຍໃນຄະນະ. (ອຟຊ. 5:17) ບໍ່ພຽງແຕ່ເທົ່ານັ້ນ ຜູ້ເບິ່ງແຍງຍັງຕ້ອງເຮັດຕາມຄຳແນະນຳໃນຄຳພີໄບເບິນແລະປຶ້ມຕ່າງໆຂອງອົງການຢ່າງໃກ້ຊິດ ແລະລະວັງທີ່ຈະບໍ່ໃຊ້ຄຳແນະນຳເຫຼົ່ານັ້ນເພື່ອສະໜັບສະໜູນຄວາມຄິດຂອງໂຕເອງ. ຕົວຢ່າງເຊັ່ນ: ຜູ້ເບິ່ງແຍງຈະບໍ່ຍົກເອົາແຕ່ປະໂຫຍກດຽວຈາກບົດຄວາມໃດໜຶ່ງໃນປຶ້ມຕ່າງໆຂອງອົງການເພື່ອພິສູດວ່າຄວາມຄິດຂອງໂຕເອງຖືກໂດຍບໍ່ເບິ່ງແວດບົດຂອງບົດຄວາມນັ້ນ.
17. ເຮົາຈະໄດ້ຮັບປະໂຫຍດຫຍັງເມື່ອເຮົາເຄົາລົບການຕັດສິນໃຈຂອງຄົນອື່ນ?
17 ຄືກັບທີ່ເຮົາໄດ້ຮຽນມາແລ້ວ ເຮົາທຸກຄົນແຕກຕ່າງກັນ. ແຕ່ລະຄົນມີຄວາມຄິດເປັນຂອງໂຕເອງ ແລະມີຄວາມມັກທີ່ບໍ່ຄືກັນ. ແຕ່ຄວາມແຕກຕ່າງເຫຼົ່ານີ້ເປັນສິ່ງທີ່ດີຫຼາຍ. ການທີ່ແຕ່ລະຄົນມີພູມຫຼັງແລະນິດໄສທີ່ແຕກຕ່າງກັນເຮັດໃຫ້ປະຊາຄົມເປັນຕາຢູ່ແລະເປັນບ່ອນທີ່ທຸກຄົນຮູ້ສຶກສະບາຍໃຈ. ສະນັ້ນ ເຮົາຈະພະຍາຍາມເຮັດໃຫ້ປະຊາຄົມມີສັນຕິສຸກແລະບໍ່ປ່ອຍໃຫ້ຄວາມແຕກຕ່າງມາເຮັດໃຫ້ເຮົາແຕກແຍກ. ເຮົາຈະລະວັງທີ່ຈະບໍ່ເຮັດໃຫ້ຄົນອື່ນບໍ່ສະບາຍໃຈ. ເຮົາເຄົາລົບການຕັດສິນໃຈຂອງຄົນອື່ນໃນເລື່ອງສ່ວນໂຕ. ເມື່ອເຮົາເຮັດແບບນັ້ນ ເຮົາຈະໄດ້ຮັບລາງວັນ ນັ້ນກໍຄືປະຊາຄົມຂອງເຮົາຈະມີຄວາມສຸກແລະເປັນນ້ຳໜຶ່ງໃຈດຽວກັນ.—ພສ. 133:1; ມທ. 5:9
ເພງທີ 89 ຟັງ ເຮັດຕາມ ແລ້ວຈະໄດ້ພອນ
a ກ່ອນທີ່ພະຍານພະເຢໂຫວາຄົນໃດຄົນໜຶ່ງຕັດສິນໃຈວ່າຈະເຂົ້າຮ່ວມງານດອງຫຼືງານສົບທີ່ຈັດຢູ່ໂບດຫຼືບໍ່ ມີຫຼາຍປັດໄຈທີ່ລາວຄວນຄິດເຖິງ. ເບິ່ງບົດຄວາມ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ 15 ພຶດສະພາ 2002. (ພາສາໄທ)
b ບາງເທື່ອຜູ້ເບິ່ງແຍງຕ້ອງຕັດສິນພີ່ນ້ອງທີ່ເຮັດຜິດຮ້າຍແຮງ. ແຕ່ຜູ້ເບິ່ງແຍງຄວນຈື່ໄວ້ວ່າເຂົາເຈົ້າກຳລັງຕັດສິນໃຫ້ພະເຢໂຫວາ ເຂົາເຈົ້າຕ້ອງຕັດສິນຕາມມາດຕະຖານທີ່ຍຸຕິທຳຂອງພະເຢໂຫວາ ບໍ່ແມ່ນຕາມມາດຕະຖານຂອງເຂົາເຈົ້າເອງ.—ສົມທຽບກັບ 2 ຂ່າວຄາວ 19:6
c ຕົວຢ່າງເຊັ່ນ: ເບິ່ງປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 35 ຂໍ້ 5.