ວັນທີ 20-26 ກໍລະກົດ 2026
ເພງທີ 133 ນະມັດສະການພະເຢໂຫວາຕັ້ງແຕ່ຍັງໜຸ່ມ
ອັນໃດຈະຊ່ວຍເຮົາໃຫ້ຕັດສິນໃຈໄດ້ດີວ່າຈະຮຽນຕໍ່ຫຼືບໍ່?
“ຄົນຮອບຄອບຄິດຄັກໆກ່ຽວກັບຜົນທີ່ຈະຕາມມາ.”—ສພສ. 14:15
ຈຸດສຳຄັນ
ເຮົາຈະເບິ່ງວ່າມີປັດໄຈແລະມີຫຼັກການໃນຄຳພີໄບເບິນຫຍັງແດ່ທີ່ເຮົາຄວນຄິດເຖິງເມື່ອຕັດສິນໃຈວ່າຈະຮຽນຕໍ່ຫຼືບໍ່.
1-2. (ກ) ໄວລຸ້ນອາດຕ້ອງໄດ້ຕັດສິນໃຈເລື່ອງຫຍັງ? (ຂ) “ການຮຽນຕໍ່” ໝາຍຄວາມວ່າແນວໃດ? (ເບິ່ງ “ການອະທິບາຍຄຳສັບ”)
ເດັກນ້ອຍແລະໄວລຸ້ນຫຼາຍຄົນມັກຈະຖືກຖາມເລື້ອຍໆວ່າ “ໃຫຍ່ມາເຈົ້າຢາກເຮັດວຽກຫຍັງ?” ແນ່ນອນວ່າວຽກທີ່ດີທີ່ສຸດແມ່ນວຽກຮັບໃຊ້ພະເຢໂຫວາເຕັມເວລາ. ແຕ່ເຈົ້າກໍຕ້ອງຫາເງິນເພື່ອລ້ຽງໂຕເອງນຳ. (2ທຊ. 3:10) ເຈົ້າອາດຈະເຄີຍຄິດໄວ້ແລ້ວວ່າເຈົ້າຈະເຮັດວຽກອາຊີບຫຍັງໃນອະນາຄົດ.
2 ຫຼັງຈາກທີ່ໄດ້ລົມກັບພໍ່ແມ່ວ່າໃຫຍ່ມາຢາກເຮັດວຽກຫຍັງ ໄວລຸ້ນຫຼາຍຄົນຕັດສິນໃຈວ່າຈະຮຽນຕໍ່ເມື່ອຈົບການສຶກສາຂັ້ນພື້ນຖານຕາມທີ່ລັດຖະບານກຳນົດໄວ້ໃນປະເທດທີ່ເຂົາເຈົ້າຢູ່.a ເຈົ້າອາດສົງໄສວ່າຈະຮຽນຕໍ່ຫຼືບໍ່. ຖ້າຮຽນ ຈະຮຽນຫຍັງ? ໃນບົດນີ້ເຮົາຈະເບິ່ງຫຼັກການໃນຄຳພີໄບເບິນເຊິ່ງຈະຊ່ວຍໃຫ້ຕັດສິນໃຈໄດ້ດີເລື່ອງການຮຽນຕໍ່. ເຖິງວ່າໃນບົດນີ້ຈະເປັນຄຳແນະນຳສຳລັບໄວລຸ້ນ ແຕ່ພີ່ນ້ອງທຸກຄົນທີ່ກຳລັງຄິດຈະຮຽນຕໍ່ກໍໄດ້ຮັບປະໂຫຍດຄືກັນ. ນອກຈາກນັ້ນ ຫຼັກການເຫຼົ່ານີ້ຍັງສາມາດຊ່ວຍພໍ່ແມ່ໃຫ້ຊ່ວຍລູກຂອງເຂົາເຈົ້າໃຫ້ຕັດສິນໃຈໄດ້ດີ.
ເຈົ້າຄວນຮຽນຕໍ່ບໍ?
3. ເປັນຫຍັງພະຍານພະເຢໂຫວາບາງຄົນອາດຕັດສິນໃຈຮຽນຕໍ່?
3 ໃນບາງປະເທດ ຄົນທີ່ຮຽນຈົບຂັ້ນພື້ນຖານກໍສາມາດຊອກວຽກເຮັດໄດ້ແລ້ວ. ແຕ່ບາງປະເທດ ຖ້າຢາກຊອກວຽກທີ່ມີລາຍໄດ້ດີແລະເຮັດວຽກບໍ່ໜັກເກີນໄປອາດຕ້ອງໄດ້ຮຽນສູງກວ່ານັ້ນ. ສຳລັບພະຍານພະເຢໂຫວາ ນີ້ອາດຊ່ວຍລາວໃຫ້ມີເວລາເຮັດວຽກປະກາດຫຼາຍຂຶ້ນ ເປັນໄພໂອເນຍ ຫຼືຮັບໃຊ້ຮູບແບບອື່ນໆໄດ້. ແຕ່ຄົນທີ່ເລືອກຮຽນຕໍ່ຈະຕ້ອງໄດ້ສະລະບາງສິ່ງ ເຊັ່ນ: ເວລາ ກຳລັງ ແລະເງິນ ລວມທັງອາດຈະຕ້ອງເຈິກັບຂໍ້ທ້າທາຍຫຼາຍຢ່າງ.
4. ໃຜຄວນເປັນຄົນຕັດສິນໃຈໃຫ້ເຮົາວ່າຈະຮຽນຕໍ່ຫຼືບໍ່? (ເບິ່ງໄຂເງື່ອນນຳ)
4 ຄຳພີໄບເບິນບອກວ່າເຮົາແຕ່ລະຄົນຕ້ອງ “ແບກຄວາມຮັບຜິດຊອບຂອງໂຕເອງ.” (ຄລຕ. 6:5) ສະນັ້ນ ພະຍານພະເຢໂຫວາທີ່ໃຫຍ່ແລ້ວຈະຕ້ອງຕັດສິນໃຈດ້ວຍໂຕເອງວ່າຈະຮຽນຕໍ່ຫຼືບໍ່.b ແຕ່ສຳລັບລູກທີ່ຍັງເປັນເດັກນ້ອຍ ພໍ່ແມ່ມີໜ້າທີ່ຮັບຜິດຊອບໃນການຕັດສິນໃຈເລື່ອງການຮຽນຂອງລູກ. (ອຟຊ. 6:1) ຄຳແນະນຳຂອງພໍ່ແມ່ຈະຊ່ວຍກຽມລູກໃຫ້ຕັດສິນໃຈຢ່າງສະຫຼາດໃນເລື່ອງການຮຽນຕໍ່ເມື່ອເຂົາເຈົ້າໃຫຍ່ຂຶ້ນ.—ສພສ. 22:6
5. ຕອນໃດທີ່ໄວລຸ້ນຄວນເລີ່ມຄິດເລື່ອງການຮຽນຕໍ່ ແລະຍ້ອນຫຍັງ? (ເບິ່ງຮູບໜ້າປົກນຳ)
5 ໄວລຸ້ນມັກຈະຕ້ອງໄດ້ຕັດສິນໃຈວ່າເຂົາເຈົ້າຈະຮຽນຕໍ່ຫຼືບໍ່ກ່ອນທີ່ເຂົາເຈົ້າຈະຮຽນຈົບຂັ້ນພື້ນຖານ. ແນ່ນອນວ່າເປັນເລື່ອງດີທີ່ໄວລຸ້ນຈະລົມກັບພໍ່ແມ່ກ່ອນທີ່ເຂົາເຈົ້າຈະຕັດສິນໃຈ. ການເຮັດແນວນີ້ຈະຊ່ວຍໃຫ້ເຂົາເຈົ້າມີເວລາຄົ້ນຄວ້ານຳກັນແລະເບິ່ງວ່າມີທາງເລືອກຫຍັງແດ່. ພໍ່ແມ່ອາດເຫັນວ່າລູກສາມາດເລືອກຮຽນທັກສະໃດທັກສະໜຶ່ງເພື່ອຈະຊ່ວຍລູກໃຫ້ຫາວຽກເຮັດໄດ້ຫຼືກຽມລູກເພື່ອຮຽນຕໍ່ໄດ້. ເຂົາເຈົ້າຈຳເປັນຕ້ອງຕັດສິນໃຈກ່ອນທີ່ລູກຈະຮຽນຈົບບໍ? ບໍ່ແມ່ນແບບນັ້ນສະເໝີໄປ. (ສພສ. 21:5) ໄວລຸ້ນບາງຄົນຕັດສິນໃຈວ່າຈະຮຽນຕໍ່ຫຼືບໍ່ແມ່ນຕອນທີ່ເຂົາເຈົ້າຮຽນຈົບແລ້ວ ຕອນຊອກວຽກ ແລະຕອນເລີ່ມເປັນໄພໂອເນຍ. ບາງຄົນອາດເຖິງຂັ້ນຕັດສິນໃຈກ່ຽວກັບເລື່ອງນີ້ຫຼັງຈາກຜ່ານໄປໄດ້ໄລຍະໜຶ່ງ.
ພໍ່ແມ່ທີ່ເປັນພະຍານພະເຢໂຫວາຊ່ວຍລູກໃຫ້ຕັດສິນໃຈໄດ້ດີໃນເລື່ອງການຮຽນຕໍ່ (ເບິ່ງຂໍ້ 5)
6. ອັນໃດຈະຊ່ວຍເຈົ້າໃຫ້ຕັດສິນໃຈໄດ້ດີກ່ຽວກັບການຮຽນຕໍ່?
6 ອັນໃດຈະຊ່ວຍເຈົ້າໃຫ້ຕັດສິນໃຈໄດ້ດີກ່ຽວກັບການຮຽນຕໍ່? ໃຫ້ອະທິດຖານກ່ຽວກັບເລື່ອງນີ້. (ຢກບ. 1:5) ນອກຈາກນັ້ນ ໃຫ້ຄິດເຖິງ 2 ຢ່າງຕໍ່ໄປນີ້: ຢ່າງທຳອິດ ໃຫ້ຄິດດີໆວ່າແຮງກະຕຸ້ນຂອງເຈົ້າແມ່ນຫຍັງ. (ພສ. 26:2) ຢ່າງທີສອງ ໃຫ້ຄິດເບິ່ງຄັກໆວ່າການຮຽນຕໍ່ມີຂໍ້ດີຂໍ້ເສຍແນວໃດ. (ສພສ. 14:15) ໃຫ້ເຮົາມາເບິ່ງແຕ່ລະຢ່າງນຳກັນ.
ຄິດດີໆກ່ຽວກັບແຮງກະຕຸ້ນຂອງເຈົ້າ
7. ຖ້າເຈົ້າຄິດທີ່ຈະຮຽນຕໍ່ ເຈົ້າຄວນຄິດເຖິງຫຍັງ?
7 ຖ້າເຈົ້າຄິດທີ່ຈະຮຽນຕໍ່ ຄຳຖາມໜຶ່ງທີ່ສຳຄັນທີ່ເຈົ້າຄວນຖາມໂຕເອງແມ່ນ ‘ເປັນຫຍັງຂ້ອຍຈຶ່ງຢາກຮຽນຕໍ່ໃນດ້ານນີ້?’ ຫຼາຍຄົນຮຽນຕໍ່ຍ້ອນເຂົາເຈົ້າຢາກເຮັດວຽກທີ່ໂຕເອງມັກຫຼືເຮັດວຽກທີ່ໄດ້ເງິນດີ. ການມີແຮງກະຕຸ້ນແບບນີ້ຜິດບໍ່? ບໍ່ແມ່ນແບບນັ້ນສະເໝີໄປ. (1ຕມ. 5:8) ແຕ່ຄຳພີໄບເບິນເຕືອນເຮົາໃຫ້ຮູ້ເຖິງອັນຕະລາຍຂອງການເປັນຄົນຮັກເງິນຫຼືຄິດວ່າມີແຕ່ເງິນເທົ່ານັ້ນທີ່ຈະປົກປ້ອງເຮົາໄດ້. (ສພສ. 23:4, 5; 1ຕມ. 6:8-10; 1ຢຮ. 2:17) ຖ້າເຈົ້າຢາກຮຽນຕໍ່ຍ້ອນຢາກເປັນຄົນລວຍຫຼືຢາກມີຊື່ສຽງ ເຈົ້າກໍຈະບໍ່ມີຄວາມສຸກແລະອາດເຖິງຂັ້ນເຫີນຫ່າງຈາກພະເຢໂຫວາ.
8-9. (ກ) ເຮົາຄວນເບິ່ງການຮຽນຕໍ່ແນວໃດ? (ມັດທາຍ 6:33) (ຂ) ເຮົາຮຽນຫຍັງໄດ້ຈາກຄຳເວົ້າຂອງພີ່ນ້ອງໂຮເຊຟີນ້າ ໂມຣີນ ແລະໄອຣິດສ໌?
8 ຄັນຊັ້ນ ເຈົ້າຄວນເບິ່ງການຮຽນຕໍ່ແນວໃດ? ບໍ່ຄວນໃຫ້ຫຍັງມາສຳຄັນກວ່າການຮັບໃຊ້ພະເຢໂຫວາ. (ມທ. 22:37, 38; ຟລປ. 3:8) ສະນັ້ນ ໃຫ້ເບິ່ງວ່າການຮຽນຕໍ່ເປັນສິ່ງທີ່ຈະຊ່ວຍເຈົ້າໃຫ້ຫາລ້ຽງໂຕເອງເພື່ອເຈົ້າຈະຮັບໃຊ້ພະເຢໂຫວາສຸດຫົວໃຈໄດ້.—ອ່ານມັດທາຍ 6:33
9 ໃຫ້ເຮົາມາເບິ່ງວ່າອັນໃດຊ່ວຍພະຍານພະເຢໂຫວາບາງຄົນໃຫ້ເບິ່ງການຮຽນຕໍ່ໃນແບບທີ່ເໝາະສົມ. ໂຮເຊຟີນ້າຈາກປະເທດຊີລີເວົ້າວ່າ: “ການຮຽນຕໍ່ເປັນສິ່ງທີ່ຊ່ວຍໃຫ້ຂ້ອຍຮັບໃຊ້ພະເຢໂຫວາໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້. ແຕ່ມັນກໍບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ ສິ່ງທີ່ສຳຄັນທີ່ສຸດສຳລັບຂ້ອຍແມ່ນພະເຢໂຫວາ.” ພີ່ນ້ອງຍິງທີ່ຊື່ໂມຣີນເລືອກຮຽນເສີມສວຍໃນຫຼັກສູດ 1 ປີ. ຍ້ອນຫຍັງ? ລາວເວົ້າວ່າ: “ເປົ້າໝາຍຂອງຂ້ອຍແມ່ນເພື່ອຮັບໃຊ້ພະເຢໂຫວາໃນເຂດທີ່ມີຄວາມຈຳເປັນຫຼາຍກວ່າ. ສະນັ້ນ ຂ້ອຍຈຶ່ງຊອກຮຽນຫຼັກສູດທີ່ຈະຊ່ວຍຂ້ອຍໃຫ້ເຮັດຕາມເປົ້າໝາຍນັ້ນໄດ້. ຫຼັງຈາກຮຽນຈົບ ຂ້ອຍກໍເປັນຊ່າງເສີມແລະເລີ່ມທ້ອນເງິນເພື່ອຈະຍ້າຍໄປເຂດທີ່ມີຄວາມຈຳເປັນຫຼາຍກວ່າ. ເມື່ອຍ້າຍໄປແລ້ວ ສິ່ງທີ່ຂ້ອຍຮຽນກໍຍັງຊ່ວຍຂ້ອຍໃຫ້ມີວຽກເຮັດຢູ່ຫັ້ນໄດ້.” ພີ່ນ້ອງໄອຣິດສ໌ທີ່ຮຽນຈົບທັນຕະແພດເພື່ອຈະເປັນໝໍປົວແຂ້ວເຊິ່ງເປັນຫຼັກສູດທີ່ໃຊ້ເວລາດົນກວ່າ ເວົ້າວ່າ: “ການຮຽນຕໍ່ກໍມີຂໍ້ດີຢູ່ ແຕ່ມັນກໍບໍ່ໄດ້ຊ່ວຍເຈົ້າໃຫ້ປະສົບຄວາມສຳເລັດຫຼືມີຄວາມສຸກແທ້ໄດ້. ແຕ່ເຄັດລັບທີ່ເຮັດໃຫ້ປະສົບຄວາມສຳເລັດຫຼືມີຄວາມສຸກແທ້ແມ່ນ ການໃຫ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດສະເໝີ.” ແມ່ນແລ້ວ ເມື່ອເຮົາໃຫ້ສາຍສຳພັນທີ່ເຮົາມີກັບພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ ເຮົາກໍຈະຕັດສິນໃຈໃນແບບທີ່ເຮັດໃຫ້ເຮົາມີຄວາມສຸກຕະຫຼອດໄປ.
ໃຫ້ຄິດເບິ່ງວ່າການຮຽນຕໍ່ມີຂໍ້ດີຂໍ້ເສຍແນວໃດ
10. ເຮົາຈະໃຊ້ຫຼັກການທີ່ຢູ່ໃນພະບັນຍັດ 32:29 ແນວໃດເມື່ອຕັດສິນໃຈເລື່ອງການຮຽນຕໍ່?
10 ເຈົ້າອາດຄິດໄວ້ແລ້ວວ່າເຈົ້າຢາກຮຽນຫຍັງ. ແຕ່ມັນຄືຊິດີຖ້າເຈົ້າຄິດເຖິງທາງເລືອກອື່ນນຳ ເຊັ່ນ: ເຈົ້າອາດເລືອກຮຽນໃນສາຂາຄ້າຍໆກັນຫຼືຮຽນໃນສາຂາທີ່ບໍ່ກ່ຽວຂ້ອງກັນເລີຍ. (ສົມທຽບກັບສຸພາສິດ 18:17) ໃນທຸກມື້ນີ້ ການຮຽນມີທາງເລືອກຫຼາຍກວ່າແຕ່ກ່ອນ ເຊັ່ນ: ການຮຽນອອນລາຍ. ແຕ່ກໍຢ່າລືມຄິດນຳວ່າເຈົ້າສາມາດຫາລ້ຽງໂຕໄດ້ບໍຖ້າບໍ່ຮຽນຕໍ່. ຕົວຢ່າງເຊັ່ນ: ພີ່ນ້ອງໂຢຮັນນ້າທີ່ຢູ່ປະເທດຟິນແລນທີ່ບໍ່ໄດ້ຮຽນຕໍ່ຫຍັງເລີຍເວົ້າວ່າ: “ຫຼັງຈາກທີ່ຂ້ອຍຮຽນຈົບ ຂ້ອຍເລີ່ມເຮັດວຽກບໍ່ເຕັມເວລາແລະເປັນໄພໂອເນຍນຳ. ຂ້ອຍເຮັດວຽກຫຼາຍຢ່າງແລະເຫັນວ່າພະເຢໂຫວາຮັກສາສັນຍາສະເໝີທີ່ວ່າຈະເບິ່ງແຍງຂ້ອຍໃຫ້ມີສິ່ງຈຳເປັນ.” ຂໍໃຫ້ຈື່ໄວ້ວ່າການຕັດສິນໃຈທຸກຢ່າງກ່ຽວກັບການຮຽນຕໍ່ ບໍ່ວ່າຈະເປັນການຕັດສິນໃຈຮຽນຫຼືບໍ່ຮຽນ ແລະຕັດສິນໃຈວ່າຈະຮຽນຫຍັງຕ່າງກໍມີທັງຂໍ້ດີແລະຂໍ້ເສຍ. ສະນັ້ນ ໃຫ້ຖາມໂຕເອງວ່າ: ‘ມັນມີຂໍ້ດີຫຼາຍກວ່າຂໍ້ເສຍບໍ?’ (ອ່ານພະບັນຍັດ 32:29; 1ກຣ. 10:23) ໃຫ້ເຮົາມາເບິ່ງບາງປັດໄຈທີ່ຈະຊ່ວຍເຮົາໃຫ້ຕອບຄຳຖາມນີ້ໄດ້.
11. ເປັນຫຍັງຈຶ່ງສຳຄັນທີ່ເຮົາຈະຄິດເບິ່ງວ່າເຮົາຈະໃຊ້ເວລາຫຼາຍສ່ຳໃດໃນການຮຽນ? (ເບິ່ງຮູບນຳ)
11 ຕາຕະລາງຮຽນ. ໃຫ້ຄິດເບິ່ງວ່າເຈົ້າຈະໄດ້ໃຊ້ເວລາໃນການຮຽນແລະເຮັດວຽກບ້ານຈັກຊົ່ວໂມງໃນແຕ່ລະອາທິດ. ເຈົ້າຍັງຈະມີເວລາເຮັດກິດຈະກຳທາງຄວາມເຊື່ອເປັນປະຈຳແລະຊ່ວຍເຮັດວຽກເຮືອນໄດ້ຢູ່ບໍ? (ຟລປ. 1:10) ການຮຽນຈະເຮັດໃຫ້ເຈົ້າເມື່ອຍໂພດຈົນບໍ່ມີແຮງກຽມການປະຊຸມຫຼືສຶກສາສ່ວນໂຕບໍ? ເລື່ອງນີ້ເກີດຂຶ້ນກັບເຈໂຣດສ໌ທີ່ຢູ່ປະເທດອິນເດຍ. ລາວເວົ້າວ່າ: “ຂ້ອຍຮູ້ສຶກວ່າມັນເປັນເລື່ອງຍາກທີ່ຂ້ອຍຈະຈົດຈໍ່ຢູ່ກັບການເຮັດກິດຈະກຳທາງຄວາມເຊື່ອ. ບາງເທື່ອຂ້ອຍກໍບໍ່ໄດ້ໄປປະຊຸມ. ເມື່ອເບິ່ງຄືນ ຂ້ອຍຮູ້ສຶກວ່າມັນບໍ່ຄຸ້ມເລີຍກັບເວລາແລະກຳລັງທີ່ເສຍໄປ.” ແຕ່ກໍມີບາງຫຼັກສູດທີ່ບໍ່ຕ້ອງໃຊ້ເວລາຮຽນຫຼາຍ ບໍ່ໄດ້ຮຽນໝົດມື້ ແລະບໍ່ມີວຽກບ້ານຫຼາຍ. ຕົວຢ່າງເຊັ່ນ: ເຣເບກ້າທີ່ຢູ່ປະເທດໂມຊຳບິກດີໃຈທີ່ໄດ້ເລືອກຮຽນຫຼັກສູດໜຶ່ງ. ລາວເວົ້າວ່າ: “ຂ້ອຍຮຽນມື້ລະ 2 ຊົ່ວໂມງເທົ່ານັ້ນ ຂ້ອຍກໍເລີຍເປັນໄພໂອເນຍປະຈຳຕໍ່ໄປໄດ້.”
ຖ້າເຈົ້າກຳລັງຄິດຈະຮຽນຕໍ່ ເຈົ້າຕ້ອງເຮັດໃຫ້ແນ່ໃຈວ່າເຈົ້າຈະມີເວລາພຽງພໍໃຫ້ກັບສິ່ງສຳຄັນອື່ນໆທີ່ເຈົ້າຕ້ອງເຮັດ (ເບິ່ງຂໍ້ 11)
12. ມີຄຳຖາມຫຍັງແດ່ທີ່ເຈົ້າຄວນຖາມໂຕເອງເພື່ອເຈົ້າຈະໃຊ້ເວລາໃຫ້ເກີດປະໂຫຍດຫຼາຍທີ່ສຸດ? (ປັນຍາຈານ 12:1)
12 ໄລຍະເວລາໃນການຮຽນ. ໃຫ້ຄິດເບິ່ງວ່າເຈົ້າຕ້ອງໃຊ້ເວລາຈັກເດືອນຫຼືຈັກປີຈຶ່ງຈະຮຽນຈົບ. ສິ່ງທີ່ເຈົ້າເລືອກຮຽນເຮັດໃຫ້ເຈົ້າໄດ້ໃຊ້ເວລາໃຫ້ເກີດປະໂຫຍດຫຼາຍທີ່ສຸດບໍ? (ອຟຊ. 5:15-17) ເຈົ້າຍັງຈະສາມາດໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາໃນຕອນທີ່ເຈົ້າຍັງເປັນໄວລຸ້ນໄດ້ບໍ ເຊັ່ນ: ການຮັບໃຊ້ເຕັມເວລາ? (ອ່ານປັນຍາຈານ 12:1) ມີຫຼັກສູດການຮຽນໄລຍະສັ້ນທີ່ຈະສອນເຈົ້າໃຫ້ມີທັກສະທີ່ຈຳເປັນເພື່ອເຮັດວຽກທີ່ເຈົ້າຢາກເຮັດບໍ? ຕົວຢ່າງເຊັ່ນ: ການຮຽນວິຊາຊີບອາດຊ່ວຍເຈົ້າໃຫ້ມີທັກສະທີ່ສາມາດເອົາໄປໃຊ້ໄດ້ແທ້ເຊິ່ງໃຊ້ເວລາຮຽນໜ້ອຍກວ່າແລະຖືກກວ່າຮຽນຢູ່ມະຫາວິທະຍາໄລ. ມາຣິໂອ້ທີ່ຢູ່ປະເທດຊີລີເວົ້າວ່າ: “ຂ້ອຍເລືອກຮຽນວິຊາຊີບທີ່ໃຊ້ເວລາຮຽນແຕ່ 2 ປີ ແລະຖືກກວ່າຮຽນຢູ່ມະຫາວິທະຍາໄລ. ຂ້ອຍຮຽນແຕ່ 4 ມື້ຕໍ່ອາທິດ ຂ້ອຍກໍເລີຍເປັນໄພໂອເນຍໄດ້ເຖິງວ່າຈະຍັງຮຽນຢູ່.”
13. ຈະເກີດຫຍັງຂຶ້ນຖ້າເຮົາເລືອກຮຽນຕໍ່ຢູ່ບ່ອນທີ່ໄກຈາກບ້ານ?
13 ສະຖານທີ່ຮຽນ. ເປັນໄປໄດ້ວ່າເຈົ້າອາດຈະເລືອກຮຽນຢູ່ໃກ້ໆບ້ານ. ແຕ່ຖ້າເຈົ້າຕ້ອງໄດ້ໄປຮຽນຢູ່ບ່ອນອື່ນທີ່ໄກຈາກບ້ານຫຼືຕ້ອງໄດ້ໄປຢູ່ຫໍພັກຂອງໂຮງຮຽນເດ? ຖ້າເປັນແບບນັ້ນ ກໍຂໍໃຫ້ລະວັງຍ້ອນວ່າການຢູ່ໄກຈາກຄອບຄົວເປັນອັນຕະລາຍຕໍ່ຄວາມເຊື່ອຂອງເຈົ້າ ໂດຍສະເພາະຖ້າເຈົ້າຕ້ອງໄດ້ຢູ່ກັບຍາດຕິພີ່ນ້ອງຫຼືຄົນອື່ນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ. (ສພສ. 22:3; 1ກຣ. 15:33) ມາທິອັດສ໌ຈາກໂມຊຳບິກຮຽນຈົບຫຼັກສູດ 1 ປີທີ່ຄ່າຮຽນບໍ່ແພງຫຼາຍ ແຕ່ລາວບອກວ່າລາວເສຍໃຈກັບການຕັດສິນໃຈແບບນັ້ນ. ຍ້ອນຫຍັງ? ລາວເວົ້າວ່າ: “ບ່ອນທີ່ຂ້ອຍຮຽນຢູ່ໄກຈາກບ້ານ ຂ້ອຍຈຶ່ງຕ້ອງໄດ້ຍ້າຍໄປຢູ່ຫໍພັກຂອງໂຮງຮຽນ. ຂ້ອຍຖືກລໍ້ໃຈໃຫ້ເຮັດສິ່ງທີ່ບໍ່ດີທຸກມື້. ດັ່ງນັ້ນ ຂ້ອຍຂໍແນະນຳວ່າ ຖ້າໃຜຢາກຮຽນຕໍ່ ກໍຂໍໃຫ້ຮຽນຢູ່ບ່ອນທີ່ບໍ່ໄກຈາກຄອບຄົວ.” ພີ່ນ້ອງຍິງຄົນໜຶ່ງທີ່ຢູ່ລັດເຊຍບອກວ່າ: “ຂ້ອຍຫຼີກລ່ຽງອັນຕະລາຍແລະການລໍ້ໃຈຕ່າງໆໂດຍເລືອກພັກຢູ່ເຮືອນກັບພໍ່ແມ່ ແທນທີ່ຈະພັກຢູ່ຫໍພັກຂອງໂຮງຮຽນ.” ນອກຈາກນັ້ນ ເຈົ້າຍັງສາມາດເລືອກຮຽນທາງອອນລາຍໄດ້.
14. ຫຼັກການໃນລູກາ 14:28 ຊ່ວຍເຈົ້າແນວໃດຕອນທີ່ເຈົ້າກຳລັງຄິດຈະຮຽນຕໍ່?
14 ຄ່າໃຊ້ຈ່າຍໃນການຮຽນ. ຄ່າຮຽນບາງຫຼັກສູດກໍບໍ່ແພງຫຼືໄດ້ຮັບທຶນຈາກລັດຖະບານ. ຖ້າເປັນແບບນັ້ນ ການຮຽນຕໍ່ກໍອາດຈະຊ່ວຍເຈົ້າໃຫ້ມີຄວາມຮູ້ແລະມີທັກສະທີ່ຈະຊ່ວຍເຈົ້າໃຫ້ຫາວຽກໄດ້ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍຫຼາຍ. ແຕ່ບາງເທື່ອການຮຽນຕໍ່ກໍແພງຫຼາຍ ແລະອາດຕ້ອງມີຄ່າໃຊ້ຈ່າຍອື່ນໆນຳ ເຊັ່ນ: ການຈ້າງຄູມາສອນເພີ່ມເພື່ອຈະເສັງເຂົ້າຮຽນໃນຫຼັກສູດນັ້ນໄດ້. ການຮຽນຕໍ່ໃນບາງຫຼັກສູດອາດເຮັດໃຫ້ນັກຮຽນເປັນໜີ້ຫຼາຍປີ. ພີ່ນ້ອງເອດິວສັນທີ່ຢູ່ປະເທດໂມຊຳບິກຮູ້ສຶກເສຍໃຈກັບການຮຽນທີ່ລາວເລືອກ. ລາວເວົ້າວ່າ: “ຄອບຄົວຂອງຂ້ອຍຕ້ອງເສຍສະລະເງິນເພື່ອຈ່າຍຄ່າຮຽນໃຫ້ຂ້ອຍຕັ້ງວ່າ 4 ປີຈົນບໍ່ມີເງິນຊື້ອາຫານແລະສິ່ງຈຳເປັນອື່ນໆ.” ຕອນທີ່ເຈົ້າກຳລັງຄິດຈະຮຽນຕໍ່ໃນຫຼັກສູດໃດໜຶ່ງ ໃຫ້ຖາມໂຕເອງວ່າ: ‘ມີຄ່າໃຊ້ຈ່າຍເທົ່າໃດ? ຂ້ອຍຫຼືຄອບຄົວຂອງຂ້ອຍມີເງິນພຽງພໍທີ່ຈະຈ່າຍຄ່າຮຽນໄດ້ບໍ? ມີທາງເລືອກອື່ນທີ່ມັນຖືກກວ່ານີ້ບໍ?’ (ອ່ານລູກາ 14:28) ‘ຖ້າຂ້ອຍຢືມເງິນມາຮຽນ ດົນປານໃດຂ້ອຍຈຶ່ງຈະໄຊ້ໜີ້ໝົດ? ແລະໃນອະນາຄົດ ຖ້າຂ້ອຍໄດ້ວຽກເຮັດ ເງິນທີ່ຫາມາໄດ້ຈະເຮັດໃຫ້ຂ້ອຍສາມາດລ້ຽງໂຕເອງແລະໄຊ້ໜີ້ໄດ້ບໍ?’—ສພສ. 22:7
15. ເປັນຫຍັງເຈົ້າຄວນຄິດເຖິງໂອກາດທີ່ຈະໄດ້ວຽກເຮັດກ່ອນທີ່ເຈົ້າຈະຕັດສິນໃຈວ່າຈະຮຽນຫຍັງ?
15 ໂອກາດທີ່ຈະໄດ້ວຽກເຮັດ. ໃຫ້ເບິ່ງຄວາມຕ້ອງການຂອງຕະຫຼາດແຮງງານໃນບ່ອນທີ່ເຈົ້າຢູ່ຫຼືບ່ອນທີ່ເຈົ້າຢາກໄປຢູ່. ສິ່ງທີ່ເຈົ້າຮຽນຈະຊ່ວຍເຈົ້າໃຫ້ຫາວຽກໄດ້ແທ້ໆບໍ? ໃນບາງຫຼັກສູດກໍບໍ່ໄດ້ສອນທັກສະທີ່ຈະເອົາໄປໃຊ້ໃນບ່ອນເຮັດວຽກໄດ້ແທ້ໆ. ແທນທີ່ຈະເປັນແນວນັ້ນ ຫຼາຍບ່ອນພັດມີແຕ່ສອນທິດສະດີ ໃຫ້ຄວາມຮູ້ ຫຼືສອນປັດຊະຍາຊື່ໆ. (ກລຊ. 2:8) ພີ່ນ້ອງຍິງຄົນໜຶ່ງຈາກປະເທດອິນເດຍເວົ້າວ່າ: “ສິ່ງທີ່ຂ້ອຍຮຽນບໍ່ໄດ້ຊ່ວຍຂ້ອຍໃຫ້ມີທັກສະທີ່ກົງກັບນາຍຈ້າງຢາກໄດ້. ຜົນກໍຄື ຂ້ອຍບໍ່ສາມາດຊອກວຽກໃນສາຂາທີ່ຂ້ອຍຮຽນມາໄດ້ເລີຍ.” ບາງສາຂາທີ່ຮຽນຈົບມາແລ້ວກໍມີວຽກໃຫ້ເຮັດບໍ່ຫຼາຍ. ພີ່ນ້ອງຊູບຼິມທີ່ຢູ່ປະເທດອາຟຣິກາກາງຮຽນແປງແອມາ ແຕ່ລາວເວົ້າວ່າ: “ໃນບ່ອນທີ່ຂ້ອຍຢູ່ຄົນມັກແປງສິ່ງຕ່າງໆດ້ວຍໂຕເອງ. ສະນັ້ນ ຂ້ອຍຈຶ່ງຫາວຽກໄດ້ຍາກຫຼາຍ.”
16. ເປັນຫຍັງຈຶ່ງເປັນເລື່ອງທີ່ດີທີ່ຈະຄິດເບິ່ງວ່າເຈົ້າຈະໄດ້ເຮັດວຽກແບບໃດເມື່ອເຈົ້າຮຽນຈົບ?
16 ໃຫ້ຄິດນຳວ່າເມື່ອເຈົ້າຮຽນຈົບແລ້ວເຈົ້າຈະໄດ້ເຮັດວຽກປະເພດໃດ. ວຽກນັ້ນຈະເຮັດໃຫ້ເຈົ້າມີຄວາມສຸກບໍ? (ປຍຈ. 3:12, 13) ສະພາບແວດລ້ອມຢູ່ບ່ອນເຮັດວຽກຈະເປັນແນວໃດແລະເຮັດວຽກກັບຄົນແບບໃດ? ວຽກນັ້ນອັນຕະລາຍ ມີການແຂ່ງຂັນສູງ ຫຼືມີຄວາມກົດດັນຫຼາຍບໍ? ຕາມປົກກະຕິແລ້ວວຽກປະເພດນີ້ໄດ້ເງິນປະມານເທົ່າໃດ? ມັນພໍທີ່ຈະຊ່ວຍໃຫ້ຫາລ້ຽງໂຕເອງໄດ້ບໍ? ເຈົ້າຕ້ອງໄດ້ຮຽນຕໍ່ໄປອີກເລື້ອຍໆບໍເພື່ອເຈົ້າຈະເຮັດວຽກນີ້ຕໍ່ໄປໄດ້? ແລະທີ່ສຳຄັນທີ່ສຸດ ມັນຈະເຮັດໃຫ້ເຈົ້າໃຫ້ການປົກຄອງຂອງພະເຈົ້າມາເປັນອັນດັບທຳອິດໄດ້ບໍ? (ປຍຈ. 12:13) ແນ່ນອນວ່າຖ້າບ່ອນທີ່ເຈົ້າຢູ່ຫາວຽກຍາກ ເຈົ້າກໍບໍ່ຢາກເລືອກວຽກຫຼາຍໂພດ. ແຕ່ການຕັດສິນໃຈຂອງເຈົ້າໃນເລື່ອງການຮຽນຈະສົ່ງຜົນຕໍ່ໂອກາດທີ່ເຈົ້າຈະໄດ້ວຽກເຮັດໃນອະນາຄົດ. ທາບີທາຈາກປະເທດອິນເດຍເລືອກຮຽນຕັດຫຍິບຫຼັກສູດ 6 ເດືອນ. ລາວເວົ້າວ່າ: “ຂ້ອຍຄິດວ່າການເປັນຊ່າງຕັດຫຍິບຈະຊ່ວຍຂ້ອຍໃຫ້ເປັນໄພໂອເນຍໄດ້. ມັນເປັນອາຊີບທີ່ເຮັດໄດ້ຕະຫຼອດ. ຂ້ອຍສາມາດເລືອກເວລາເຮັດວຽກເອງໄດ້ແລະບໍ່ຕ້ອງລົງທຶນຫຼາຍ.” ສິ່ງທີ່ທາບີທາເລືອກຮຽນຊ່ວຍລາວໃຫ້ມີວຽກເຮັດເພື່ອທີ່ຈະເປັນໄພໂອເນຍໄດ້.
17. (ກ) ເຈົ້າຈະຊອກຂໍ້ມູນທີ່ຈະຊ່ວຍໃຫ້ເຈົ້າຕັດສິນໃຈໄດ້ດີໃນເລື່ອງການຮຽນໄດ້ແນວໃດ? (ຂ) ມີຫຼັກການຫຍັງແດ່ໃນຄຳພີໄບເບິນທີ່ຈະຊ່ວຍເຈົ້າໃຫ້ຕັດສິນໃຈໄດ້ດີ? (ເບິ່ງຂອບ “ຫຼັກການໃນຄຳພີໄບເບິນທີ່ຕ້ອງຄິດເຖິງ”)
17 ໃນບົດນີ້ເຮົາໄດ້ເບິ່ງຫຼາຍປັດໄຈທີ່ສຳຄັນກ່ຽວກັບການຮຽນຕໍ່ນຳກັນແລ້ວ. ແຕ່ເຈົ້າຈະຊອກຂໍ້ມູນທີ່ຈະຊ່ວຍໃຫ້ເຈົ້າຕັດສິນໃຈໄດ້ດີໄດ້ແນວໃດ? ໃຫ້ຄົ້ນຄວ້າຂໍ້ມູນກ່ຽວກັບສິ່ງທີ່ເຈົ້າຢາກຮຽນໂດຍເຂົ້າໄປຖາມກັບໂຮງຮຽນດ້ວຍໂຕເອງຫຼືເຂົ້າໄປເບິ່ງໃນເວັບໄຊຂອງໂຮງຮຽນ. ໃຫ້ເບິ່ງຂໍ້ມູນວ່າມີການຮັບສະໝັກວຽກຫຼາຍສ່ຳໃດໃນສາຂາທີ່ເຈົ້າຢາກຮຽນ. ເຈົ້າອາດປຶກສາກັບຄົນທີ່ຮຽນຈົບສາຂານີ້ຫຼືຄົນທີ່ເຮັດວຽກໃນດ້ານນີ້. (ສພສ. 13:10) ເຈົ້າອາດຈະຖາມເຂົາເຈົ້າວ່າ: “ສາຂາທີ່ຂ້ອຍຈະຮຽນນີ້ຫຼືວຽກດ້ານນີ້ມີຂໍ້ດີແລະຂໍ້ເສຍຫຍັງແດ່?” ໃຫ້ລົມກັບພີ່ນ້ອງທີ່ກຳລັງຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກ. (ສພສ. 15:22) ແລ້ວເບິ່ງວ່າເຂົາເຈົ້າຈະແນະນຳເຈົ້າໃຫ້ຮຽນຫຍັງແລະແນະນຳໃຫ້ເຮັດວຽກແບບໃດ. ເຂົາເຈົ້າອາດແນະນຳວຽກທີ່ເຈົ້າບໍ່ເຄີຍຄິດໄວ້ກໍໄດ້.
18. ເຮົາຄວນຈື່ຫຍັງໄວ້?
18 ຄືກັບທີ່ເຮົາໄດ້ຮຽນມາແລ້ວ ການຮຽນຕໍ່ກໍມີທັງຂໍ້ດີແລະຂໍ້ເສຍ. ດັ່ງນັ້ນ ໃຫ້ອະທິດຖານແລະຄິດຄັກໆກ່ຽວກັບທາງເລືອກທີ່ເຈົ້າມີ. ໃຫ້ຈື່ໄວ້ວ່າການຮຽນຕໍ່ອາດຊ່ວຍໃຫ້ເຈົ້າມີວຽກເຮັດເພື່ອໃຫ້ມີເງິນພຽງພໍທີ່ຈະຫາລ້ຽງໂຕເອງໄດ້. ແຕ່ສິ່ງດຽວທີ່ຈະເຮັດໃຫ້ເຈົ້າມີຄວາມສຸກແທ້ໄດ້ຄືການມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ. (ພສ. 16:9, 11) ພະເຢໂຫວາຈະເບິ່ງແຍງຄົນຂອງເພິ່ນສະເໝີບໍ່ວ່າລາວຈະຮຽນຫຼາຍຫຼືໜ້ອຍກໍຕາມ. (ຮຣ. 13:5) ແຕ່ຖ້າເຈົ້າໄດ້ຕັດສິນໃຈແລ້ວວ່າຈະຮຽນຕໍ່ ອັນໃດຈະຊ່ວຍເຈົ້າໃຫ້ໃກ້ຊິດກັບພະເຢໂຫວາສະເໝີຕອນທີ່ຮຽນຕໍ່? ເຮົາຈະມາເບິ່ງເລື່ອງນີ້ໃນບົດຕໍ່ໄປ.
ເພງທີ 45 ສິ່ງທີ່ຄິດຕຶກຕອງໃນໃຈ
a ການອະທິບາຍຄຳສັບ: ໃນບົດນີ້ແລະບົດຕໍ່ໄປ ຄຳວ່າ “ການຮຽນຕໍ່” ໝາຍເຖິງການຮຽນຫຼືການຝຶກອົບຮົມເພີ່ມເຕີມທຸກຮູບແບບທີ່ນອກເໜືອຈາກການສຶກສາຂັ້ນພື້ນຖານທີ່ລັດຖະບານກຳນົດໄວ້. ການຮຽນຕໍ່ລວມເຖິງການຮຽນຢູ່ມະຫາວິທະຍາໄລ ໂຮງຮຽນເຕັກນິກ ສູນຝຶກອົບຮົມ ແລະໂຮງຮຽນວິຊາຊີບ. ການຮຽນເຫຼົ່ານີ້ອາດເປັນໄລຍະສັ້ນຫຼືຍາວກໍໄດ້.
b ແຕ່ກ່ອນປຶ້ມຕ່າງໆຂອງອົງການບໍ່ສະໜັບສະໜູນພະຍານພະເຢໂຫວາໃຫ້ຮຽນຕໍ່ບາງຮູບແບບ. ຕົວຢ່າງເຊັ່ນ: ໃນບົດຄວາມ “ພໍ່ແມ່ທັງຫຼາຍ—ເຈົ້າຕ້ອງການໃຫ້ລູກມີອະນາຄົດແບບໃດ?” ໃນຫໍສັງເກດການ 1 ຕຸລາ 2005 (ພາສາໄທ) ເວົ້າເຖິງອັນຕະລາຍຂອງການຮຽນຢູ່ມະຫາວິທະຍາໄລເຊິ່ງໃຊ້ເວລາ 4 ປີຫຼືຫຼາຍກວ່ານັ້ນ. ເຖິງວ່າອັນຕະລາຍຂອງການຮຽນສູງຍັງມີຢູ່ ແຕ່ການຕັດສິນໃຈວ່າຈະຮຽນຕໍ່ຫຼືບໍ່ເປັນການຕັດສິນໃຈສ່ວນໂຕ. ພະຍານພະເຢໂຫວາແຕ່ລະຄົນຫຼືຫົວໜ້າຄອບຄົວທີ່ມີລູກທີ່ເປັນເດັກນ້ອຍຄວນອະທິດຖານແລະຄິດເຖິງຫຼັກການໃນຄຳພີໄບເບິນ ລວມທັງຄິດເຖິງປັດໄຈຕ່າງໆກ່ຽວກັບການຮຽນຕໍ່ກ່ອນທີ່ຈະຕັດສິນໃຈຮຽນ. ບໍ່ຄວນມີໃຜຫຼືແມ່ນແຕ່ຜູ້ເບິ່ງແຍງມາຕັດສິນການເລືອກຂອງພີ່ນ້ອງຍ້ອນວ່າມັນເປັນການຕັດສິນໃຈສ່ວນໂຕ.—ຢກບ. 4:12