ວັນທີ 27 ກໍລະກົດ–2 ສິງຫາ 2026
ເພງທີ 56 ເຮັດໃຫ້ຄວາມຈິງເປັນຂອງເຈົ້າເອງ
ຮັກສາຄວາມເຊື່ອໃຫ້ເຂັ້ມແຂງຕອນທີ່ຮຽນຕໍ່
“ບໍ່ວ່າພວກເຮົາຈະກ້າວໜ້າຫຼາຍສ່ຳໃດ ກໍຂໍໃຫ້ພວກເຮົາກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ.”—ຟລປ. 3:16
ຈຸດສຳຄັນ
ເຮົາຈະເບິ່ງ 4 ຫຼັກການໃນຄຳພີໄບເບິນທີ່ຈະຊ່ວຍເຈົ້າໃຫ້ຮັກສາຄວາມເຊື່ອໃຫ້ເຂັ້ມແຂງຖ້າເຈົ້າຕັດສິນໃຈທີ່ຈະຮຽນຕໍ່.
1-2. (ກ) ຖ້າເຈົ້າເລືອກຮຽນຕໍ່ ເຈົ້າຕ້ອງເຮັດຫຍັງຕໍ່ໆໄປ? (ຂ) ການ “ກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ” ໝາຍຄວາມວ່າແນວໃດ? (ຟີລິບປອຍ 3:16)
ພະຍານພະເຢໂຫວາບາງຄົນຕັດສິນໃຈຮຽນຕໍ່ຫຼັງຈາກຮຽນຈົບການສຶກສາຂັ້ນພື້ນຖານຕາມທີ່ລັດຖະບານກຳນົດ. ເຂົາເຈົ້າອາດຮູ້ສຶກວ່າການຮຽນຕໍ່ຈະຊ່ວຍໃຫ້ເຂົາເຈົ້າມີວຽກເຮັດເພື່ອເຮັດໃຫ້ເຂົາເຈົ້າຮັບໃຊ້ພະເຢໂຫວາໄດ້. ຖ້າເຈົ້າຕັດສິນໃຈຮຽນຕໍ່ ເຈົ້າຈະຍັງໃກ້ຊິດກັບພະເຢໂຫວາຕໍ່ໄປໄດ້ແນວໃດ? (ຢກບ. 4:8ກ) ທີ່ຜ່ານມາເຈົ້າກໍເຄີຍຮັບມືກັບການລໍ້ໃຈຢູ່ໂຮງຮຽນມາແລ້ວ. ຕອນນີ້ເຈົ້າກໍຕ້ອງ “ກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ” ເຊິ່ງກໍຄືໃຫ້ເຈົ້າຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປຄືກັບທີ່ເຈົ້າໄດ້ເຮັດມາແລ້ວ.—ອ່ານຟີລິບປອຍ 3:16
2 ວະລີໃນພາສາກຣີກທີ່ວ່າ “ກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ” ມັກໃຊ້ໃນທາງການທະຫານເພື່ອໃຫ້ເຫັນພາບເຖິງການຍ່າງເປັນຂະບວນໄປພ້ອມກັນຂອງທະຫານຢ່າງເປັນລະບຽບ. ຖ້າເຈົ້າຕັດສິນໃຈຮຽນຕໍ່ ເຈົ້າກໍຕ້ອງ “ຍ່າງໄປທາງໜ້າ” ໃນການຮັບໃຊ້ພະເຢໂຫວາຕໍ່ໄປ ບໍ່ແມ່ນຢືນຢູ່ຊື່ໆຫຼືຖອຍຫຼັງ. ໃນບົດນີ້ເຮົາຈະມາເບິ່ງ 4 ຫຼັກການທີ່ຈະຊ່ວຍເຈົ້າໄດ້. ຫຼັກການເຫຼົ່ານີ້ເປັນຫຼັກການທີ່ເຈົ້າຮູ້ຢູ່ແລ້ວ. ເຈົ້າເຄີຍໃຊ້ມັນມາກ່ອນ ແລະເຈົ້າຈະຕ້ອງເອົາຫຼັກການເຫຼົ່ານີ້ມາໃຊ້ຕໍ່ໆໄປຕອນທີ່ເຈົ້າຮຽນຕໍ່ແລະແມ່ນແຕ່ຫຼັງຈາກທີ່ເຈົ້າຮຽນຈົບ.
ເຮັດສິ່ງທີ່ເຮັດໃຫ້ໃກ້ຊິດກັບພະເຢໂຫວາເປັນປະຈຳ
3. ຕອນທີ່ເຈົ້າຮຽນຕໍ່ ເຈົ້າອາດເຈິຂໍ້ທ້າທາຍຫຍັງທີ່ສົ່ງຜົນຕໍ່ການໃຊ້ຊີວິດປະຈຳວັນຂອງເຈົ້າ?
3 ຂໍ້ທ້າທາຍ. ການຮຽນຕໍ່ອາດເຮັດໃຫ້ເຈົ້າມີໜ້າທີ່ຮັບຜິດຊອບເພີ່ມຂຶ້ນເຊິ່ງເຮັດໃຫ້ເຈົ້າມີແນວທີ່ຕ້ອງເຮັດຫຼາຍຢ່າງໃນແຕ່ລະມື້. ແນ່ນອນວ່າມັນເປັນເລື່ອງປົກກະຕິທີ່ເຈົ້າຢາກຈະເອົາໃຈໃສ່ການຮຽນໃຫ້ດີ ແຕ່ເຈົ້າອາດເລີ່ມໃຫ້ການຮັບໃຊ້ພະເຢໂຫວາສຳຄັນໜ້ອຍລົງ. ເຈົ້າອາດເຖິງຂັ້ນເລີ່ມຂາດການປະຊຸມ ປະກາດໜ້ອຍລົງ ບໍ່ຄ່ອຍສຶກສາສ່ວນໂຕ ແລະບໍ່ໄດ້ອະທິດຖານເປັນປະຈຳ.—ພນມ. 2:4
4. ການ “ທຸ່ມເທກັບວຽກຂອງຜູ້ເປັນນາຍທີ່ມີໃຫ້ເຮັດຫຼາຍແທ້ຫຼາຍວ່າ” ໝາຍຄວາມວ່າແນວໃດ? (1 ໂກຣິນໂທ 15:58)
4 ອ່ານ 1 ໂກຣິນໂທ 15:58. ຄືກັບລົດຖີບ ມັນຈະຊົງໂຕໄດ້ຖ້າມັນເຄື່ອນທີ່ ເຈົ້າກໍຈະໝັ້ນຄົງທາງຄວາມເຊື່ອໄດ້ຖ້າເຈົ້າກ້າວໄປທາງໜ້າ ໂດຍ “ທຸ່ມເທກັບວຽກຂອງຜູ້ເປັນນາຍທີ່ມີໃຫ້ເຮັດຫຼາຍແທ້ຫຼາຍວ່າ.” ນີ້ບໍ່ໄດ້ໝາຍຄວາມວ່າເຈົ້າພຽງແຕ່ໃຊ້ເວລາໃນການເຮັດກິດຈະກຳທາງຄວາມເຊື່ອກໍພໍແລ້ວ ແຕ່ໝາຍຄວາມວ່າເຈົ້າໃຫ້ສິ່ງເຫຼົ່ານີ້ສຳຄັນທີ່ສຸດໃນຊີວິດຂອງເຈົ້າ. ຂໍໃຫ້ຈື່ໄວ້ວ່າການຮັບໃຊ້ພະເຢໂຫວາເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດ ບໍ່ແມ່ນການຮຽນ. (ມທ. 22:37) ພີ່ນ້ອງໄວລຸ້ນຊື່ສະແມນທາເວົ້າວ່າ: “ຂ້ອຍສັນຍາກັບໂຕເອງວ່າ ຖ້າຕອນໃດທີ່ການຮຽນເຮັດໃຫ້ຂ້ອຍຮັບໃຊ້ພະເຢໂຫວາບໍ່ໄດ້ ຂ້ອຍຈະເຊົາຮຽນ.”
5. ເຈົ້າຈະເຮັດຫຍັງເພື່ອຈະກະຕືລືລົ້ນໃນການຮັບໃຊ້ພະເຢໂຫວາຕໍ່ໄປ?
5 ສິ່ງທີ່ເຈົ້າເຮັດໄດ້ກ່ອນຈະເລີ່ມຮຽນຕໍ່. ເຮັດໃຫ້ແນ່ໃຈວ່າພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງເຈົ້າສະເໝີ. ໃຫ້ຖາມໂຕເອງວ່າ ‘ຂ້ອຍວາງແຜນແນວໃດເພື່ອຈະເຂົ້າຮ່ວມການປະຊຸມ ໄປປະກາດ ແລະສຶກສາສ່ວນໂຕເປັນປະຈຳ?’ (ຢຊ. 1:8; ມທ. 28:19, 20; ຮຣ. 10:25) ນອກຈາກນັ້ນ ໃຫ້ຄິດຄືນວ່າ: ເຈົ້າໄດ້ຈັດເວລາແນວໃດເພື່ອເຮັດກິດຈະກຳທາງຄວາມເຊື່ອຕອນທີ່ເປັນນັກຮຽນໃນຫຼາຍປີທີ່ຜ່ານມາ? ຖ້າເຈົ້າຮູ້ສຶກວ່າເຈົ້າໜ້າຈະເຮັດໄດ້ດີກວ່ານີ້ ຕອນນີ້ເຈົ້າຢາກປັບປຸງຫຍັງ? ຂໍໃຫ້ເຈົ້າເອົາໃຈໃສ່ແລະກະຕືລືລົ້ນໃນການຮັບໃຊ້ພະເຢໂຫວາຕອນທີ່ເຈົ້າຮຽນຕໍ່. ໃຫ້ເຈົ້າຕັ້ງໃຈໃນການຮຽນ ແຕ່ຢ່າໃຫ້ມັນມາຍາດເວລາແລະກຳລັງຂອງເຈົ້າໄປຈາກການຮັບໃຊ້ພະເຢໂຫວາ.a—ມທ. 6:24
6. ມີຄຳຖາມຫຍັງແດ່ທີ່ເຈົ້າຄວນຖາມໂຕເອງເພື່ອເບິ່ງວ່າເຈົ້າຍັງໃຫ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດ? (ເບິ່ງຮູບນຳ)
6 ຕອນທີ່ເຈົ້າຮຽນຕໍ່ ໃຫ້ເຈົ້າກວດເບິ່ງໂຕເອງເປັນປະຈຳ ເຊັ່ນ: ເຈົ້າອາດຈະກວດເບິ່ງໂຕເອງທຸກໆເດືອນຫຼືຫຼາຍກວ່ານັ້ນ. ໃຫ້ຖາມໂຕເອງວ່າ: ‘ພະເຢໂຫວາຍັງສຳຄັນທີ່ສຸດໃນຊີວິດຂອງຂ້ອຍຢູ່ບໍ?’ ໃຫ້ຕື່ນໂຕຕໍ່ກັບສັນຍານເຕືອນຕ່າງໆໂດຍຖາມໂຕເອງວ່າ: ‘ຂ້ອຍມັກຂາດປະຊຸມຫຼືມາປະຊຸມຊ້າບໍ? ຂ້ອຍມັກຄິດຫາບົດລາຍງານຂອງໂຮງຮຽນຕອນທີ່ກຳລັງປະຊຸມຢູ່ບໍ? ຫຼືຂ້ອຍປະຊຸມແຕ່ທາງອອນລາຍເທົ່ານັ້ນບໍ?’ ນອກຈາກນັ້ນ ໃຫ້ຄິດເຖິງນິດໄສການອະທິດຖານແລະການອ່ານຄຳພີໄບເບິນຂອງເຈົ້າວ່າເຈົ້າເຮັດໜ້ອຍລົງບໍ? ຫຼືເຈົ້າເຮັດວຽກປະກາດພໍເປັນພິທີຊື່ໆບໍ? ເຈົ້າເບິ່ງວ່າມັນເປັນພຽງແຕ່ວຽກທີ່ຈຳເປັນຕ້ອງເຮັດຊື່ໆແລະຢາກເຮັດໃຫ້ມັນແລ້ວໄວໆບໍ? ຖ້າເຈົ້າເຫັນນິດໄສເຫຼົ່ານີ້ໃນໂຕເອງ ໃຫ້ຟ້າວຈັດການທັນທີ. ຢ່າໃຫ້ການຮຽນມາຂັດຂວາງເຈົ້າບໍ່ໃຫ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງເຈົ້າ.
ຢ່າໃຫ້ການຮຽນມາຂັດຂວາງເຈົ້າບໍ່ໃຫ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງເຈົ້າ (ເບິ່ງຂໍ້ 6)
“ປົກປ້ອງຄວາມສາມາດໃນການຄິດ”
7. ການຮຽນຕໍ່ອາດສົ່ງຜົນຕໍ່ຄວາມຄິດຂອງເຈົ້າແນວໃດ?
7 ຂໍ້ທ້າທາຍ. ຂໍ້ທ້າທາຍທີ່ເຈົ້າອາດຈະເຈິແມ່ນຂຶ້ນກັບສາຂາທີ່ເຈົ້າຮຽນ ເຈົ້າອາດຈະໄດ້ຮຽນ “ປັດຊະຍາແລະຄຳຫຼອກລວງທີ່ບໍ່ມີປະໂຫຍດ” ຂອງໂລກ ລວມເຖິງຄຳສອນທີ່ເຊື່ອວ່າບໍ່ມີພະເຈົ້າແລະເລື່ອງວິວັດທະນາການ. (ກລຊ. 2:8) ນອກຈາກນັ້ນ ສິ່ງທີ່ເຈົ້າຮຽນອາດເຮັດໃຫ້ເຈົ້າໝັ້ນໃຈໃນໂຕເອງຫຼາຍເກີນໄປ. ໄວລຸ້ນຊາຍຄົນໜຶ່ງເວົ້າວ່າ: “ພວກເຮົາບໍ່ໄດ້ຖືກສອນໃຫ້ມີທັກສະເພື່ອຈະຊ່ວຍໃຫ້ເຮັດວຽກໄດ້ເທົ່ານັ້ນ ແຕ່ຖືກສອນນຳວ່າເຮົາຄວນມີວິທີຄິດແນວໃດ ເຊິ່ງຄວາມຄິດເຫຼົ່ານັ້ນມັກບໍ່ສອດຄ່ອງກັບຄວາມຄິດຂອງພະເຢໂຫວາ. ຕົວຢ່າງເຊັ່ນ: ພວກເຮົາຖືກສອນວ່າຄວາມສຳເລັດຂອງພວກເຮົາຂຶ້ນຢູ່ກັບການເພິ່ງໂຕເອງ. ຄວາມຄິດແບບນີ້ກໍເລີຍເຮັດໃຫ້ຂ້ອຍບໍ່ຄິດເຖິງພະເຢໂຫວາ. ມັນຈຶ່ງເປັນເລື່ອງຍາກທີ່ຂ້ອຍຈະໝາຍເພິ່ງເພິ່ນ.”
8. ເປັນຫຍັງຈຶ່ງສຳຄັນທີ່ຈະ “ປົກປ້ອງຄວາມສາມາດໃນການຄິດ” ຂອງເຈົ້າ? (ສຸພາສິດ 5:1, 2)
8 ອ່ານສຸພາສິດ 5:1, 2. ຄຳພີໄບເບິນເຕືອນເຈົ້າວ່າໃຫ້ “ປົກປ້ອງຄວາມສາມາດໃນການຄິດ” ຂອງເຈົ້າ. ຕາມປົກກະຕິແລ້ວເມື່ອເວົ້າເຖິງການປົກປ້ອງສິ່ງໃດສິ່ງໜຶ່ງກໍໝາຍຄວາມວ່າ ສິ່ງນັ້ນກຳລັງຖືກໂຈມຕີຫຼືຖືກເຮັດໃຫ້ເສຍຫາຍ. ຊາຕານແລະໂລກຊົ່ວຂອງມັນພະຍາຍາມໂຈມຕີຄວາມຄິດຂອງເຈົ້າຢູ່ແລະພະຍາຍາມປ່ຽນຄວາມຄິດຂອງເຈົ້າຕະຫຼອດເວລາ. (1ປຕ. 5:8) ຄວາມຄິດແລະຄວາມຮູ້ສຶກຂອງຄົນໃນໂລກກ່ຽວກັບວ່າອັນໃດຖືກອັນໃດຜິດ ຊີວິດມີຈຸດເລີ່ມຕົ້ນແນວໃດ ແລະພະເຈົ້າມີແທ້ໆບໍ ອາດເປັນສິ່ງທີ່ເຮັດໃຫ້ເຈົ້າສົງໄສຄຳສອນຂອງພະເຢໂຫວາໃນຄຳພີໄບເບິນໄດ້. ຄູອາຈານແລະຄົນອື່ນໆອາດພະຍາຍາມເຮັດໃຫ້ເຈົ້າເບິ່ງວ່າຄວາມຄິດຂອງເຂົາເຈົ້າສະຫຼາດກວ່າຫຼືດີກວ່າ. ແຕ່ທີ່ຈິງແລ້ວ “ພະເຈົ້າຖືວ່າຄວາມສະຫຼາດຂອງໂລກນີ້ເປັນຄວາມໂງ່.”—1ກຣ. 3:18-20
9. ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອປົກປ້ອງຄວາມສາມາດໃນການຄິດຂອງເຈົ້າ?
9 ສິ່ງທີ່ເຈົ້າເຮັດໄດ້ກ່ອນຈະເລີ່ມຮຽນຕໍ່. ເພື່ອຈະປົກປ້ອງຄວາມສາມາດໃນການຄິດຂອງເຈົ້າ ເຈົ້າຕ້ອງໝັ້ນໃຈວ່າສິ່ງທີ່ຄຳພີໄບເບິນສອນເປັນຄວາມຈິງກ່ອນທີ່ຈະເລີ່ມຮຽນຕໍ່. ໃຫ້ຖາມໂຕເອງວ່າ: ‘ເປັນຫຍັງຂ້ອຍຈຶ່ງເຊື່ອໃນພະເຈົ້າ? ຂ້ອຍຮູ້ໄດ້ແນວໃດວ່າຄຳພີໄບເບິນມາຈາກພະເຈົ້າ? ອັນໃດເຮັດໃຫ້ຂ້ອຍໝັ້ນໃຈວ່າມາດຕະຖານທາງດ້ານສິນລະທຳໃນຄຳພີໄບເບິນດີກວ່າມາດຕະຖານຂອງໂລກ?’ ນອກຈາກນັ້ນ ໃຫ້ຄິດຄືນນຳວ່າ: ຕອນທີ່ເຈົ້າເປັນນັກຮຽນໃນຫຼາຍປີທີ່ຜ່ານມາ ເຈົ້າກໍເຄີຍໄດ້ຮັບອິດທິພົນຈາກຄວາມຄິດຂອງຄົນອື່ນໃນໂລກນີ້. ແລ້ວຄວາມໝັ້ນໃຈໃນທິດສະດີເລື່ອງວິວັດທະນາການຂອງຄົນອື່ນເຮັດໃຫ້ຄວາມເຊື່ອຂອງເຈົ້າອ່ອນລົງບໍ? ເຈົ້າຖືກລໍ້ໃຈໄດ້ງ່າຍໆໃຫ້ຢາກເຮັດສິ່ງທີ່ບໍ່ດີຄືກັບໝູ່ຢູ່ໃນໂຮງຮຽນບໍ? ຖ້າເຈົ້າຮູ້ສຶກວ່າທີ່ຜ່ານມາເຈົ້າຍັງຮັບມືໄດ້ບໍ່ດີພໍ ເຈົ້າຈະເຮັດຫຍັງໄດ້ແດ່ຕັ້ງແຕ່ຕອນນີ້ເພື່ອເຮັດໃຫ້ຄວາມເຊື່ອຂອງເຈົ້າເຂັ້ມແຂງຂຶ້ນ? ຂໍເຮັດໃຫ້ແນ່ໃຈວ່າເຈົ້າຈະບໍ່ຍອມໃຫ້ສິ່ງທີ່ຄົນອື່ນເວົ້າມີຜົນກະທົບຕໍ່ຄວາມຄິດຂອງເຈົ້າຕອນທີ່ເຈົ້າຮຽນຕໍ່.—2ຕມ. 2:16-18b
10. ເຈົ້າຈະປົກປ້ອງຄວາມຄິດຂອງເຈົ້າຕໍ່ໆໄປໄດ້ແນວໃດ?
10 ຕອນທີ່ເຈົ້າເລີ່ມຮຽນຕໍ່ໃຫ້ກວດເບິ່ງໂຕເອງເລື້ອຍໆໂດຍຖາມໂຕເອງວ່າ: ‘ຂ້ອຍໄດ້ຮັບອິດທິພົນທີ່ບໍ່ດີຈາກຄົນທີ່ບໍ່ໄດ້ເຮັດຕາມມາດຕະຖານຂອງພະເຢໂຫວາບໍ? ຂ້ອຍເບິ່ງອອກບໍວ່າປັດຊະຍາຕ່າງໆທີ່ສອນກັນຢູ່ໂຮງຮຽນເປັນຄວາມຄິດຂອງມະນຸດ? ຂ້ອຍໝັ້ນໃຈແທ້ໆບໍວ່າມີແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ຈະແກ້ໄຂບັນຫາທັງໝົດຂອງມະນຸດໄດ້?’ ເພື່ອບໍ່ໃຫ້ຄວາມຄິດຂອງໝູ່ໃນໂຮງຮຽນແລະຄູອາຈານມີອິດທິພົນຕໍ່ຄວາມຄິດຂອງເຈົ້າ ຂໍໃຫ້ເຈົ້າອ່ານຄຳພີໄບເບິນຕໍ່ໆໄປ ຄິດຕຶກຕອງສິ່ງທີ່ອ່ານ ແລະເອົາສິ່ງທີ່ຮຽນໄປໃຊ້. ຖ້າເຈົ້າເຮັດແບບນັ້ນ ກໍຈະບໍ່ມີຫຍັງມາເຮັດໃຫ້ເຈົ້າສົງໄສວ່າທຸກສິ່ງທີ່ຄຳພີໄບເບິນບອກແມ່ນຄວາມຈິງ.—1ຕມ. 4:15
ຈັດຕາຕະລາງເວລາໃຫ້ດີ
11. ຕອນທີ່ເຈົ້າຮຽນຕໍ່ ເຈົ້າອາດເຈິຂໍ້ທ້າທາຍຫຍັງໃນເລື່ອງການຈັດເວລາ?
11 ຂໍ້ທ້າທາຍ. ການຮຽນຕໍ່ອາດເຮັດໃຫ້ເຈົ້າຕ້ອງໃຊ້ເວລາກັບມັນຫຼາຍ ໂດຍສະເພາະຕອນທີ່ເຈົ້າກຽມເສັງຫຼືຕອນທີ່ເຈົ້າຕ້ອງສົ່ງບົດລາຍງານໃຫ້ທັນ. ຖ້າເຈົ້າບໍ່ຈັດຕາຕະລາງເວລາໃຫ້ດີ ເຈົ້າກໍຈະເຄັ່ງຕຶງຫຼາຍແລະໝົດເຫື່ອໝົດແຮງ. ຍ້ອນແນວນີ້ ມັນຈຶ່ງເປັນເລື່ອງສຳຄັນທີ່ເຈົ້າຕ້ອງເບິ່ງແຍງສຸຂະພາບຂອງໂຕເອງທັງທາງດ້ານຮ່າງກາຍແລະຈິດໃຈ.
12. ມີຫຍັງແດ່ທີ່ເຈົ້າຕ້ອງເຮັດເພື່ອຈະ “ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ”? (ເອເຟໂຊ 5:15, 16)
12 ອ່ານເອເຟໂຊ 5:15, 16. ອາດເປັນເລື່ອງຍາກທີ່ຈະ “ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ.” ເຈົ້າຕ້ອງມີຄວາມສົມດຸນ. ຕົວຢ່າງເຊັ່ນ: ກໍແມ່ນຢູ່ວ່າເຈົ້າຕ້ອງໄດ້ຕັ້ງໃຈຮຽນ ແຕ່ການໃຊ້ເວລາກັບຄອບຄົວແລະພີ່ນ້ອງຮ່ວມຄວາມເຊື່ອກໍສຳຄັນກວ່າ. (ພສ. 133:1; ສພສ. 18:1) ແນ່ນອນວ່າ ທີ່ສຳຄັນທີ່ສຸດແມ່ນການເຮັດສິ່ງທີ່ເຮັດໃຫ້ເຈົ້າໃກ້ຊິດກັບພະເຢໂຫວາ. (ມທ. 6:33) ເຈົ້າອາດມີໜ້າທີ່ຮັບຜິດຊອບໃນຄອບຄົວ ແລະບາງເທື່ອຍັງຕ້ອງຫາເງິນນຳ. ນອກຈາກນັ້ນ ເຈົ້າຕ້ອງເບິ່ງແຍງສຸຂະພາບຂອງໂຕເອງ ໂດຍພັກຜ່ອນໃຫ້ພຽງພໍແລະອອກກຳລັງກາຍ. (ປຍຈ. 4:6; 1ຕມ. 4:8) ເພື່ອຈະເຮັດສິ່ງທັງໝົດນີ້ເຈົ້າຕ້ອງໄດ້ຈັດເວລາດີໆ.
13. ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ?
13 ສິ່ງທີ່ເຈົ້າເຮັດໄດ້ກ່ອນຈະເລີ່ມຮຽນຕໍ່. ຄຳພີໄບເບິນບອກວ່າເຮົາຈະເຮັດທຸກຢ່າງໄດ້ສຳເລັດຖ້າເຮົາວາງແຜນໄວ້ລ່ວງໜ້າ. (ສພສ. 21:5) ສະນັ້ນ ໃຫ້ຈັດຕາຕະລາງເວລາຕາມຄວາມເປັນຈິງກ່ອນທີ່ເຈົ້າຈະເລີ່ມຮຽນຕໍ່. ເພື່ອຈະຊ່ວຍເຈົ້າໃຫ້ເຮັດແບບນັ້ນໄດ້ ໃຫ້ຄິດຄືນວ່າ: ເຈົ້າຈັດເວລາໄດ້ດີບໍຕອນທີ່ເປັນນັກຮຽນໃນຫຼາຍປີຜ່ານມາ? ຖ້າເຈົ້າຮູ້ສຶກວ່າທີ່ຜ່ານມາເຈົ້າໜ້າຈະເຮັດໄດ້ດີກວ່ານີ້ ຕອນນີ້ເຈົ້າຈະປັບຫຍັງໄດ້ແດ່? ຂໍເຮັດໃຫ້ແນ່ໃຈວ່າ ເຈົ້າໄດ້ຈັດຕາຕະລາງເວລາຂອງເຈົ້າເປັນຢ່າງດີເພື່ອເຈົ້າຈະບໍ່ເຄັ່ງຕຶງຫຼາຍເກີນໄປ.c
14. ມີຄຳຖາມຫຍັງແດ່ທີ່ຈະຊ່ວຍເຈົ້າໃຫ້ກວດເບິ່ງໂຕເອງ?
14 ຕອນທີ່ເຈົ້າຮຽນຕໍ່ໃຫ້ເຈົ້າກວດເບິ່ງໂຕເອງເປັນປະຈຳ. ໃຫ້ຖາມໂຕເອງວ່າ: ‘ຕາຕະລາງທີ່ຂ້ອຍຈັດໄວ້ເຮັດໃຫ້ຂ້ອຍມີເວລາອອກກຳລັງກາຍແລະພັກຜ່ອນໃຫ້ພຽງພໍບໍ? ຂ້ອຍຍັງມີເວລາໄປຫຼິ້ນນຳພີ່ນ້ອງຮ່ວມຄວາມເຊື່ອບໍ? ຂ້ອຍເຮັດວຽກບ້ານແລ້ວກົງເວລາບໍ? ຖ້າບໍ່ ເປັນຍ້ອນຂ້ອຍມີຫຼາຍຢ່າງໂພດບໍທີ່ຕ້ອງເຮັດຫຼືຍ້ອນຂ້ອຍເລື່ອນມື້ເລື່ອນຍາມຕະຫຼອດ? ໝູ່ແລະຄົນໃນຄອບຄົວຮູ້ສຶກວ່າຂ້ອຍຕ້ອງໄດ້ປັບປ່ຽນຫຍັງບໍ?’ ຖ້າເຈົ້າຮູ້ສຶກວ່າເຈົ້າຕ້ອງໄດ້ປັບປ່ຽນຕາຕະລາງຂອງໂຕເອງຫຼືມີວິໄນຫຼາຍຂຶ້ນ ໃຫ້ເຈົ້າຟ້າວລົງມືເຮັດທັນທີ. ເຈົ້າອາດລົມກັບຄົນອື່ນຕື່ມທີ່ເກັ່ງເລື່ອງການຈັດເວລາ.—ສພສ. 11:14
ໃຫ້ “ຄົບກັບຄົນສະຫຼາດ” ສະເໝີ
15. ຕອນທີ່ເຈົ້າຮຽນຕໍ່ ເຈົ້າອາດຈະເຈິຂໍ້ທ້າທາຍຫຍັງ?
15 ຂໍ້ທ້າທາຍ. ຕອນທີ່ເຈົ້າຮຽນຕໍ່ ໝູ່ທີ່ຮຽນໃນຫ້ອງດຽວກັນອາດຊວນເຈົ້າໄປຫຼິ້ນນຳກັນຫຼັງເລີກຮຽນ ແລະເຈົ້າອາດຢາກໄປນຳເຂົາເຈົ້າຄືກັນ. ນີ້ອາດເປັນຍ້ອນວ່າ ເຂົາເຈົ້າອາຍຸສ່ຳກັນກັບເຈົ້າ ມັກຫຍັງທີ່ຄ້າຍຄືກັນ ແລະໃຊ້ເວລານຳກັນຫຼາຍໃນຕອນຮຽນ. ເຈົ້າອາດຮູ້ສຶກວ່າໝູ່ທີ່ຮຽນນຳກັນມີຫຼາຍຢ່າງທີ່ຄ້າຍຄືກັບເຈົ້າຫຼາຍກວ່າໝູ່ຮ່ວມຄວາມເຊື່ອຊ້ຳ ແຕ່ເຈົ້າຕ້ອງລະວັງ. ເຖິງວ່າເຂົາເຈົ້າຈະເປັນໝູ່ຮ່ວມຫ້ອງ ແຕ່ວ່າເຂົາເຈົ້າກໍບໍ່ໄດ້ເປັນໝູ່ຮ່ວມຄວາມເຊື່ອ. ນອກຈາກນັ້ນ ແຮ່ງເຈົ້າໃຊ້ເວລານຳເຂົາເຈົ້າຫຼາຍເທົ່າໃດ ເຈົ້າກໍແຮ່ງຈະມີຄວາມຄິດຄືກັນກັບເຂົາເຈົ້າຫຼາຍຂຶ້ນເທົ່ານັ້ນ. (1ກຣ. 15:33) ພີ່ນ້ອງໄມເຄິ້ນໃຊ້ເວລາ 4 ປີເພື່ອຮຽນແລະຝຶກງານເປັນຊ່າງໄຟຟ້າເຫັນວ່າເລື່ອງນີ້ເປັນຄວາມຈິງ. ລາວບອກວ່າ: “ຂ້ອຍໃຊ້ເວລາຫຼາຍກວ່າ 40 ຊົ່ວໂມງຕໍ່ອາທິດກັບໝູ່ທີ່ຝຶກງານນຳກັນເຊິ່ງເປັນຄົນທີ່ມັກເວົ້າຄຳຫຍາບຄາຍ ຟັງເພງທີ່ພະຍານບໍ່ຄວນຟັງ ແລະບໍ່ໃຫ້ກຽດຜູ້ຍິງ. ການຄົບຫາກັບເຂົາເຈົ້າເຮັດໃຫ້ຂ້ອຍເລີ່ມຄິດວ່າສິ່ງທີ່ເຂົາເຈົ້າເວົ້າແລະເຮັດເປັນເລື່ອງທຳມະດາ.”
16. ສຸພາສິດ 13:20 ສອນຫຍັງເຮົາ?
16 ອ່ານສຸພາສິດ 13:20. ຄຳພີໄບເບິນເຕືອນເຮົາເຖິງອັນຕະລາຍຂອງການຄົບຫາທີ່ບໍ່ດີ. ແຕ່ກົງກັນຂ້າມ “ຄົນທີ່ຄົບກັບຄົນສະຫຼາດຈະສະຫຼາດ.” ບົດຮຽນທີ່ເຮົາໄດ້ຈະແຈ້ງຫຼາຍ. ເຮົາຈະໄດ້ຮັບອິດທິພົນຈາກຄົນທີ່ເຮົາເລືອກໃຊ້ເວລານຳແນ່ນອນ. ຖ້າເຮົາຄົບກັບຄົນດີເຮົາກໍຈະໄດ້ຮັບອິດທິພົນທີ່ດີຈາກເຂົາເຈົ້າ ແຕ່ຖ້າເຮົາຄົບກັບຄົນບໍ່ດີເຮົາກໍຈະໄດ້ຮັບອິດທິພົນທີ່ບໍ່ດີ. ສະນັ້ນ ໃຫ້ເປັນໝູ່ສະໜິດກັບຄົນທີ່ຮັກພະເຢໂຫວາຄືກັນກັບເຈົ້າ ຍ້ອນເຂົາເຈົ້າຫວັງດີກັບເຈົ້າແທ້ໆ.—ພສ. 101:6, 7; 119:63
17. ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຫຼີກລ່ຽງການຄົບຫາທີ່ບໍ່ດີ?
17 ສິ່ງທີ່ເຈົ້າເຮັດໄດ້ກ່ອນຈະເລີ່ມຮຽນຕໍ່. ໃຫ້ກຳນົດຂອບເຂດວ່າຈະສະໜິດກັບໝູ່ທີ່ຮຽນນຳກັນຫຼາຍສ່ຳໃດ. ພີ່ນ້ອງເທຣນຕັ້ນເວົ້າວ່າ: “ຂ້ອຍເຮັດດີກັບໝູ່ໃນຫ້ອງສະເໝີ ແຕ່ຫຼັງເລີກຮຽນຂ້ອຍກໍບໍ່ໄດ້ໄປໃສມາໃສນຳເຂົາເຈົ້າ. ຂ້ອຍເບິ່ງເຂົາເຈົ້າວ່າເປັນແຕ່ໝູ່ຮ່ວມຫ້ອງຊື່ໆບໍ່ແມ່ນໝູ່ສະໜິດ.” ແລ້ວເຈົ້າເດຈະກຳນົດຂອບເຂດວ່າຈະໃຊ້ເວລາຫຼືສະໜິດກັບໝູ່ຢູ່ໂຮງຮຽນຫຼາຍສ່ຳໃດ? ເພື່ອຈະຕອບຄຳຖາມນີ້ ໃຫ້ຄິດຄືນວ່າ: ເຈົ້າໄດ້ກຳນົດຂອບເຂດການຄົບຫາກັບຄົນອື່ນແນວໃດຕອນທີ່ເຈົ້າເປັນນັກຮຽນໃນຫຼາຍປີຜ່ານມາ? ຖ້າເຈົ້າຮູ້ສຶກວ່າທີ່ຜ່ານມາເຈົ້າໜ້າຈະເຮັດໄດ້ດີກວ່ານີ້ ຕອນນີ້ເຈົ້າຈະປັບຫຍັງໄດ້ແດ່? ຂໍໃຫ້ເຈົ້າຕັ້ງໃຈທີ່ຈະ “ຄົບກັບຄົນສະຫຼາດ” ສະເໝີແລະບໍ່ໃຊ້ເວລາຫຼາຍເກີນໄປກັບຄົນທີ່ບໍ່ຮັກພະເຢໂຫວາ.d
18. ມີຄຳຖາມຫຍັງແດ່ທີ່ເຈົ້າຄວນຖາມໂຕເອງ? (ເບິ່ງຮູບນຳ)
18 ໃຫ້ກວດເບິ່ງໂຕເອງເປັນໄລຍະໆ. ໃຫ້ຖາມໂຕເອງວ່າ: ‘ຂ້ອຍເລີ່ມສະໜິດກັບໝູ່ໃນຫ້ອງຫຼາຍໂພດບໍ? ນິດໄສ ຄຳເວົ້າ ແລະຄວາມຄິດຂອງເຂົາເຈົ້າເລີ່ມສົ່ງຜົນຕໍ່ຄຳເວົ້າແລະຄວາມຄິດຂອງຂ້ອຍບໍ? ພະເຢໂຫວາຮູ້ສຶກແນວໃດກັບການໃຊ້ເວລາຂອງຂ້ອຍກັບໝູ່ທີ່ຮຽນນຳກັນ?’ (ພສ. 1:1) ຖ້າເຈົ້າເຫັນວ່າໂຕເອງກຳລັງປ່ຽນໄປໃນທາງທີ່ບໍ່ດີ ໃຫ້ຟ້າວແກ້ໄຂທັນທີ. ຂໍເຮັດໃຫ້ແນ່ໃຈວ່າໝູ່ສະໜິດຂອງເຈົ້າແມ່ນຄົນທີ່ຮັກພະເຢໂຫວາຄືກັນກັບເຈົ້າ. ນອກຈາກນັ້ນ ຢ່າລັງເລທີ່ຈະປະກາດກັບໝູ່ຢູ່ໃນຫ້ອງ ຍ້ອນເຂົາເຈົ້າຮູ້ຈັກເຈົ້າແລະໃຊ້ເວລານຳເຈົ້າຫຼາຍຕອນຮຽນນຳກັນ ນີ້ຈຶ່ງເປັນໂອກາດດີທີ່ເຈົ້າຈະເວົ້າເລື່ອງພະເຢໂຫວາແລະຄຳພີໄບເບິນໃຫ້ເຂົາເຈົ້າຟັງ.
ຢ່າລັງເລທີ່ຈະປະກາດກັບໝູ່ທີ່ຮຽນນຳກັນ (ເບິ່ງຂໍ້ 18)e
ກຽມໂຕໃຫ້ດີ
19. ເຈົ້າຈະກຽມໂຕໃຫ້ພ້ອມແນວໃດເພື່ອຮັບມືກັບຂໍ້ທ້າທາຍຕ່າງໆຕອນທີ່ເຈົ້າຮຽນຕໍ່? ຂໍໃຫ້ຍົກຕົວຢ່າງ
19 ຂໍໃຫ້ຄິດເຖິງຕົວຢ່າງຕໍ່ໄປນີ້: ນັກປີນພູທີ່ສະຫຼາດຈະກຽມໂຕໃຫ້ພ້ອມກ່ອນທີ່ລາວຈະເລີ່ມເດີນທາງ. ເຖິງວ່າລາວຈະບໍ່ຮູ້ຂໍ້ທ້າທາຍທຸກຢ່າງທີ່ລາວອາດຈະເຈິ ແຕ່ລາວຕ້ອງກຽມຮ່າງກາຍໃຫ້ພ້ອມ ກຽມເຄື່ອງນຸ່ງທີ່ເໝາະສົມ ແລະຮູ້ເປົ້າໝາຍທີ່ແນ່ນອນວ່າໂຕເອງຈະໄປໃສ. ຄ້າຍຄືກັນ ເຈົ້າສາມາດກຽມໂຕແບບນີ້ໄດ້ກ່ອນຈະຮຽນຕໍ່. ຂໍໃຫ້ຮັກສາຄວາມເຊື່ອຂອງເຈົ້າໃຫ້ເຂັ້ມແຂງ ໂດຍໃສ່ “ຊຸດຮົບທີ່ຄົບຊຸດຈາກພະເຈົ້າ” ແລະຂໍໃຫ້ຈື່ເຫດຜົນທີ່ເຈົ້າຮຽນຕໍ່. ເປົ້າໝາຍຂອງເຈົ້າບໍ່ແມ່ນຮຽນຍ້ອນຢາກລວຍຫຼືຢາກເປັນຄົນທີ່ສຳຄັນໃນໂລກນີ້ ແຕ່ຢາກເຮັດທຸກສິ່ງໃນແບບທີ່ເຮັດໃຫ້ພະເຈົ້າໄດ້ຮັບການຍ້ອງຍໍສັນລະເສີນ.—ອຟຊ. 6:11-13; 1ກຣ. 9:26, 27; 10:31
20. ເຈົ້າຈະ “ກວດເບິ່ງໂຕເອງຢູ່ສະເໝີວ່າຍັງໃຊ້ຊີວິດຕາມຄວາມເຊື່ອ” ໄດ້ແນວໃດ?
20 ຄຳພີໄບເບິນກະຕຸ້ນເຮົາໃຫ້ ‘ກວດເບິ່ງໂຕເອງຢູ່ສະເໝີວ່າຍັງໃຊ້ຊີວິດຕາມຄວາມເຊື່ອຂອງຄລິດສະຕຽນຢູ່ບໍ. ໃຫ້ກວດເບິ່ງໂຕເອງຢູ່ເລື້ອຍໆເພື່ອຈະຮູ້ວ່າເຮົາເປັນຄົນແນວໃດແທ້ໆ.’ (2ກຣ. 13:5) ເຈົ້າເຮັດແບບນີ້ໄດ້ຕອນທີ່ຮຽນຕໍ່. ໃຫ້ກວດເບິ່ງໂຕເອງເປັນປະຈຳໃນເລື່ອງຕ່າງໆທີ່ໄດ້ຮຽນໃນບົດນີ້ ໂດຍຄິດເຖິງຄຳຖາມຕໍ່ໄປນີ້: ເຈົ້າເຮັດກິດຈະກຳທາງຄວາມເຊື່ອເປັນປະຈຳບໍ? ເຈົ້າປົກປ້ອງຄວາມຄິດຂອງເຈົ້າຈາກຄຳສອນຂອງມະນຸດທີ່ເບິ່ງຄືວ່າສະຫຼາດໄດ້ບໍ? ເຈົ້າຈັດຕາຕະລາງເວລາຂອງເຈົ້າໄດ້ດີບໍ? ເຈົ້າເປັນໝູ່ສະໜິດກັບຄົນທີ່ຮັກພະເຢໂຫວາແລະຫຼີກລ່ຽງການຄົບຫາທີ່ບໍ່ດີບໍ? ຄຳຖາມເຫຼົ່ານີ້ເປັນຄຳຖາມທີ່ເຈົ້າຕ້ອງຖາມໂຕເອງບໍ່ວ່າເຈົ້າຈະຢູ່ໂຮງຮຽນ ຢູ່ບ່ອນເຮັດວຽກ ຫຼືຢູ່ໃສກໍຕາມ. ຂໍໃຫ້ຕັ້ງໃຈຮັກສາຄວາມເຊື່ອຂອງເຈົ້າໃຫ້ເຂັ້ມແຂງບໍ່ວ່າເຈົ້າຈະເຈິກັບສະຖານະການແບບໃດ. ເຈົ້າໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະອວຍພອນເຈົ້າທີ່ເຈົ້າພະຍາຍາມເຮັດແບບນັ້ນ.—ສພສ. 3:5, 6
ເພງທີ 87 ເຊີນມາຮັບຄວາມສົດຊື່ນຈາກການປະຊຸມ
a ສຳລັບຄຳແນະນຳທີ່ຈະຊ່ວຍໃຫ້ເຈົ້າກະຕືລືລົ້ນໃນການຮັບໃຊ້ພະເຢໂຫວາຕໍ່ໆໄປ ໃຫ້ເບິ່ງບົດຄວາມ “ໜຸ່ມສາວຖາມວ່າ . . . ຂ້ອຍຕ້ອງເຮັດຫຍັງຫຼັງຈາກຮັບບັບເຕມາ?—ຕອນ 1: ເຮັດສິ່ງທີ່ເສີມສ້າງຄວາມເຊື່ອຕໍ່ໄປ.” ຢູ່ໃນເວັບໄຊ jw.org. (ພາສາໄທ)
b ສຳລັບຄຳແນະນຳທີ່ຈະຊ່ວຍເຈົ້າໃຫ້ປົກປ້ອງຄວາມຄິດຂອງເຈົ້າ ໃຫ້ເບິ່ງບົດຄວາມ “ຢ່າຫຼົງເຊື່ອໃນ ‘ຄວາມປັນຍາຂອງໂລກນີ້’” ໃນຫໍສັງເກດການ ເດືອນພຶດສະພາ ປີ 2019.
c ສຳລັບຄຳແນະນຳທີ່ຈະຊ່ວຍເຈົ້າໃຫ້ວາງແຜນຈັດຕາຕະລາງເວລາຂອງເຈົ້າໃຫ້ດີ ໃຫ້ເບິ່ງບົດຄວາມ “ໜຸ່ມສາວຖາມວ່າ . . . ຈະຈັດເວລາແນວໃດດີ?” ຢູ່ໃນເວັບໄຊ jw.org. (ພາສາໄທ)
d ສຳລັບຄຳແນະນຳທີ່ຈະຊ່ວຍເຈົ້າໃຫ້ເລືອກຄົບຫາຢ່າງສະຫຼາດແລະລະມັດລະວັງ ໃຫ້ເບິ່ງປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 48 ທີ່ມີຫົວຂໍ້ວ່າ “ເລືອກຄົບໝູ່ຢ່າງສະຫຼາດ.”
e ຄຳອະທິບາຍຮູບ: ຕອນທີ່ຮຽນເສີມສວຍ ພີ່ນ້ອງຍິງຄົນໜຶ່ງປະກາດຢ່າງເປັນທຳມະຊາດກັບໝູ່ທີ່ຮຽນນຳກັນ.