ຕົວຢ່າງຂອງຄົນໃນຄຳພີໄບເບິນ
ໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດຄືກັບມານາເອນ
ມານາເອນເປັນຜູ້ໜຶ່ງໃນຄົນທີ່ນຳໜ້າປະຊາຄົມໃນເມືອງອັນຕີໂອເຂຍໃນສະຕະວັດທຳອິດ. ລາວ “ເປັນໝູ່ຮຽນໜັງສືກັບເຮໂຣດຜູ້ປົກຄອງແຂວງ.” (ກຈກ. 13:1) ນີ້ສະແດງວ່າມານາເອນເປັນຄົນທີ່ມີການສຶກສາແລະອາດໃຫຍ່ມາໃນຄອບຄົວທີ່ຮັ່ງມີ.
ເຖິງຈະເປັນແນວນັ້ນ ມານາເອນກໍເລືອກເຂົ້າມາເປັນຄລິດສະຕຽນແລະເຮັດວຽກໜັກເພື່ອປະຊາຄົມ. ລາວບໍ່ໄດ້ໃຊ້ສິ່ງທີ່ຮຽນມາຫຼືໃຊ້ເສັ້ນສາຍເພື່ອຫາຜົນປະໂຫຍດໃຫ້ໂຕເອງ ແຕ່ລາວຮັບໃຊ້ພີ່ນ້ອງ.
ຕົວຢ່າງຂອງມານາເອນເຮັດໃຫ້ເຫັນວ່າການຮັບໃຊ້ພະເຢໂຫວາສຳຄັນກວ່າການມີຊື່ສຽງຫຼືມີເງິນຫຼາຍໆ. ຄືກັບມານາເອນ ເຮົາຄວນໃຫ້ການຮັບໃຊ້ພະເຢໂຫວາສຳຄັນກວ່າການເປັນຄົນລວຍຫຼືມີຊື່ສຽງໃນໂລກນີ້. (ມທ. 6:33) ນອກຈາກນັ້ນ ເຖິງເຮົາຈະເບິ່ງວ່າການຮຽນເປັນເລື່ອງສຳຄັນ ແຕ່ເຮົາຕ້ອງເບິ່ງໃຫ້ອອກວ່າ “ສິ່ງໃດສຳຄັນກວ່າ” ແລະເຮັດໃຫ້ແນ່ໃຈວ່າບໍ່ມີຫຍັງຈະສຳຄັນກວ່າການນະມັດສະການພະເຢໂຫວາ.—ຟລປ. 1:9, 10